8/9/54

ຕົນເຕືອນຕົນ

ຕົນເຕືອນຕົນ...ໃຫ້ຮູ້ຕາມ.......ທາງຖືກຕ້ອງ
ຕົນບໍ່ຂ້ອງ......ເຫດແຫ່ງ........ອະວິໄສ
ຕົນເຕືອນຕົນ..ຮູ້ຮອບ...........ຂອບແຫ່ງໃຈ
ອົບຮົມໃຈ......ສ້າງປັນຍາ......ສັດທາຈິງ

ນັ້ນຈຶ່ງເຕືອນ...........ຕົນຕາມ........ພຸດທະກ່າວ
ຕາມເຣື່ອງຣາວ........ເຕືອນສະເໝີ........ຢ່າເຜີໃຈ
ເຮົາຮູ້ນ້ອຍ...........ຍິ່ງເຕືອນຕົນ..........ພົ້ນວິສັຍ
ໃຫ້ຂຶ້ນໃຈ...........ເປັນປະຈຳ.............ທຳອາຈິນ

ສອນຕົນເອງແບບໜຶ່ງ........ຝຶກສະໝອງ
ສອນຕົນເອງແບບໜຶ່ງ........ຝຶກນິຈສັຍ
ສອນຕົນເອງແບບໜຶ່ງ........ຝຶກທີ່ໃຈ
ເອົາຕານອກຕາໃນ...........ໃຫ້ເຫັນທັມ

ไม่มีความคิดเห็น:

แสดงความคิดเห็น