8/9/54

ແຕ່ກ່ອນກັບດຽວນີ້

ຜູ້ສາວລາວເລືອກຄູ່ຄອງແຕ່ກີ້
໑. ສູງຕ່ຳດຳຂາວບໍ່ວ່າ
໒. ໜ້າຕາບໍ່ສຳຄັນ.
໓. ໃຝ່ຝັນການສຶກສາ.
໔. ເຄີຍບວດເປັນຄູບາມາກ່ອນ.
໕. ກະລ້ອນເລັກນ້ອຍ.
໖. ອ່ອນຊ້ອຍວາຈານຫວານ.
໗. ປະຕິພານພໍແລ້ວ.
໘. ກວດແກ້ວບໍ່ມັກ.
໙. ກິນຜັກກະໄດ້.
໑໐. ໃຊ້ໄປໄວດ່ວນ.
໑໑. ມັກມ່ວນພໍປະມານ.
໑໒. ວຽກການບໍ່ລະ.
໑໓. ທັມມະປະດັບມີ.
໑໔. ເສດຖີນ້ຳໃຈ.
໑໕. ເຂົ້າໃຈພີ່ນ້ອງ.
໑໗. ປົກປ້ອງວົງຕະກູນ.

ຜູ້ສາວລາວເລືອກຄູ່ຄອງດຽວນີ້
໑. ສູງໃຫຍ່ທັງຍາວ.
໒. ຕົວຂາວໜ້າຮັກ.
໓. ເວົ້າຄັກສະສານ.
໔. ປະຕິພານລື່ນໝູ່.
໕. ເຈົ້າຊູ້ບໍ່ສົນ.
໖. ທຸກຈົນຢ່າມາໃກ້.
໗. ໃຊ້ຈ່າຍຟູມເຟືອຍ.
໘. ເອື່ອຍອິງຕ້ອງໄດ້.
໙. ມີໃຊ້ແມ່ນດີ.
໑໐. ລູກເສດຖີແຫ່ງຄັກ.
໑໑. ໃຈຍັກບໍ່ສົນ.
໑໒. ພາກິນປົ່ນບໍ່ໄດ້.
໑໓. ພາກິນພາທ່ຽວ.
໑໔. ລູກຊາຍດຽວມູນມາກ.

ไม่มีความคิดเห็น:

แสดงความคิดเห็น