16/9/54

ຫວງ-ຫ່ວງ

- ບັດນີ້ ຈັກໄດ້ກ່າວເລື່ອງ ຫວງ-ຫ່ວງໃຫ້ຫວນເຫັນ
ແຍກປະເດັນຫ່ວງ-ຫວງ ໃຫ້ເຫັນປະຈັກແຈ້ງ
ເຫັນຈຸດດີຈຸດດ້ວຍ ຄວາມຫວງທັງຫ່ວງ
ອາດຈະສົມມາດແມ້ງ ຫວງຫ້ວງຫ່ວງຫາຍ

- ຫວງນັ້ນ ທໍາໃຫ້ເຮົາຮູ້ ຈິດຊື່ນໃຈສຸກ
ຈິດສະເບີຍຫາຍທຸກ ຊົ່ວຊີວັງພະລັງກ້າວ
ຫ່ວງກໍທໍາໃຫ້ຄົນໄກໃກ້ ໄດ້ສະບາຍໃຈສຸກຍິ່ງ
ວົງວານຍາດພີ່ນ້ອງ ລູກເມັຍພ້ອມຢູ່ກະເສີມ

- ຫວງເປັນເຄື່ອງປ້ອງ ຜູກມັດກາຍສະໜິດ
ຍາດພີ່ນ້ອງວົງວານມິດ ຮັກຫໍ່ໂຮມແຮງພ້ອມ
ຫ່ວງເປັນເປັນການຜູກມັດໄວ້ ເພື່ອນມິດສະໂລຫິດ
ດ້ວຍຈິດໃຈເປັນມິດ ຜູກພັນໜຽວແໜ້ນ

- ຫວງນັ້ນ ເບິ່ງດ້ານໜຶ່ງໃຫ້ແຈ້ງ ເປັນການເຫັນປະໂຫຍດສ່ວນຕົວ
ຫວງຢູ່ເລີຍບໍ່ເຄີຍຈາງ ບໍ່ປ່ອຍວາງຫວງເລື້ອຍ
ຫ່ວງນັ້ນສະບາຍແທ້ ວາງໃຈປະປ່ອຍ
ເປັນການເສັຍສະຫຼະກໍໄດ້ ທໍາຕົນພ້ຽງເພີກເສີຍ

- ຫວງນັ້ນ ຄືເຮົາກໍານົດໃຫ້ ໃຫ້ເຂົາເຮັດຕາມເຮົາ
ຂອບເຂດການກໍານົດ ໃຫ້ສັ່ງການບັນຊາໄວ້
ຫ່ວງນັ້ນ ຄືການແນະນໍາໃຫ້ ເຂົາທໍາໄປຕາມເຂົາຊອບ
ຜົນປາກົດອອກແລ້ວ ກໍຍິນຍອມຍ້ອງຍົກຍໍ

- ຫວງນັ້ນ ເປັນປະໂຫຍກປະກາດແຈ້ງ ຄໍາສັ່ງບັງຄັບ
ໃຫ້ເຂົາທໍາຕາມເຮົາ ທິດທາງທີ່ເຮົາຊີ້
ຫ່ວງນີ້ເປັນໂຫຍກບອກໃຫ້ ຂໍຮ້ອງໃຫ້ຮ່ວມກະທໍາຕາມ
ດ້ວຍຈິດໃຈທີ່ເປັນສຸກ ຫາກເຮັດຕາມເຮົາໄດ້

- ເຊັ່ນວ່າ ຫວງເພາະເຮົາຮັກເຂົາແລ້ວ ຢາກໃຫ້ເຂົາຮັກຕອບຕາມປະສົງ
ຈິດໃຈປົງບັງຄັບ ໃຫ້ຕາມໃຈບັນຊາຊີ້
ອັນວ່າຫ່ວງຄໍານີ້ ເພາະເຮົາຮັກເຂົາ ສະເໝີພາກ
ເຂົາຈະຮັກເຮົາຫຼືບໍ່ແທ້ ຂໍພຽງໄດ້ຮັກສະເໝີ

- ຫຼາຍຄັ້ງຄັນມີຫວງເກີດຂຶ້ນ ຄວາມທຸກກໍມາຄອງ
ຄັນວ່າຄົນເຮົາຫວງ ບໍ່ສະໜອງໃຈໄດ້
ອັນວ່າຫ່ວງຄໍານີ້ ສະບາຍໃຈຫາຍຫ່ວງ
ບາງໃຈລົງເຊື່ອໝັ້ນ ສຸກກໍຝັ້ນຢູ່ບໍ່ເຊົາ

- ການຫວງອາດທໍາໃຫ້ທໍາທຸກສິ່ງໄດ້ ຈະຮ້າຍຊົ່ວກໍຕ້ອງທໍາ
ເພື່ອໃຫ້ເຂົາເຫັນໃຈ ວ່າຕົນຫວງເຂົາໄດ້
ອັນຫ່ວງຄໍານີ້ທໍາດີ ສະບາຍມາກ
ເຂົາຈະເຫັນຫຼືບໍ່ຮູ້ ວ່າເຮົາແທ້ກໍຕາມ

- ການຫວງ ມີລັກສະນະສະແດງໄວ້ ໂວຍວາຍຮຽກເຂົາເຫັນ
ເຮັດໃຫ້ຄົນເຂົາຮັບ ຮູ້ວ່າຕົນຫວງແທ້
ອັນວ່າຫ່ວງຄໍານີ້ ທໍາໂຕສະບາຍມາກ
ວາງເສີຍບໍ່ຈາແຈ້ງ ແຕ່ໃຈຝັ້ນຫ່ວງບໍ່ເຊົາ

- ລັກສະນະການຫວງນັ້ນ ຄືການບັງຄັບຄູ່ເຂັນ
ໃຫ້ເຂົາເຫັນ ຫຼືທໍາຕາມ ທີ່ຕົນວາງຄະເນໄວ້
ອັນວ່າຫ່ວງຄໍານີ້ ເປັນໄປແຕກຕ່າງ
ໃຫ້ເຂົາທໍາຕາມທີ່ເຂົາພໍໃຈແທ້ ສະໝັກສ້າງຮ່ວມທາງ

- ເມື່ອສະຫຼຸບອອກແລ້ວ ຄວາມຫ່ວງທັງຫວງ
ຫາກວ່າເປັນຄວາມຮັກ ສະແດງເປັນສອງເບື້ອງ
ຄົນເຮົາຄວນເຫັນຮູ້ ຄວາມຫວງທັງຫ່ວງ
ຄວາມຮັກໃດທີ່ຖືກຕ້ອງ ຄວນຮູ້ຮັກຫ່ວງຫວງ

- ຄືຮັກແບບຫວງນັ້ນ ເຮົາວ່າຮັກຈອມປອມ
ຮັກບໍ່ມີຣາຄາ ຢູ່ຍົກຈະເຣີນໄດ້
ຮັກແບບຫ່ວງຫອມແທ້ ທັງດົນນານໝັ້ນແກ່ນ
ຫ່ວງເປັນຮັກທີ່ຖືກຕ້ອງ ຮັກຈິງແທ້ຫ່ວງສະເໝີ ທ່ານເອີຍ

ไม่มีความคิดเห็น:

แสดงความคิดเห็น