23/9/55

ບ່ອນສຸດສຸວັນນະພູມ ຢູ່ຊ່ອງແຄບເມລະກາ ຕໍ່ສິງກະໂປ

ແຕ່ກ່ອນເຄີຍອ່ານຮູ້ ເຫັນຊື່ມາລັກກາ
ໃນຈົດໝາຍເຫດ ການມາລາວ ແຫ່ງວັນວຸສຕ໊ອປພຸ້ນ
ເຂົາເປັນຊາວຮອນແລນແທ້ ໄປພົວພັນທູຕາຕ່າງ
ກັບອານາຈັກລ້ານຊ້າງ ສະໄໝກ້າວພັດທະນາ

ສະໄໝນັ້ນກົງກັບຣັຊການກໍ້າ ພຣະເຈົ້າສູຣິຍະວົງສາ
ມີການກ່າວເຖິງມະລັກກາ ວ່າເປັນເມືອງສຳຄັນແທ້
ດຽວນີ້ເປັນເມືອງມໍດົກແຈ້ງ ສີ່ຮ້ອຍປີປາຍປະຫວັດກ່າວ
ຊາວມາເລກ່າວເອີ້ນ ເມລະກາແທ້ຕ່າງສຽງ

ຕໍ່ມາກໍໄດ້ຮູ້ ປະຫວັດໂລກກ່່າວທາວເຖິງ
ວ່າຊ່ອງແຄບເມລະກາ ວ່າຢູ່ໃສໄດ້ພຽງຮູ້
ເຮົາບໍ່ປະມານໄດ້ ພຽງແຕ່ຮຽນຊື່ໆ
ບາດວ່າມາຮອດແລ້ວ ມັນກໍແຈ້ງກວ່າຕາເຫັນ

ຊ່ອງແຄບເມລະການັ້ນ ແຄບກວ່າໝູ່ຢຄ່ສິງກະໂປ
ບ່ອນທີ່ເປັນບ່ອນສຸດ ແຜ່ນດິນ ອາຊີກໍ້າ
ຮຽກວ່າອາຊີບົວລະພາແທ້ ສຸວັນນະພູມບູຮານວ່າ
ບາງຄົນໄຂກ່າວເວົ້າ ແຫຼມທອງນັ້ນກໍອັນດຽວ

ຊ່ອງແຄບເມລະການັ້ນ ຂັ້ນລະຫວ່າງມາເລ
ກັບອີນໂດເນເຊັນ ສິງກະໂປບ່ອນສຸດສິ້ນ
ແຕ່ກ່ອນດິນແຖວນີ້ ເປັນດິນດຽວທາງອຳນາດ
ເມື່ອກຳເນີດຊາດຂຶ້ນ ຈຶ່ງແບ່ງອອກເປັນສາມ

ທີ່ນີ້ຈະໄດ້ເວົ້າເລື່ອງບ່ອນສ້ຽງ ສຸດແຜ່ນດີນໃຫຍ່ອິນດູຈີນ
ມັນຫາກແມ່ນມາເຊັຍ ທີ່ລັດຈໍຫໍຣ໌ບາຫ໌ຣູນີ້
ເປັນຊາຍແດນກົງກັນຂ້າມ ມີລຳທານຂ້າມແບ່ງ
ສ່ວນສິງກະໂປເປັນດອນແທ້ ມີແມ່ນໍ້າອ້ອມດອນ

ອັນນີ້ເປັນບ່ອນສຸດແທ້ ແຜ່ນດິນໃຫຍ່ອາຊີ
ບູຮານວ່າສຸວັນນະພູມ ແດນຄຳທີ່ເຮົາຮູ້
ອັນວ່າສູນກາງນັ້ນ ຄົງເປັນເມືອງທ່າແຂກ
ເພາະເມືອງບູນຮານເກົ່າກີ້ ສະໄໝລ້ຳພຸດທະການພຸ້ນນາ



20/9/55

ຟ້າແດງສະແຫຼງໃຈ

ຟ້າແດງ ເປັນແສກໆໆ ຍາມອັດສະດົງ ວັນທີ 07/07/11

ແລງວັນທີ 07/07/11 ເວລາທີ່ຖ່າຍ 18:46 ໂມງ, ຈຸດທີ່ຖ່າຍ ສະໜາມຫຼວງຫໜ້າຫໍສະພາ ດ້ານເໜືອ ຖ່ານດ້ວຍກ້ອງ ໂທຣະສັບ NOKIA C7.00 ຂະໜາດພິກເຊລ 6 ລ້ານພິກເຊລ
-------------
ທ້ອງຟ້າແດງ ສະແຫຼງໃຈ ເມື່ອໄດ້ພົບ
ຈັ່ງແມ່ນຈົບ ຈັ່ງແມ່ນງາມ ຍາມໄດ້ມອງ
ອັດສະດົງ ອາທິດລົງ ແສງແດດຕ້ອງ
ຍາມໄດ້ມອງ ທ້ອງຟ້າ ໜ້າພິລົມ
ວັນທີເຈັດ ເດືອນທີເຈັດ ຍາມຄິມຫັນ
ປີສອງພັນ ສິບເອັດ ວັນເໝາະສົມ
ຈັ່ງແມ່ນງາມ ເຫຼືອຄະນາ ແກ່ຜູ້ຊົມ
ຟ້າງາມສົມ ຄົນບໍ່ຊົມ ໄຮ້ຄວາມໝາຍ
ເໝືອນຄົນດີ ມີສີນທັມ ກໍໄຮ້ຄ່າ
ຖ້າຫາກວ່າ ຄົນບໍ່ຍ້ອງ ຕ້ອງສູນຫາຍ
ທັງຄົນດີ ທັງຄວາມດີ ກໍມະລາຍ
ຄົນຊົ່ວກາຍ ເປັນເຈົ້າ ເສົ້າກະມົນ

ອ່ອນໄວ້ໃຫຍ່ຈິງ

- ລົມພານຕ້ອງ ໃບຕອງຂຸຍວາຍ
ກ້ານຕອງກວັກໄກວ່ໂຍ້ນ ໂຍນນ້າວແກວ່ງໄກວ
ເຫັນພຸ່ມພິວຍອດໄມ້ ນ້ອມງ່າຕາມລົມ
ແນມເບິ່ງສາຍທາຣິນໃຫຼ ເຮັ່ງແຮງລົງພື້ນ

- ແມ້ງເມື່ອເວລານັ້ນ ມີ້ມ່ວງກົກຕານ
ໃບບໍ່ຕາມນໍາລົມ ໂຄ່ນຫັກຖະຫຼາລົ້ມ
ດີແຕ່ກົກຂາມນັ້ນ ໃບບາງງ່າອ່ອນ
ລົມຫາກມາຟາດຕ້ອງ ຢັງຄົງໝັ້ນບໍ່ຝັ່ນເຟືອນ

- ຍາມນັ້ນ ຮຽມຫາກມອງສອດສິ້ງ ຊອມເບິ່ງຫຼິງດູ
ຮຽວໃຜ່ທັງງ່າຂາມ ໂອນຕາມລົມຕ້ອງ
ຮຽວໃຜ່ຍາມລົມຕ້ອງ ກົກໃບໂອນອ່ອນ
ຕົ້ນຂາມຕົ້ນໃຫຍ່ແທ້ ຫືກໜາໝັ້ນງ່າບໍ່ແຂງ

- ຢູທ່າງຢືນຢູ່ຢັ້ງ ຍືນຢູ່ຄົງທົນ
ແມ່ນວ່າລົມແຮງພັດ ກໍບໍ່ກົວເກງລົ້ມ
ເໝືອນກັບຄົນເຮົານີ້ ທໍາຕົວໃຫ້ໂອນອ່ອນ
ນົບນອມໄຫວ້ ວັນທານ້ອມເນັ່ງແນ

- ເຖິງວ່າເປັນຜູ້ກ້າ ປັນຍາເລີດເກີນພິກັດ
ຍັງຍ່ອມເຊຊວນຕົກ ຫຼົ່ນລົງຈໍາພື້ນ
ຫາກບໍ່ທໍາຕົວພ້ຽງ ສະເໝີພຽງຮຽວໃຜ່
ຍູງຍາງບົກດູ່ແຕ້ ຍັງຍອມແພ້ພ່າຍລົມ

- ລົມອ່ອນນິ້ມ ແຕ່ແຂງແກ່ນແຮງກະທົບ
ຕໍາດູ່ຍາງຍູງຫັກ ໂຄ່ນກົກຈໍາພື້ນ
ຮຽວໃຜ່ທັງລໍາຕົ້ນ ໃບບາງຕົ້ນກໍອ່ອນ
ຕົ້ນຂາມໃບແລບນ້ອຍ ກົກໝັ້ນງ່າໜຽວ

- ບໍ່ຮ່ອນຫັກໂຄ່ນຕົ້ນ ສະເໝີດັ່ງຍູງຍາງ
ໄຂວ່ຂີນຍືນລຽນຖັນ ຕ້ານລົມກໍຍັງລົ້ມ
ຍົກໃຫ້ເຫັນປະເດັນເລື້ອງ ກະບວນຄວາມຄອງນັກປາດ
ຊາດເມທີຍ່ອມອ່ອນນ້ອມ ວາຈາພ້ອມພໍ່າກາຍ

- ໝາຍວ່າຊາດຜູ້ຮູ້ ຄວນຜີກໄພພິບັດ
ສັດຕູມານຄວນເກງ ຢ່າຫຼົງໃຫຼໄດ້
ອັນວ່າຄົນຄຽງໃກ້ ຄວນຂາມຢ່າປະໝາດ
ຊາດງູເຖິງວ່າເປັນຕົວນ້ອຍ ລະວັງໄວ້ພິດມັນ

- ຈົ່ງຈື່ຈໍາໄຈວ້ໆ ຮອນຮໍ່າຮໍາເພິງ
ໃຫ້ຮີບຕອງຕາຄິດ ໃສ່ໃຈຈໍາໄວ້
ຢ່າໄດ້ຫຼົງໃຫຼແທ້ ໄພມາບໍ່ຮູ້ເມື່ອ
ບູຮານສອນສັ່ງໄວ້ ຄວນໃຫ້ຮໍ່າເພິງ ແທ້ເນີ

໑.ຕ້ອງ
໒.ຍົກ
໓.ຂາມ
໔.ຮີບ
໕.ຜີກ
໖.ໄຈວໆ
໗.ຍູທາງ
໘.ຫຶກຫນາ
໙.ຫຼິງດູ

ຍົດສັກ

ຢາກຮັ່ງມີດີໄດ້ ອ່ານນີ້

- ສີລຂໍ້ໜຶ່ງໃຫ້ຫຼີກເວັ້ນ ຝູງແຫ່ງປານາ
ຄືຂ້າສັດມີຄຸນ ບຽດບຽນຈົນຕາຍສິ້ນ
ທັງຊີວິນຄົນດ້ວຍ ຢ່າທຳລາຍໃຫ້ຊີບລ່ວງ
ລວມທັງບັງບຽດດ້ວຍ ພະຍາມຂ້າຈ່ອງຜານ

- ສິລຂໍ້ທີສອງນັ້ນ ອະທິນນາທານາ ໃຫ້ລະເວັ້ນລັກເຄື່ອງເຂົາ
ລອບລັກທັງຂະໂມຍຂອງ ບັງບຽດເອົາມາໄວ້
ຂອງທີ່ເຂົາບໍ່ໃຫ້ ຢ່າງຈົງໃຈລັກລອບ
ທັງຂອງສົງຂອງລັດດ້ວຍ ກະທຳແລ້ວບາບມະຫັນ

- ສີລຂໍ້ທີສາມນັ້ນ ກາເມແຫ່ງສຸມິສາຈານ
ເສບເມຖ​ຸນນະທັມ ນອກຈາກຜົວເມັຍແກ້ວ
ລູກຂອງເຂົາຈົ່ງໄກເວັ້ນ ຜົວເມັຍເຂົາຈົ່ງລະຫ່າງ
ຄົນທີ່ເເຂົາຮັກຫໍ່ແທ້ ຢ່າລ່ວງເກີນປະເວນີນັ້ນຈົ່ງຫຼິກໄກ

- ສີລຂໍ້ທີສີ່ຈົ່ງຢ່າໄດ້ ເວົ້າລ່າຍບັງປິດ
ສຸສາວາທາ ເວົ້າບໍ່ຈິງລວງລໍ້
ການເວົ້າຈາຂີ້ສໍ້ ລວງປິດບັງລ້ຽວຕໍ່
ມີຄຳໃດເວົ້າໃຫ້ແຈ້ງ ຢ່າບິດບ້ຽງເສື່ອງຄວາມ

- ສິລຂໍ້ທີຫ້າເປັນຕົ້ນເຫງົ້າ ພາໃຫ້ລ່ວງທຳລາຍສິນ ທັງໝົດ
ຄືສຸລາຢາເມົາ ພ້ອມພ​ໍ່າມົວເມົາບ້າ
ກັບການຫຼົງໃຫຼຊັ້ນ ອຳນາດສູງຍົດໃຫຍ່
ທັງຊົນຊັ້ນກໍນັບໄດ້ ລວມເຂົ້າເປັນເລື່ອງເມົາ

ເມົາຍົດລືມຕາຍສ້ຽງ ບໍ່ຮູ້ເມື່ອຄິງຄັກ
ເມົາກາຍວາຍຊີວາ ບໍ່ເມື່ອຄິງຈັກດີ້
ເມົາຜົວເມັບນັ້ນ ລືມວົງວານພໍ່ແມ່
ຄັນເມົາຂອງໝູ່ນີ້ ທຳລາຍສ້ຽງຍອດສິນ ທ່ານເອີຍ.

ຈະໄຫວ້ພຣະແທ້ ຫຼືພຣະຄຳ

ມີພຣະຄຳຫຼາ​ວງຫຼາຍ ມາກມາຍມູນ
ກໍບໍ່ຄູນຫາກທຳຊົ່ວ ມົວຕັນຫາ
ແມ່ນໄຫວ້ວອນຂໍພອນ ຈາກອິນທາ
ກໍຫາຄ່າຄວາມຄູນ ນັ້ນບໍ່ມີ

ມີພຣະແກ້ວພຣະຄຳ ອົງປະເສີດ
ກໍບໍ່ເກີດປະໂຫຍດ ຫາກໂສດສີ
ເກີດເປັນວັນສ້າງແຕ່ກຳ ຄວາມອັບປີ
ເລື່ອງບໍ່ດີກໍມາແທນ ແສນທຸກທົນ

ອັນພຣະດີ ມີມາກມາຍ ຫຼາຍເຫຼືອແທ້
ຄົນເກົ່າແກ່ ສ້າງໄວ້ ທົ່ວທຸກຫົນ
ຫາກຄົນດີ ບູຊາພຣະ ໄວ້ກັບຕົນ
ຍ່ອມສົ່ງຜົນ ໃຫ້ຜູ້ໄຫວ້ ໄດ້ສຸກນຳ

ມີພຣະດີດີບໍ່ເກີດ ຫາກທຳຊົ່ວ
ຖ້າບໍ່ຄວ່າ ໄຫວ້ວອນພຣະ ທຸກເຊົ້າຄ່ຳ
ມີພຣະດີ ຫາກຈິດໃຈ ບໍ່ນ້ອມນຳ
ເຮັດດ້ວຍຄຳ ເປັນພຽງຄຳ ບໍ່ມີຄູນ

ມັນຕ່າງ

ແຕ່ກີ້ຊາຍໃດກ້າ ຫານຢາຍຈອກສຸຣາ
ໃຫ້ແກ່ນາຣີກິນ ໂລກປະນາມວ່າຊາຍບ້າ
ດຽວນີ້ຍິງໃດຫານຢາຍເຫຼົ້າ ໃຫ້ຊາຍກິນຕາມສັ່ງ
ຍິງນັ້ນຫອມທົ່ວບ້ານ ຊາຍໂຮມຕ້ອນທຸກວັນ

ຊາຍໃດຖົງເງີນຕຶ້ງ ເຕັມປານເຈັ້ຍເສັດ
ຊາຍນັ້ນຍິງທົ່ວດ້າວ ສງວນເຂົ້າທຽບທຽມ
ຍິງໃດຊ່າງຊອກໃຊ້ ເງິນມາກມາມື
ແມ່ນໄດ້ມາທາງໃດບໍ່ຫົວຊາ ວ່າແຕ່ມີເງິນໃຊ້

ຊາຍໃດມີເມັຍຊ້ອນ ສາມຫາວຈາກັບສາວອ່ອນ
ຊາຍນັ້ນເຂົ້າກ່າວທານທົ່ວບ້ານ ວ່າໄກ້ແຈ້ຈອບສາວ
ດຽວນີ້ຊາຍທົ່ວດ້າວ ເມັຍບໍ່ມາກຫຼວງຫຼາຍ
ເຫຼືອນັ້ນເປັນພຽງກິ້ກ ແກ້ເຫງົາຍາມເມັຍປ້ອຍ

ດຽວນີ້ ສັງຄົມກ້າວ ພັດທະນາການໄປທາງເສື່ອມ
ຄົນນິຍົມທົ່ວດ້າວ ໃຜໄປຄ້ານເພິ່ນວ່າເຊີຍ
ຫົວບູຮານແທ້ເວີ້ຍ ເປັນຄົນໂງ່ບໍ່ທັນຄົນ
ສັງຄົມມັນພາເປັນ ຫາກປ່ຽນໄປພໍແຮງແລ້ວ

ສັງຄົມກ້າວ ການຫຍັງກໍຈັກເສື່ອມ
ວັດທະນະທັມຮີດເຄົ້າ ລືມຈ້ອຍຄ່າບໍ່ສູງ
ທັມມະກໍດ່າງດ້ວຍ ເຂົາກ່າວວ່າພຣະບໍ່ສອນ
ພຸດໂທທັມທັງສົງ ບໍ່ຮູ້ຈັກພໍນ້ອຍ

ພຣະເທດສອນສັມມາເວົ້າ ຈາຄວາມຄຳເທດ
ເຂົາກໍຫາເຫດເລື່ອງ ວ່າພຣະປ້ອຍດ່າບໍ່ເຊົາ
ຄັນວ່າພຣະກ່າວເວົ້າ ຄຳເກົ່າພຣະສັມມາ
ຫາວ່າເອົາຄຳສັງ ມາຈົ່ມຈາບໍ່ເຫັນຮູ້

ຄັນວ່າສັງໂຄເຈົ້າ ເວົ້າຄວາມຄົນໃຫ້ແຈ້ງເຈດ
ເຂົາກໍຫາເຫດເວົ້າ ວ່າພຣະຫຍຸ້ງເລື່ອງເຂົາ
ຄັນວ່າພຣະບໍ່ເວົ້າ ເນົານັ່ງດາດາຍ
ເຂົາກໍວ່າຈາຂານ ບວດດາຍເສັຍແຮງລ້ຽງ

ອັນນີ້ຍັງຄົມກ້າວ ຄົນກາຍກາຍເປັນເປັ້ຍລ່ອຍ
ສະໝອງສູນເສື່ອມສ້ຽງ ກາຍເປັນບ້າຢູ່ບໍ່ເຊົາ
ໃຜຫາກຄິດໄຄ່ຮູ້ ໃນເຫດແຫ່ງຄວາມເປັນໄປ
ຂໍຈົ່ງພິຈານຄິດ ໃຫ້ຖືກຄອງຄຳເຄົ້າ

ສັງຄົມຄົນຄາວນີ້ ມີຫຼາຍອັນແປກຕ່າງ
ຄວາມດີກັບເປັນຮ້າຍ ຄວາມໃດດ້ອຍພັດຖືກໃຈ
ອັນໃດທຳແລ້ວຫຍຸ້ງ ໃຫ້ຄິດເບິ່ງໃຫ້ມັນຄັກ
ຢ່າຊິເອົາຕາມໃຈ ຊົ່ວຊິມາພາຍຊ້ອຍ

ສອຍວອຍໂລກາສ້ວຍ ຄັນກະສວຍໜີກີ່
ຄວາມດີໜີຫຼີກເວັ້ນ ອະກຸສົນເຂົ້າຄອບຄອງ
ໃຜຫາກຖືທັມແທ້ ຈະສຸກໃຈອັນເລີດ
ໃຜບໍ່ຮູ້ຮີດເຄົ້າ ໄຟຈັກໃໝ້ລະຫວ່າງຊວງ ບໍ່ຢ່າແລ້ວ
 

ເປັນໄປໄດ້ທັງນັ້ນ


ຍົນບິນບົນຢູ່ຟາກຟ້າ ນໍ້າໃຫຍ່ຍັງຖ້ວມຕີນ
ນໍ້າຖ້ວມດິນທໍລະນີຫຼຸບ ພັດຖ້ວມຍົນນໍາພ້ອມ
ສັງບໍ່ບິນເຫີນຟ້າ ນໍ້າໃຫຼມາບິນຫຼີກ
ສົມກັບວ່າເປັນເຈົ້າ ເວຫາພຸ້ນຟາກພະໂຍມ

ເໝືອນບູຮານກ່າວໄວ້ ສອນສັ່ງແຕ່ເດີມດາ
ນໍ້າຖ້ວມນາປາກິນນາມົດ ປາພາກພູມນູມທ້ອງ
ບາດວ່າເຖິງຄາວຮ້າຍ ນໍ້າບົກລົງແຫ້ງເຫືອດ
ມົດກໍດີໃຈລົ້ນ ອາຫານຊ້ອຍໄດ້ກິນປາ

ຍົນກໍເປັນດັ່ງນັ້ນ ຈະເກ່ງກາດໃນເວຫາ
ປາກໍຊຽນແຕ່ໃນໜອງ ບຶ່ງຄອງທາລານໍ້າ
ອັນວ່າຄວາມເກ່ງນັ້ນ ທັງດີທັງເດັ່ນ
ມັນກໍເປັນດັ່ງນັ້ນ ຈະທຽມຊັ້ນກັນບໍ່ມີ

ດ້ວຍເຫດນີ້ ເພິ່ນຈຶ່ງສອນສັ່ງໄວ້ ຕັ້ງແຕ່ເກົ່າບູຮານເຫິງ
ຄວນແກ່ພິຈານຄັກ ໃຫ້ຮູ່ງຫວນເຫັນແຈ້ງ
ຍາມເມື່ອເຮືອຄາແກ້ງ ກວຽນເຫັນໃຫ້ກວຽນແກ່ ແດ່ເດີ
ຍາມເມື່ອຮອດແມ່ນໍ້າ ເຮືອຊິໄດ້ແກ່ກວຽນ

ຄົນເຮົາກໍເປັນດັ່ງນັ້ນ ຢ່າລືມຮີດຄອງລາວ
ບໍ່ມີໃຜຈະດີໝົດ ເລີດກວ່າກັນຈັກດີ້
ຍາມເມື່ອສຸກຂີແລ້ວ ລວຍດີມີຮັ່ງ
ຈົ່ງຄິດເຫັນພີ່ນ້ອງ ທໍາດີໄວ້ຈຶ່ງຊີຄູນ ທ່ານເອີຍ

15/9/55

ຍິ້ມຮັກນິຣັນ


ເງິນນໍເງິນ


ແມວໂຜດ


ຂັນຕິ-ໂສຣັຈຈະ


13/9/55

ເເມວໂຜດ

ເເມວໂຜດ
--------------------
- ສຽງແມວຮ້ອງແຈ້ວໆ ແມວແມ່ວແຊວໆ
ດັງເປັນແລວຕາມລົມ ຂ້າງສິມສາລານ້ອຍ
ວອຍໆໂຫຍຫວນໃຫ້ ເອີ້ນຮຽກຫາພໍ່ແມ່
ແມວນ້ອຍແດດ່າວດິ້ນ ຍັງນ້ອຍຍ່າງບໍ່ເປັນ

- ແມວນ້ອຍຊຸມສໍ່ານີ້ ຄົນນຳມາໂຜດກາງວັດ
ຫວັງກຳຈັດຄວາມອຸກ ທຸກຈາກສຽງມັນຮ້ອງ
ເອົາມາກອງກັນໄວ້ ໄລລາປະປ່ອຍ
ແມວນ້ອຍຮັບກຳແທ້ ບໍ່ເຄີນໄດ້ສ້າງເວນ

- ຄົນເປັນຜູ້ກໍ່ສ້າງ ກຳກ່ອນເກີນກຳນົດ
ບໍ່ສົນກົດແຫ່ງກຳ ທີ່ຕົນທຳລົງໄວ້
ລ້ຽງແມວຫວັງພຽງໃຫ້ ຍາມໜູອາລະວາດ
ບາດໜູຫາຍສາບກ້ຽງ ແມວກໍໄຮ້ຄ່າຄຸນ

- ຊໍ້າບໍ່ໜຳຍັງສ້າງຮຸ້ນ ເພີ່ມກຳໃໝ່ໃນກາງວັດ
ໂຜດແມວຫວັງພຽງຫວິດ ໃຫ້ຫ່າງຫູບໍ່ຫວນຮູ້
ຍັງຖູທຳກຳສ້າງ ອະກຸສົນອັນເປັນບາບ
ແມວນ້ອຍຊ່ວຍຕົວເອງບໍ່ມົ້ມ ແນວນີ້ສ້າງເວນ ທ່ານເອີຍ

- ຄວາມທຸກໃນໂລກນີ້ ບໍ່ເທົ່າພາກມານດາ
ພາກບິດາທັງວົງສາ ຖິ່ນພູມພົງເພື່ອນ
ຫ່າງທັງໃຈກາຍໝອງໃໝ້ ຫິວໂຫຍຂາດທີ່ເພິ່ງ
ຊ່ວຍຕົວເອງຍັງບໍໄດ້ ໄພຍັງມີຮອບດ້ານ
---ໃຜຫານທຳແບບນີ້ ຄົງປູ້ຍິ່ງກວ່າແມວ ແງ່ວໆໆໆ.
-------------

ພອ.ເນືອງພິລັກ ໂຊຕິທອນ(ສາຍເຊລຳເພົາ) 13/09/12