17/2/55

ດວງ

ເດັກ-ຫາກເປັນທາງທັມ ຄື ທຳຕົນເຊື່ອຟັງຜູ້ໃຫຍ່ ຖືເໝືອນເດັກຕ້ອງຟັງຄຳຜູ້ໃຫຍ່

16/2/55

ວິມານເມກ


ສາຍນຳ້ຂອງ


ນຳ້ຂອງບ້ານຂ້ອຍ


ແສງສະຫວ່າງທັງ


ປ.ປາ


11/2/55

ດອກຊາຍເຫີນ


ຫຼັບນ້ອຍນີ້ການຫາຍ ຫຼັບຫຼາຍນີ້ການມາກ


ດອກຊາຍຫອມ


7/2/55

ຄວາມດີບໍ່ມີຂາຍ


3/2/55

ຝົນຕົກລິນເດືອນສາມອອກໃໝ່

ວັນນີ້ ຕື່ນແຕ່ເຊົ້າ ມື້ໃໝ່ວັນສຸກ
ອອກໃໝ່ສິບເອັດຄ່ໍາເດືອນສາມ ຣືກເດືອນດາວຕັ້ງ
ກົງກັບວັນທີສາມເຂົ້າ ກຸມພາຟ້າໃໝ່
ສອງພັນສິບສອງທ່ຽງແທ້ ວັນມື້ປ່ຽນໄປ

ບໍ່ຄິດວ່າຊິເປັນໄປໄດ້ ຝົນທັ່ງເທລົງ
ບໍ່ເປັນໄປຕາມທີ່ເຄີຍເປັນ ດັ່ງຫຼັງຄາວກີ້
ອັນນີ້ຝົນລິນຍ້ອຍ ທັງວັນບໍ່ເວັ້ນຫວ່າງ
ທົ່ງນານໍ້າລັ່ງລົ້ນ ນອງຖ້ວມອັງຖະໜົນ

ແຕ່ກ່ອນຄາວເກົ່າກີ້ ບູຮານກ່າວຂານໄຂ
ເປັນສໍານວນຄໍາສອນ ບອກມາໃຫ້ເຫັນຮູ້
ຝົນບໍ່ຂາດເດືອນສາມແທ້ ຝົນບໍ່ຮາມເດືອນສີ່
ຄັນວ່າເວັ້ນແທ້ໆ ເດືອນຈຽງຍີ່ນັ້ນບໍ່ມີ

ປີນີແປກຕ່າງແທ້ ເດືອນຈຽງຍີ່ຝົນຕົກ
ເຖິງວ່າຮໍາພຽງເປັນຝອຍ ກໍຕ່າງຫຼັງພໍແຮງແລ້ວ
ວັນນີ້ເດືອນສາມຂຶ້ນ ພໍພຽງສິບເອັດຄໍ່າ
ຝົນຕົກລິນລັ່ງລົ້ນ ປານກັບຟ້າລະດູຝົນ

ເຂົາວ່າເດືອນສາມຄ້ອຍ ຝົນຝອຍຮໍາຟັດມ່ວງ
ມັນບໍ່ຜິດຮີດເຄົ້າ ຄັນຕົກໜ້ອຍດັ່ງເພີ່ນທວາຍ
ອັນນີ້ຝົນຕົກລົງບໍ່ເອື້ອນຮ້ວຍ ຮວຍຮໍ່າລິນຕົກ
ມັນຫາກຜິດຄອງເດີມ ຮີດຄອງທີ່ມີໄວ້

ສົງໃສ ບ້ານເມືອງສ້ວຍ ດັ່ງຄໍາທວາຍຂອງຄົນເກົ່າ
ຄົນບໍ່ຖືຮີດເຄົ້າ ບູຮານຕັ້ງແຕ່ງມາ
ພໍສໍສອງພັນຫ້າ ໂລກາໄຫວ້ຫວັນ
ລາວທັງເໜືອແລະໃຕ້ ຊິໃຫຼເຂົ້າສູ່ວຽງ

ບັດນີ້ ຊິໄດ້ທວາຍບອກໄວ້ ໃຫ້ຄ່ອຍຟັງເອົາ
ປີກາຍຝົນຕົກຫຼາຍ ນໍ້າຖ້ວມຫຼວງຫຼາຍໝ້ອງ
ປີນີຝົນຊິແລ້ງ ບໍ່ຮໍາຮວຍໃຫ້ຄອງເບິ່ງ
ຍາມແລ້ງຝົນກັບລິນ ຍາມຝົນນໍ້າຊິແຫ້ງ ນາເຂົ້າຊິເລົ່າຕາຍ

ບໍ່ແມ່ນເວົ້າໃຫ້ຮ້າຍ ໃຫ້ຊອມເບິ່ງນໍາກັນ
ເດືອນຫົກຝົນຕົກລິນ ເດືອນແປດມາຝົນຊິແລ້ງ
ເດືອນເກົ້າສິບລໍາຄອງແຫ້ງ ນາສວນຊິນໍ້າເຂຣນຂາດ
ໂລກລະບາດຊິເກີດຂຶ້ນ ຄວາມອືດຢາກຊິເກີດມີ ແທ້ແລ