12/5/57

ສະບາຍດີປີມ້າ

ສະບາຍດີປີມ້າ
--------
- ມະສິງແບ້ກະໂດດເຕັ້ນ ໄກຈາກໄລໜີ
ມະມີຍ໌ມ້າອັດສະດອນ ເຕັ້ນກະຈອນເນົາຢັ້ງ
ສ້າງພະລັງແຂງເຂັ້ມ ໃຫ້ລາວເຮຶອງຮອງອາດ
ປະຊາຊາດເຜົ່າເຊື້ອ ເຄືອລາວລ້ວນຊື່ນມະໂນ
ຊາວລາວເອ້ອາດໂອ້ ຊ້ອຍຊື່ນມະໂນຈິດ
ສ້າງສາພັດທະນາຊິວິດ ຢ່າງຊື່ນຊົມແຊມຊ້ອຍ
ເດີນຕາມຮອຍທາງຊີ້ ປະເພນີແຕ່ບັ້ນປູ່
ເຊິດຊູສິນທຳວັດທະນະທຳແບບເບື້ອງ ໃຫ້ເຮືອງກ້າວກວ່າແຕ່ເດີມ
ສ້າງຊິວິດໃຫ້ເດັ່ນເພິ້ມ ເສີມຕໍ່ຕາມແນວທາງ
ຍົກລະດັບຈິດໃຈ ພ້ອມປັນຍາເຍືອງໄວ້
ໃຫ້ມັນໄວປານມ້າ ອາຊາໄນແນວເກ່ງ
ແຕ່ສຸຂຸມຮຽບຮ້ອຍ ງາມລະຫ້ອຍຊື່ນຊົມ
-ຄົນ ລາວບໍ່ເຄີບຂາບກົ້ມ ຈຳນົນຕໍ່ຊີວິດ
ມີພະລັງແນວຄິດ ຍອດຄົນມານານລໍ້າ
ເຫັນຫໍຄໍາລາຊະວັງນັ້ນ ຫຼືວັດວາພຸດທະສາດ
ຍອດຊໍ່ຟ້າອາດຕັ້ງ ຊູຊີ້ສູ່ເບື້ອງບົນ
- ປິດສະໜາທີ່ສືບຄົ້ນ ສິລະປະຊາດວັດທະນາ
ລາວເຮົາມີແນວທາງ ຍອດປັນຍາສັດທາກ້າ
ວັດທະນະທຳນຳໜ້າ ໃຫ້ລາວຄົງດຳລົງຊາດ
ພັດທະນາຮອບດ້ານ ລາວຈຶ້ງຢັ້ງຢູ່ຄູ່ດາວ
- ລາວເຮົານີ້ເຊື້ອຊາດກ້າວ ມາຈາກແດນດວງດາວ
ຈຶ່ງໄດ້ມາເປັນລາວ ແຕ່ຂຸນບູລົມພຸ້ນ
ພະຍາແຖນຕະກູນເຄົ້າ ຄົນລາວຄວນຮໍ່າ
ສ້າງຊາດລາວໃຫ້ເລີດລໍ້າ ຢ່າລືມເລື່ອງເຜົ່າຕະກູນ
- ປີນີ້ ເປັນປີມ້າ ມາຄອບຄອງເມືອງ
ລາວຈົ່ງເຮືອງຮອງໃສ ຢູ່ສະບາຍສຸກລົ້ນ
ສ້າງຕົນໃຫ້ເປັນເຈົ້າ ຂະໜົງແຂງເດັດຂາດ
ສ້າງຕົນ ສ້າງຄົນ ສ້າງຊາດໝັ້ນ ນິລັນເລື້ອຍຕະຫຼອດການທ່ານເອີຍ.
(ຈົບບໍລິບູນ)

ຄຳສັບຍາກ
- ອັດສະດອນ(ມ້າດີຍິ່ງກວ່າມ້າ, ສັດທີ່ເກີດຈາກພໍ່ເປັນລາ ແມ່ເປັນມ້າ ຄືລໍ)
- ອາຊະໄນ(ມ້າຕະກູນດີ, ມ້າຝືກຫັດລ້ຽງດີ, ມ້າສາຍພັນດີ) ຄວາມໝາຍ ໝາຍເຖິງຄົນຜູ້ມີຄວາມຮູ້ປັນຍາດີ ທີ່ຄິດໄດ້ຢ່າງໄວວາ ໃນພຸດທະສາສະໜາ ມະນຸດມີປັນຍາດີ 4 ຈຳພວກ ຄື ບູລຸດອາຊາໄນ ໝາຍເຖິງພະອໍລະຫັນ ໃນຈຳພວກສັດມີ 3 ຄື ຊ້າງອາຊາໄນ, ມ້າອາຊາໄນ, ໂຄອາຊາໄນ).
- ມະສີງ (ພາສາລາວເດີມ) ພາສາລາວໃໝ່ ກຳເນີດທີ່ວຽງຈັນ ມະເສງ.
- ມະມີຍ໌(ພາສາລາວເດີມ)ພາສາລາວໃໝ່ ກຳເນີດທີ່ວຽງຈັນ ມະເມັຍ.

ເພາະມີຕາ ຈຶ່ງຕ້ອງການແວ່ນ


ບົດຮຽນຈາກຈີນ ເຖິງອະເມຣິກາ



ຄຸນພໍ່ແມ່


ສິນ 5 ຄຳກອນ

ສິນ 5 ຄຳກອນ
- ປະການໜຶ່ງ ໃຫ້ຫຼີກເວັ້ນຈາກການຂ້າ ບັງບຽດຝູງສັດ ກັບທັງຄົນຈົນມ
ໍລະນັງມ້ຽນ
- ປະການສອງ ໃຫ້ຫຼີກເວັ້ນ ກາົກຂະໂມຍຂອງ ຄັນບໍ່ແມ່ນຂອງເຮົາຢ່າກອບໂກຍເອົາໄວ້
- ປະການສາມ ໃຫ້ຫຼີກເວັ້ນລະເມີດຮີດປະເວນີ ຜົວເມັຍເຂົາໃຫ້ເອົາຈຳເວັ້ນ ກັບທັງບຸດທິດາເຂົາດ້ວຍ ຢ່າລ່ວງເກີນຈົ່ງຈຳໄວ້
- ປະການສີ່ ໃຫ້ຫຼີກເວົ້າຕົວລ່າຍລວງອຳ ເວົ້າບໍ່ຈິງບໍ່ຄວນຈາຕ້ານ
- ປະການຫ້າ ໃຫ້ຫຼີກເວັ້ນການດື່ມເຫຼົ້າ ກັບຂອງສິ່ບມຶນເມົາ ອັນເປັນທາງພາເສັຍທຸສິນໝົດກ້ຽງ.

(ພຣະເນືອງພິລັກ ໂຊຕິທັມໂມ ແຕ່ງ ປີ 1994 ຂະນະທີ່ໃຊ້ນາມປາກກາວ່າ ກະວິວັງໂສ)

ສີລຫ້າຄຳກອນ

(ສີລຫ້າຄຳກອນແບບ ໒)

-- ສີລຂໍ້ໜຶ່ງໃຫ້ຫຼີກເວັ້ນ ຝູງແຫ່ງປານາ
ຄືຂ້າສັດມີຄຸນ ບຽດບຽນຈົນຕາຍສິ້ນ
ທັງຊີວິນຄົນດ້ວຍ ຢ່າທຳລາຍໃຫ້ຊີບລ່ວງ
ລວມທັງບັງບຽດດ້ວຍ ພະຍາມຂ້າຈ່ອງຜານ

- ສິລຂໍ້ທີສອງນັ້ນ ອະທິນນາທານາ ໃຫ້ລະເວັ້ນລັກເຄື່ອງຂອງເຂົາ
ລອບລັກທັງຂະໂມຍຂອງ ບັງບຽດອົມເອົາໄວ້
ຂອງທີ່ເຂົາບໍ່ໃຫ້ ຢ່າຈົງໃຈຄອງຄອບ
ທັງຂອງສົງຂອງລັດດ້ວຍ ກະທຳແລ້ວບາບມະຫັນ

- ສີລຂໍ້ທີສາມນັ້ນ ກາເມແຫ່ງສຸມິສາຈານ
ເສບເມຖຸນນະທັມ ນອກຈາກຜົວເມັຍແກ້ວ
ລູກຂອງເຂົາຈົ່ງໄກເວັ້ນ ຜົວເມັຍເຂົາຈົ່ງລະຫ່າງ
ຄົນທີ່ເເຂົາຮັກຫໍ່ແທ້ ຢ່າລ່ວງເກີນປະເວນີນັ້ນຈົ່ງຫຼີກ

- ສີລຂໍ້ທີສີ່ຈົ່ງຢ່າໄດ້ ເວົ້າລ່າຍບັງປິດ
ມຸສາວາທາ ເວົ້າບໍ່ຈິງລວງລໍ້
ການເວົ້າຈາຂີ້ສໍ້ ລວງປິດບັງລ້ຽວຕໍ່
ມີຄຳໃດເວົ້າໃຫ້ແຈ້ງ ຢ່າບິດບ້ຽວເສື່ອງຄວາມ

- ສິລຂໍ້ທີຫ້າເປັນຕົ້ນເຫງົ້າ ພາໃຫ້ລ່ວງທຳລາຍສິນ ທັງໝົດ
ຄືສຸລາຢາເມົາ ພ້ອມພໍ່າມົວເມົາບ້າ
ກັບການຫຼົງໃຫຼຍົດສັກຊັ້ນ ອຳນາດສູງຕຳແໜ່ງໃຫຍ່
ທັງຊົນຊັ້ນກໍນັບໄດ້ ລວມເຂົ້າເປັນເລື່ອງເມົາ

ເມົາຍົດລືມຕາຍສ້ຽງ ບໍ່ຮູ້ເມື່ອຄີງຄັກ
ເມົາກາຍວາຍຊີວາ ບໍ່ເມື່ອຮູ້ເມື່ອຄີງຈັກດີ້
ເມົາຜົວເມົາເມັຍນັ້ນ ລືມວົງວານພໍ່ແມ່
ຄັນເມົາຂອງໝູ່ນີ້ ທຳລາຍສ້ຽງຍອດສິນ ທ່ານເອີຍ.

ສາຍເຊລຳເພົາ ແຕ່ງ (໒໕ ສິງຫາ ໒໐໑໑)

ກະວີຕາມຮອຍປູ່ 2 ບົດ.

4/5/57

ສີນ ທານ ພາວະນາ


ຢາກແຕ່ງກອນ ວັນເດັກນ້ອຍສາກົນ