12/5/57

ສະບາຍດີປີມ້າ

ສະບາຍດີປີມ້າ
--------
- ມະສິງແບ້ກະໂດດເຕັ້ນ ໄກຈາກໄລໜີ
ມະມີຍ໌ມ້າອັດສະດອນ ເຕັ້ນກະຈອນເນົາຢັ້ງ
ສ້າງພະລັງແຂງເຂັ້ມ ໃຫ້ລາວເຮຶອງຮອງອາດ
ປະຊາຊາດເຜົ່າເຊື້ອ ເຄືອລາວລ້ວນຊື່ນມະໂນ
ຊາວລາວເອ້ອາດໂອ້ ຊ້ອຍຊື່ນມະໂນຈິດ
ສ້າງສາພັດທະນາຊິວິດ ຢ່າງຊື່ນຊົມແຊມຊ້ອຍ
ເດີນຕາມຮອຍທາງຊີ້ ປະເພນີແຕ່ບັ້ນປູ່
ເຊິດຊູສິນທຳວັດທະນະທຳແບບເບື້ອງ ໃຫ້ເຮືອງກ້າວກວ່າແຕ່ເດີມ
ສ້າງຊິວິດໃຫ້ເດັ່ນເພິ້ມ ເສີມຕໍ່ຕາມແນວທາງ
ຍົກລະດັບຈິດໃຈ ພ້ອມປັນຍາເຍືອງໄວ້
ໃຫ້ມັນໄວປານມ້າ ອາຊາໄນແນວເກ່ງ
ແຕ່ສຸຂຸມຮຽບຮ້ອຍ ງາມລະຫ້ອຍຊື່ນຊົມ
-ຄົນ ລາວບໍ່ເຄີບຂາບກົ້ມ ຈຳນົນຕໍ່ຊີວິດ
ມີພະລັງແນວຄິດ ຍອດຄົນມານານລໍ້າ
ເຫັນຫໍຄໍາລາຊະວັງນັ້ນ ຫຼືວັດວາພຸດທະສາດ
ຍອດຊໍ່ຟ້າອາດຕັ້ງ ຊູຊີ້ສູ່ເບື້ອງບົນ
- ປິດສະໜາທີ່ສືບຄົ້ນ ສິລະປະຊາດວັດທະນາ
ລາວເຮົາມີແນວທາງ ຍອດປັນຍາສັດທາກ້າ
ວັດທະນະທຳນຳໜ້າ ໃຫ້ລາວຄົງດຳລົງຊາດ
ພັດທະນາຮອບດ້ານ ລາວຈຶ້ງຢັ້ງຢູ່ຄູ່ດາວ
- ລາວເຮົານີ້ເຊື້ອຊາດກ້າວ ມາຈາກແດນດວງດາວ
ຈຶ່ງໄດ້ມາເປັນລາວ ແຕ່ຂຸນບູລົມພຸ້ນ
ພະຍາແຖນຕະກູນເຄົ້າ ຄົນລາວຄວນຮໍ່າ
ສ້າງຊາດລາວໃຫ້ເລີດລໍ້າ ຢ່າລືມເລື່ອງເຜົ່າຕະກູນ
- ປີນີ້ ເປັນປີມ້າ ມາຄອບຄອງເມືອງ
ລາວຈົ່ງເຮືອງຮອງໃສ ຢູ່ສະບາຍສຸກລົ້ນ
ສ້າງຕົນໃຫ້ເປັນເຈົ້າ ຂະໜົງແຂງເດັດຂາດ
ສ້າງຕົນ ສ້າງຄົນ ສ້າງຊາດໝັ້ນ ນິລັນເລື້ອຍຕະຫຼອດການທ່ານເອີຍ.
(ຈົບບໍລິບູນ)

ຄຳສັບຍາກ
- ອັດສະດອນ(ມ້າດີຍິ່ງກວ່າມ້າ, ສັດທີ່ເກີດຈາກພໍ່ເປັນລາ ແມ່ເປັນມ້າ ຄືລໍ)
- ອາຊະໄນ(ມ້າຕະກູນດີ, ມ້າຝືກຫັດລ້ຽງດີ, ມ້າສາຍພັນດີ) ຄວາມໝາຍ ໝາຍເຖິງຄົນຜູ້ມີຄວາມຮູ້ປັນຍາດີ ທີ່ຄິດໄດ້ຢ່າງໄວວາ ໃນພຸດທະສາສະໜາ ມະນຸດມີປັນຍາດີ 4 ຈຳພວກ ຄື ບູລຸດອາຊາໄນ ໝາຍເຖິງພະອໍລະຫັນ ໃນຈຳພວກສັດມີ 3 ຄື ຊ້າງອາຊາໄນ, ມ້າອາຊາໄນ, ໂຄອາຊາໄນ).
- ມະສີງ (ພາສາລາວເດີມ) ພາສາລາວໃໝ່ ກຳເນີດທີ່ວຽງຈັນ ມະເສງ.
- ມະມີຍ໌(ພາສາລາວເດີມ)ພາສາລາວໃໝ່ ກຳເນີດທີ່ວຽງຈັນ ມະເມັຍ.

ไม่มีความคิดเห็น:

แสดงความคิดเห็น