28/5/55

ພຣະປະຕິມາ


ເບິ່ງນານໆ


ຢູ່ໃກ້ກໍໄຮ້ຄ່າ


17/5/55

ຄັນ­ຈັກ­ຮັກ

ຄັນ­ຈັກ­ຮັກ ຈົ່ງ­ຮຽນ­ຮູ້ ­ໃຫ້­ຖືກ­ຕ້ອງ
ຮູ້­ຄັນ­ລອງ ຂອງ­ຄວາມ­ຮັກ ­ໃຫ້ເໝາະ­ສົມ
ຮູ້ເລື່ອງ­ລາວ ກະ­ຕິກາ ຄວາມ­ນິຍົມ
­ແລ້ວມາ­ສົມ ສູດ­ຂອງ­ຮັກ ­ໃຫ້­ຖືກ­ຕົນ

ຄົນ­ບໍ່­ຮູ້ ຈັກ­ຄວາມ­ຮັກ ມັກ­ຈະ­ທຸກ
ທັງ­ຄວາມ­ອຸກ ຄວາມ­ອັ່ງ ທັງ­ຄວາມ­ຂົມ
ປະ­­ໄວ້ເຫິງ ຄວາມ­ຮັກ­ນັ້ນ ອາດ­ລະ­ບົມ
ມັນ­ສະ­ສົມ ­ໄວ້ເຫິງ ທຸກ­ມີ­ຈິງ

ທຸກຮັ່ງຢູ່ທີ່ໃດ

- ຄົນ­ທຸກ­ທຸກເຄື່ອງ­ໃຊ້ ຜ້າ­ຜ່ອນ­ທ່ອນ­ສະ­­ໃບ
ຫາກ­ວ່າ­ໃຈ­ມີ­ທັມ ພັດ­ຢູ່­ສຸກກະ­ເສີມ­ແທ້
­ແມ່ນ­ຈະ­ທໍາການ­ສ້າງ ­ແນວ­ໃດ­ກໍສອດ­ຄ່ອງ
ສຸກມາຄອງ­ໂອບເອື້ອມ ເຫຼືອງເຫຼື້ອມ­ທີ່­ໃຈ

- ຄົນ­ຮັ່ງ­ຮັ່ງເຄື່ອງ­ໃຊ້ ມາຍມາກ­ອັກ­ໂຂ
ຕົນ­ໂຕເຕັມ­ແຕ່­ຄໍາ ມາກ­ມູນ­ຂອງ­ໃຊ້
ມີ­ລົດເກັ່ງ­ຄັນ­ໂກ້ ເຮືອນ­ສູງ­ຕຶກ­ໃຫຍ່
­ໃຈອະ­ທໍາບາບ­ກໍເຂົ້າ ­ໃຈ­ກໍເສົ້າເນົ່າ­ຢູ່­ໃນ ຫັ້ນ­ແລ

ຄົນທໍາມະດາ

ເກີດ­ຢູ່ບ້ານ..............ເຂດ­ປ່າ­ໃນ­ດົງ
ພໍລຸກມາ....................­ແຕ່ງຄົວກິນເຂົ້າ
ມືຄວາ­ພ້າ...................ບາຍເອົາດວງ­ກ່ຽວ
ເດີນ­ມຸ່ງ­ໜ້າ.................­ໄປ­ພ້ອມ­ໝູ່­ຄວາຍ
- ພໍຮອດ­ແລ້ວ.............ເຂດ­ທົ່ງນາເຫຼືອງ
ຜູກ­ມັດ­ຄວາຍ...............ຢູ່ເທິງ­ໂພນ­ນ້ອຍ
ເອົາ­ແພ­ປ້ອງ................ພັນ­ຫົວ­ບັງ­ແດດ
ມືກ່ຽວເຂົ້າ...................ປາກ­ຮ້ອງ­ສົ່ງ­ລໍາ
- ຄົມ­ກ່ຽວ­ຕ້ອງ.............ກໍເຂົ້າຂາດເປັນ­ກໍາ
ຈັບມາ­ໂຮມ..................ພາດ­ລຽນ­ພໍຮ້ອຍ
ສົມ­ຄວນ­ແລ້ວ...............ຕາເວັນ­ຕັ້ງ­ທ່ຽງ
­ໄປເບິ່ງ­ຕ້ອນ................ປາ­ຄ້າງ­ຢູ່­ຫຼາຍ
- ຈັບ­ຄໍ່ດຸກ..................ມາສຽບເປັນ­ໂຕ
ເອົາເກືອ­ໂຮຍ...............ຄິດ­ຢາກ­ກິນ­ປີ້ງ
ປາຂາວ­ນ້ອຍ................ຊຸມ­ມັນ­ຖືກ­ຫຼີ່
ເອົາເຮັດ­ສົ້ມ................ເຂືອ­ນ້ອຍພິກໂຮຍ
- ກິນ­ອີ່ມ­ທ້ອງ..............ຢຸດ­ພັກເອົາ­ແຮງ
ນອນກາງ­ຖຽງ..............ໝູ່ກາວອນ­ຮ້ອງ
ລົມ­ພັດ­ຊ້ອຍ..................ເຢັນ­ດີຍາມ­ທ່ຽງ
­ແດດແກ່ກ້າ...............­ແຮງ­ຂຶ້ນກ­ວ່າຫຼັງ
- ພໍລຸກ­ຂຶ້ນ.................ນ້ໍາສ­ວ່າຍ­ຂັດ­ສີ
ຕາ­ມືນ­ໃສ...................ເບິ່ງ­ໄປນາກ­ວ້າງ
ຈັບເອົາ­ສົ້ມ..................ໝາກຂາມກັດ­ຕື່ມ
ຕາ­ຍິ່ງ­ແຈ້ງ..................ກິນ­ສົ້ມ­ແຈ່ວເກືອ...
- ຕາແຈ່ມແຈ້ງ.............ລົງທົ່ງນາເຫຼືອງ
ໄປຄ່ຽນຄວາຍ.............ແລ່ງດີເຊົາຊົ້ນ
ລົງໄປນໍ້າ.....................ໜອງນາລົງອາບ
ກັບຜູກໄວ້....................ເຊົາຊົ້ນຮົ່ມແກ
 

ປົວແປງຫຼັງນ້ໍາຖ້ວມ

ລາວເຮົາ­ຢູ່­ສູງ­ສຽດ­ຟ້າ­ນ້ໍາ­ຍັງ­ຖ້ວມເສັຍ­ຫາຍ
ນ້ໍາຫຼວງ­ຫຼາຍ­ທັ່ງເທ­ຖ້ວມ­ພູສູງ­ສະ­ເໝີ­ຟ້າ
­ແຂວງ­ວຽງ­ຈັນ­ບໍ່ນ້ອຍ­ໜູງ­ນ້ໍາ­ຍັງ­ກ້າ­ຖ້ວມ
ຊ້າຫຍັງ­ວຽງ­ທ່າ­ແຂກ­ບໍຣິ­ຄັນ­ສະ­ຫວັນ­ຢູ່­ຕໍ່າເຕັ້ຍ­ນໍ້າ­ຊິບໍ່­ຖ້ວມ­ອ່ວມ­ຂັງ

ນໍ້າ­ບົກ­ແລ້ວ­ຍັງ­ຕ້ອງ­ຕັ້ງ ທໍາ­ໜ້າ­ທີ່­ປົວ­ແປງ
ຢຽວ­ຢາ­ທີ່­ສູນເສັຍ­ຈາກ­ໄພມະ­ຫັນ­ນີ້
ທັງ­ທົ່ງນາ­ຜືນກ­ວ້າງ­ດິນດອນ­ອັນກ­ວ້າງ­ໃຫຍ່
ຜົນ­ລະ­ປູກ­ພືດ­ໄມ້­ທີ່ເສັຍ­ຍ້ອນເພາະ­ນ້ໍາ­ຂັງ

ເປັນໄປໄດ້ ທັງນັ້ນ

ຍົນ­ບິນ­ບົນ­ຢູ່­ຟາກ­ຟ້າ ນໍ້າ­ໃຫຍ່ຍັງ­ຖ້ວມ­ຕີນ
ນໍ້າ­ຖ້ວມ­ດິນ­ທໍລະ­ນີ­ຫຼຸບ ພັດ­ຖ້ວມ­ຍົນ­ນໍາ­ພ້ອມ
ສັງ­ບໍ່ບິນເຫີນ­ຟ້າ ນໍ້າ­ໃຫຼມາ­ບິນ­ຫຼີກ
ສົມ­ກັບ­ວ່າເປັນເຈົ້າ ເວ­ຫາ­ພຸ້ນ­ຟາກ­ພະ­­ໂຍມ
ເໝືອນ­ບູຮານ­ກ່າວ­ໄວ້ ສອນ­ສັ່ງ­ແຕ່ເດີມດາ
ນໍ້າ­ຖ້ວມນາປາ­ກິນນາ­ມົດ ປາພາກ­ພູມ­ນູມ­ທ້ອງ
ບາດ­ວ່າເຖິງ­ຄາວ­ຮ້າຍ ນໍ້າ­ບົກ­ລົງ­ແຫ້ງເຫືອດ
ມົດ­ກໍດີ­ໃຈ­ລົ້ນ ອາຫານ­ຊ້ອຍ­ໄດ້ກິນ­ປາ
ຍົນ­ກໍເປັນ­ດັ່ງ­ນັ້ນ ຈະ­ເກ່ງກາດ­ໃນເວ­ຫາ
ປາ­ກໍຊຽນ­ແຕ່­ໃນ­ໜອງ ບຶ່ງ­ຄອງ­ທາລາ­ນໍ້າ
ອັນ­ວ່າຄວາມເກ່ງ­ນັ້ນ ທັງ­ດີ­ທັງເດັ່ນ
ມັນ­ກໍເປັນ­ດັ່ງ­ນັ້ນ ຈະ­ທຽມ­ຊັ້ນ­ກັນ­ບໍ່ມີ
ດ້ວຍເຫດ­ນີ້ ເພິ່ນ­ຈຶ່ງ­ສອນ­ສັ່ງ­ໄວ້ ຕັ້ງ­ແຕ່ເກົ່າ­ບູຮານເຫິງ
ຄວນ­ແກ່­ພິ­ຈານ­ຄັກ ­ໃຫ້­ຮູ່ງ­ຫວນເຫັນ­ແຈ້ງ
ຍາມເມື່ອເຮືອ­ຄາ­ແກ້ງ ກ­ວຽນເຫັນ­ໃຫ້ກ­ວຽນ­ແກ່ ­ແດ່ເດີ
ຍາມເມື່ອ­ຮອດ­ແມ່ນໍ້າ ເຮືອ­ຊິ­ໄດ້­ແກ່ກ­ວຽນ
ຄົນເຮົາ­ກໍເປັນ­ດັ່ງ­ນັ້ນ ຢ່າ­ລືມ­ຮີດ­ຄອງ­ລາວ
ບໍ່ມີ­ໃຜຈະ­ດີ­ໝົດ ເລີດກ­ວ່າ­ກັນ­ຈັກ­ດີ້
ຍາມເມື່ອ­ສຸກ­ຂີ­ແລ້ວ ລວຍ­ດີມີ­ຮັ່ງ
ຈົ່ງ­ຄິດເຫັນ­ພີ່ນ້ອງ ທໍາ­ດີ­ໄວ້­ຈຶ່ງ­ຊີ­ຄູນ ທ່ານເອີຍ

ລູກຄົນອື່ນຊົ່ວເຕັມບ້ານ ບໍ່ເທົ່າກັບລູກຫຼານຕົນໂງ່ຄົນດຽວ

ແມ່­ຕູ້­ແກ້ວ­ລາວ­ຕ້ານ ຈາ­ຈົ່ມ­ບໍ່ເຄີຍເຊົາ
ຍິນ­ແຕ່­ຊ່າຂອງເຂົາ ພັດ­ຖືກ­ໂຕເຕັມກະ­ດົ້ງ
ລູກເຂົາ­ຊົ່ວເຕັມ­ບ້ານ ພານເພອາລະ­ວາດ
ເຮົາຫຼີກ­ລຽງກະ­­ແລ້ວ ບໍ່ມີ­ແປ້ວ­ລະ­ຫວ່າງ­ໃຈ

ບັດ­ນີ້ ເຖິງ­ຄາວ­ຮ້າຍ ເປັນ­ຕາ­ໜ່າຍ­ອາຍ­ຫົວເຂົາ
ລູກ­ຫຼານ­ໂຕ­ປັນຍາເຍົາ ພັດເປັນ­ພານ­ນໍາ­ພ້ອມ
ວຽກ­ບໍ່ງານການ­ບໍ່­ສ້າງ ການ­ສຶກ­ສາ­ບໍ່ເຄີຍເຕື່ອງ
ກັບມາ­ຊົ່ວ­ບັງບຽດ­ຮ້າຍ ທໍາລາຍ­ຖິ້ມ­ໂຄດ­ວົງ­ໄດ້­ແລ້ວ

ລູກເພິ່ນ­ຊົ່ວ­ສະ­ຫຼາດ­ລໍ້າ ຮູ້­ຈັກ­ຖືກ­ຈັກ­ຜິດ
ພໍ່­ແມ່ບອກ­ສອນ­ພໍພຽງ­ຄວາມ ກໍຮູ້­ຈິງ­ປະ­ຈັກ­ແຈ້ງ
ສາມາດ­ກັບ­ຕົວ­ໄດ້ ສະ­ໝອງ­ໄວ­ໃຈສະ­ຫວ່າງ
ຮູ້­ຈັກ­ດີ­ແລະ­ຮ້າຍ ບໍ່­ທໍາລາຍເຊື້ອ­ຊາດ­ວົງ

ອັນ­ນີ້ເປັນ­ຄໍາເວົ້າ ­ແມ່­ຕູ້­ແກ້ວ­ລາວ­ຈົ່ມ­ຈາ
ວາດ­ສະ­ໜາພາເປັນ ລູກ­ຫຼານ­ລາວເປັນ­ແນວ­ນັ້ນ
ມັນ­ສໍາ­ຄັນ­ທີ່­ໃຈ­ຂ້າ ຜູ້­ໄດ້­ຟັງເປັນເລື່ອງ­ໃຫຍ່­ສາ­ແລ້ວ
ຫາກ­ລູກ­ຫຼານ­ລາວ­ທົ່ວ­ບ້ານ ເມືອງ­ນີ້ເປັນ­ດັ່ງ­ນັ້ນ ບ້ານເມືອງເສົ້າ­ຂຸ່ນ­ມົວ­ແທ້­ແລ້ວ

ຄົນ­ລາວ­ຄວນ­ຄົ້ນ­ຄ­ວ້າ ວິ­ໄຈ­ແຍກ­ໃຫ້ມັນ­ຄັກ
ຄົນ­ພານເຕັມ­ທົ່ວເມືອງ ຫາກ­ວ່າ­ມີ­ປັນຍາ­ລໍ້າ
ເອົາ­ສິນ­ທໍາ­ນໍາ­ຊີ້ ອາດ­ກັບ­ດີ­ປ່ຽນ­ແປງ­ໃໝ່
ຫາກ­ຄົນ­ຊື່ບາບ­ໃບ້ ປັນຍາເຍົາ­ບໍ່­ຮຸ່ງ­ຮູ້ ບ້ານເມືອງ­ສ້ວຍເພາະ­­ໂງ່ເຂົາ ທ່ານເອີຍ

ຮຸ່ງອະຣຸນ ຢູ່ບ້ານຂ້ອຍ

ແສງ­ທອງ­ຮຸ່ງ­ຕອນເຊົ້າ ທີ່­ສາລາ­ດ່ານ­ຫາງດອນ­ຂະ­ເໝົາ
ມອງ­ສ່ອງ­ລົງ­ລໍາຂອງ ແລ­ລົງ­ທາງ­ໃຕ້
ເຫັນ­ໝູ່ເຮືອນ­ລຽນ­ລ້າຍ ລອຍ­ຂອງ­ຂຶ້ນ­ລ່ອງ
ຟອງ­ຟາດ­ແຄມ­ແມ່ນໍ້າ ­ແສງ­ທອງເຫຼື້ອມ­ດັ່ງ­ຄໍາ

ຮຽມ­ນັ່ງມອງ­ລົງ­ນໍ້າ ­ແລ­ລ່ໍາາາມ­ລໍາຂອງ
­ແມ່ນໍ້າ­ວັງເວີນເລີກ ກ­ວ້າງເກີນເປັນ­ຕາ­ຢ້ານ
ຫົວດອນ­ຖານຍາວເຍີ້ນ ຫາດເຂີນ­ຂະ­ຫຍາຍອອກ
ດອນກາກາງ­ແມ່ນໍ້າ ­ໃກ­ພຸ້ນ­ແມ່ນດອນ­ພິມານ

ມີດອນ­ນ້ອຍກາງ­ກັນ­ໄວ້ ­ໃຕ້­ຕໍ່າ­ຫົວດອນ­ລຽງ
ເຫັນ­ແຕ່­ພຽງ­ລິວ­ລັບ ­ແມ່ນ­ຫົວດອນ­ລົບ­ປາ­ດີ­ຊ້ອນ
ມອງ­ລ່ອງ­ລົງ­ທາງ­ໃຕ້ ສະ­ຫຼຽງ­ໄປ­ຈັກ­ໜ່ອຍ
ຫົວດອນ­ຮີນ້ອຍ­ນັ້ນ ຖັດ­ນັ້ນ­ແມ່ນດອນ­ໂລງ

ບ່ອນ­ນີ້­ແມ່ນໍ້າ­ຊົ້ງ ທັງກ­ວ້າງ­ໃຫຍ່ເຫຼືອ­ຫຼາຍ
ຫົວ­ພູພະ­ອອມ­ບັງ ຝັ່ງ­ຂະ­ເໝນ­ທາງ­ຂວາ­ກໍ້າ
ນໍ້າຂອງ­ຊາຍ­ແດນ­ທີ່ນີ້ ຮູຮອມ­ຮຽວ­ຮ່ອມ
­ໃກ­ກັນ­ພຽງ­ສອງ­ຮ້ອຍ­ແມັດເທົ່າ­ນັ້ນ ­ແມ່­ຂອງ­ຂັ້ນ­ດິນ­ແດນ

ທ່າເສືອ­ໝີ­ຢູ່­ທາງ­ໃຕ້ ຕໍ່­ໃສ່­ທ່າກະ­ສັງ
ຂ້າ­ຫົວ­ພູພະ­ອອມມາ ບ້ານ­ທ່າເປືອຍ­ທ່າ­ແກ­ຊ້ອນ
ທາງ­ຝັ່ງ­ລາວເຮົາ­ນັ້ນ ດອນ­ຂະ­ເໝົາ­ຂັ້ນ­ແບ່ງ
ຮອງ­ຂອງ­ຮຽບ­ແຄບເຂົ້າ ເຫັນ­ຂັ້ນ­ຢູ່­ແຕ່­ໄກ

ນັ້ນ­ແມ່ນ­ຫາງ­ຈໍາປາ­ສັກ­ແທ້ ຂັ້ນ­ແບ່ງ­ຫົວ­ທ່າ­ແກ
ປາກເຊ­ລໍາເພົາ­ຕົກ ລະ­ຫວ່າງ­ດິນ­ສອງ­ກໍ້າ
­ແລ­ລ່ໍາມາທາງ­ກ້ໍາ ດອນ­ຂະ­ເໝົາຕາເວັນອອກ
­ແມ່ນໍ້າກ­ວ້າງ­ໃກ­ແທ້ ເຮືອ­ລອຍ­ຂ້າມ­ສ­ວ່ານ­ສົນ

ຝັ່ງ­ຂອງ­ກໍ້າເບື້ອງ­ນັ້ນ ­ແມ່ນເຂດດອນ­ໂຂງ
ບ້ານເມືອງ­ແສນ­ຄົນ­ໂຮມ ຕະຫລາດ­ຂາຍ­ຂອງ­ຄ້າ
ນາວາເຮືອ­ໂຮມ­ຮ້ອຍ ຈອດ­ກັນ­ລຽນ­ແນບ
ຊາວດອນ­ພາ­ກັນ­ຊື້ ຂາຍ­ຄ້າເຄື່ອງ­ຂອງ

ຫຼຽວ­ໄປເບື້ອງ­ຊ້າຍ ເປັນດອນເຫຼັກ­ໄຟ
ຫາງ­ຮີ­ໃຫຍ່­ລຽນ­ສະ­ຫຼັບ ຕໍ່ກັບດອນ­ດົ້ງ
ຫາກ­ລົງ­ໄປທາງ­ໃຕ້ ຢ່າ­ລືມ­ໄປ­ຢ້ຽມ­ແວ່
ບໍ່­ຫໍ່ເຂົ້າ­ກໍ­ໄດ້ ບໍ່ຍອມ­ໃຫ້­ທ່ານ­ຫິວດອກນາ.

ຄາຖາ ໄຮ້ທຸກຂ໌

ມີ­ສິ່ງ­ຂອງເຄື່ອງ­ໃຊ້ ມູນມາກ­ອັກ­ໂຂ
ຕ້ອງ­ຮູ້­ຈັກ­ຄວາມ­ມີ ­ໃຊ້ເປັນ­ໃຫ້ມັນ­ໄດ້
ມີມາກມາຍ­ຫຼາຍ­ແທ້ ­ໃຊ້ບໍ່ເປັນ­ທຸກ­ກໍມາກ
ມີມາກ­ຫຼາຍ­ຫຼາກ­ລົ້ນ ກໍສົນເລື້ອຍ­ທຸກ­ບໍ່ວາຍ

ມີກໍສຸກ­ທຸກ­ກໍ­ໄດ້ ຫາກ­ໃຊ້­ສິ່ງ­ທີ່ເຮົາ
­ໃຊ້ບໍ່ເປັນ­ກໍ​ເສັຍ­ທີ່ ທຸກ­ທີ່ມີ­ຂອງ­ໃຊ້
ຄວາມ­ສຸກມາ­ບັນ­ທອນ­ໄດ້ ຈິດ­ໃຈຫຍຸ້ງຍາກ
ລໍາບາກ­ຫຼາຍ­ຫຼາກ­ລົ້ນ ເພາະ­ມີ­ແລ້ວ­ທຸກ­ທຸກເຈືອ­ປົນ

ຍາມ­ຊອກ­ຫາມາ­ໄດ້ ­ໃຊ້­ຈ່າຍ­ໃຫ້ເປັນ­ສຸກ
­ໃຊ້ບໍ່ເປັນ­ກໍເປັນ­ທຸກ ຍາກ­ຊາຫຼາຍ­ລົ້ນ
ຮູ້­ຈັກ­ມີ­ຮູ້­ຈັກ­ໃຊ້ ຮູ້­ຈັກ­ໃຈ­ຮູ້­ຈັກເຫດ
ຮູ້ຈັກ­ຈົນ­ແຈບ­ແຈ້ງ ສຸກ­ລົ້ນ­ແລະ­ຮັ່ງ­ມີ ທ່ານເອີຍ

ຫົວໃຈສາສນາ

ສັພພປາ­ປັສສະ­ ອະ­ກະ­ຣະ­ນັງ
ກຸສະ­ຣັສ­ສຸສັມ­ປະ­ທາ
ສະ­ຈິ­ຕຕະ­ປະ­ຣິ­ໂຍ­ທະ­ປາ­ນັງ
ເອ­ຕັງ ພຸທທະ­ສາສະ­ນັງ
-----------------------
ພຸດ­ທະ­ອົງ­ຕັດ­ສັ່ງ­ໄວ້ ຫົວ­ຂໍ້­ໃຫຍ່­ຄໍາສອນ
ວາງ­ຮາກ­ຖານ­ສາສະ­ໜາ ­ໃຫ້­ຢູ່ຍົງ­ຄົງ­ໄວ້
ເປັນ­ຫົວ­ໃຈ­ຄໍາສອນ­ຊີ້ ທັງ­ຫຼາຍ­ທີ່­ພຣະ­ອົງ­ກ່າວ
ສະ­ຫຼຸບ­ລົງ­ວາດ­ໄວ້ ສາມ­ຂໍ້­ທ່ຽງ­ຈິງ

ສັບ­ພະ­ປັສສະ­ອະ­ກະ­ຣະ­ນັງ­ນັ້ນ ຢ່າ­ທໍາ­ຊົ່ວ­ທັງ­ໝົດ
ຊົ່ວ­ທັງກາຍ­ວາຈາ­ໃຈ ຄົບ­ສາມ­ສະ­ເໝີດ້າມ
ອັນ­ວ່າການກະ­ທໍາ­ພ້ອມ ສະ­ເໝີ­ໃຈ­ແຈ້ງເຈດ
ວາຈາ­ຈົງການເວົ້າ ໜີ­ລີ້ບາບ­ໜາ

ກຸສສະ­ຣັສ­ສຸສັມ­ປະ­ມາ­ນັ້ນ ­ໃຫ້­ໝັ່ນ­ສ້າງ­ກຸສົນ
ບໍາເພັງ­ພຽນ­ພາວະ­ນາເຮັດ ຄົບ­ສາມ­ໃຫ້­ຈະ­­ແຈ້ງ
ທັງກາຍ­ໃຈວາຈາ­ພ້ອມ ປະ­ກອບ­ກັມ­ອັນ­ຊອບ
ປະ­ຕິບັດ­ໃຫ້­ພ້ອມ ­ໃຫ້­ໃສ່ເຫຼື້ອມ­ບຸນ­ກຸສົນ

ລະ­ບາບ­ລົງ­ໃຫ້­ພ້ອມ ປະ­ຕິບັດ­ພາກ­ສ່ວນການ­ກຸສົນ
ຍັງ­ຕ້ອງ­ຊໍາຮະ­ຈິດ­ໃຈ ­ໃຫ້­ຮຸ່ງເຮືອງ­ໃສເຫຼືອມ
ສະ­ຈິດ­ຕະ­ປະ­ຣິ­ໂຍ­ທະ­ປາ­ນັງ­ນ້ອມ ກຸສົນ­ທັມ­ລ້າງ­ຊ່ວຍ
ສະ­ມັດ­ຖະ­ວິ­ປັດ­ສະ­ນາຊະ­ລ້າງ ­ໃຫ້­ໃສ່ເຫຼື້ອ­ຢ່າເສື່ອມ­ຄາຍ

ທັງ­ສາມກະ­ການ­ທີ່ວາດ­ໄວ້ ພຣະ­ອົງເທດ­ຊົງ­ສອນ
ເປັນ­ຫົວ­ໃຈສາສນາ ຖືກ­ຄອງ­ພຣະ­ທັມ­ແທ້
ຂໍ­ແກ່­ຊົນ­ທັງ­ຄ້າຍ ຂະ­ຫຍາຍ­ຄວາມ­ໃຫ້­ສອດ­ຄ່ອງ
ສາສນາສອດ­ສ່ອງ­ສ້າງ ­ໃຫ້­ຄົນເລີດກ­ວ່າ­ຄົນ ທ່ານເອີຍ.

ຄາຖາ ໖ ຮັກ

ຄາຖາ­ດີ­ຊໍ່ນີ້ ປະ­ເສີດ­ຍິ່ງ­ໜັກ­ໜາ
ເປັນ­ຄາຖາ­ສັກ­ສິດ ປະ­ເສີດ­ຫຼາຍ­ຄວນ­ມີ­ໄວ້
ທ່ອງ­ຂຶ້ນ­ໃຈ­ໃຫ້­ຈໍາ­ແຈ້ງ ສາທະ­ຍາຍ­ທ່ອງ­ຈົ່ມ
ທຸກ­ຄໍ່າ­ຄືນ­ທ່ຽງເຊົ້າ ຈິດ­ໃຈ­ໝັ້ນ­ໝັ່ນ­ບໍາເພັງ

ຄາຖາ­ດີດວງ­ນີ້ ມີ­ຫົກ­ຊໍ່­ຄວນ­ຈົດ­ຈໍາ
ຂຶ້ນ­ໃຈ­ຢ່າ­ລືມ­ຫຼົງ ທຸກ­ຄໍາ­ຢ່າ­ຜິດ­ຜ້ຽນ
ທູບ­ທຽນ­ບຸບ­ຜັງ­ພ້ອມ ບໍ່ມີກໍຕາມ­ຊ່າງ
ພຽງ­ແຕ່­ທ່ອງ­ທຸກ­ມື້ ສັກ­ສິດ­ແທ້ບໍ່­ຕ້ອງ­ລອງ

ຊໍ່­ທີ່­ໜຶ່ງ­ວ່າ­ໄວ້ "­ໃຫ້­ຮັກ­ວັດເໝືອນເຮືອນ­ແລະ­ບ້ານ" ຕົນ
ປະ­ຊາ­ຊົນ­ຊາວ­ພຸດ ພ້ອມ­ພຣະ­ສົງ­ສາມະ­ເນນ­ພ້ອມ
ສາມະ­ຄີກັນ­ສ້າງ ຮັກ­ສາເສີມ­ພ້ອມ­ພໍ່າ
ທຸກ­ວັນ­ຄືນ­ໃຫ້ເນັ່ງ­ນ້ອມ ວັນ­ສິນເຂົ້າ­ຮ່ວມ­ບຸນ

ຊໍ່­ທີ­ສອງ­ຈົ່ງ­ຈໍາ­ໝັ້ນ "ຮັກ­ວຽກງານເໝືອນ­ຊິວິດ"
ທໍາ­ໜ້າ­ທີ່ການ­ຫຍັງ ຈົ່ງ­ໃສ່­ໃຈ­ຢ່າວາງເວັ້ນ
ທັງກາງເວັນ­ແລງ­ຄືນ­ຄ້ອຍ ໜາວ­ໜັກ­ຫຼື­ຮ້ອນເຮັ່ງ
ທໍາວຽກງານ­ຢ່າ­ໃຫ້­ຄ້າງ ວາງ­ຖິ້ມ­ໃຫ້ເສື່ອມເສັຍ

ຊໍ່­ທີ່­ສາມ­ທ່ອງ­ໃຫ້­ໝັ້ນ "ຮັກ­ລູກ­ສິດເໝືອນ­ກັບ­ຕົນ"
ຮັກ­ຕົນ­ພໍພຽງ­ໃດ ກໍ­ໃຫ້ເປັນ­ໄປສະ­ເໝີດ້າມ
ຕິດ­ຕາມ­ທັງ­ປົກ­ປ້ອງ ສິດ­ສອນ­ຄວາມ­ສະ­ຫຼາດ
ທັງ­ປະ­ກາດ­ຍົກ­ຍ້ອງ ຕັກເຕືອນ­ປ້ອງ­ແນະ­ນໍາ

ຊໍ່­ທີ່­ສີ່ດີເລີດ­ລົ້ນ ປະ­ເສີດ­ຍິ່ງເຫຼືອ­ທີ່­ສຸດ
ຍົກ­ສູງ­ຄວາມເປັນມະ­ນຸດ ­ໃຫ້­ທົ່ວເຖິງ­ພ້ອມ­ພ້ອມ
ຄື "ຮັກ­ປະ­ຊາ­ຊົນເໝືອນຍາດ" ພີ່ນ້ອງ­ຮ່ວມ­ອຸທອນດຽວ
ສິດ­ປະ­ຊາ­ທິ­ປະ­­ໄຕ ທຸກໆ­ຄົນ­ຈົ່ງ­ຊູ­ໄວ້

ຊໍ່­ທີ່­ຫ້າ­ສໍາ­ຄັນ­ແທ້ ປະ­ເສີດ­ຍິ່ງເໜືອ­ຊິວິດ
ຍິ່ງກ­ວ່າ­ນິນ­ນໍງາ ເພັດເງິນ­ຄໍາ­ແກ້ວ
ລາຄາຫຼາຍເຫຼືອ­ລໍ້າ ຢ່າວາງ­ໃຈ­ແລະ­ປະ­ໝາດ
"ຮັກ­ປະ­ເທດ­ຊາດ­ໃຫ້ຍິ່ງ­ລົ້ນ ເໝືອນ­ແກ້ວດວງ­ຕາ"

ຊໍ່­ທີ່­ຫົກ­ນັ້ນ­ແກ່ນ­ກ້າ ເປັນຍອດ­ຍິ່ງ­ຈອມ­ມຸກ
ສຸກ­ຈະ­ຍືນ­ຍົງ­ຍັງ ­ແກ່­ຄົນ­ທັງ­ຄ້າຍ
ຊົນ­ທັງ­ຫຼາຍ­ຄວາມ­ນ້ອມ ຢ່າ­ລືມ­ໄລ­ໃຫ້­ຫຼອຍ­ລ່າ
"ຮັກ­ສາດ­ສະ­ໜາ­ໃຫ້ເກິ່ງ­ພ້ຽງ ພຽງ­ກໍ່າ­ແກ່ນດວງ­ໃຈ"

ຄາຖາ­ນີ້­ຫາກເຮັດ­ໄດ້ ບໍາເພັງ­ຜ່ອງ­ໃຫ້ເປັນ­ກິດ
ປະ­ຊາລາວ­ທັງ­ຜອງ ຊິ­ໝັ້ນ­ຄົງ­ສະ­ຖຽນ­ໝັ້ນ
ຂໍ­ແກ່­ລາວ­ທັງ­ຄ້າຍ ຈົ່ງ­ຮຽນເອົາ­ໃຫ້­ຖ້ວນ­ທົ່ວ
ຊາດ­ຈະ­ເລີນ­ກ້າວ­ໜ້າ ປະ­ຊາເຊື້ອ­ຢູ່ກະ­ເສີມ ­ແທ້­ແລ

ກອນຮັກ(ເອົາໃຈໄວຮັກ)

ຈົ່ງ­ຮູ້ວ່າ ເຮົາ­ທໍາ­ດີ ສະ­ເພາະ­ເຈົ້າ
ຈັ່ງ​­ແມ່ນເຫງົາ ສຸດ­ຫ່ວງ­ໃຍ ສຸດ­ຫ່ວງ­ຫາ
ຢາກບອກ­ວ່າ ຮັກ­ແຕ່ເຈົ້າ ທຸກເວ­ລາ
ຖ້າຫາກ­ວ່າ ເຈົ້າ­ໂທມາ ສຸດ­ດີ­ໃຈ

ຫາກເຈົ້າ­ຮູ້ ວ່າ­ຂ້ອຍ­ຮັກ ຈົ່ງ­ໂທມາ
ຂ້ອຍ­ຄອຍ­ຖ້າ ເຈົ້າ­ໂທມາ ອົດ­ບໍ່­ໄຫວ
­ໂທຫາເຈົ້າ ຫຼາຍ­ຄັ້ງ­ແລ້ວ ຖືກເບີ­ໃຜ
ສຽງ­ກ້ອງ­ໃຫຍ່ ເໝືອນ­ພໍ່ເຈົ້າ ເວົ້າ­ແບບກວນ

ເຈົ້າເອົາເບີ ­ໃຜ­ໃຫ້­ຂ້ອຍ ຂ້ອຍເກັບ­ໄວ້
ເຊັບ­ໃນ­ໃຈ ຄົບ­ແປດ­ຫຼັກ ສຸດ­ສະ­ຫງວນ
ເສັຍ­ແຕ່ວ່າ ຄົນ­ທີ່­ຮັບ ເວົ້າຈາກວນ
ຂໍເຊີນ­ຊວນ ­ໂຜດເຫັນ­ໃຈ ຄົນ­ຄອງ­ຄອຍ

(ຢ່າ­ຕິ ຢ່າ­ຮິ ເດີ ຂຽນ­ແບບ­ນີ້ກະ­ເປັນ­ຄືກັນ ­ແຕ່ບໍ່­ແມ່ນ­ຂຽນເພື່ອ­ຜູ້­ຂຽນເອງ ຂຽນ­ໄວ້­ໃຫ້­ຄົນ­ໃດ­ກໍ­ໄດ້ ທີ່­ຫຼົງ­ຮັກ­ໃຜ ­ແຕ່­ທາງ­ທີ່ດີ­ຄວນ­ໂທຫາກ­ແມ່ ພໍ່­ແນ່ ຜູ້­ທີ່­ຮັກເຮົາ­ທີ່­ສຸດ)

7/5/55

ຍິ້ມນິຣັນດອນ


6/5/55

ນານາ­ທິ­ຕ­ຖີເກ ນານະ­ຍິ­ສສະ­ສິ ເຕ

"ນານາ­ທິ­ຕ­ຖີເກ ນານະ­­ຍິ­ສສະ­­ສິ ເຕ"(­ແປ) ມະ­ນຸດ­ທັງ­ຫຼາຍ ຕ່າງ­ຄວາມ­ຄິດ­ຕ່າງ­ຄວາມເຫັນ­ກັນ, ເຮົາຈະ­ກໍາ­ນົດ­ໃຫ້­ຄົນ­ຄິດເໝືອນ­ກັນ­ໝົດ ບໍ່­ໄດ້. (ພຸດ­ທະ­ພົດ)

ມະ­ນຸດ­ທັງ­ຫຼາຍ­ໃນ­ໂລກ­ລ້ວນ ຕ່າງ­ຄວາມ­ຄິດ­ຄວາມເຫັນ­ກັນ­ແລ້ວ
ເປັນນານາ­ຈິດ­ຕັງ ຕ່າງ­ກັນ­ຈິງ­ແທ້
ທິດ­ຖີນັ້ນ ຄື­ຄວາມເຫັນ­ແຕກ­ຕ່າງ
ຕ່າງ­ຖະ­ນະ­ຕ່າງ­ສະ­ຖານ­ທີ່ ຕ່າງເຜົ່າ­ພ້ຽງ ຄວາມເຫັນ­ນັ້ນ­ຍ່ອມ­ຕ່າງ­ກັນ

ສະ­ນັ້ນ ຄົນ­ທັງ­ຫຼາຍ­ຫຼາກ­ລ້ວນ ຈະ­­ໃຫ້­ຄິດເໝືອນເຮົາ ຍາກ­ແລ
ມີ­ແຕ່­ໂຮມ­ຄວາມ­ຄິດ ­ໃຫ້­ຄ່ອງ­ກັນ­ພໍ­ໃຊ້
­ແລ້ວ­ຈຶ່ງ­ລົງມະ­ຕິ­ພ້ອມ ພຽງ­ໃຈ­ກັນ­ປະ­ກອບ
ຕາມ­ລະ­ບອບ­ແບບເບື້ອງ ປະ­ຕິບັດ­ດ້ວຍ­ຊ່ວຍ­ກັນ­ທໍາ ­ໄດ້­ແລ

ຫຼາຍ­ຄົນ­ຫຼາຍ­ຄວາມ­ຄິດ­ແທ້ ເປັນ­ປະ­­ໂຫຍດມະ­ຫາສານ
ຫຼາຍ­ແນວ­ທາງ­ຫຼາຍ­ຄະ­ຕິ ຍ່ອມ­ດີ­ຫຼາຍ­ລົ້ນ
ຄົນ­ຫຼາຍ­ຄົນ­ລວມ­ກັນເຂົ້າ ມີ­ພະ­ລັງ­ທີ່ອົງ­ອາດ
ຄວາມ­ຄິດເຫັນ­ທີ່­ຖືກ­ຕ້ອງ ເປັນ­ທາງ­ກ້າວ­ພັດ­ທະ­ນາ ­ແທ້ເນີ

3/5/55

ເຈັ້ຍ


2/5/55

ປອງດອງ

ປ-ປົບ­ໜີ­ໄກ­ຈາກ­ບ້ານ ພັດ­ຖິ່ນ­ໄປ­ແດນ­ໄກ
ອ-ອອກ­ຈາກ­ດິນ­ແດນ­ລາວ ດ້ວຍການ­ຫຍັງ­ແທ້
ງ-ເງື່ອນ­ໄຂ­ຄົງ­ຈະ­­ແຈ້ງ ບັນ­ຫາການ­ຊີວິດ­ທ່ານ
ເຖິງເວ­ລາ­ທີ່­ຮັບ­ຮູ້ ສະ­ໜານເຂົ້າ­ຮ່ວມ­ມື

ດ-ດ້ວຍເຫດການ­ຈິງ­ແຈ້ງ ຕາມ­ທີ່­ທ່ານ­ໄດ້­ປະ­ສົບ
ອ-ອັນ­ທີ່­ຄວນ­ຄໍາ­ນຶ່ງເຖິງ ຊາດ­ລາວ­ໃຫ້­ຈະ­­ແຈ້ງ
ງ-­ໂງ່ກັບ­ຄືນມາ­ສ້າງ ເມືອງ­ລາວ­ໃຫ້ເຮືອງ­ຮຸ່ງ
ສະ­ໝານ­ໃຈກອດ­ກ້ຽວ ­ໂຮມ­ກັນ­ກ້າວ "ປອງດອງ"

ປອງ-ຄືວ່າ­ປົກ­ປ້ອງ­ໄວ້ ທັງ­ຊາດ­ແລະ­ປະ­ຊາ
ຄວາມ­ສາ­ມັກ­ຄື­ຈຸດ­ໝາຍ ທີ່ວາດ­ວາງ­ລົງ­ໄວ້
ດອງ-ເອົາຄວາມ­ຫວານ­ພ້ອມ ຄວາມ­ຂົມ­ໃຈ­ທີ່ມີ­ຢູ່
­ໃຫ້ເກີດ­ລົດ­ຊາດ­ສ້ຽງ ທຸກ­ຝ່າຍ­ພ້ອມ­ຮ່ວມ­ມື

ປອງດອງເໝືອນເອົາເກືອ­ໃສ່ນໍ້າ ຕົ້ມ­ລະ­ອຽດ­ໃຫ້ມັນ­ສຸກ
ຜະ­ສົມ­ກັນ­ໝາກ­ຍົມ­ຂຽວ ລົດ­ດີ­ທັງ­ສົ້ມ
ເມື່ອມາ­ສົມ­ກັນ­ແລ້ວ ຫຼາຍ­ວັນ­ມີ­ລົດ­ແຊບ
ເຄັມ­ຂົມ­ທັງ­ຜ່ອງ­ສົ້ມ ຍັງ­ນົວ­ລິ້ນ­ຖືກ­ໃຈ

ເຊີນເດີ­ພວກ­ທ່ານ­ໄທ້ ­ໄທຊາດ­ປະ­ຊາລາວ
ຢູ່­ທົ່ວ­ໃນ­ແດນ­ໃດ ຈົ່ງ­ຮ່ວມ­ໃຈ­ກັນ­ໄວ້
ສ້າງ­ຊາດ­ລາວ­ໃຫ້ເຮືອງ­ກ້າວ ເໝືອນເດືອນເພັງ­ໄຮ້ເມກ­ໝອກ
ຫາກ­ຄົນ­ລາວ­ທຸກ­ທ່ານ­ຜູ້ ເຫັນ­ພ້ອມ­ຈົ່ງ­ຊ່ວຍ­ກັນ ­ແນ່­ທ້ອນ.

(ຄິດ­ໄດ້ກໍ­ແຕ່ງ­ໄປ-ຕາມ­ອາ­ຣົມ­ສິນ ຊື່ໆ­ເດີ)

ມາລາມາ­ໄລ

ບຸບ­ຜາ­ພັນດອກ­ໄມ້ ປະ­ດັບ­ກິ່ງ­ງ່າສາຂາ ມັນ­ນັ້ນ
ເດັດມາວາງ­ໃນ­ພາພານ ຮຽກ­ວ່າດວງມາລາ­ແຍ້ມ
­ແມ້ງເມື່ອ­ລວມ­ກັນ­ຮ້ອຍ ຫຼາຍ­ສີ­ແຕກ­ຕ່າງ
ເປັນ­ພວງ­ພັນມອບ­ໃຫ້ ເປັນ­ພວງມາ­ໄລ­ໄຫວ້­ໜໍ່­ພຸດ­ໂທ

­ແມ້ງເມື່ອເອົາດອກ­ໄມ້ ບຸບ­ຜາຊາດ­ພັນ­ປະ­ດັບ
ດ້ວຍ­ຮູບ­ຊົງ­ສວຍງາມ ­ໃສ່­ແຢ່ງ­ຂາສາມ­ຕັ້ງ
ຂຽນ­ອາ­ໄລ­ນໍາ­ດ້ວຍ ພື້ນ­ສີດໍາບອກເຈດ
ພວງມາລາ­ທີ່­ຮຽກເອີ້ນ ອາ­ໄລ­ໄຫວ້­ຜູ້­ຕາຍ

ພວງດອກ­ໄມ້ ທີ່­ຮຽກ­ວ່າພວງມາ­ໄລ
ບຸບ­ຜາ­ພັນ­ແນວ­ໃດ ຫາກ­ຍົກ­ຍໍເວນ­ໃຫ້
­ໃຜ­ໄດ້­ໄປ­ໃຈສະ­ອື້ນ ຍິນ­ດີດອມ­ຊົມ­ຊອບ
ນໍ້າຕາ­ລົ້ນ­ອາບ­ແກ້ມ ຊື່ນ­ຊົມ­ຊອບ­ຮັກ­ກັນ­ຈິງ

­ແມ່ນ­ບໍ່­ຫຼາຍມາກ­ລົ້ນ ພຽງດອກດວງດຽວ
ກຸຫຼາບ­ສີ­ແດງ­ສົດ ຊໍ່ນິຍົມ­ຍໍຍ້ອງ
ຫາກ­ວ່າ­ວັນ­ທີ່­ຄວນ­ໃຫ້ ວາເລນ­ທາຍນ໌ຍົກ­ຍື່ນ
ສາວ­ໃດ­ໄດ້­ຮັບ­ໃຈສະ­ອື້ນ ຢືນ­ບໍ່­ໝັ້ນ­ລ່ອຍ­ຂາ ພຸ້ນ­ລະ­­ແມ໊ະ­

ຫຼາຍດອກ­ໂຮມ­ກັນເຂົ້າ ລຽນ­ແນບເປັນ­ພວງ
ປະ­ດັບ­ໂບ­ດີງາມ ຍື່ນ­ຍໍເວນ­ໃຫ້
ຍາມ­ສໍາ­ຄັນເໝາະ­ເລື່ອງ ວັນ­ສໍາ­ຄັນ­ຕ່າງໆ­
ຄົນ­ຮັບ­ຊົມ­ຊື່ນ­ຍ້ອງ ຊໍ່ມາລາ­ນັ້ນ­ແນບ­ໃຈ

ອັນ­ວ່າດວງດອກ­ໄມ້ ບຸບ­ຜາຊາດນານາ­ພັນ
ເອົາມາ­ໂຮມ­ລຽນ­ກັນ ­ໃສ່­ຂັນ­ຍໍຕັ້ງ
ທູບ­ທຽນ­ລຽນ­ລາຍ­ລ້ອມ ເປັນ­ໝາກເບັງ­ຕົ້ນ­ນ້ອຍ­ໃຫຍ່
ຖວາຍ­ບູຊາ­ພຸດ­ທະ­ຮູບເຈົ້າ ­ໄດ້ບຸນມາກ­ຊໍ່າກອງ­ບຸນ

ດອກ­ໄມ້ດຽວ­ກັນ­ນັ້ນ ປະ­ດັບ­ວາດ­ແວວ­ສິນ​
ຍົກ­ຍື່ນ­ຍໍເວນ­ຖວາຍ ຕາມເຫດການ­ຈະ­­ແຈ້ງ
­ໄດ້ບຸນ-ຄຸນ­ປະ­ສົງ­ແມ້ງ ຕາມ­ຈິງ­ໃຈເຈດ
ມອບ­ໃຫ້­ຄົນເຄົາ­ຣົບ­ແທ້ ຮັກ­ກັນ­ໝັ້ນ­ຊົ່ວ­ຊີບ­ວາຍ

ເມື່ອເອົາດວງດອກ­ໄມ້ ປະ­ດັບ­ວາດ­ແວວ­ສິນເຊັ່ນ­ກັນ
ເຮັດເປັນ­ພວງມາລາ ຍົກ­ຍໍເວນ­ນ້ອມ
ບໍ່ມີ­ໃຜປະ­ສົງ­ແມ້ງ ມາລາ­ຊໍ່­ໃຫຍ່
­ໃຜ­ໄດ້­ຮັບ­ພວງດອກ­ໄມ້ເຊັ່ນ­ນີ້ ເໝືອນ­ກັບ­ແກ້ງ­ແຊ່ງ­ໃຫ້­ຕາຍ ວ່າ­ຈັ່ງ­ຊັ້ນ

ນີ້­ແລ້ວ ທຸກ­ສິ່ງ­ໃນ­ໂລກ­ລ້ວນ ເກີດ­ຈາກການ­ສົມ­ມຸດ
ມະ­ນຸດເຮົາເປັນ­ຄົນ­ທໍາ ­ໃຫ້ເປັນ­ໄປຕາມ­ນັ້ນ
ຄວາມ­ສໍາ­ຄັນ­ຫຼາຍ­ນ້ອຍ ສັງ­ຄົມ­ຄົນເປັນ­ຜູ້­ຊອບ
ຄວນ­ສຶກ­ສາ­ຢັ່ງ­ຮູ້ ຈຶ່ງເຫັນ­ແຈ້ງ­ອັນ­ຄວນ ທ່ານເອີຍ