17/5/55

ລູກຄົນອື່ນຊົ່ວເຕັມບ້ານ ບໍ່ເທົ່າກັບລູກຫຼານຕົນໂງ່ຄົນດຽວ

ແມ່­ຕູ້­ແກ້ວ­ລາວ­ຕ້ານ ຈາ­ຈົ່ມ­ບໍ່ເຄີຍເຊົາ
ຍິນ­ແຕ່­ຊ່າຂອງເຂົາ ພັດ­ຖືກ­ໂຕເຕັມກະ­ດົ້ງ
ລູກເຂົາ­ຊົ່ວເຕັມ­ບ້ານ ພານເພອາລະ­ວາດ
ເຮົາຫຼີກ­ລຽງກະ­­ແລ້ວ ບໍ່ມີ­ແປ້ວ­ລະ­ຫວ່າງ­ໃຈ

ບັດ­ນີ້ ເຖິງ­ຄາວ­ຮ້າຍ ເປັນ­ຕາ­ໜ່າຍ­ອາຍ­ຫົວເຂົາ
ລູກ­ຫຼານ­ໂຕ­ປັນຍາເຍົາ ພັດເປັນ­ພານ­ນໍາ­ພ້ອມ
ວຽກ­ບໍ່ງານການ­ບໍ່­ສ້າງ ການ­ສຶກ­ສາ­ບໍ່ເຄີຍເຕື່ອງ
ກັບມາ­ຊົ່ວ­ບັງບຽດ­ຮ້າຍ ທໍາລາຍ­ຖິ້ມ­ໂຄດ­ວົງ­ໄດ້­ແລ້ວ

ລູກເພິ່ນ­ຊົ່ວ­ສະ­ຫຼາດ­ລໍ້າ ຮູ້­ຈັກ­ຖືກ­ຈັກ­ຜິດ
ພໍ່­ແມ່ບອກ­ສອນ­ພໍພຽງ­ຄວາມ ກໍຮູ້­ຈິງ­ປະ­ຈັກ­ແຈ້ງ
ສາມາດ­ກັບ­ຕົວ­ໄດ້ ສະ­ໝອງ­ໄວ­ໃຈສະ­ຫວ່າງ
ຮູ້­ຈັກ­ດີ­ແລະ­ຮ້າຍ ບໍ່­ທໍາລາຍເຊື້ອ­ຊາດ­ວົງ

ອັນ­ນີ້ເປັນ­ຄໍາເວົ້າ ­ແມ່­ຕູ້­ແກ້ວ­ລາວ­ຈົ່ມ­ຈາ
ວາດ­ສະ­ໜາພາເປັນ ລູກ­ຫຼານ­ລາວເປັນ­ແນວ­ນັ້ນ
ມັນ­ສໍາ­ຄັນ­ທີ່­ໃຈ­ຂ້າ ຜູ້­ໄດ້­ຟັງເປັນເລື່ອງ­ໃຫຍ່­ສາ­ແລ້ວ
ຫາກ­ລູກ­ຫຼານ­ລາວ­ທົ່ວ­ບ້ານ ເມືອງ­ນີ້ເປັນ­ດັ່ງ­ນັ້ນ ບ້ານເມືອງເສົ້າ­ຂຸ່ນ­ມົວ­ແທ້­ແລ້ວ

ຄົນ­ລາວ­ຄວນ­ຄົ້ນ­ຄ­ວ້າ ວິ­ໄຈ­ແຍກ­ໃຫ້ມັນ­ຄັກ
ຄົນ­ພານເຕັມ­ທົ່ວເມືອງ ຫາກ­ວ່າ­ມີ­ປັນຍາ­ລໍ້າ
ເອົາ­ສິນ­ທໍາ­ນໍາ­ຊີ້ ອາດ­ກັບ­ດີ­ປ່ຽນ­ແປງ­ໃໝ່
ຫາກ­ຄົນ­ຊື່ບາບ­ໃບ້ ປັນຍາເຍົາ­ບໍ່­ຮຸ່ງ­ຮູ້ ບ້ານເມືອງ­ສ້ວຍເພາະ­­ໂງ່ເຂົາ ທ່ານເອີຍ

ไม่มีความคิดเห็น:

แสดงความคิดเห็น