13/3/55

ໃຍແມງມຸມ

ໂອແມງມູມ ມັນຂະຫຍັນ ດີຂະໜາດ
ທໍາມະຊາດ ສ້າງໃຫ້ມັນ ເປັນແບບນັ້ນ
ມັນສານດາງ ດ້ວຍຍວງໃຍ ດັກກັນກັ້ນ
ມົດແມງຝັ້ນ ຫຼົງເຂົ້າໄປ ຕາຍທັງເປັນ

ແມງມູງເກ່ງ ສ້າງຍວງໃຍ ໃຫ້ໝັ້ນໜຽວ
ສັດຖືກກ້ຽວ ກອດກຸມຮັດ ເປັນຊາກເດນ
ມົດແມງນ້ອຍ ຖືກຮໍ່ຮັດ ໝົດກັມເວນ
ເປັນຊາກເດນ ຕາຍສ້ຽງ ກ້ຽງທຸກໂຕ

ໃຍແມງມູມ ຍັງຝ່າຍແພ້ ໃຫ້ສັດໃຫຍ່
ຫຼືແມງໄມ້ ຕົວແຂ້ມແຂງ ແຮງອັກໂຂ
ເຊັ່ນແມງພູ່ ນົກຕົວໜ້ອຍ ພວກຂີໂກ້
ຫາກເອົາໂຕ ພານໃຍ ຂາດຢ່າງງາມ

ເສກເຊັ່ນດັ່ງ ມະນຸດຄົນ ທີ່ອ່ອນນ້ອຍ
ປັນຍາດ້ອຍ ຄຸນຄ່າ ວິຊາຊາມ
ເຖິງຄາວຊວຍ ພິບັດໄພ ເຂົ້າຄຸກຄາມ
ບໍ່ຕ້ອງຖາມ ຊິວິດຈະ ເປັນເຊັ່ນໃດ

ຫາກຄົນຮູ້ ສະຫຼາດຫຼັກ ປັນຍາແຫຼມ
ຄວາມຈົນແຕ້ມ ພ່າຍແພ້ ຕ້ອງຝ່ານໄດ້
ເມື່ອຄາວຍາກ ພົບພານໄພ ຍ່ອມມີໄຊ
ຊີວິດໃສ ຢູ່ກະເສີມ ເພີ່ມພະລັງ

ມູມມືດ

ມູມມືດບໍ່ອາດແຈ້ງ ແສງສະຫວ່າງມັນອັບ
ຄວາມມືດມາຖົມທັບ ມືດເລີຍບໍ່ເຄີຍແຈ້ງ
ຫາກວ່າມີແສງເຂົ້າ ພໍພຽງຈັກໜ່ອຍ
ມູມມືດອາດສະຫວ່າງແຈ້ງ ພໍໃຫ້ຮຸ່ງເຫັນ

ແສງຈັນໃສເຈີດຈ້າ ສ່ອງບໍ່ຜ່ານມູມອັບ
ຝາບັງມູມໝົດ ບໍ່ມີແສງເຂົ້າ
ອາທິໃສຢູ່ເທີງຟ້າ ແສງບໍ່ມາເພັ່ນຜ່ານ
ອາດທິດແສງເຈີດຈ້າ ຍັງບໍ່ກ້າຜ່ານມູມ

ເໝືອນກັບຄົນລ່ອຍລ້າ ມັນຍາມືດບັງບົດ
ບໍ່ເປີດຮັບຄະຕິພົດ ຊອກສະແຫວງຄວາມຮູ້
ແມ່ນວ່າມີຄູກ້າ ອາຈານຜູ້ສະຫຼາດ
ນັກປາດເກ່ງເລີດລົ້ນ ຍັງບໍ່ພົ້ນມືດປັນຍາ ທ່ານເອີຍ

ຄວາມລັບເປັນເຊັ່ນໃດ ?


ທຸງ, ຕຸງ, ທົງ


7/3/55

ວັນທີ 8 ມິນາ ວັນແມ່ຍິງ