17/5/55

ຄາຖາ ໖ ຮັກ

ຄາຖາ­ດີ­ຊໍ່ນີ້ ປະ­ເສີດ­ຍິ່ງ­ໜັກ­ໜາ
ເປັນ­ຄາຖາ­ສັກ­ສິດ ປະ­ເສີດ­ຫຼາຍ­ຄວນ­ມີ­ໄວ້
ທ່ອງ­ຂຶ້ນ­ໃຈ­ໃຫ້­ຈໍາ­ແຈ້ງ ສາທະ­ຍາຍ­ທ່ອງ­ຈົ່ມ
ທຸກ­ຄໍ່າ­ຄືນ­ທ່ຽງເຊົ້າ ຈິດ­ໃຈ­ໝັ້ນ­ໝັ່ນ­ບໍາເພັງ

ຄາຖາ­ດີດວງ­ນີ້ ມີ­ຫົກ­ຊໍ່­ຄວນ­ຈົດ­ຈໍາ
ຂຶ້ນ­ໃຈ­ຢ່າ­ລືມ­ຫຼົງ ທຸກ­ຄໍາ­ຢ່າ­ຜິດ­ຜ້ຽນ
ທູບ­ທຽນ­ບຸບ­ຜັງ­ພ້ອມ ບໍ່ມີກໍຕາມ­ຊ່າງ
ພຽງ­ແຕ່­ທ່ອງ­ທຸກ­ມື້ ສັກ­ສິດ­ແທ້ບໍ່­ຕ້ອງ­ລອງ

ຊໍ່­ທີ່­ໜຶ່ງ­ວ່າ­ໄວ້ "­ໃຫ້­ຮັກ­ວັດເໝືອນເຮືອນ­ແລະ­ບ້ານ" ຕົນ
ປະ­ຊາ­ຊົນ­ຊາວ­ພຸດ ພ້ອມ­ພຣະ­ສົງ­ສາມະ­ເນນ­ພ້ອມ
ສາມະ­ຄີກັນ­ສ້າງ ຮັກ­ສາເສີມ­ພ້ອມ­ພໍ່າ
ທຸກ­ວັນ­ຄືນ­ໃຫ້ເນັ່ງ­ນ້ອມ ວັນ­ສິນເຂົ້າ­ຮ່ວມ­ບຸນ

ຊໍ່­ທີ­ສອງ­ຈົ່ງ­ຈໍາ­ໝັ້ນ "ຮັກ­ວຽກງານເໝືອນ­ຊິວິດ"
ທໍາ­ໜ້າ­ທີ່ການ­ຫຍັງ ຈົ່ງ­ໃສ່­ໃຈ­ຢ່າວາງເວັ້ນ
ທັງກາງເວັນ­ແລງ­ຄືນ­ຄ້ອຍ ໜາວ­ໜັກ­ຫຼື­ຮ້ອນເຮັ່ງ
ທໍາວຽກງານ­ຢ່າ­ໃຫ້­ຄ້າງ ວາງ­ຖິ້ມ­ໃຫ້ເສື່ອມເສັຍ

ຊໍ່­ທີ່­ສາມ­ທ່ອງ­ໃຫ້­ໝັ້ນ "ຮັກ­ລູກ­ສິດເໝືອນ­ກັບ­ຕົນ"
ຮັກ­ຕົນ­ພໍພຽງ­ໃດ ກໍ­ໃຫ້ເປັນ­ໄປສະ­ເໝີດ້າມ
ຕິດ­ຕາມ­ທັງ­ປົກ­ປ້ອງ ສິດ­ສອນ­ຄວາມ­ສະ­ຫຼາດ
ທັງ­ປະ­ກາດ­ຍົກ­ຍ້ອງ ຕັກເຕືອນ­ປ້ອງ­ແນະ­ນໍາ

ຊໍ່­ທີ່­ສີ່ດີເລີດ­ລົ້ນ ປະ­ເສີດ­ຍິ່ງເຫຼືອ­ທີ່­ສຸດ
ຍົກ­ສູງ­ຄວາມເປັນມະ­ນຸດ ­ໃຫ້­ທົ່ວເຖິງ­ພ້ອມ­ພ້ອມ
ຄື "ຮັກ­ປະ­ຊາ­ຊົນເໝືອນຍາດ" ພີ່ນ້ອງ­ຮ່ວມ­ອຸທອນດຽວ
ສິດ­ປະ­ຊາ­ທິ­ປະ­­ໄຕ ທຸກໆ­ຄົນ­ຈົ່ງ­ຊູ­ໄວ້

ຊໍ່­ທີ່­ຫ້າ­ສໍາ­ຄັນ­ແທ້ ປະ­ເສີດ­ຍິ່ງເໜືອ­ຊິວິດ
ຍິ່ງກ­ວ່າ­ນິນ­ນໍງາ ເພັດເງິນ­ຄໍາ­ແກ້ວ
ລາຄາຫຼາຍເຫຼືອ­ລໍ້າ ຢ່າວາງ­ໃຈ­ແລະ­ປະ­ໝາດ
"ຮັກ­ປະ­ເທດ­ຊາດ­ໃຫ້ຍິ່ງ­ລົ້ນ ເໝືອນ­ແກ້ວດວງ­ຕາ"

ຊໍ່­ທີ່­ຫົກ­ນັ້ນ­ແກ່ນ­ກ້າ ເປັນຍອດ­ຍິ່ງ­ຈອມ­ມຸກ
ສຸກ­ຈະ­ຍືນ­ຍົງ­ຍັງ ­ແກ່­ຄົນ­ທັງ­ຄ້າຍ
ຊົນ­ທັງ­ຫຼາຍ­ຄວາມ­ນ້ອມ ຢ່າ­ລືມ­ໄລ­ໃຫ້­ຫຼອຍ­ລ່າ
"ຮັກ­ສາດ­ສະ­ໜາ­ໃຫ້ເກິ່ງ­ພ້ຽງ ພຽງ­ກໍ່າ­ແກ່ນດວງ­ໃຈ"

ຄາຖາ­ນີ້­ຫາກເຮັດ­ໄດ້ ບໍາເພັງ­ຜ່ອງ­ໃຫ້ເປັນ­ກິດ
ປະ­ຊາລາວ­ທັງ­ຜອງ ຊິ­ໝັ້ນ­ຄົງ­ສະ­ຖຽນ­ໝັ້ນ
ຂໍ­ແກ່­ລາວ­ທັງ­ຄ້າຍ ຈົ່ງ­ຮຽນເອົາ­ໃຫ້­ຖ້ວນ­ທົ່ວ
ຊາດ­ຈະ­ເລີນ­ກ້າວ­ໜ້າ ປະ­ຊາເຊື້ອ­ຢູ່ກະ­ເສີມ ­ແທ້­ແລ

ไม่มีความคิดเห็น:

แสดงความคิดเห็น