2/5/55

ມາລາມາ­ໄລ

ບຸບ­ຜາ­ພັນດອກ­ໄມ້ ປະ­ດັບ­ກິ່ງ­ງ່າສາຂາ ມັນ­ນັ້ນ
ເດັດມາວາງ­ໃນ­ພາພານ ຮຽກ­ວ່າດວງມາລາ­ແຍ້ມ
­ແມ້ງເມື່ອ­ລວມ­ກັນ­ຮ້ອຍ ຫຼາຍ­ສີ­ແຕກ­ຕ່າງ
ເປັນ­ພວງ­ພັນມອບ­ໃຫ້ ເປັນ­ພວງມາ­ໄລ­ໄຫວ້­ໜໍ່­ພຸດ­ໂທ

­ແມ້ງເມື່ອເອົາດອກ­ໄມ້ ບຸບ­ຜາຊາດ­ພັນ­ປະ­ດັບ
ດ້ວຍ­ຮູບ­ຊົງ­ສວຍງາມ ­ໃສ່­ແຢ່ງ­ຂາສາມ­ຕັ້ງ
ຂຽນ­ອາ­ໄລ­ນໍາ­ດ້ວຍ ພື້ນ­ສີດໍາບອກເຈດ
ພວງມາລາ­ທີ່­ຮຽກເອີ້ນ ອາ­ໄລ­ໄຫວ້­ຜູ້­ຕາຍ

ພວງດອກ­ໄມ້ ທີ່­ຮຽກ­ວ່າພວງມາ­ໄລ
ບຸບ­ຜາ­ພັນ­ແນວ­ໃດ ຫາກ­ຍົກ­ຍໍເວນ­ໃຫ້
­ໃຜ­ໄດ້­ໄປ­ໃຈສະ­ອື້ນ ຍິນ­ດີດອມ­ຊົມ­ຊອບ
ນໍ້າຕາ­ລົ້ນ­ອາບ­ແກ້ມ ຊື່ນ­ຊົມ­ຊອບ­ຮັກ­ກັນ­ຈິງ

­ແມ່ນ­ບໍ່­ຫຼາຍມາກ­ລົ້ນ ພຽງດອກດວງດຽວ
ກຸຫຼາບ­ສີ­ແດງ­ສົດ ຊໍ່ນິຍົມ­ຍໍຍ້ອງ
ຫາກ­ວ່າ­ວັນ­ທີ່­ຄວນ­ໃຫ້ ວາເລນ­ທາຍນ໌ຍົກ­ຍື່ນ
ສາວ­ໃດ­ໄດ້­ຮັບ­ໃຈສະ­ອື້ນ ຢືນ­ບໍ່­ໝັ້ນ­ລ່ອຍ­ຂາ ພຸ້ນ­ລະ­­ແມ໊ະ­

ຫຼາຍດອກ­ໂຮມ­ກັນເຂົ້າ ລຽນ­ແນບເປັນ­ພວງ
ປະ­ດັບ­ໂບ­ດີງາມ ຍື່ນ­ຍໍເວນ­ໃຫ້
ຍາມ­ສໍາ­ຄັນເໝາະ­ເລື່ອງ ວັນ­ສໍາ­ຄັນ­ຕ່າງໆ­
ຄົນ­ຮັບ­ຊົມ­ຊື່ນ­ຍ້ອງ ຊໍ່ມາລາ­ນັ້ນ­ແນບ­ໃຈ

ອັນ­ວ່າດວງດອກ­ໄມ້ ບຸບ­ຜາຊາດນານາ­ພັນ
ເອົາມາ­ໂຮມ­ລຽນ­ກັນ ­ໃສ່­ຂັນ­ຍໍຕັ້ງ
ທູບ­ທຽນ­ລຽນ­ລາຍ­ລ້ອມ ເປັນ­ໝາກເບັງ­ຕົ້ນ­ນ້ອຍ­ໃຫຍ່
ຖວາຍ­ບູຊາ­ພຸດ­ທະ­ຮູບເຈົ້າ ­ໄດ້ບຸນມາກ­ຊໍ່າກອງ­ບຸນ

ດອກ­ໄມ້ດຽວ­ກັນ­ນັ້ນ ປະ­ດັບ­ວາດ­ແວວ­ສິນ​
ຍົກ­ຍື່ນ­ຍໍເວນ­ຖວາຍ ຕາມເຫດການ­ຈະ­­ແຈ້ງ
­ໄດ້ບຸນ-ຄຸນ­ປະ­ສົງ­ແມ້ງ ຕາມ­ຈິງ­ໃຈເຈດ
ມອບ­ໃຫ້­ຄົນເຄົາ­ຣົບ­ແທ້ ຮັກ­ກັນ­ໝັ້ນ­ຊົ່ວ­ຊີບ­ວາຍ

ເມື່ອເອົາດວງດອກ­ໄມ້ ປະ­ດັບ­ວາດ­ແວວ­ສິນເຊັ່ນ­ກັນ
ເຮັດເປັນ­ພວງມາລາ ຍົກ­ຍໍເວນ­ນ້ອມ
ບໍ່ມີ­ໃຜປະ­ສົງ­ແມ້ງ ມາລາ­ຊໍ່­ໃຫຍ່
­ໃຜ­ໄດ້­ຮັບ­ພວງດອກ­ໄມ້ເຊັ່ນ­ນີ້ ເໝືອນ­ກັບ­ແກ້ງ­ແຊ່ງ­ໃຫ້­ຕາຍ ວ່າ­ຈັ່ງ­ຊັ້ນ

ນີ້­ແລ້ວ ທຸກ­ສິ່ງ­ໃນ­ໂລກ­ລ້ວນ ເກີດ­ຈາກການ­ສົມ­ມຸດ
ມະ­ນຸດເຮົາເປັນ­ຄົນ­ທໍາ ­ໃຫ້ເປັນ­ໄປຕາມ­ນັ້ນ
ຄວາມ­ສໍາ­ຄັນ­ຫຼາຍ­ນ້ອຍ ສັງ­ຄົມ­ຄົນເປັນ­ຜູ້­ຊອບ
ຄວນ­ສຶກ­ສາ­ຢັ່ງ­ຮູ້ ຈຶ່ງເຫັນ­ແຈ້ງ­ອັນ­ຄວນ ທ່ານເອີຍ

ไม่มีความคิดเห็น:

แสดงความคิดเห็น