30/9/54

ເພງຫຼິ້ນບູຮານລາວ

- ສະໄໝຍັງນ້ອຍ ເຄີຍຮ້ອງຫຼິ້ນຢູ່
ຈໍ້າໝູ່ມີ ໝູ່ມົກໝູ່ມົນ
ຫັກຄໍຄົນໃສ່ໜ້ານົກກົດ
ໜ້ານົກກົດໜ້າລິງໜ້າລາຍ
ໜ້າຜີພາຍໜ້າຢິກໜ້າຫຍ່ອມ
ໜ້າຂ່ອມຫລ້ອມເຂົ້າຟັກເຂົ້າພັນ
ໄທວຽງຈັນໃສ່ແຫວນເບື້ອງຊ້າຍ
ຍ້າຍອອກຕອກສິ່ວຫຼິ້ວງັບ
ໝາຕິດກັບເຂົ້າປ່າເຮວຮີບ
ໄດ້ລູກຊາຍຫຼານຊາຍອອກກ່ອນຫຼອນຮັບ.

ຝົນຕົກເໜືອນຳ້ຖ້ວມໃຕ້

ຝົນຕົກເໜືອນຳ້ຖ້ວມໃຕ້ ພາຍຸໃຫຍ່ກຳລັງມາ
ຜິດເວລານັດໝາຍ ເຂົ້າອາດຕາຍໝົດກ້ຽງ
ພາຍຸລົມຝົນມາພ້ອມ ທຳລາຍສູນເສັຍມາກ
ໂລກາຄົນຈັ່ງແມ່ນຫຍຸ້ງລຸງລັງລຳລື່ນທະວີ

29/9/54

ເຈົ້າອະທິການວັດ(ຜູ້ກໍ່ຕັ້ງ)ວິຈິຕທັມມາຣາມ ບ້ານວຽງຈະເລີນ ເມືອງໄຊເຊດຖາ)







- ຊື່ສາມັນ : ເນືອງ ຫຼືບຸນເນືອງ.
- ຊື່ທາງການ: ເນືອງພິລັກ ໂຊຕິທອນ
- ຊື່ສາຍາ: ໂຊຕິທັມໂມ
- ຊື່ປາກກາ: ໂຊຕິທອນເນືອງພິລັກ, ສາຍເຊລຳເພົາ, ອະຣິຍະລູກຊາວດອນ.
- ເກີດ:
- ທີ່ບ້ານຫາງດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ (ເດີມຕາແສງພານເຄົາ ເມືອງໂຂງ ແຂວງສີທັນດອນ)
- ບັນພະຊາເປັນສາມະເນນ: ວັນທີ ໕ ເດືອນກໍລະກົດ ໑໙໘໑, ວັດສີດາຈັນແສນເໜືອ ເມືອງໂຂງ ແຂວງຈຳປາສັກ
- ອຸປະສົມບົດເປັນພຣະ: ໒໕ ເດືອນພຶດສະພາ ໑໙໘໕, ວັດສີດາຈັນແສນເໜືອ ເມືອງໂຂງ ແຂວງຈຳປາສັກ.

- ປະວັດການຮຽນ:
໑. ຮຽນມຸນລະປະຖົມບ້ານຫາງດອນຂະເໝົາ ເມືອງມຸນລະປະໂມກ(ຂະນະນັ້ນ) ເມືອງໂຂງ(ປັດຈຸບັນ) ແຂວງຈຳປາສັກ.
໒. ຮຽນປະຖົມສົມບູນຂະເໝົາໂພນຈຳປາ ເມືອງມຸນລະປະໂມກ(ຂະນະນັ້ນ) ເມືອງໂຂງ(ປັດຈຸບັນ) ແຂວງຈຳປາສັກ.
໓. ຮຽນມັດທະຍົມເມືອງແສນ ເມືອງໂຂງ ແຂວງຈຳປາສັກ.
໔. ຮຽນມັດທະຍົມສົງເມືອງແສນ ເມືອງໂຂງ ແຂວງຈຳປາສັກ.
໕. ຮຽນມັດທະຍົມສົງວັດກາງໂຂງ ເມືອງໂຂງ ແຂວງຈຳປາສັກ.
໖. ຮຽນມັດທະຍົມສົງວັດໂສກປ່າຫຼວງ ສີສັດຕະນາກ ນະຄອນຫຼວງວຽງຈັນ.
໗. ຮຽນອຸດົມສົງທາດຫຼວງ ເມືອງໄຊເຊດຖາ  ນະຄອນຫຼວງວຽງຈັນ.
.8, ຮຽນນັກທັມຕີ ວັດບາງຣັກໃຫຍ່ ບາງບົວທອງ ກທມ.
9. ສຶກສາປະຣິນຍາ ທີ່ມະຫາວິທະຍາໄລມະຫາຈຸລາລົງກອນຣາຊະວິທະຍາໄລ.

- ປະວັດການທຳງານ:
໑. ພະນັກງານຫ້ອງການສູນກາງ ອ.ພ.ສ
໒. ອາຈານສອນອຸດົມສົງທາດຫຼວງ.
໓. (ໄປສຶກສາຕໍ່)
໔. ເປັນພະນັກງານສູນກາງ ອ.ພ.ສ
໕. ເປັນອາຈານສອນວິທະຍາໄລສົງ.
໖. ເປັນຫົວໜ້າຫ້ອງການວິຊາການ, ປີ ໒໐໐໘-໒໐໑໒
໗. ເປັນເປັນທີ່ປຶກສາ ຜອ ວິທະຍາໄລສົງ ໒໐໑໒-໒໐໑໓
- ເປັນຜູ້ຮັກສາການ ຜອ. ວິທະຍາໄລສົງ.(ຂະນະທີ່ ວສ ວ່າງລົງ)
໘; ເປັນຮອງຜູ້ອຳນວຍການ ວິທະຍາໄລສົງ ແຕ່ງຕັ້ງ ເມື່ອວັນທີ ໑໖ /໕/໒໐໑໓ ເ​​ລກທີ ໑໐໕໙/ອພສ(ປັດຈຸບັນ)
9. ຮັກສາການ ຜອ. ວິທະຍາໄລສົງ ເປັນເວລາ 4 ເດືອນ.(ຂະນະທີ່ ຜອ.ໄປປະຕິບັດກິດ)


- ວຽກງານສາສະນາ.
໑. ເປັນປະທານບວດສາມະເນນ ແລະອົບຮົມເຍົາວະຊົນຄັ້ງທີ ໑ ປີ ໑໙໙໙(ລຸ້ນບຸກເບີກ)
໒. ສ້າງຕັ້ງ ແລະເປັນບັນນາທິການວາຣະສານສຽງວິທະຍາໄລສົງ(ລຸ້ນບຸກເບີກ)
໓. ສ້າງວັດວິຈິດທັມມາຣາມ (ເຈົ້າອະທິການອົງທຳອິດ).
໔. ປັດຈຸບັນກຳລັງສ້າງໂຮງຮຽນມຸລະປະຖົມ ບ້ານຫາງຂະເໝົາໂພນຈຳປາ(ກຳລັງກໍ໋ສ້າງຢຸູຸ່່)
໕. ຊື່ດິນຕໍ່ເຕີມວັດ ປິ 2015-16 (ສຳເລັດໄປແລ້ວ ໑ ຕອນ ລາຄາ 600,000,000 ກີບ ແລະດຳເນີນການຊື້ຕອນທີ 2 ລາຄາ 234,000,000 ກີບ) ຍາດໂມທ່ານໃດຢາກສ້າງບູນສ້າງຮາກຖານຊີວີດ ຮາກຖານສາສນາຕິດຕໍ່ມາທາງວັດຕາມເທີ່ນ.

 - ປະຕິບັດງານ:
໑. ເປັນອາຈານສອນອຸດົມສຶກສາສົງ ທາດຫຼວງ (ທີ່ວັດທາດຫຼວງ) ປີ ໑໙໙໑-໑໙໙໔.
໒. ເປັນພຣະນັກງານປະຈຳຫ້ອງການສູນກາງອົງການພຸດທະສາສນາ ທີ່ວັດທາດຫຼວງ ປີ ໑໙໙໑-໑໙໙໕ ແລະປີ ໒໐໐໐-໒໐໐໑.
໓. ເປັນອາຈານສອນວິທະຍາໄລສົງ ແລະຫົວໜ້າກິດຈະກຳນັກສຶກສາ ແລະເປັນຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ແລະຮອງ ຜູ້ອຳນວຍການ ວິທະຍາໄລສົງ ປັດຈຸບັນ.

- ທີ່ເຄີຍຢູ່. 
໑. ປີ ໑໙໗໑ ພຣະອາຈານໃຫຍ່ພໍ່ເຖົ້າລ້ວນ ມາຢາມເຮືອນ ແລ້ວກໍຂໍໄປເປັນສັງຄະລີ ເພີ່ນສົ່ງຮຽນ ທີ່ວັດຂະເໝົາ ໂພນຈຳປາ (ຈົນຮອດປີ ໑໙໗໔ ອາຈານພໍ່ເຖົ້າລ້ວນມະຣະນະພາບປີ ໑໙໗໓)
໒. ປີ ໑໙໗໔ ໄປຢູ່ວັດດອນຖານທ່າ (ຢູ່ກັບອ້າຍກົກ ທີ່ບວດເປັນພຣະຈົນຮອດປົດປ່ອຍຈຶ່ງກັບ).
໓. ປິ ໑໙໘໐ ໄປຮຽນຢູ່ມັດທະນະຍົມເມືອງແສນ ຢູ່ບ້ານແສນເໜືອ (ການເດີນທາງທຽວຮຽນຍາກ).
໔. ປີ ໑໙໘໑ ຢາກບວດໃຈຊິຂາດ ຈຶ່ງບວດເປັນສາມະເນນ ທີ່ວັດແສນເໜືອ.
໕. ປີ ໑໙໘໒ ໄປຮຽນຕໍ່ທີ່ວັດກາງໂຂງ ພັກທີ່ວັດກາງໂຂງ.
໖. ປີ ໑໙໘໔ ຢູ່ວັດແສນເໜືອ ແລະສິຈາກສາມະເນນ ໄປຢູ່ບ້ານຫາງດອນຂະເໝົາ.
໗. ປີ ໑໙໘໕ ກັບມາບວດເປັນພຣະທີ່ວັດແສນເໜືອ ຢູ່ໄດ້ ໒ ເດືອນກໍອອກຈາກວັດແສນເໜືອມາຊອກຮຽນທີ່ປາກເຊ ບໍ່ມີບ່ອນພັກ ກໍໄປຢູ່ວັດຫຼັກ ໓໐ ເມືອງປາກຊ່ອງ.
໘. ປີ ໑໙໘໖ ຂຶ້ນມາຢູ່ວັດໜອງດ້ວງ ວຽງຈັນ ກັບອ້າຍຜູ້ທີສອງ.
໙. ປີ ໑໙໙໐ ຍ້າຍມາຢູ່ວັດທາດຫຼວງ ເຮັດວຽກເປັນຄູສອນ ແລະພະນັກງານຫ້ອງການສູນກາງ ອພສ.
໑໐. ປີ ໑໙໙໔ ໄປຮຽນຢູ່ເມືອງໄທ ພັກທີ່ວັດປາກນຳ້ຝັ່ງເໜືອ ຍ້ອນສຸຂະພາບບໍ່ສູ້ຈະປົກກະຕິ ກໍຈຶ່ງ ລອງຍ້າຍຈາກວັດນັ້ນ.
໑໑. ປີ ໑໙໙໗ ຍ້າຍໄປຢູ່ວັດບາງຣັກໃຫຍ່ ນົນທະບູຣີ ສຸຂະພາບດີຂຶ້ນ(ສະພາບຮ່າງກາຍບໍ່ເໝາະ ກັບອາກາດໃນເມືອງ) ວັດນີ້ ເປັນວັດໃນເມືອງເຊັ່ນກັນ ແຕ່ເພິ່ນຈັດສ້າງຢູ່ກາງສວນ ມີປ່າ ແລະລຳທານ ເປັນວັດດີເດັ່ນ ຂອງກະຊວງສຶກສາທິການໄທຍ໌)
໑໒. ປີ ໑໙໙໙ ທ້າຍປີ ກັບມາຍັງວຽງຈັນ ຢູ່ທີ່ວັດທາດຫຼວງເໜືອ.
໑໓. ປິ ໒໐໐໑ ຖືກແຕ່ງຕັ້ງມາສ້າງວັດ ຢູ່ບ້ານວຽງຈະເຣີນ ຊື່ວ່າວັດວິຈິຕທັມມາຣາມ ຮອດປັດຈຸບັນ.
14. ປີ 2014 (ຄືປັດຈຸບັນນີ້) ຈຳພັນສາຢູ່ບ້ານເກີດ ວັດຂະເໝົາໂພນຈຳປາ ເມືອງໂຂງ ແຂວງຈຳປາສັກ.
15. ກັບມາຍັງວັດວິຈິດທຳມາຣາມ ບ້ານວຽງຈະເລີນ ເມື່ອວັນທີ 4 ພະຈິກ 2014.(ຮອດປັດຈຸບັນ) 

ທີ່ເຄີຍໄປ 
- ໄປເກືອບທົ່ວປະເທດ​ລາວລາວຍັງແຕ່ແຂວງບໍ່ແກ້ວ ແຂວງດຽວ.
- ປະເທດໄທຍ໌ໄປປະມານ ໔໓ ຈັງຫວັດ.
- ໄປປະເທດຈິນ ໖ ຄັ້ງ.
- ໄປປະເທດຫວຽດນາມ ພາກກາງ ພາກເໜືອ 20 ຄັ້ງ(ໄປທຳບຸນສະຖານທູດ 3 ຄັ້ງ)
- ໄປປະເທດປະເທດ ອົດສະຕາລີ ໑ ຄັ້ງ
- ໄປປະເທດກຳປູເຈັຍ  ຫຼາຍຄັ້ງ ;
- ໄປປະເທດເກົາຫຼີ ໒ ຄັງ
- ໄປປະເທດສິງກະໂປ ໑ ຄັ້ງ;
- ໄປປະເທດມາເລເຊັຍ ໓ ຄັ້ງ.
- ໄປປະເທດຈີນ(ຊຽງຮຸ່ງ) 8 ຄັ້ງ.
- ໄປເທດອິນເດັຍ 1 ຄັ້ງ.

- ການສ້າງສາ.

໑. ໄປຢູ່ວັດໃດ ກ​ໍມັກຈະໄດ້ແຕ່ງຕັ້ງເປັນກຳມະການວັດ ຈຶ່ງມີໂອກາດໄດ້ຊ່ວຍສ້າງວັດວາໃນແຕ່ລະວັດ.

໒. ວັດທີ່ສ້າງສ້າງເອງ:
- ສ້າງວັດ ໝົດທັງວັດທີ່ວັດວິຈິຕທັມມາຣາມ.(ເລີ່ມມາກໍ່ຕັ້ງແຕ່ ວັນທີ 28 ເດືອນ 3 ປີ 2001)
- ສ້າງສິມ ວັດຫາງດອນຂະເໝົາ (ຂອດແລ້ວ ວັນທີ 26 ກຸມພາ 2012)
- ສ້າງກຸຕິກວ້າງ 11 ຍາວ 12 ແມັດທີ່ວັດວຽງຈະເລີນ (ສຳເລັດ ແຕ່ຍັງບໍ່ທັນສະຫຼອງ)
- ສ້າງຫໍກອງ 3 ຊັ້ນ ສຳເລັດແລ້ວ ແຕ່ຍັງບໍ່ທັນສະຫຼອງ.
- ສ້າງສາລາໃຫຍ່ ສຳເລັດເປັນສ່ວນຫຼາຍ ແຕ່ຍັງບໍ່ທັນສະຫຼອງ.
- ສ້າງກຳແພງອ້ອມວັດ ຍັງບໍ່ທັນສຳເລັດ 1 ດ້ານ.
- ສ້າງປະຕູໂຂງ ຮຮ ປະຖົມບ້ານວຽງຈະເລີນ.

- ສະມະນະສັກ:
໑. ຫົດສົງເປັນພຣະສຳເຣັດ ທີ່ວັດວິຈິຕທັມມາຣາມ ປີ ໒໐໐໑
໒. ຫົດສົງເປັນພຣະຊາ ທີ່ວັດທາດຫຼວງໃຕ້ ປີ ໒໐໐໓.
໓. ຫົດສົງເປັນພຣະຄຣູ ທີ 1 ທີ່ ວັດພະຍອດແກ້ວ ອີເດນເຊີພາຣ໌ຄ ປາຣາມັດຕາ ຊິດນີ ລັດນິວຊາວເວລລ໌ ປະເທດອົດສະຕາລີ 2005 ສັດທາຊາວລາວຊີດນີ.
4.  ຫົດສົງແຖມສົມພານພຣະຄຣູຊັ້ນທີ 2 ທີ່ບ້ານດອນກອຍ ເມືອງສີສັດຕະນາກ ນວ 28 ເດືອນມັງກອນ 2012 ເຈົ້າສັດພໍ່ອອກໂໜ່ງ ແມ່ອອກພອນພະໄທ ອິນຖາວອນ.
5.  ຫົດສົ ຫົດສົງແຖມສົມພານພຣະຄຣູຊັ້ນທີ 3 ທີ່ວັດບ້ານສະພັງມືກ ເມືອງໄຊທານີ ນວ 22 ເດືອນກັນຍາ 2013. ເຈົ້າສັດທ່ານບູນໂຈມ-ແມ່ອອກມະນີ້ວັນ ອຸບັນປະເສີດ ບ້ານສະພັງມືກ
6, ຫົດສົງ ແຖມສົມພານພຣະຄຣູຊັ້ນທີ 5 ທີ່ວັດບ້ານແສນເໝືອ ເມືອງໂຂງແຂວງ ຈຳປາສັກ 3 ພະຈິກ 2014 (ປີນີ້) 
7. ຫົດສົງ ແຖມສົມພານພຣະຄຣູຊັນທີ 6 ທີ່ບ້ານສີວິໄລ ຄລີນິຄແພດລາວ ແມ່ບຸນທັນ ພັນທະວົງ ເປັນເຈົ້າສັດທາ ວັນທີ 3 ກໍລະກົດ 2016.

ທີ່ຕິດຕໍ່
- Ven. Neuangphilack SHOTITHONE
VICHITDHAMMARAM TEMPLE, VIENGCHALAEN VILLAGE, XAYASETTHA DISTRICT, VIENTIANE CPT, LAO PDR
E_Mail : neuang@gmail.com MB: 856-20-9880-8089. 5848-3322, 2224-1861 







25/9/54

ນີ້ຫຼືຄວາມຮັກ

ສູດສຳເຣັດຂອງຄວາມຮັກຢູ່ທີ່ໃດ
ບໍ່ມີໃຜບອກສູດຮັກໄດ້ຖືກໝົດ
ແມ່ນວ່າໂລກມີສູດຮັກໄວ້ຫຼາຍບົດ
ຮັກລັ່ນທົດມີຫຼວງຫຼາຍຢູ່ສະເໝີ

ຄົນເກີດມາໃນໂລກສະຫງວນຮັກ
ແຕ່ບໍ່ຈັກຄວາມຮັກຫຼົງລະເມີ
ຫາຄວາມຮັກທີ່ສົມຫວັງຈົນຫຼົງເພີ້
ເປັນລຶມເລີ້ຍັງພະວົງສົງສານຈິງ

ພາຍເຮືອກາງມະຫາສະໝຸດ

ຄົນພາຍເຮືອເດີນທາງກາງສະໝຸດ
ທີ່ສິ້ນສຸດຂອບຝັ່ງຢັ່ງບໍ່ເຖິງ
ມອງທ້ອງຟ້າໄຮ້ຂອບເຂດເປັນວ້າງເວີ້ງ
ກວ່າຈະເຖິງຂອບຝັ່ງລັ່ງນຳ້ຕາ

ເສກເຊັ່ນຄົນອັບຈົນເຊິ່ງປັນຍາ
ແສນຍາກຊາຈະພົ້ນຝັ່ງເຊິ່ງສັງຂານ
ຈະເດີນທາງມຸ້ງສູ່ພຣະນິບພານ
ຍ່ອມກັນດານປັນຍາອັບເພາະງົມງວາຍ

ຄົນງົມງວາຍເໝືອນງົມເຂັມໃນພື້ນນຳ້
ແສນຊອກຊຳ້ໄຮ້ຄວາມຫວັງສິ້ນຄວາມໝາຍ
ແມ່ນພາຍເຮືອຫຼືງົມເຂັມຈົນຊີບວາຍ
ຊິ້ນຄວາມໝາຍບໍ່ອາດເຖິງເຊິ່ງນິບພານ

23/9/54

ດອກສ້ອຍ

ຄິດຮອດບ້ານ(ສອງໃຈເປັນໜຶ່ງດຽວ)


ຊີວິດກັບທຳມະຊາດ


ບົວບໍ່ບານໃນອ່າງນຳ້ກໍໄຮ້ຄ່າ

ເພງລາວແພນ


ຢູ່ທີ່ໃດກໍສ້າງດີໃຫ້ໂລກໄດ້


ຂອບຮູບ ບໍ່ແມ່ນຂອບຮູບ


ມະນຸດຫຼາຍເຜົ່າພັນກໍຈັດສັນໃຫ້ງາມໄດ້


ບ້ານຂ້ອຍງາມ


ງາມບ້ານຂ້ອຍ


ມົນເພງອັກສອນລາວ ໒໗ ໂຕ


ຫຸ່ນເຊີດ ກັບຄົນເຊີດຫຸ່ນ


ເຖິງວ່າຟ້າຈະມືດ


ຢ່າໃຫ້ຕາຫຼອກໃຈ


ຈັນແຮມ


22/9/54

ຈະເລືອກໃຊ້ສິ່ງທີ່ທັນສະໄໝເພື່ອໃຜ ?

ຂຽນເມື່ອ ປະມານ ໑ ປີ ກ່ອນໜ້ານີ້
ທ່ານທັງຫຼາຍກ່າວເວົ້າ------------ຖືກຊ່ອງທາງທັມ
ພຣະຜູ້ນຳແນວທາງ-------------ຢູ່ໃສກໍດີໄດ້
ໃຈເປັນທັມຢູ່ພູມພື້ນ-------------ດົງໜາກໍບໍ່ຊົ່ວ
ຄັນວ່າໃຈເປັນມານຍັກຮ້າຍ--------ຢູ່ເມືອງຟ້າກໍຊົ່ວຊາມ

- ຄົນຊົ່ວເຫັນຊົ່ວແທ້-------------ທັງຄິດຊົ່ວກະທຳຕາມ
ຍ່ອມເຫັນແນວອັບປີ--------------ຊົ່ວຊາມເອົາຮ້າຍ
ເຫັນແຕ່ແນວອັປບາຍພື້ນ----------ປັນຍາເຊົາເບົາງ່າຍ
ເໝືອນກັບສັດສາເຜດຮ້າຍ---------ມີແຕ່ສົ້າເກົ່າໃຈ

- ຄົນດີເນົາຢູ່ໃສກະໄດ້-----------ປ່າເລິກດົງໜາ
ຢູ່ທົ່ງນາຫຼືເມືອງຫຼວງ--------------ຢູ່ໃສກໍດີໄດ້
ໃຈເປັນທັມເນົາຢັ້ງ----------------ເຮືອນປູນກະຕູບຕ່ຳ
ຈິດຍ່ອມນຳໃຝ່ສ້າງ----------------ກຸສົນຕັ້ງຕໍ່ນິບພານ

- ຄົນຊົ່ວມັກເຮີະຮ້າຍ--------------ເຫັນຊົ່ວໄປໝົດ
ເຫັນກົງຈັກເປັນດອກບົວ-----------ວ່າດີໂດຍດ້າມ
ຄົນທີ່ມີທັມແທ້--------------------ເຫັນດີດາປະເສີດ
ເຫັນຊົ່ວກໍເປັນສິ່ງຮ້າຍ--------------ຫາທາງເວັ້ນຫຼິ້ກໄກ

- ພຸດທະອົງບົ່ງໄວ້----------------ໄຂກ່າວທັມມະສັຈຈ໌
ເປັນບັນບັນທັດຖານພິໄຈ-----------ແຍກຊົ່ວດີໃຫ້ເຫັນໄດ້
ໜອນຍ່ອມຍິຍົມຢັ້ງ-----------------ຂອງເໝັນບູດເນົ່າ
ອັນວ່າແມງກະເບື້ອ-----------------ຊົມຊ້ອນສິ່ງຫອມ

- ປຽບດັ່ງໂລກເດັ່ນກ້າວ------------ວັດທະນາເດັ່ນເຫັນປາຈັກ
ພັດທະນາໄອທີ--------------------ຍຸກວິໄລໃສແຈ້ງ
ພຣະຜູ້ຊົງຍານແຍ້ງ-----------------ທັນການຂະຫຍາຍເຂດ
ເອົາສິ່ງນັ້ນມາຮັບໃຊ້-----------------ນັ້ນຄືເລື່ອງຖືກຄອງ

- ພຣະສົງຄວນເລືອກສິ່ງຖືກຕ້ອງ----ໃຫ້ສອດຄ່ອງກັບຫຼັກທັມ
ໃຊ້ໂທຣະສັບໂທນະທັດ--------------ທັງອີນເຕີເນັດໃຫ້ເກື້ອກູນຊາວບ້ານ
ບໍ່ແມ່ນນຳມາໃຊ້---------------------ເບື່ອເມົາໃຈໃຫ້ຕົກລົ່ນ
ເອົາແຕ່ສິ່ງປະເສີດລົ້ນ----------------ມາສົນສ້າງສິ່ງຈະເລີນ

- ຄາຣະວາດກໍໃຫ້ຮູ້------------------ເລືອກໃຊ້ສິ່ງທັນສະໄໝ
ໃຈກໍຄວນວິຈານຈັກ------------------ເລືອກເອົາດີໄດ້
ໃຜຜູ້ເຫັນແຕ່ແນວຮ້າຍ----------------ເອົາຂອງມົວເມົາກໍຍິ່ງຊົ່ວ
ເລືອກແຕ່ສິ່ງເຮີະຮ້າຍ-----------------ລົງພື້ນສູ່ອະບາຍແທ້ແລ້ວ

ບໍ່ຢາກຕົກນະຣົກຈົ່ງທັນສະໄໝ

- ຍຸກນີ້ ເປັນຍຸກກ້າວ-------ໂລກເດັ່ນທາງໄອທີ
ວິທະຍາການສູງ------------ໂລກຈະເລີນໄກລ້ຳ
ຍຸກການນຳວິທະການກ້ວ-----ມະນຸດຄົນຫັນປ່ຽນ
ຄົນກໍພຽນກໍ່ສ້າງ------------ໃຫ້ທັນລ້ຳລື່ນທະວີ

- ຄົນໃດຍັງລ່ອຍລ້າ--------ປັນຍາຖ່ອຍຊາມເຊົາວ໌
ຈິດໃຈເບົາບໍ່ສຶກສາ----------ສອດສ່ອງທັມໃຫ້ເຫັນແຈ້ງ
ແຍງເອົາທັມນຳເບື້ອງ-------ກາຍໃຈໃຫ້ສອດສ່ອງ
ກໍຈັກໝອງໝົ່ນເສົ້າ---------ເປັນບ້າຄ່າບໍ່ສູງ

- ຄົນໃດໃຈບາບໃບ້--------ມອງສ່ອງບັນຫາບໍ່ເຖິງ
ໃຈຍັງເລີງຫຼົງທາງ----------ມືດກະມົນຮົນຮ້ອນ
ໃຈບໍ່ສະສາງດ້ວຍ-----------ການສຶກສາປັນຍາລ່ອຍ
ເຂົາຈັກກາຍເປັນຂ້ອຍ--------ເງິນຄຳແກ້ວຢູ່ບໍ່ເຊົາ

- ຄົນໃດປະເສີດລົ້ນ--------ຫັນປ່ຽນໂລກາວິວັດ
ໝູນຕາມກົງຈັກຫັນ---------ໂລກທັນເຫັນແຈ້ງ
ກໍຈັກາຍເປັນເຈົ້າ------------ວັດຖຸເງິນອຳນາດເດັ່ນ
ຄົນໃດຍັງເຊື່ອງຊ້າ----------ຈັກເປັນບ້າຄ່າບໍ່ມີ

- ໂລກນີ້ຫັນປ່ຽນເລື້ອຍ-----ເຄື້ອນເຄື່ອນຕາມຈັງຫວະ
ວິທະຍາການໝູນໄປ--------ທຸກສິ່ງອັນເຫັນແຈ້ງ
ທັມມະສັດຈະນັ້ນ-----------ກໍໝູນເລີຍບໍ່ຢຸດຢ່ອນ
ນັ້ນຖືສິ່ງຖືກຕ້ອງ-----------ພຣະທັມເຈົ້າກ່າວມາ

- ທັມມະຈັກ ເພີ່ນບອກໄວ້--ຄືສິ່ງໜຶ່ງໝູນຄົນ
ຫັນໄປຕາມຈັງຫວະ---------ບໍ່ກີດຂວາງທາງກ້າວ
ທັມມະຄືການພັດທະນາຄົນນີ້-ໃຫ້ໝູນໄປບໍ່ຢຸດຢ່ອນ
ຄົນຫາກຢຸດບໍ່ປ່ຽນພ້ອມ------ຈີບຫາຍສ້ຽງສູ່ອະບາຍ

- ບຸນກຸສົນບໍ່ສົ່ງໃຫ້----------ຄົນຊົ່ວລ້າສະໄໝ
ຄົນວິໄລໃຈເປັນທັມ----------ໂລກຍໍນິຍົມຍ້ອງ
ໃຜຜູ້ຫວນເຫັນຮູ້-------------ທັມມະຄຸນພຸດທະກ່າວ
ຄົນນັ້ນ ເຫັນຫ່ອມເລື່ອງ------ສຸກລົ້ນເລີດຄົນ ທ່ານເອີຍ

ໃຈ

- ຈິດເຈດເປັນທີ່ຕັ້ງ-------------ປະສານສອດກາຍະກັມ
ການກະທຳປະສານໃຈ----------ຄູ່ກັນປະສົງຕັ້ງ
ທຳອັນໃດກໍສົມແມ້ງ-------------ມະໂນໃນຊ້ອຍຊື່ນ
ອັນອື່ນໃນໂລກລ້ວນ-------------ບໍ່ສົມດ້າມດັ່ງໃຈ

- ຈິດກັບໃຈເປັນທີ່ຕັ້ງ-----------ບັງຄັບວຽກງານໝົດ
ທຳການງານແນວໃດ------------ເອົາໃຈເປັນເຈົ້າ
ໃຈເປັນນາຍກາຍເປັນແຫຼ້ງ------ບູຮານລາວສອນສັ່ງ
ພຸດທະອົງສັ່ງໄວ້-----------------ໃຈນັ້ນສັ່ງບັນຊາ

- ໃຈປະສານກອດກ້ຽວ---------ກົມກ່ຽວກັບກາຍ
ໃຈເປັນພະລັງຄວາມສຳເລັດ-----ໃຫ້ວຽກງານເດີນໄດ້
ຄັນວ່າໃຈໂສດາດ້ວຍ------------ກາງດົງກະວ່າທົ່ງ
ຄັນວ່າໃຈຂີ້ຄ້ານ-----------------ກາງບ້ານກະວ່າດົງ ທ່ານເອີຍ;
-----------
ມີຫຼາຍຄົນຮັບຮູ້--------------ວ່າທຸກເກີດແກ່ໃຈ
ຄົນຈັງໄຮໃຈບໍ່ມີທັມ-----------ທຸກກໍນຳຕາມຕື້
ໃຈສຸກສົມທຸກວັນມື້-----------ເພາະຖືໃຈເປັນໃຫຍ່
ອົບຮົມໃຈໃຫ້ທ່ຽງໝັ້ນ--------ມັນກໍສຸກໄດ້ດັ່ງໃຈ

- ຄົນທີ່ທຸກເກີດຂຶ້ນ-----------ສຸມທັບອັບປັນຍາ
ພຸດໂທວາຈາສອນ-----------ຖືກຈິງປະຈັກແຈ້ງ
ເພາະວ່າໃຈສຳຄັນນັ້ນ-------ທຸກຈຶ່ງລົງທັນໃຈຊົ່ວ
ເພາະໃຈເປັນໃຫຍ່ແທ້-------ທຸກນັ້ນເກີດແຕ່ໃຈ

- ໃຈເປັນໃຫຍ່ປະກອບສ້າງ-ນຳພາພາກກາຍະກັມ
ເພາະໃຈນຳທາງຈິງ---------ໃຫ້ຄົນທຳສ້າງ
ຫາກວ່າໃຈນຳພາເກື້ອ-------ກຸສົນກັມນຳສ່ອງ
ສຸກກໍມາຢູ່ເຝົ້າ----------------ກາຍເຈົ້າໃຫ້ຖືກຄອງ ຊອບແລ້ວ
------------------

ພຣະເຈົ້າຟ້າງຸ່ມມະຫາຣາຊ (ພາກສາມ)

ພາກທີສອງຈົບລົງໄວ້ ເຈົ້າຟ້າຊ່ວຍຊູຂະເໝນ
ຕາມໜ້າທີ່ທີ່ມອບໝາຍ ທີ່ຊົງວາງພຣະທັຍປະສົງຕັ້ງ
ບໍ່ແມ່ນຫວນຫາເລື່ອງ ໃຫ້ຜິດໃຈກັນດາຍເປົ່າ
ມັນຈຳເປັນຕ້ອງເວົ້າ ຕາມເລື່ອງເຫດການ
ເພາະທຸກເລື່ອງທີ່ເກີດຂຶ້ນ ໃນໂລກມວນມະນຸດເຮົານີ້
ມັນຍ່ອມເປັນໄປຕາມກົດ ເຫດຜົນຈິງແທ້
ເຮົາຈຶ່ງແປໃຫ້ເຫັນເລື່ອງ ການເມືອງລາວສະໄໝເກົ່າ
ລ້ານຊ້າງລາວຄົງຢູ່ໝັ້ນ ແຂງເຂັ້ມຢູ່ຍົງ
ທຸກທົ່ວຂົງເຂດຄ້າຍ ລາວເດັ່ນເຫັນປາຈັກ
ປະກົດການບັນຍາຍຄັກ ທົ່ວແດນດິນດ້າວ
ໃນຟາກຂອງສອງເບື້ອງ ລາວເຮືອງປາກົດເດັ່ນ
ເລື່ອງມັນເປັນເຊັ່ນນີ້ ລາວຈຶ່ງຕັ້ງຢູ່ນານ
ບັດນີ້ ກັບມາຈາກ່າວຕ້ານ ປະຫວັດສາດອົງກະສັດ
ປະຖົມບໍຣົມລາວ ທີ່ໂລກຈາສະຫຼັກໄວ້
ຂຽນກອນໄຂຄວາມແຈ້ງ ໃຫ້ເຫັນຮອມຮູຮ່ອມ
ເວົ້າໃຫ້ແຈ້ງ ແປງໃຫ້ມັນຖືກຕ້ອງ ຈຶ່ງເຫັນເຣື່ອງຊອບທັມ
ຄາວນັ້ນ ອົງເອກເຈົ້າ ເນົາຢູ່ພຣະນະຄອນຫຼວງ
ອັງກໍທົມເມືອງຂອມ ສ້າງຜົນງານປະຈັກແຈ້ງ
ຄືຊ່ວຍຕີຕົບຕ້ານ ສັດຕູມານຂອມບໍ່ໃຫ້ເກ່ງ
ແຂງຂົ່ມກຳຮາບຕ້ານ ຂະຫຍາຍຂ້າມແຜ່ນດິນໄດ້ແລ້ວ
ຄາວນັ້ນ ອົງກະສັດໄທ້ ພຣະຍາໃຫຍ່ເມືອງຂອມ
ເຫັນຊອບຄຸນຄວາມດີ ແຫ່ງເຈົ້າຟ້າຊາຍຊຽງທອງກ້າ
ທິ່ເປັນກອງກຳລັງນຳໜ້າ ທະຫານຫຼວງທີ່ກ້າເກັ່ງ
ຫາຄົນເສັງທຽບເທົ້າ ພຣະອົງເຈົ້າແມ່ນບໍ່ມີ
ດ້ວຍເຫດນີ້ ອົງເອກພະຍາຂອມ
ຈຶ່ງໄດ້ຍອມບັນນາການ ຍົກບັນດາສັກນ້ອມ
ຖວາຍປູນບຳເນັດໃຫ້ ເຫັນກົງການຊອບ
ມອບບັນດາສັກຍົກຂຶ້ນ ເປັນພຣະອົງຈອມເຈົ້າແຫ່ງນະພາ
ນາມພຣະອົງຈຶ່ງປະກົດຕົວທົ່ວຫຼ້າ “ພຣະເຈົ້າຜີຟ້າແຫຼ່ງຫຼ້າທໍຣະນີຢຳ”
ຟ້າງຸ່ມ ນາມທີ່ຜາກົດ ງຸ່ມໂງ່ມງຶມງຳຈົນສະທ້ານ
ເທວະດາຢູ່ເມືອງຟ້າ ຍິນພຣະນາມຕ້ອງແຕກຕື່ນ
ຜົນງານຫຼາຍລົ້ນລື່ນ ສຸດທີ່ຈາໃຫ້ກ້ຽງຄາວນີ້ແມ່ນຢຶດຍາວ
ຈຶ່ງໄດ້ຫັນມາກ່າວເຣື່ອງ ພຣະອົງຢູ່ເມືອງຂອມ
ຍ້ອນຄຸນງາມຄວາມດີ ທີ່ພຣະອົງກະທຳໄວ້
ກະສັດຂອມຈຶ່ງໄດ້ຍໍມວນໃຫ້ ກະສັດຕຣີສີສະອາດ
ຣາຊະທິດາແກ່ນແກ້ວ ຖວາຍໃຫ້ຮ່ວມພຣະໄມ
ເປັນສີທຽມເອກໄທ້ ທູນບາດຄຽງຊີວິດ
ສະຖິດໃນດວງໃຈ ໜໍໂພທິຍານລ້ຳ
ເປັນພຣະຣາຊີນີລຳ້ ຄຽງພຣະອົງບົວລະບາດ
ລາວທັງຊາດຮັບຮູ້ ພຣະນາງແກ້ວເກັ່ງຍາ
ອຸບພິເສກຈອມເຈົ້າ ເປັນເຂີຍເອກອົງກະສັດ
ເປັນຍາດພັນພົງສາ ຈອມໃຈຈິງແຈ້ງ
ສ້າງສຳພັນລາວເຂົ້າ ຂອມແຂງອຳນາດແກ່ນ
ຮັກສາຂອມທົ່ວແວ້ນແຄວ້ນ ຂະຫຍາຍເຊື້ອເຜົ່າພັນ
ຈຸດສຳຄັນບ່ອນນີ້ ນັບເປັນໜຶ່ງຄວນບັນທຶກ
ສຳນຶກໃຫ້ເຫດການ ທີ່ຊາດລາວຄວນອ້າງ
ຂະເໝນລາວຄາວນີ້ ສຳພັນກັນສັນສະເໝີຍາດ
ບໍ່ໄດ້ຄິດຄຽດແຄ້ນ ຕົບຕ້ານບຽດຊິງ
ເປັນເຣື່ອງຈິງປາຈັກແຈ້ງ ປະຫວັດສາດສຳພັນກັນ
ທູຕາທັງປະຊາຊົນ ຣັດຖະບານສອງເບື້ອງ
ບໍໄດ້ເຄືອງຂັດຂ້ອງ ໝອງໃຈຈົນເກີດເຫດ
ມີວຽກຫຼວງໃຫຍ່ນ້ອຍ ສອງຊາດເຫັນຮ່ຳຮູ້ ເຊີດຊູໄວ້ບໍ່ໃຫ້ມົວ ທ່ານເອີຍ.
(ເຊີນອ່ານຕໍ່ຕອນທີ ໔)

ພຣະເຈົ້າຟ້າງຸ່ມມະຫາຣາຊ (ພາກສອງ)

- ຕໍ່ຈາກບົດພາກຕົ້ນ ທີ່ຈົບຈອດຕອນສຳຄັນ
ເຈົ້າຟ້າຊາຍຂອງເຮົາ ເນັ່ງເນົາອາຣາມກວ້າງ
ກາງພູກ້ຳ ສາຣະແພຄອນແຮ່
ສຳນັກເຄົ້າ ຣາຊະຄູເຈົ້າສັ່ງສອນ
- ທຸກສິ່ງພ້ອມ ມີມາກມວນຫຼາຍ
ວິຊາຄົບ ທຸກສິ່ງອັນຖວາຍເຈົ້າ
ບໍ່ປິດບັງອຳເອົ້າ ບິດເບືອນຊຸກເສື່ອງ
ທັງການເມືອງການຢ້າວ ສອນຊິ້ບໍ່ອຳ
- ເພາະວ່າທາງຝ່າຍກ້ຳ ອົງເອກຣາຊະຄຣູ
ມອງສ່ອງເຍືອງຍານເຫັນ ເຈດຈຳນົງປະຈັກແຈ້ງ
ຈຸດປະສົງຕັ້ງ ຄວາມຫວັງຂອງສອງຊາດ
ມອງສ່ອງເຫັນກ້ຳຝ່າຍເບື້ອງ ເມືອງບ້ານຖືກຄູ່ເຂັນ
- ຄາວນັ້ນທາງຝ່າຍກ້ຳ ຂອມອ່ອນກຳລັງລົງ
ສຍາມເຄີຍຂອມຄຸມ ມ່ານມອນຂະໜານໄວ້
ຄາວນີ້ສຍາມແຂງຕົນຂຶ້ນ ຂະຫຍາຍຕົວຕີມ່ານ
ກັບທັງມອນມອດມ້ຽນ ຂະຫຍາຍຂຶ້ນຍຶດໄທ
- ໄທທຸກຖິ່ນແດນໃກ້ ລະວ້າລົບບູຣີຫຼວງ
ມອນເມືອງການຣາຊະບູຣີ ຕາກໄທລາວລ້ວນ
ກວນໄປເຖິງໄທເມືອງພຸ້ນ ນະຄອນພິງລາວຈັກກະຣາດ
ສຸຂໂຂໄທກໍຄວບເຂົ້າ ສຍາມແຍ້ງຢຶດຄອງ
- ທາງຝ່າຍຂອມພີ່ນ້ອງ ມະຫາມິດລາວເດີມ
ສຍາມກີທາທັບ ຈອດເຖິງແຖວກ້ຳ
ອຸດອນມີໄຊຍ໌ພຸ້ນ ເມືອງພິມາຍນະຄອນເຂດ
ໂຄຣາດລາວກາງກ້ຳ ສຍາມກໍເຂົ້າຮຸກຮານ
- ຍ້ອນເຫດນີ້ທາງຝ່າຍກ້ຳ ອົງເອກຣາຊາຂອມ
ເນົານັ່ງໃນນະຄອນຫຼວງ ອັງກໍກົມການຕັ້ງ
ສັ່ງກະເກນພົນເຂົ້າ ຣວມຕົວກັນຕິຕ່ອຍ
ຣາຊະດອນທັງໃຫຍ່ນ້ອຍ ຣວມຕົວເຂົ້າຕີສຍາມ
- ຄາວນີ້ເຖິງເຂດແລ້ວ ບັນລຸເຈດຈຸດປະສົງ
ຈຳນົງການງານຫຼວງ ດັ່ງເດີມທີ່ລາວຕັ້ງ
ພຣະບິດາຊົງໃຫ້ ພາຣະຫຼວງອັນໜັກໜ່ວງ
ປວງປະຊາພີ່ນ້ອງ ຈົ່ງຕິດຕາມເລື້ອງທີ່ເສື່ອງອຳ
- ທາງຝ່າຍກ້ຳ ເຈົ້າຟ້າໜໍ່ກະສັດຕາ
ທັງລູງອາເສນາເນົາ ເນັ່ງນຳຄາວນັ້ນ
ກໍຂາບທູນຄະດີແຈ້ງ ແປງຄວາມຄຳຊື່
ຂານຂາບເລື່ອງແຈ່ມແຈ້ງ ຣາຊະຄຣູເຈົ້າໃຫ້ຮູ້ຈິງ
- ອັນວ່າກ້ຳຝ່າຍເບື້ອງ ນະຄອນເອກຊຽງທອງ
ເຈົ້າຟ້າງ້ຽວເນົານັ່ງປອງປັກປັກ ພິທັກລາວທັງຄ້າຍ
ທັງໄທພ້ອມ ລາວດຽວໂດຍດັ່ງ
ໄທລາວມວນໝູ່ນີ້ ຊຸມເຊື້ອຮ່ວມສະກຸນ
- ຄາວນີ້ຂອມຖືກວຸ້ນ ສຍາມຂົ່ມແຂງເມືອງ
ຕ້ານຕໍ່ຕີການຮົບ ໝູ່ມອນຂະແມພ້ອມ
ທັງຂະເໝນໃຕ້ ຈາມເຈນບໍ່ເວັ້ນວ່າງ
ເສິກເຂົ້າຄຸມຂອກຂ້າງ ລາວຊ່ວຍຕ້ານຕ່ອຍຕີ
- ເຈົ້າຟ້າຊາຍອົງນີ້ ນາມໜຶ່ງທີ່ກຽງໄກ
ອົງໂອຣົດນະຄອນທອງ ມາຊ່ວຍປອງເມືອງຄ້ຳ
ຊົດຊ່ວຍຕົບຕີຕ້ານ ສຍາມປອງປ້ອງກັນຊ່ວຍ
ຂໍໃຫ້ອົງເອກໄທ້ ທູນໃຫ້ພຣະນັ່ງເມືອງ ຊາບທ້ອນ
- ຂ້ານີ້ນາມໜຶ່ງນັ້ນ ຊື່ວ່າຜີຟ້າຫຼວງ
ແຫຼ່ງຫຼາທໍຣະນີດິນ ເຂດແດນສິບແສນຊ້າງ
ເປັນໂອຣົດວຽງຫຼວງກວ້າງ ນະຄອນທອງໄດ້ຈັດສົ່ງ
ມາສຳພັນຮ່ວມເຂົ້າ ທູຕາໃຊ້ຕ່າງພຣະອົງ
- ຄາວນັ້ນ ພຣະມະສາມະນະເຈົ້າ ອົງເອກປາສາມັນ
ທັນເອົາຍັງອົງຊາຍຫຼວງ ເຂົ້າກຸງນະຄອນຟ້າວ
ກົງຕໍ່ພຣະນະຄອນແລ້ວ ທູນຖວາຍອົງອາດ
ທູນບອກເຣື້ອງ ການແຈ້ງເຫດການ
- ຣາຊາເຈົ້າ ອົງເອກກະສັດຂອມ
ກໍໄດ້ຍອມໂຈມຮັບ ເຈົ້າຟ້າຊາຍຊົງໄວ້
ໃຫ້ຄວບກຸມທະຫານກ້າ ສະບູຫຼວງປືນໃຫຍ່
ອອກຕໍ່ສູ້ ສຍາມກ້ຳຝ່າຍປັດສິມ
- ພຣະອົງກໍຍົກທັບກ້າ ມຸ້ງສູ່ສະໜາມຮົບ
ຕົບຕ່ອຍຕີມວນມານ ແຕກໜີປົບເຕັ້ນ
ບໍຣິເວນພັດຕະບອງພຸ້ນ ປາຈີນສີສະເກດ
ທັງສຸຣິນກໍຕໍ່ສ້າງ ກະບິນເບື້ອງຝ່າຍພິມາຍ
- ກອງກໍາລັງເຄື່ອນຍ້າຍ ຕ້ານຕໍ່ຕີສຍາມ
ໃນສະໜາມທີ່ເຂົາຄອງ ດິນຂອມຄາວນັ້ນ
ຄວາມສຳຄັນກໍມີຂຶ້ນ ຝົນງານຫຼາຍເຫຼືອຍິ່ງ
ເຈົ້າຟ້າຊາຍຊ່ວຍຊ້ວນ ປະຈັກແຈ້ງທົ່ວເຖິງ

(ຍັງມີຕໍ່)

ພຣະເຈົ້າຟ້າງຸ່ມມະຫາຣາຊ (ພາກໜຶ່ງ)

ບັດນີ້ ຈັກໄດ້ຈາກກ່າວເຣື່ອງ-------------ອົງເອກຣາຊະບູຣຸດລາວເຮົາ ກ່ອນແລ້ວ
ເນົາເນັ່ງໃນວຽງທອງ -------------------ປາສາດສູງຫຼາຍຊັ້ນ
ກະສັດລືຊາກ້ອງ -----------------------ຊຽງທອງນະຄະເລດ
ທຸກເທດໄທຍ່ານກວ້າງ -----------------ຍິນຍອມນ້ອມຍົກຍໍ

ເຊັງຊ່າລືທົ່ວດ້າວ ----------------------ແດນດ່ານຊຽງທອງ
ຫົວເມືອງໃນລຳຂອງ -------------------ຍົກຍໍປໍປັ້ນ
ຂຶ້ນຊື່ລືຊາເທົ້າ -------------------------ກຽງໄກຣເກີນຂະໜາດ
ຟ້າງຸ່ມມະຫາຣາດທ້າວ -----------------ໂຮມລາວເຂົ້າຮ່ວມກັນ

ຈັບເອົາຈຸດບ່ອນບັ້ນ ---------------------ອັກເອກກະສັດຕາ
ຈອນຈາກຊຽງທອງລົງ------------------ ລ່ອງຂອງຍາວເຍີ້ນ
ກັບໝູ່ທູຕາພ້ອມ------------------------ລົງແພລອຍລ່ອງ
ອອກອຸບາຍລ່າຍໃຫ້ ---------------------ສັດຕູຢ້ານເກງຂາມ

ຄາວນັ້ນສຍາມຕັ້ງ ----------------------ເມືອງແຂງຂະໜາບຂົ່ມ
ບຸກລຸກໄທທົ່ວລ້າ ------------------------ຂະຫຍາຍຂ້າມເຂດແດນ
ເຫັນທີ່ຕ້ອງໄດ້ຮູ້ ------------------------ຮຽນສາຕາສິນເສີກ
ສັມພັນກັນກັບຂະເໝນ ------------------ຈຶ່ງຊິເໝາະສົມເຣື່ອງ

ການເມືອງເຂົ້າ -------------------------ສຸໂຂໄທສຍາມບຽດ
ກັບທັງບຸກລຸກເຂົ້າ -----------------------ຂອມເບື້ອງບົວລະພາ
ວຽງທອງນີ້ຫາກເມີນເສີຍ ----------------ຢ້ານເສັຍທ່າ
ຄວນແກ່ຫາທີ່ປ້ອງ---------------------- ຕີຕ້ານໝູ່ມານ

ຄາວນັ້ນ ຊຽງທອງໄດ້--------------------ຂັບໄລ່ກຸມມານໜີ
ທຳທີວ່າ "ເປັນເຂັດຂວງ"----------------ຕໍ່ເມືອງພູມບ້ານ
ຫວັງເພື່ອປົກປິດເຣື້ອງ -------------------ການເດີນທາງໃຫ້ເຖິງຈອດ
ຫຼອກໃຫ້ສັດຕູບໍ່ເຫັນຫຼ່ຽມແທ້ ------------ປະສົງເຄົ້າເຈດຈຳນົງ

ເຈົ້າຟ້າຊາຍອົງນ້ອຍ --------------------ເກີດຈາກທ້ອງແມ່ມານດາ
ທັນຕາເຕັມຄົບຟັນ -----------------------ມາກເຖິງສາມສິບສາມເຫຼັ້ມ
ຊາວເມືອງຕ້ານ --------------------------ວ່າເຂັດຂວງກາລີຊົ່ວ
ຈຶ່ງຂັບໜີຈາກຫ້ອງ -----------------------ຊຽງທອງກວ້າງລ່ອງຂອງ

ເອົາກຸມມາພຣະອົງນ້ອຍ ------------------ລົງໃສ່ແພດີ
ມີທັງຄົນຄາມຫຼາຍ------------------------ ຄົບຄັນພຽງພ້ອມ
ຄະນາຄົນຕາມເຈົ້າ------------------------ກຸມມາໂຣນ້ອຍອ່ອນ ຄາວນັ້ນ
ສາມສິບສອງຄົບຖ້ວນ---------------------ຂະບວນນີ້ລ່ອງກະແສ

ນີ້ຄືເລ້ຫຼ່ຽມແທ້ ----------------------------ສຸດຍອດປິດສະໜາ
ຄົນທີ່ມີຟັນຄົບ -----------------------------ອາຍຸສູງຫຼາຍແລ້ວ
ຊາວປີປາຍປະມານໄດ້ --------------------ຕັນຕາຈຶ່ງເຕັມປາກ
ອົງຊາຍລອຍລ່ອງນ້ຳ ----------------------ມີຄົນລ້ຽງຄົນຄັນ

- ແມ່ນ້ຳຂອງໄຫຼຈັ້ນໆ---------------------ລອຍລ່ອງຕາມກະເສ
ມິຫາດຊາຍທັງຜາ -------------------------ໂຂດຫີນຮູແກ້ງ
ແຍງແຕ່ຊຽງທອງພຸ້ນ -----------------------ກັນດານສຸດຂະໜາດ
ຜ່ານຫົວເມືອງໃຫຍ່ນ້ອຍ -------------------ເຖິງເທົ້າຈັນບູຣີ

ເປັນຫົວເມືອງໃຫຍ່ກວ້າງ ------------------ແຂງແກ່ນການປົກຄອງ
ຜ່ອງທັງສີໂຄດຕະບູນຫຼວງ -----------------ກໍເຂັ້ມແຂງສະເໝີດ້າມ
ແພອົງຊາຍກໍກາຍຈ້ອຍ ---------------------ລົງເຖິງເມືອງໃຕ້ຕ່ຳ
ເສດຖະປຸຣະຖິ່ນກ້ຳ -------------------------ຈຳປາສັກຊື່ນີ້ ເຮົາຮູ້ຕໍ່ມາ

ລ່ອງລົງເລີຍບໍ່ຄອຍຖ້າ ---------------------ກາຍຜ່ານເມືອງສຳຄັນ
ບໍ່ມີໄພຖາມເຖິງ ----------------------------ຕໍ່ພຣະອົງພຽງນ້ອຍ
ກອຍໄປເຖິງກະເສນ້ຳ ----------------------ສີທັນດອນອັນກວ້າງໃຫຍ່
ແພລ່ອງລົງພາກໃຕ້ ------------------------ເຖິງກ້ຳຖິ່ນຂະເໝນ

ກໍໄປຢຸດຈອດຢັ້ງ ---------------------------ບໍ່ກ້າວກ່າຍກາຍລົງ
ແກ້ງຫຼີ່ຜີຄອນພຣະເພງ ---------------------ເລີກຊັນຫຼາຍຊັ້ນ
ຊາວເສນາທັງຄ້າຍ -------------------------ເຊີນພຣະອົງລົງຈາກ
ຂຶ້ນສູ່ດິນແດນກ້ຳ ---------------------------ຂະເໝນແລ້ວພັກເຊົາ

ແພນັ້ນ ຈອດທີ່ຈັ້ງ-------------------------ວັດໃຫຍ່ກຳມະຖານ
ນາມໜຶ່ງພູສາລະແພ -----------------------ເຂດຂະເໝນຄາວນີ້
ມີຣາຊະຄູຫຼວງເຈົ້າ ------------------------ປາສາມັນອົງເອກ
ເປັນເຈົ້າຂົງເຂດຄ້າຍ ----------------------ອາຣາມກວ້າງປ່າໄພ

ເຈົ້າຟ້າຊາຍຈຶ່ງໄດ້ -------------------------ຂໍຂອດເປັນສິດ
ເພື່ອສຶກສາວິຊາຄຸນ ------------------------ສາດຕາສິນດອມເຈົ້າ
ຮຽນເອົາຍັງຄວາມຮູ້ ------------------------ວິຊາການຫຼາຍຢ່າງ
ຈົນວ່າຈົບແຈບເລື້ອງ -----------------------ວິຊາລ້ຳເລີດຄຸນ ທ່ານເອີຍ

(ເຊີນອ່ານຕໍ່ພາກສອງ)

ສນປລ. ຈົ່ງກ້າວໄປ.

(ວັນນີ້ ກອງປະຊຸມໃຫຍ່ຄັ້ງທີ ໔ ຂອງສະມາຄົມນັກປະພັນລາວ ໄດ້ເປີດຂຶ້ນເປັນທາງການທີ່ກໍປະຊຸມຊັ້ນ ໓ ຫໍວັດທະນະທັມລາວ ເລີຍແຕ່ງກອນອ່ວຍພອນສາເລີຍ)

ສະມາຄົມນັກປະພັນລາວ ຄົບຂວບເຂົ້າເປັນໜຸ່ມກຳລັງແຂງ
ເປັນແມ່ແຮງຂອງລັດ ພັດທະນາເມືອງບ້ານ
ນຳວິຊາການເສີມໃຫ້ ທັງຕິດຕາມມະຕິຊາດ
ປະກາດແນວທາງທີ່ພັກຊີ້ ໃຫ້ເຫັນແຈ້ງເຈດຕະນາ

ມື້ນີ້ຟ້າເປີດແຈ້ງ ສາດສ່ອງແຮງແສງ
ວັນທີ ໒໔ ທັນວາເປັນແວ່ນແຍງ ສ່ອງຫຼັງຫວນຄາວຕັ້ງ
ຕິດຕາມຜົນງານສ້າງ ຫຼາຍປິຈົນເປັນໜຸ່ມ
ສອງພັນເກົ້າຄົບຄວບເຂົ້າ ເຖິງເປົ້າຂີດໝາຍ

ກອງປະຊຸມໃຫຍ່ຄັ້ງນີ້ ຄັ້ງທີ່ສີ່ຕາມກຳນົດ
ຈົດຈຳເຈັດຂວບປີເຕັມ ຈຶ່ງໄດ້ມາຫວນພໍ້
ຜົນງານມີຫຼາຍແທ້ ເກີນກາຍການຊິກ່າວ
ນັກປະພັນທັງແກ່ເຖົ້າ ອາວຸດໂສພ້ອມນ້ອຍໜຸ່ມກໍມາ

ມາວາງແຜນຄັ້ງທີຫ້າ ສືບຕໍ່ຜົນງານຫຼັງ
ເປັນພະລັງການປະຕິບັດງານ ໃຫ້ຄ່ຽມຄຽງບໍ່ຄົງຄ້າງ
ຫັນທິດທາງເສີມຂຶ້ນ ບືນຕົວບາດກ້າວໃໝ່
ເດີນຕາມຍຸກທັນສະໄໝ ສີວິໄລຕາມບາດກ້າວ
ເມືອງບ້ານພັດທະນາ

ສນປລ. ຢ່າໄດ້ຊ້າ ຈົ່ງຮີບຢ່າງໃຫ້ຄົງແຂງ
ສະແດງຕົວບົນເວທີ ໃຫ້ໂລກຫວນເຫັນແຈ້ງ
ເອົາກຳລັງແຮງສະໝອງພ້ອມ ຮ່ວມມືກັນປັ້ນແຕ່ງ
ສ້າງຊາດລາວໃຫ້ຮຸ່ງແຈ້ງ ເປັນແວ່ນແຍງສ່ອງໜ້າ
ເໝືອນເກົ່ານີ້ທີ່ຜ່ານມາ ພຸ້ນນາ.



ໂງ່ໃຕ້ແສງຈັນ

ແສງຈັນໃສເຈີດຈ້າ ປະກາຍຮຸ່ງເໜືອນຫຼັງຄາ
ສາລາໂຮງທັມວັດ ງຽບສງັດສງົບນິ້ງ
ໂງ່ຊູຊັນເປັນຊ້ອງ ປະດັບຫາງວັນແລ່ນ
ຍອດຊໍ່ຟ້າຊີ້ຂຶ້ນ ເມືອຟ້າຊໍ່ຊອນ

ສະອອນແສງຈັນຈ້າ ສາດສ່ອງເວຫາ
ຖືກຫຼັງຄາໂຮງທັມ ຍອດພຶກສາຂຽວເຂັ້ມ
ດວງຈັນເຕັມວັນນີ້ ຄືວັນສິນສິບຫ້າຄ່ຳ
ສຽງເທດທັມນ້ອມໄຫວ້ ຣັຕນະໄຕຍແກ້ວໜ່ວຍສາມ

ຄົນຈະງາມເຈີດຈ້າ ຍອມໂງ່ກະຍັງດີ
ໂງ່ກໍຈະມີກຳລັງ ສ້າງໃຈໃຫ້ເຫັນແຈ້ງ
ໂງ່ບໍ່ງ່າວໄຂຄວາມແຈ້ງ ສູດຮຽນທັງຖາມໄຖ່
ເອົາຈິດໃຈຜູກໝັ້ນ ກະສັນແຈ້ງຊົ່ວດີ
ອັນວ່າການທຳຕົວເໝືອນໂງ່ນີ້ ມີດີຫຼາຍສິ່ງ
ບໍ່ເໝືອນໂງ່ງ່າວແທ້ ສັນດານຈ້າອວດດີ
ເໝືອນກັບໂງ່ສາລາຫຼັງນີ້ ໄດ້ຕັ້ງເດັ່ນຄົນເຫັນຄັກ
ຕັ້ງຢູ່ໜ້າບັນສາລັງ ໜ້າຫຼັງລຽນລ້າຍ

ຄົນທັງຫຼາຍຄວນຮຽນຮູ້ ຄຸນຄອງຂອງໂງ່
ຄວາມຫຼັກແຫຼມເສື່ອງໄວ້ ເຖິງເວລາໃຊ້ຈຶ່ງຖອດມາ
ເໝືອນກັບຫີນທີ່ແກ່ນກ້າ ຍັງມີຄ່າຣາຄາສູງ
ຍາມເມື່ອພ້າຄົມບິດ ຍັງໄດ້ຝົນໃຫ້ຄົມກ້າ

ໂງ່ສາລາຄວນຮຽນຮູ້ ປິດສະໜາຊ້ອນເສື່ອງ
ໃຜມີປັນຍາກໍຈະເຫັນຫ່ອມເຣື່ອງ ກຸນແຈແຈ້ເຫດການ
ມີຄວາມດີກັບປັນຍາແລ້ວບໍ່ຢ້ານ ແຕກຕື່ນຕົກໃຈ
ໃຜຮູ້ເຫັນທາງທັມ ໃຫ້ໃສ່ໃຈຈຳໄວ້

ອັົນໃດຄວນຄຳນຶງຄົນ ຄົນເອົາໃຫ້ເຫັນສ່ອງ
ຕາມຄັນລອງແບບເບື້ອງ ບັນຫາແຈ້ງແຫ່ງທັມ
ນີ້ຄືສິ່ງທີ່ຄວນຢໍ້າ ຄຳຂອດປິດສະໜາ
ຈົ່ງໃຊ້ສັດທາກັບປັນຍາ ໄຕ່ຕອງໃຫ້ເຫັນແທ້




ລາວຄູ່ດາວເດັ່ນຟ້າ

- ຟ້າຍັງສູງສຽດຟ້າ------------ຄຸນຄ່າຍັງເໝືອນເດີມ
ສີຄາມຂຽວຂາວສົດ ------------ເດັ່ນສະເໝີບໍ່ມີດ້ອຍ
ບາງເທື່ອເປັນສີສົ້ມ --------------ຄາມແດງອິດເຫຼືອງອ່ອນ
ເປັນຮູບສັດສິ່ງຊ້າງ -------------ເສືອມ້າກໍຫາກມີ

- ຟ້າກໍຍັງເປັນຟ້າ--------------ບໍ່ແຕກຕ່າງຫຍັງໝົດ
ຝົນຕົກຮ່ວຍຮຳລິນ-------------- ຟ້າມືດມົວມອງອ້ຳ
ຝົນຕົກຮ່ຳຫຼາຍນ້ອຍ------------ລົມແຮງກໍຕາມຊ່າງ
ຟ້າກໍຍັງເປັນຟ້າ ----------------ເຖີງລົມມ້າງທັ່ງເທ

- ຄົນລາວເຮົາຄັນບໍ່ຢາກເປັນລາວເກ້----ຄຸນທາດເສື່ອມຊາມຕົກ
ຈົ່ງຍົກສູງສະຕິຕົນ----------------- ຊາດພັນໃຫ້ມັນໄດ້
ລາວເຮົາມີຫຼາຍເຊື້ອ -------------ສະກຸນຄາມມວນມາກ
ອອກຈາກກໍກິ່ງກ້ານ --------------ລາວລ້ວນດັ່ງດຽວ

- ຊຸມລາວພົງພວກຟ້ອງ----------ລື້ຜ່ອງໄທທັງໝົດ
ກົດຂີດໝາຍຮຽກຂານ------------ ຊື່ສະກຸນທັງພູມຕັ້ງ
ບາງຜ່ອງຂານຂຽນໄວ້ ------------ຕາມລັກສະນະຊົງເຄື່ອງ
ໄທແດງດຳທັງຜ່ອງໂສ້ງ ----------ພຸງຂາວລ້ວນກໍແມ່ນລາວ

- ພູໄທນັ້ນບອກແຈ້ງ---------------ລາວພວກໜຶ່ງຢູ່ເທິງພູ
ລາວພວນນາມດິນແດນ------------ເຂດຊຽງຂວາງພວນພຸ້ນ
ລາວກາງແດນທັງໃຕ້------------- ບໍຣິຄຳໄຊສະຫວັນນະເຂດ
ເມື້ຍໂຊ້ຊຸມພວກຍໍ້ ----------------ມວນນີ້ແມ່ນລາວ

- ພວກໜຶ່ງຢູ່ຖິ່ນກ້ຳ--------------ຝາກຝັ່ງຂວາຂອງ
ໃນດິນແດນທາງອີສານ------------ຈອດລ້ານທາງພຸ້ນ
ກໍແມ່ນລາວດຽວລ້ວນ ------------ບໍ່ແປງໄປເປັນອື່ນ
ໄທສະຍາມພວກໜຶ່ງນັ້ນ----------ມີລາວເດີມເຄົ້າປົນຢູ່ນຳ

- ຕະກູນເດີມບອກແຈ້ງ----------ອ້າຍລາວເດັ່ນເຫັນປາຈັກ
ມາຈາກດາວດວງເດີມ----------- ບໍ່ປ່ຽນແປງລາວໄດ້
ເຖິງວ່າເວລາຟ້າ ----------------ຝົນຮຳຫຼືແດດສ່ອງ
ທ້ອງຟ້າຕ້ອງປ່ຽນພື້ນ------------ ຄາມສິ້ວມືດແສງ

- ແຕ່ວ່າຟ້າຍັງສ່ອງໃສຮຸ່ງແຈ້ງ---ເຈີດເວີ່ນບົນເວຫາ
ດາຣາຍັງສົດໃສ------------------ ຮຸ່ງສະເໝີຢູ່ເທິງຟ້າ
ຝົນຕົກຮຳຫາກເງີຍຄໍທັງແຫງນໜ້າ --ມືນຕາຈ້ອງຟ້າຟາດ
ນ້ຳຝົນສາດອາບໜ້າ --------------ມອງຟ້າແມ່ນບໍ່ເຫັນ

- ຄັນຢາກເຫັນຟ້າແຈ້ງ-----------ໃຫ້ມອງເມື່ອຍາມສະຫງົບ
ຝົນບໍ່ຕົກລົມບໍ່ແຮງ----------------- ໃຫ້ສ່ອງເມືອເມືອງຟ້າ
ເໝືອນດັ່ງມອງລາວນີ້ --------------ປັນຍາເຍືອງສອດສ່ອງ
ບໍ່ມີເຄື່ອງຂີດຂັ້ນ -------------------ກໍເຫັນແຈ້ງຊາດລາວ ແທ້ໃດ
(ແຕ່ງໄວຟ້າວໄປ ກັບມາໃໝ່ແກ້ຮຽບຮ້ອຍ)

ພາສາລາວ ບໍ່ຕາຍແຕ່ອາດອັມມະພາດໄດ້

- ພາສາລາວ---------ຍັງບໍ່ຕາຍ--------ສະບາຍທາດ
ແຕ່ກໍອາດ------------- ມີຄວາມສ່ຽງ-----ຕໍ່ການສູນ
ຫາກວ່າລາວ----------ທັງຜອງ--------- ບໍ່ເພີ່ມພູນ
ອາດຈະສູນ-----------ໃນວັນໜຶ່ງ-------ບໍ່ສົງກາ

- ການດັບສູນ--------ພາສາ-----------ບໍ່ແມ່ນສ້ຽງ
ຜິດຜະດຽງ-----------ຍາມໃຊ້ ----------ໄຮ້ຄວາມໝາຍ
ມັນຫຍຸ້ງຍາກ---------ຈັກຕ້ອງໄດ້-------ອະທິບາຍ
ເມື່ອຂະຫຍາຍ --------ເນື້ອຄວາມ-------ບໍ່ສົມຜົນ

- ພາສາປາກ---------ໂສເວົ້າ----------ເສວະນາ
ເຈລາຈາ--------------ຖາມໄຖ່ ---------ເຖິງທຸກສຸກ
ເວົ້າຈັ່ງໃດ-------------ຍາມໃດ---------ກໍສະໜຸກ
ແຕ່ຈະອຸກ -------------ຍາມໃຊ້---------ເອົາເຫດຜົນ

- ເອົາໄປໃຊ້-----------ວິຊາການ--------ອະທິບາຍ
ຕ້ອງຂະຫຍາຍ-------- ເນື້ອຄວາມ-------ກວ່າຈະຈັກ
ຕ້ອງໄດ້ຮຽນ-----------ໄດ້ສຶກສາ-------- ໃຫ້ຄັກຄັກ
ຈຶ່ງຈຳຫຼັກ--------------ສົມຜົນ-----------ຄົນເຫັນຕາມ

- ພາສາຕາຍ---------ບໍ່ວາຍວອດ-------ຈົນສ້ຽງໝົດ
ຄຳວ່າຕາຍ------------ ຄືຄວາມໝາຍ----ທີ່ກຳນົດ
ຄັນເວົ້າໄປ------------ຄົນເຈົ້າໃຈ------- ຍິ່ງເຫຼືອອົດ
ນີ້ຄືບົດ----------------ຄຳວ່າຕາຍ-------ລະອາຍຈິງ

ແຜກ

- ໄດ້ຍິນຂ່າວວ່າໂລກລົ້ມ---------ເງິນຖະຫຼົ່ມລະບົມໜັກ
ບາງຄົນໄດ້ຢຸດພັກ---------------- ເລີກຈ້າງງານໃຫ້ເຊົາລ້າ
ບາງຄົນຫາງານໄດ້ ----------------ຣາຄາແຮງບໍ່ສົມສ່ວນ
ຈຶ່ງປະຊວນປ່ວຍໄຂ້---------------ໃຈເອົ້າອັ່ງມະໂນ

- ອາເມຣີກາເຫັນໂຈ້ໂກ້-----------ໂລກຫວັງເພິ່ງຍາມຂັດສົນ
ຍັງບໍ່ທົນທານສັງ------------------- ລົ້ມລະລາຍລະເລີງຫຍຸ້ງ
ເປັນມະລຸງມະລັງລົ້ມ ---------------ທຸຣະກິດກຸດຂາດ
ໂລກລະບາດພິດຮ້າຍ --------------ຍ້ອນເງິນຂ້ອງຂາດເຂີນ

- ທຸກປະເທດກໍໄດ້ພໍ້---------------ພໍປານດັ່ງດຽວກັນ
ອາເມຣິກາເປັນດັ່ງຍັກກຸມພັນ------- ຣິດເດດແຮງເອົາຮ້າຍ
ຍາມເຂົາຍັງແຂງເຂັ້ມ ---------------ໂລກກໍບານຊ້ອຍຊື່ນ
ຍາມເຂົາໝື່ນພະລາດລົ້ມ------------ໂລກາພື້ນສະໜັ່ນນຳ

- ຊາວໂລກທຸກຜ່າຍກ້ຳ-------------ຢູໂຣບຜ່ອງທັງອາຊີ
ອາເມຣິກາອາຟຣິກ------------------ ທຸກທີ່ທົນບໍ່ມີໄດ້
ທຸຣະກິດຫຼຸບລົ້ມ ---------------------LAY OFF ຄົນປະປ່ອຍ
ແຮງງານເກາະກ່ອມກ້ອຍ------------ຄາງຮ້ອງໂອ່ລະນໍ

- ຢູ່ເມືອງລາວບໍ່ຮ່າວພໍ້--------------ພິດຮັກເງິນດອລລາຣ໌ ສາແລ້ວ
ຕາມທີ່ຮຽມມອງເຫັນ----------------- ເບິ່ງຈິງເຈາະຈິ້ມ
ຄົນລາວທັງເໜືອໃຕ້ ------------------ປະຊາຊົນທຸກເຜົ່າ
ທັງລັດຖະການປະຊາຊົນບໍ່ນັ່ງເສົ້າ------ຍັງໂຮຮ້ອງມ່ວນມະໂນ

- ເຄີຍກິນແກງ​ແຕ່ງ​ຊຸດ​ໂກ້-------------ກິນງົວລາບອ່ອມທັງໝົກ
ເຄີຍຈົກເງິນແສນກື------------------- ໂກດພັນແສນຕື້
ເຄີຍສ້າງສາພັດທະນາບ້ານ ------------ໂຮງງານເຮືອນຢູ່
ຍິ່ງເພິ່ມພູນພອກຂຶ້ນ -------------------ເງິນບໍ່ໄດ້ຂາດມື

- ປີກາຍທະນາຄານອາເມຣິກາລົ້ມ------ລາວບໍ່ຈົ່ມພໍເມັດ
ປີນີ້ຊາວໂລກເຂົາອັ່ງອຸກ---------------- ລາວບໍ່ທຸກຈັກດີ້
ຄົນບໍ່ມີເຮືອນຊົ້ນ -----------------------ກັບປຸກເຮືອນຫຼັງບັກໃຫຍ່
ຄົນບໍ່ມີລົດໃຊ້-------------------------- ກັບມາຊື້ຈ່າຍສົດ

- ແຕ່ກ່ອນອອກຈາກບ້ານ---------------ໄປວຽກດ່ວນຍາມການ
ເຖິງເວລາກຳນົດ------------------------ ຈຶ່ງອອກໄປຍັງທັນໄດ້
ປີນິ້ເວລາຟ້າວ ---------------------------ໄປການງານຮີບດ່ວນ
ຕ້ອງໄດ້ອອກຈາກບ້ານ------------------- ກ່ອນແທ້ເກີນຊົ່ວໂມງ

- ແຕ່ກ່ອນເງິນມີໜ້ອຍ--------------------ສະບາຍທາດຄອງຊີວິດ
ໄປທາງໃດມາທາງໃດ--------------------- ສະບາຍໃຈບໍ່ມີຫຍຸ້ງ
ດຽວນີ້ເງິນມີຂຶ້ນ ---------------------------ລົດລານກໍມີຂີ່
ກັບມາຍາກບາດຍ້າຍ--------------------- ຕັນທາງໜ້າລົດຊິເດີນ

- ຖະໜົນເຕັມເຈີ້ນເທີ້ນ-------------------ເດີນບໍ່ຄ່ອງລົດຕັນທາງ
ເຮີອນກໍປຸກຢັງຢາຍ----------------------- ຂະຫຍາຍທາງບໍ່ມີໄດ້
ຢາກໃຫ້ອາເມຣີກາຟື້ນ --------------------ຄືນມາເໝືອນເກົ່າ ສາເດ
ລາວຊິດີລື່ນເຄົ້າ--------------------------- ຫຼືຊິຫຍຸ້ງຍິ່ງກວ່າເຂົາ ບໍ່ຮູ້

- ດຽວນີ້ ເມືອງມິ່ງກວ້າງ-----------------ທຸກພາກສ່ວນໃນລາວ
ບໍ່ມີເຄືອງຄາສັງ--------------------------- ຍາກຊາພໍດີ
ຄົນມີກິນມີໃຊ້ ------------------------------ສະບາຍໃຈພັດທະນາຊາດ
ຂໍໃຫ້ສຸກຍິ່ງຂຶ້ນ---------------------------- ລົດກໍໄດ້ອັ່ງແໜ້ນທາງທາງເຍື້ອນ ກໍເກີນພໍ ແທ້ແລ້ວ

ອະທິບາຍສັບ : ແຜກ ເປັນຄຳລາວແທ້, ສ່ວນ ແປກ ກໍເປັນຄຳລາວ ແຕ່ໄທຍ໌ເຂົາໃຊ້ວ່າ ແປລກ
ຄຳວ່ ແຜກ ເປັນສຳນວນ ຜິດແຜກແຕກຕ່າງ

ຄົນໃຈກວ້າຂວາງ

ທະນາຄານກັບຫວຍ

- ຊ່າກັນເຕັມຕຶງຕຶ້ງໆ ວົງການໃຫຍ່ທຸລະກິດ
ຊ່າກັນແບບມິດໆ ສະເພາະຄົນມີເງິນລ້ານ
ທະນາຄານພົງສະຫວັນຊິລົ້ມ ທະລາຍລົງລົ້ມອ່າງລ່າງ
ຊ່າວ່າ “ເຈົ້າຂອງທະນາຄານ” ໄປທ່ຽວຕ່າງປະເທດພຸ້ນ
ເຂົາຈັບແລ້ວຍັດຄຸກຄາ

- ຄວາມຊ່າມັນເຮັດໃຫ້ ທະນາຄານໃຫມ່ສະເທືອນຂວັນ
ຄົນມີເງິນຕື່ນຕະໜົກ ນອນບໍ່ຫັຼບກິນບໍ່ໄດ້
ເຂົາກໍໄວວາຟ້າວ ຂະໂຍງໄປຖອນຖອດ
ປິດບັນຊີທີ່ເປີດໄວ້ ເອົາເງິນມ້ຽນຢັດໃສ່ຖົງ

- ຄວາມຊ່າມັນເຮັດໃຫ້ ຄົນລາວຕື່ນຕົກໃຈ
ໃຜກໍໄວວາປັບ ບໍ່ຊັ່ງຊາບັນຫາຕົ້ນ
ຄວາມຕື່ນຕົວບໍ່ຈັກຄົ້ນ ຕົ້ນບັນຫາປາຍເຫດ
ຈຶ່ງຕ້ອງເສັຍທ່ານຍ້ອນ ຄວາມຊ່ານັ້ນເກືອບເໜົ່າເໝັນ

- ເຫັນແຕ່ນິທານເກົ່າກີ້ ຍິນພໍ່ແມ່ເຫຼົ່າສອນລູກຫຼານ
ຄາວເມື່ອຍັງເຍົາໄວ ກ່ອນຊິນອນເພິ່ນສອນໄວ້
ກະຕ່າຍຕື່ນຕູມເຕັ້ນ ຄະໂຍງໜີຮີບແລ່ນ
ສັດທົ່ວແດນບໍ່ຄິດຄົ້ນ ທະຍານເຕັ້ມຕື່ນຕາມ

- ກວ່າຈະເຫັນຮ່ອມເລື້ອງ ເຫດມັນເກີດສຸດວິໄສ
ບັນຫາປາຍທຳໃຫ້ສູນ ຢຽບກັນຕາຍຫຼາຍຮ້ອຍ
ສັດໃນດອຍດົງກວ້າງ ຕາຍລົງນັບບໍ່ໄຂວ່
ຕາຍເພາະຄວາມຮູ້ຕື້ນ ຕື່ນເລື່ອງກະຕ່າຍຝັນ

- ນິທານເກົາທີ່ວ່ານັ້ນ ມາທຽບໃສ່ປາກົດການ
ທ່ານອ໊ອດ ພົງສະຫວັນຖືກຈັບ ທະນາຄານກໍຊິລົ້ມ
ຄົນກໍງົມງວາຍຟ້າວ ໄປຖອດເງິນເຮວຮີບ
ສຸດທ້າຍກາຍເປັນເລື້ອງ ຄວາມຝັນເຟີ້ກະຕ່າຍນອນ ເທົ່ານັ້ນ

- ຄົນບໍ່ຄິດຄັດຂ້ອນ ຈ້ອນໃສ່ບັນຫາຫຼັກ
ໃຕ່ການນຳຂອງພັກ ຍຸກສະໄໝວິໄລກ້າວ
ບໍ່ເຍືອງແຍງສະໄໝນີ້ ວິຊາການຄວາມຮູ້ເດັ່ນ
ບໍ່ຊັ່ງຊາຍຸກສ້າງ ກົດໝາຍບ້ານລະບຽບເມືອງ

- ເອົາບັນຫາໄປທຽບເລື້ອງ ທະນາຄານໃສ່ກັບຫວຍ
ຄວາມຊວຍກາຍເປັນຄວາມສູນເສັຍ ກໍກ່ຽວດອງກັນໄດ້
ຄົນກໍເສັຍຫົວໃຫ້ ກົນອຸບາຍອັນບໍ່ຊອບ
ຕາມເຈດຕະນາແບບເບື້ອງ ອະທຳເຕື້ອງເຂົ້າຊັກຈູງ

- ທະນາຄານບໍ່ຮ່ອນຊິມ້ວຍ ດັບມອດເໝືອນກັບຫວຍ
ແມ່ຫວຍໂຕນຫຼືຂັງຄຸກ ລູກຫວຍແມ່ນຊວຍແທ້
ເງິນໂຮມຫວຍມີແສນລ້ານ ໄປຖາມຖອນກໍສູນເປົ່າ
ຫາກແມ່ຫວຍເຂົາສ້າງເລື້ອງ ວ່າຫຼຸບຫົ້ຼມທ່ານກໍຊວຍ

- ທະນາຄານບໍ່ແມ່ນເລື້ອງກ້ວຍໆ ສະເໝີດັ່ງກັບຫວຍ
ຖ້າທະນາຄານເຖິງຄາວຊວຍ ທ່ານກໍສວຍສະເໜີຕົ້ນ
ເງິນປັນຜົນກັບເງິນຕົ້ນ ລວມກັນທ່ານຍັງຢູ່
ລັດຖະບານຕ້ອງເຊີດ ເຂົ້າໄປຮັບຜິດຊອບໃຫ້
ບໍ່ມີເລື້ອງຮ້ອນໃຈ

- ນີ້ແລ້ວທ່ານຈຶ່ງຄວນຮຽນຮ່ຳຮູ້ ສີລະປະສາດການສຶກສາ
ທ່ານຫາກມີເງິນຫຼາຍ ກໍຫາກຮຽນໃຫ້ມັນຮູ້
ຍາມເມື່ອເຖິງຄາວຮ້ອນ ບັນຫາຫຼວງມັນບັງເກີດ
ໝົດຫົນທາງຕໍ່ສູ້ ເອົາປັນຍານັ້ນຊ່ວຍຊູ

- ສາສະໜາສອນໃຫ້ຮູ້ ປັນຍາເລີດກວ່າສິນຊັບ
ມີປັນຍາມວນຫຼາຍ ຊັບບໍ່ມາຍຫາຍທ້າງ
ມີເງິນຫຼາຍເອົາໄປຈ້າງ ປັນຍາດີມາເນົາແນບ
ປັນຍາກໍແຈບເງິນກໍເຫຼົ່າຈ້ອຍ ເຮົາຍັງດ້ອຍຄ່າຄົນ

- ປັນຍາຫຼາຍຫຼາກລົ້ນ ຝຶກຫັດຮອບການສຶກສາ
ປັນຍາຍົງຍັງຕິດ ຕາມເຮົາເລື້ອງເລື້ອຍ
ເງິນງານການສັງແທ້ ກໍໄຫຼມາບໍ່ເຂີນຂາດ
ປັນຍາຫຼາຍຫຼັກລົ້ນ ກໍເປັນເຈົ້າແຫ່ງຄົນ

- ປັນຍານີ້ປະເສີດລົ້ນ ເໜືອສິນຊັບໃດໆ
ມີປັນຍາພຽງພໍ ໄປສະຫວັນກໍຍັງໄດ້
ຫຼືຊິໄປນິບພານພຸ້ນ ສຸຂະວະດີອັນລ້ຳຍິ່ງ
ຫາກຍັງເນົາຢູ່ໂລກນີ້ ກໍສຸກລ້ຳລື່ນທະວີ ທ່ານເຮີຍ

ແສງເດືອນກັບແສງໄຟບໍ່ຕ່າງກັນ

- ແສງເດືອນກັບແສງໄຟນັ້ນ-------ມັນບໍ່ຕ່າງກັນຫຼາຍດອກນາ
ຄຳຄືນມາຍ່ອມຮຸ່ງເຮືອງ -----------ສົ່ງກະຈາຍແສງຈ້າ
ແຕ່ວ່າແສງໄຟນັ້ນ----------------- ມັນມີແສງຮ້ອນແນ່
ຄັນແມ່ນແສງເດືອນຈ້າ-------------ບໍ່ມີຮ້ອນກາຍາ.

- ແວງເດືອນເດັ່ນຢູ່ບົນຟ້າ----------ຍາມຮ້ອນເຮັ່ງຫຼືຝົນຕົກ
ຍາມໜາວມາກໍຄືກັນ ---------------ບໍ່ມີຄວາມຮ້ອນ
ຕ່າງແຕ່ຍາມຝົນນັ້ນ----------------- ຫຼືຍາມໜ້າວມີເມກ
ແສງເດືອນກໍມືກອ້ຳ-----------------ເພາະອາຍນ້ຳບຽດບັງ

- ອັນວ່າແສງໄຟນັ້ນ----------------ກໍເປັນດັ່ງແສງຈັນ
ຫາກວ່າຝົນຮໍາຫຼາຍ -----------------ຖືກໄຟກໍມາຍມອດ
ເວັ້ນແຕ່ແສງໄຟຟ້າ----------------- ຍາມໃດກໍຕາມຢ່າ
ມັນຮຸ່ງເຮືອງທົ່ວໜ້າ-----------------ກາງຄືຈ້າຮຸ່ງຢູ່ເລີງ

- ເຖິງປານນັ້ນ ມັນກໍຍັງມີເສັ້ນເວີ້ງ---ບໍ່ໂດດເດັ່ນຈີຣັງໝົດ
ຍາມກາງເວັນແສງໄປແຮງ -----------ບໍ່ຮຸ່ງແສງແຮງຊ້ຳ
ເພາະມີແສງຕາເວັນອ້ຳ--------------- ບົດອຳແສງໄຟສ່ອງ
ມີຄືສິ່ງຖືກຕ້ອງ----------------------ທີ່ໂລກາສ້າງແຕ່ງມາ

- ທຸກສິ່ງໃນທົ່ວຫຼ້າ------------------ໃນໂລກເດັ່ນເຫັນເປັນຈິງ
ບໍ່ມີຫຍັງຄົງຄົງທົນ -------------------ຢູ່ຍຶນໄປໄດ້
ເວັ້ນແຕ່ແສງປັນນານັ້ນ---------------- ທີ່ຝຶກດີກໍໂດດເດັ່ນ
ບໍ່ວ່າຍາມກາງເວັນຄ່ຳຄືນ-------------ລະດູໃດກໍບໍ່ຢ້ານ ປັນຍານັ້ນຮຸ່ງຢູ່ເລີງ ທ່ານເອີຍ

ປ່ຽນໄປ

ບ້ານຂ້ອຍຢູ່ຖິ່ນໃຕ້---------- ດອນໜຶ່ງໃນເມືອງໂຂງ
ບ້ານເປັນວັງທັງເລີກ--------ກວ້າງໄກບໍ່ມີຕຶ້ນ
ປູປາທັງຫອຍກຸ້ງ----------- ຫຼວງຫຼາຍພາຍມາກ
ຄວາມຊ່າລືກະເດື່ອງນັ້ນ----ຄາວນີ້ປຽບດັ່ງຝັນ

ຊາວກວ່າປີອອກຈາກບ້ານ------- ກັບຕ່າວທຸກໆປີ
ບາງປີມີເປັນສິບ----------------ຖ້ຽວຄືນກັບບ້ານ
ການທີ່ກັບຄືນໂຄ້ງ-------------- ເຮືອນຮັງບ້ານເກີດເກົ່າ
ເຫັນຄວາມຈິງແຕ່ລະຄັ້ງ--------- ບ້ານເມືອງຂ້ອນຂາດເຂີນ

ແຕ່ກ່ອນປູປາໃນນ່ານນ້ຳ--------- ບໍ່ຕ້ອງຫ່ວງການກິນ
ຄ້າງໝໍ້ສຸມໄຟລຸກ----------------ຈຶ່ງແບກແຫລົງນໍ້າ
ເອົາປາພອນທັງເພັ້ຍ------------- ຄູນເຄິງຕາມໃຈຊອບ
ຫວ່ານແຫພຽງໜຶ່ງຄັ້ງ-----------ກໍພໍລ້ຽງ ໘ ຄົນ

ຕໍ່ມາປາມາກລົ້ນ----------------- ຫຼາຍຫຼາກແຕ່ກໍອຶດ
ປາໃຫຍ່ເອົາໄປຂາຍ-------------ພໍ່ຄາເຂົາໄປຫາຊື້
ປາຕູ້ ຄົນເຂົາເອີ້ນ---------------ເຮືອໄວຊື້ສົ່ງ
ຂ້າມຝັ່ງຂອງໄປຝາກນັ້ນ--------- ເມືອງໄທຍ໌ພຸ້ນຈົນວ່າດັບ

ປາໃຫຍ່ເຂົາສົ່ງໃຫ້-------------- ຂາຍປ່ຽນເອົາເງິນແດງ
ຫາປາກິນປາຊີວ----------------ຍາດອາຫານສັກກຸນາເນື້ອ
ຫອຍກວ້າງກັບທັງກີ້-------------- ບໍ່ເຄີຍກິນເປັນອາຊີບ
ດຽວນີ້ພຽງແຕ່ລ້ຽງຊີບໃຫ້-------- ປະທັງຊີວິດໄວ້ກໍບໍ່ມີ

ໃນປັດຈຸບັນວັນນີ້--------------- ນ້ຳເຂີນຂາດເປັນວັງ
ຫາດຟູເຕັມທັງຂອງ-------------ປູປາໜີນ້ຳ
ບ່ອນເຄີຍເວີນວັງກວ້າງ--------- ຫາດຊາຍເຂີນຕິດຕໍ່
ທ່າຂ້າມມໍ່ເຮືອຈອດໄດ້----------ກັບໄປເວັ້ນຫາດຄຸງ

ພູມອາກາດປ່ຽນປິ້ນ-------------- ນ້ຳຂອງຂາດວັງເຂີນ
ຊາວປະຊາທົນທຸກ---------------ທົ່ວແດນດິນດ້າວ
ເສັຍດາຍເວລານັ້ນ--------------- ຄືນຫຼັງບ້ານເກີດເກົ່າ
ຄວາມອຸດົມສົມບູນຕັ້ງເຄົ້າ--------ຄາວນີ້ດັ່ງນິທານ ທ່ານເອີຍ








ກອນແລ່ພຣະເວດ (ກັນທັດສະພອນ)

ສາມຫົນຕົ້ນເຫດ
----------------
ກ່ອນຈະເທດເຫດເລື່ອງ ໃຫ້ຍາດໂຍມຕັ້ງຕໍ່ຟັງ
ນະໂມສາມທີ່ກ່າວຕັ້ງ ໄຫວ້ຕໍ່ອົງສຳມາ
ແປວ່າ ຂ້າວັນທາຍົກຖວາຍ ອົງພຸດໂທ ເມນາໂຖແກ້ວ
ອົງເປັນອໍຣະຫັນເຈົ້າ ພຣະສັມມາອົງເອກ
ຂໍນ້ອມໄຫວ້ ວັນທາໄທ້ສາສະດາ.

ກ່ອນຊິວ່າຕົ້ນເລື່ອງ ບັນຍາຍເຣື່ອງເທເທດເວດສັນດອນ
ເທດສະໜາໃຫ້ຍ່າດໂຍມຟັງ ຄູ່ຊູ່ຄົນໃຫ້ເຫັນແຈ້ງ
ທັງປູ່ຍ່າຍາຍທັງຫຼາຍລ້ວນ ຟັງເອົາຖ້ວນຖີ່
ຄະດີທຳທີ່ບອກໄວ້ ໃຫ້ເຫັນຮ່ວມທຳ

ຍິງແລະຊາຍພັ່ງພ້ອມ ມາອ້ອມນັ່ງເຕັມໂຮງທັມກວ້າງ
ຄົນທັງປວງຢາກຟັງທັມ ບ່ອນມ່ວນຈິງຈັງແຈ້ງ
ຂໍເຊີນຊວນຈົ່ງເອົາຈິດຕັ້ງ ຫູຟັງຕັ້ງທ່າ
ຕັ້ງໃຈຟັງຜູ້ຂ້າ ຊິເທເທດແລ່ສຽງ
ເປັນສຳນຽງລາວແທ້ ບໍ່ແປໄປເປັນອື່ນ
ພຣະເຫວດສັນດອນທັງສິບສາມກັນໃຫ້ມ່ວນຊື່ນ ຢ່າມີໄດ້ຫງ່ວມເຫງົາ

ຄົນບໍ່ຄວນຄົບ

- ສູດບູຮານກ່າວໄວ້-----------ສູດຄົບຄົນຄວນຈຳ

ເປັນຄຳສອນບູຮານລາວ-------ທີ່ກ່າວມາເຫິງແລ້ວ

ບູຮານລາວສອນຊີ້-------------ຕັກເຕືອນສືບຕໍ່

ຂອງບູຮານແຕ່ເຄົ້າ------------ຄວນຄົ້ນສືບມູນ ເອົາເນີ


- ຄົນນີ້ຫຼາຍຫຼາກຊັ້ນ----------ແຕກຕ່າງກັນຫຼາຍ

ນິໄສການກະທຳທັງແນວຄິດ---ເລືອກຄົບຄົນຄວນຄົ້ນ

ການກະທຳກິດຈະກຳນັ້ນ-------ບອກເຈຕະນາທ່ານວ່າ

ລັກສະນາຮູບຮ່າງນັ້ນ----------ຍັງຄົງຕ້ອງເລືອກວິໄຈ


- ຄຳບູຮານວ່າ "ຄົນຫົວປ້ອມ" ນັ້ນຄົບໍ່ໄດ້----ມັກນຳເຫດມາຫາຕົວ

ໜ້າຜາກຊັນສົມກັນ------------ງ່ອນຊັນທັງສັ້ນ

ວາຈາພ້ອມ--------------------ເວົ້າຈາຫອງສຽງຈາດ

ຫົວຫຍອງທັງຕາກໍ້--------------ຄວນໃຫ້ຫຼີກໜີ


- ຄັນຄົວເຄື່ອງຈັ່ງຊີ້------------ບູຮານວ່າບໍ່ຄວນຄົບ

ຈິດໃຈເຂົາລວນເລ--------------ຫຍຸ້ງເຫຍີງເອົາຮ້າຍ

ຄົນທັງຫຼາຍຄວນຄົ້ນ------------ເລືອກຄົບຄົນໃຫ້ຈຳແນກ

ບູຮານສອນໄວ້ແຕ່ກີ້------------ກໍຄວນຮູ້ຊອກສະແຫວງ ທ່ານເອີຍ

ມູນມັງທີ່ເຫຼືອຢູ່

ອັກສອນລາວເກົ່າກີ້------------ຫຼາຍກວ່າສີ່ສິບເອັດຕົວ ທ່ານເອີຍ
ເທົ່າທີ່ເຄີຍພານພົບ------------ຫຼາກຫຼາຍເຫຼືອລົ້ນ
ນອກຈາກຕົວອັກສອນເຄົ້າ-----ຍັງມີຕົວໄວ້ລຸ່ມ
ຊຸມອັກສອນໝູ່ນີ້---------------ອັກສອນເຟື້ອງ ທ່ານວ່າມາ

ນອກຈາກນັ້ນ------------------ບາງທ່ານຂະໜານນາມ
ເປັນຕົວຕີນອັກສອນ------------ເພື່ອຂຽນສະກົດແຕ້ມ
ນັບແຕ່ລາວເຮົາໄດ້-------------ເອົາອັກສອນໃສ່ພິມດີດ
ກໍເລີຍຕັດບັ່ນຖິ້ມ---------------ໃຫ້ເຫຼືອໜ້ອຍຄົບແປ້ນພິມ

ແຕ່ກະຍັງບໍ່ຖິ້ມ-----------------ອັກສອນຄວບທີ່ຄວນຈັກ
ມີຫ້າຕົວຕາມປະຈັກ------------ຊີກ່າວໄປໃຫ້ເຫັນຮູ້
ຄືຕົວ ໜ, ໝ, ຫຼ, ຫວ, ຫຽ---ອັກສອນຜະສົມເພິ່ນກໍວ່າ
ສາມໂຕທາງຂ້າງໜ້າ................ອັກສອນເຄົ້າໃຫ້ຮັກສາ

ຄືວ່າຕົວ ໜ, ໝ, ຫຼ ນີ້...........ເອກະລັກອັກຜະສົມລາວ
ຄວນທີ່ເຮົາຮັກສາ....................ໃຫ້ຢູ່ຄົງຄຽງໝັ້ນ
ບໍ່ຄວນສັນຂຽນໃຫ້ ຫນ, ຫມ, ຫລ ໃຫ້ເປັນຕ່າງ
ອັກສອນລາວເອກອ້າງ---------ຄວນຮູ້ແຈ້ງເຈດຈຳນົງ

ຄົນລາວເຮົາເກົ່າກີ້....................ເຂົາຮູ້ຄ່າຄວາມປະຫຍັດ
ອັກສອນດັດຂຽນລົງ...................ໃຫ້ສັ້ນກົງຈະແຈ້ງ
ຂຽນອັກສອນຄໍານຶງເຈັ້ຍ..............ຈານໃບລານມັນຂຽນຍາກ
ຂຽນໜ້ອຍຄວາມຮູ້ແຈ້ງ...............ປະຫຽັດໄວ້ກໍບໍ່ເປືອງ

ຄົນຍຸກນີ້ລ້ວນແຕ່ເກ່ງປາດເປື້ອງ......ລືກະເດື່ອງຄວາມຈະເລີນ
ຄວນທີ່ຄວນຄໍານຶງຄິດ.....................ໃຫ້ໃຕ່ຕາມບູຮານໄວ້
ອັນໃດມີຜົນໃຫ້...............................ປະຫຽັດລົງກໍຄວນຊາບ
ທັງຍັງຮັກສາຮີດເຄົ້າ........................ໃຫ້ຍືນໝັ້ນຄູ່ລາວ

ຍຸກນີ້ຂອງເຄື່ອງໃຊ້...........................ຜລິດຊື່ທັນສະໄໝ
ຄອມພິມເຕີຂະຫຽາຍໄວ....................ສະດວກດີການໃຊ້
ອັນວ່າຕົວ ໝ ໝ ນີ້........................ພິມຂຽນຍິ່ງໂຄດງ່າຍ
ພຽງແຕ່ກົດ ຊີບຄ້າງ..........................ມືຕ້ອຍໃສ່ຕົວມັນ

ໝາຍວ່າ ຄັນຊິພິມຕົວ ໜ, ໝ ນັ້ນ..........ໃຫ້ກົດຊີບທາງຊ້າຍມື
ເອົາມືຂວາກົດ ນ, ມ........................ຕົວ ໜ ໝ ປາກົດແລ້ວ
ຫາກເຮົາພີມ ຫນ ຫມ ນັ້ນ..............ກົດສອງຄີໄດ້ຕົວໜຶ່ງ
ຄັນກົດ ໜ ໝ ດັ່ງເວົ້າ.....................ສະບາຍແທ້ບໍ່ເປົ່າເປືອງ

ທັງຍັງບອກເອກະລັກເບື້ອງ.................ຄຸນຄ່າອັກສອນລາວ
ວັດທະນະທໍາທາງອັກສອນ.................ກໍຢູ່ຄົງສະຖຽນໝັ້ນ
ຄວາມສໍາຄັນຂຽນແນວນີ້.....................ບໍ່ຄືເຂົາປະເທດຕ່າງ
ເອກະລັກລາວເອກອ້າງ.......................ລາວເຮົາສ້າງຕ້ອງສະຫງວນ

ອັນນີ້ ບົນບອກໃຫ້..............................ລາວຮູ້ຄ່າອັກສອນລາວ
ຄັນຮັກວັດທະນະທໍາລາວ.....................ຈົ່ງໃຄ່ຄວນປະຈັກແຈ້ງ
ຄັນຮັກລາວກໍຄວນຮູ້.............................ຮັກພາສາອັກສອນສາດ
ເອກະຣາດເອກອ້າງ..............................ເພາະລາວສ້າງຄ່າລາວ ທ່ານເອີຍ

21/9/54

ພຣະທາດຫຼວງ ກັບວິວັດທະນາການທາງໃຈ

ແຕ່ງເປັນພາບໃໝ່ 31 ສິງຫາ 2014

ດັ່ງພຣະທາດຫຼວງ


20/9/54

ຄໍາອະທິຖານເຂົ້າພັນສາ

ອິມັສສມິງ ອາວາເສນີ້ ຂອບເຂດດິນແດນ
ອາວາດເນົາອາໄສ ເຂດໂຂງແດນກວ້າງ
ນັບແຕ່ສີມາຕັ້ງ ສາລາທັມວິຫານໃຫຍ່
ກຸຕິທຸກເຂດຄ້າຍ ໃນແດນພື້ນວັດວາ

ອິມັງເຕ ມາສັງ ຂ້າຂໍອະທິດຖານຕັ້ງ ໃນເຈດມະໂນຈິດ
ຕັ້ງທັງກາຍວາຈາໃຈ ຢ່າງສຸຂຸມານນ້ອມ
ບໍ່ມີບິດບຽນບ້ຽວ ປ່ຽນແປງຈະຕັ້ງຕໍ່
ຂໍເນັ່ງເນົາແນບຕັ້ງ ອາໃສສ້າງກໍ່ກຸສົນ

ວັສສັງ ອຸເປມິ ໃນໄລຍະກໍານົດໄວ້ ວັສສັນຊົ່ວຣະດູຝົນ
ສາມເດືອນເຕັມອຸດົມດີ ບໍ່ຫຼີ້ກໜີໄປໃສແທ້
ຈະບໍ່ລ່ວງລາຣາຕຣີລໍ້າ ພຽງຄືນແມ່ນຈັກໜ່ອຍ
ຈະຢູ່ຊົງສືບສ້າງ ກຸສົນລໍ້າໃຫ້ເກີດຜົນດີແລ ສາທຸ ສາທຸ ສາທຸ ອະນຸໂມທາມິ.

ທັມຄຸ້ມຄອງໂລກ

- ທັມມະຄຸ້ມຄອງໂລກກວ້າງ ໃຫ້ຢູ່ເປັນສຸກ
ທຸກກະຄືໝວດສອງ ຮຸ່ງເຮືອງງາມລົ້ນ
ຄົນໃດມີທັມມີ້ ຈະສຸກຂີພົ້ນເດັ່ນ
ສຸກທັງກາຍໃຈພ້ອມ ສັງຄົມກວ້າງກໍງົດງາມ

- ຫິຣິ: ຄວາມລະອາຍຕໍ່ບາບໃບ້ ແນວຊົ່ວມົວໝອງ
ຄວາມບໍໍ່ດີທັງຜອງ ບໍ່ກ່ຽວວຽນວົນໃກ້
ຄວາມລະອາຍໃຈນັ້ນ ອະກຸສົນກັມບໍ່ກ້າວກ່າຍ
ຄັນບໍ່ອາຍພຽງເລັກນ້ອຍ ປາປັງເຂົ້າບຽດບຽນ

- ຄືວ່າ ເຮົາຢາກອາຍກາຍເນື້ອ ທີ່ໜ້າກຽດໜ້າຊັງ
ກໍຫາແພສະໃບຊົງ ເຊື່ອງບັງປິດໄວ້
ຄັນວ່າເຫັນຄວາມດ້ອຍ ຂອງກາຍບໍ່ສະອາດ
ອາບນໍ້າຕົບແຕ່ງໜ້າ ໃຫ້ງາມເລື້ອຍກໍບໍ່ອາຍ

- ຄັນຢາກອາຍຍາມປາກຕ້ານ ໃຫ້ຂານກ່າວຄໍາຫວານ
ເວົ້າຈາພາສາທັມ ມ່ວນມະໂນໃນແຈ້ງ
ສະແດງຄວາມຄໍາເວົ້າ ຈິງໃຈບໍ່ບ້ຽວລ່າຍ
ສາທະຍາຍໃຫ້ມ່ວນແມ້ງ ຄົນກໍຫຸ້ມຮັກໂຮມ

- ແລ້ວກໍຊະລ້າງເຈດເຈົ້າ ໃຈເກົ່າແນວອັບປິ
ຄິດແຕ່ແນວສິ່ງດີ ເພື່ອໃຫ້ກາຍວາຈາພ້ອມ
ຈິດໃຈໃສສະເໝີແກ້ວ ແວວວາວທັມມະຊາດ
ກໍຈະສຸກເລີດລົ້ນ ອະກຸສົນເສົ້າກໍເສື່ອມຖອຍ

- ໂອຕັປປະນັ້ນ: ເກງກົວຕໍ່ອະກຸສົນທັມ
ທີ່ມັນເປັນປາປັງ ບາບຫຼາຍໜັກນ້ອຍ
ອັນໃດທໍາໄປແລ້ວ ຜິດທາງທັມມະນຸດຊາດ
ກັບທັງສິນຫ້າພ້ອມ ບໍ່ຄວນໃກ້ໃຫ້ຫຼິ້ກໄກ

- ມະນຸດຄົນເຮົານີ້ ມີທັມສອງຢ່າງ
ຄົນກໍຈະສຸກເລີດລົ້ນ ກຸສົນເພີ້ມຕື່ມແຖມ
ໂລກທີ່ກວ້າງຕໍ່ກວ້າງ ບໍ່ທໍາຊົ່ວມົວຫຼົງ
ໂລກກໍສີວິໄລສຸດ ຢູ່ສຸກກະເສີມລົ້ນ

- ຂໍແກ່ຊົນຊາວເຊື້ອ ຜູ້ຫວັງເດີນຈະເຣີນຍິ່ງ
ຈົ່ງເອົາທັມສອງສິ່ງ ມາເບິ່ງແຍງແຕ່ງແຕ້ມ
ໃຫ້ກາຍໃສສະອາດແຈ້ງ ວາຈາງາມມ່ວນແມ້ງ
ຈິດໃຈບໍຣິສຸດຢູ່ເລື້ອຍ ຄວາມເສົ້າຍ່ອມບໍ່ມີ ທ່ານເອີຍ

ພໍ່ຮຽມສອນສັ່ງໄວ້

ບວດເປັນພຣະຢ່າລະເວລາໃຫ້ສູນເສັຍ



ເປັນສະມະນະຢ່າລົດລະເວລາໃຫ້ສູນເສັຍ
ອົບຮົມທັມສຶກສາທັມປາລະມີໃຫ້ຍິ່ງໃຫຍ່
ສ້າງບຸນຍະລາສີແລະສົມພານປະສານໃຈ
ເພື່ອໃຫ້ເກີດກຸສົນຜົນແຜ່ຜ່າຍ
ຈຶ່ງຊື່ວ່າບໍ່ແມ່ນບວດມາເພື່ອຄວາມດາຍ
ບວດຈົນຕາຍບຸນບໍ່ບານນະຮົກຕາມ
ພຣະບໍ່ສັ່ງສອນທັມກັມຮອດເຖິງຍາດໂຍມ
ບ້ານເມືອງໂຊມຄົນກໍຊາມວັດກໍເສົ້າ
ພຣະຜູ້ເຝົ້າວັດວາກໍໝົ່ນໝອງ
ຍັງມີຊີວິດທຸກກໍຕາມເຕາະຕ່ອຍຕ້ອງ
ຕາຍແລ້ວຕ້ອງໄປນະຮົກເປັນເດີມພັນ
ຍາດໂຍມເອງກໍເປັນໄປຕາມໆກັນ
ອັນສະຫວັນຢ່າຫວັງຄອງວ່າຈະມີ