8/9/54

ຢາແກ້ເສົ້າ

ຍາມເມື່ອໂສກາເສົ້າ...........................ເອົ້າອັ່ງຝັງອຸກ
ຄວາມທຸກເທທວງສຸມ.............................ກອດກຸມໃຈເຈົ້າ
ເອົາຣັດຕະນາບັນເທົາເສົ້າ.......................ໃຫ້ຫາຍເຫງົາເສົ້າໂສກ
ຄວາມວິໂຍກເດືອດຮ້ອນ..........................ກໍສູນສ້ຽງເຫືອດຫາຍ

- ຢາແກ້ເຈັບພະຍາດຮ້າຍ.......................ບັນເທົ່າປ່ວຍກາຍຍາ
ເອົາຢາທາທັງກິນ..................................ຜ່ອງສັກທັງຮົມພ້ອມ
ແຕ່ວ່າຢາບັນເທົາເສົ້າ.............................ຄືພະລັງໃຈທີ່ທ່ານຊາບ
ເອົາມາອາບໂອບເນື້ອ..............................ໃຈເຈົ້າກໍຊ່ວງເຊົາ

- ອຸກອັ່ງເພາະໂສກເສົ້າ..........................ພີ່ນ້ອງຫ່າງໄລປະ
ເອົາວົງສາເປັນກຳລັງ.............................ປິ່ນປົວກໍສູນສ້ຽງ
ຫາກວ່າເສັຍໃຍ້ອນ................................ລູກຜົວເມັຍໃຫ້ຫາຕອບ
ເອົາລູກຜົວເມັຍເປັນຢາແກ້........................ຈຶ່ງພໍກຸ້ມຊຸ່ມໃຈ

- ຫາກວ່າທຸກຂະໝອດໄຮ້.......................ດ້ວຍສິນຊັບເງິນຄຳ
ເອົາຂອງທີ່ເຮົາຄິດ.................................ຢາກໄດ້ມາບັນເທົາປ້ອງ
ທຸກຢ່າງໃນຫັນຫ້ອງ................................ໂລກາມີແນວຕອບ ແທນກັນແລ້ວ
ຫາກເຫັນຈຸດບ່ອນບັ້ນ...............................ກໍສັນສ້າງໃຫ້ຫ່າງຫາຍ ໄດ້ແທ້

- ພຽງແຕ່ຢ່າລືມຢາແກ້............................ຂະໜາດໃຫຍ່ມະຫາອຸດ
ຄືດພຣະພຸດທັມທັງສົງ.............................ຊ່ວຍບັນເທົາປົກປ້ອງ
ຫາກວ່າເດີນທາງນີ້.................................ຂອງບໍ່ດີທຸກຢ່າງ
ຍ່ອມຫາງເຫີນບໍ່ຢັ້ງ..................................ອຸກອັ່ງນັ້ນ ບໍ່ມີທ່ານເອີຍ

ไม่มีความคิดเห็น:

แสดงความคิดเห็น