22/9/54

ພຣະເຈົ້າຟ້າງຸ່ມມະຫາຣາຊ (ພາກສອງ)

- ຕໍ່ຈາກບົດພາກຕົ້ນ ທີ່ຈົບຈອດຕອນສຳຄັນ
ເຈົ້າຟ້າຊາຍຂອງເຮົາ ເນັ່ງເນົາອາຣາມກວ້າງ
ກາງພູກ້ຳ ສາຣະແພຄອນແຮ່
ສຳນັກເຄົ້າ ຣາຊະຄູເຈົ້າສັ່ງສອນ
- ທຸກສິ່ງພ້ອມ ມີມາກມວນຫຼາຍ
ວິຊາຄົບ ທຸກສິ່ງອັນຖວາຍເຈົ້າ
ບໍ່ປິດບັງອຳເອົ້າ ບິດເບືອນຊຸກເສື່ອງ
ທັງການເມືອງການຢ້າວ ສອນຊິ້ບໍ່ອຳ
- ເພາະວ່າທາງຝ່າຍກ້ຳ ອົງເອກຣາຊະຄຣູ
ມອງສ່ອງເຍືອງຍານເຫັນ ເຈດຈຳນົງປະຈັກແຈ້ງ
ຈຸດປະສົງຕັ້ງ ຄວາມຫວັງຂອງສອງຊາດ
ມອງສ່ອງເຫັນກ້ຳຝ່າຍເບື້ອງ ເມືອງບ້ານຖືກຄູ່ເຂັນ
- ຄາວນັ້ນທາງຝ່າຍກ້ຳ ຂອມອ່ອນກຳລັງລົງ
ສຍາມເຄີຍຂອມຄຸມ ມ່ານມອນຂະໜານໄວ້
ຄາວນີ້ສຍາມແຂງຕົນຂຶ້ນ ຂະຫຍາຍຕົວຕີມ່ານ
ກັບທັງມອນມອດມ້ຽນ ຂະຫຍາຍຂຶ້ນຍຶດໄທ
- ໄທທຸກຖິ່ນແດນໃກ້ ລະວ້າລົບບູຣີຫຼວງ
ມອນເມືອງການຣາຊະບູຣີ ຕາກໄທລາວລ້ວນ
ກວນໄປເຖິງໄທເມືອງພຸ້ນ ນະຄອນພິງລາວຈັກກະຣາດ
ສຸຂໂຂໄທກໍຄວບເຂົ້າ ສຍາມແຍ້ງຢຶດຄອງ
- ທາງຝ່າຍຂອມພີ່ນ້ອງ ມະຫາມິດລາວເດີມ
ສຍາມກີທາທັບ ຈອດເຖິງແຖວກ້ຳ
ອຸດອນມີໄຊຍ໌ພຸ້ນ ເມືອງພິມາຍນະຄອນເຂດ
ໂຄຣາດລາວກາງກ້ຳ ສຍາມກໍເຂົ້າຮຸກຮານ
- ຍ້ອນເຫດນີ້ທາງຝ່າຍກ້ຳ ອົງເອກຣາຊາຂອມ
ເນົານັ່ງໃນນະຄອນຫຼວງ ອັງກໍກົມການຕັ້ງ
ສັ່ງກະເກນພົນເຂົ້າ ຣວມຕົວກັນຕິຕ່ອຍ
ຣາຊະດອນທັງໃຫຍ່ນ້ອຍ ຣວມຕົວເຂົ້າຕີສຍາມ
- ຄາວນີ້ເຖິງເຂດແລ້ວ ບັນລຸເຈດຈຸດປະສົງ
ຈຳນົງການງານຫຼວງ ດັ່ງເດີມທີ່ລາວຕັ້ງ
ພຣະບິດາຊົງໃຫ້ ພາຣະຫຼວງອັນໜັກໜ່ວງ
ປວງປະຊາພີ່ນ້ອງ ຈົ່ງຕິດຕາມເລື້ອງທີ່ເສື່ອງອຳ
- ທາງຝ່າຍກ້ຳ ເຈົ້າຟ້າໜໍ່ກະສັດຕາ
ທັງລູງອາເສນາເນົາ ເນັ່ງນຳຄາວນັ້ນ
ກໍຂາບທູນຄະດີແຈ້ງ ແປງຄວາມຄຳຊື່
ຂານຂາບເລື່ອງແຈ່ມແຈ້ງ ຣາຊະຄຣູເຈົ້າໃຫ້ຮູ້ຈິງ
- ອັນວ່າກ້ຳຝ່າຍເບື້ອງ ນະຄອນເອກຊຽງທອງ
ເຈົ້າຟ້າງ້ຽວເນົານັ່ງປອງປັກປັກ ພິທັກລາວທັງຄ້າຍ
ທັງໄທພ້ອມ ລາວດຽວໂດຍດັ່ງ
ໄທລາວມວນໝູ່ນີ້ ຊຸມເຊື້ອຮ່ວມສະກຸນ
- ຄາວນີ້ຂອມຖືກວຸ້ນ ສຍາມຂົ່ມແຂງເມືອງ
ຕ້ານຕໍ່ຕີການຮົບ ໝູ່ມອນຂະແມພ້ອມ
ທັງຂະເໝນໃຕ້ ຈາມເຈນບໍ່ເວັ້ນວ່າງ
ເສິກເຂົ້າຄຸມຂອກຂ້າງ ລາວຊ່ວຍຕ້ານຕ່ອຍຕີ
- ເຈົ້າຟ້າຊາຍອົງນີ້ ນາມໜຶ່ງທີ່ກຽງໄກ
ອົງໂອຣົດນະຄອນທອງ ມາຊ່ວຍປອງເມືອງຄ້ຳ
ຊົດຊ່ວຍຕົບຕີຕ້ານ ສຍາມປອງປ້ອງກັນຊ່ວຍ
ຂໍໃຫ້ອົງເອກໄທ້ ທູນໃຫ້ພຣະນັ່ງເມືອງ ຊາບທ້ອນ
- ຂ້ານີ້ນາມໜຶ່ງນັ້ນ ຊື່ວ່າຜີຟ້າຫຼວງ
ແຫຼ່ງຫຼາທໍຣະນີດິນ ເຂດແດນສິບແສນຊ້າງ
ເປັນໂອຣົດວຽງຫຼວງກວ້າງ ນະຄອນທອງໄດ້ຈັດສົ່ງ
ມາສຳພັນຮ່ວມເຂົ້າ ທູຕາໃຊ້ຕ່າງພຣະອົງ
- ຄາວນັ້ນ ພຣະມະສາມະນະເຈົ້າ ອົງເອກປາສາມັນ
ທັນເອົາຍັງອົງຊາຍຫຼວງ ເຂົ້າກຸງນະຄອນຟ້າວ
ກົງຕໍ່ພຣະນະຄອນແລ້ວ ທູນຖວາຍອົງອາດ
ທູນບອກເຣື້ອງ ການແຈ້ງເຫດການ
- ຣາຊາເຈົ້າ ອົງເອກກະສັດຂອມ
ກໍໄດ້ຍອມໂຈມຮັບ ເຈົ້າຟ້າຊາຍຊົງໄວ້
ໃຫ້ຄວບກຸມທະຫານກ້າ ສະບູຫຼວງປືນໃຫຍ່
ອອກຕໍ່ສູ້ ສຍາມກ້ຳຝ່າຍປັດສິມ
- ພຣະອົງກໍຍົກທັບກ້າ ມຸ້ງສູ່ສະໜາມຮົບ
ຕົບຕ່ອຍຕີມວນມານ ແຕກໜີປົບເຕັ້ນ
ບໍຣິເວນພັດຕະບອງພຸ້ນ ປາຈີນສີສະເກດ
ທັງສຸຣິນກໍຕໍ່ສ້າງ ກະບິນເບື້ອງຝ່າຍພິມາຍ
- ກອງກໍາລັງເຄື່ອນຍ້າຍ ຕ້ານຕໍ່ຕີສຍາມ
ໃນສະໜາມທີ່ເຂົາຄອງ ດິນຂອມຄາວນັ້ນ
ຄວາມສຳຄັນກໍມີຂຶ້ນ ຝົນງານຫຼາຍເຫຼືອຍິ່ງ
ເຈົ້າຟ້າຊາຍຊ່ວຍຊ້ວນ ປະຈັກແຈ້ງທົ່ວເຖິງ

(ຍັງມີຕໍ່)

ไม่มีความคิดเห็น:

แสดงความคิดเห็น