16/9/54

ທິດຖີ

ອັນວ່າ ທິດຖີນັ້ນ ຄວາມຖືໂຕເປັນໃຫຍ່
ຖືທີ່ໃຈ ຢືດໝັ້ນ ບໍ່ວາງເວັ້ນໄວ້ແບ່ງເບົາ
ຖືທິດຖີ ຍືດໄວ້ ມັນໜັກໜ່ວງຊວງໃນ
ຄືວັດຖຸ ສິນສັບ ກໍໜ່ວງໜັກກຳ​ລັງລ້າ

ຖືຂວານ ຂອງເຄື່ອງໃຊ້ ຜ້າຜ່ອນສະໃບທີ່ເຮົາຊົງ
ໜັກເບົາ ພຽງຍາມຖື ປ່ອຍວາງກໍເບົາແລ້ວ
ຫາກວ່າ ຖືເງິນຄໍາແກ້ວ ນໍນິນພິທູນຣາດ
ວັດຖຸຂອງສິ່ງນີ້ ມັນໜັກອຶ້ງທີ່ໃຈ

ຂອງບາງຢ່າງໜັກໄດ້ ໜັກທີ່ຈໍານວນ
ບາງຢ່າງໜັກສາຫັດ ທີ່ປະມານຫຼາຍນ້ອຍ
ອັນວ່າເງິນຄໍາສ້ອຍ ໜັກໜ້າຣາຄາມາກ
ໜັກທິດຖີໄຮ້ສິ່ງນັ້ນ ມັນໜັກອຶ້ງໜ່ວງກະມົນ

ຖືຂອງໜັກຫອບຫິ້ວ ຫຼືແບກຍົກຍໍຫາມ
ໜັກຫຼາຍເຮົາປົງວາງ ກໍເບົາກາຍສະບາຍເນື້ອ
ຄັນວ່າຖືມີເງິນຄໍາສ້ອຍ ສັງວານແຫວນແສນສິ່ງ
ໜັກຢູ່ເລີຍບໍ່ແລ້ວ ຊິວາງໄວ້ກໍຍາກຊາ

ໜັກເພາະຄວາມຢາກໄດ້ ໜັກແບບໜຶ່ງປົງບໍ່ລົງ
ໜັກເພາະບໍ່ມີກໍໜັກຄັກ ຍາກຊາຍາມຫາໃຊ້
ໜັກເມື່ອເຮົາມີໄວ້ ຍາມຮັກສາກໍຍັງຍາກ
ໜັກເພາະຄວາມຢືດໝັ້ນ ບັນຊາບັນຊາຍາກປົງບໍ່ລົງ

ອັນໜຶ່ງຄັນມີເມັຍກໍໜັງອຶ້ງ ມີຍົດກໍໜັງຫຼາຍ
ມີລູກສາວລູກຊາຍ ຍິ່ງໜັງໜາແທ້
ໜັກເພາະອະວິດຊານັ້ນ ໜັກໜາສາໂຫດ
ແມ່ນແຕ່ຕາຍເກົ້າຄັ້ງ ກໍຍັງຂ້ອງຢູ່ບໍ່ເຊົາ

ຖືທິດຖີຂ້ອຍເຈົ້າ ຢຶດໝັ້ນຢູ່ໃນຖານະ
ຢຶດຕິດໃນຕັນຫາ ໂລບຫຼົງທັງຮ້າຍ
ຢຶດຢູ່ໃນຂັນຫ້າ ອະວິດຊາຫຸ້ມຫໍ່
ຂອງກູຕົວກູ ຄືຕົວທໍາໃຫ້ເສົ້າ ແມ່ນຕາຍແລ້ວກໍບໍ່ເບົາ ທ່ານເອີຍ

ไม่มีความคิดเห็น:

แสดงความคิดเห็น