16/9/54

ຟັງເບິ່ງພວກພີ່ນ້ອງ

- ຟັງເບິ່ງພວກພີ່ນ້ອງ ຊຸມຊາດແຊງລາວ
ໄທໄຕພວນຍວນຂືນ ພ້ອມຜູ້ໄທທັງລື້
ຊອມເບິ່ງໄປເມືອໜ້າ ເມືອງລາວຊິເຮືອງຮຸ່ງ
ຊາວລາວລູກລ້ານຊ້າງ ແມ່ຂອງກວ້າງຊິຮຸ່ງເຮືອງ

- ຄົນລາວກ່າວແກ່ກີ້ ໃນພື້ນແຜ່ນຫຼາວຄໍາ
ຕໍານານເມືອງເຮືອງຮອງ ຜ່ອງໜັງສືບູຮານກ້ອມ
ເວົ້າເຖິງຄາວເມືອງລາວກ້າວ ຍຸກກາຂາວພົ້ນຜ່ານ
ລາວສີວິໄລຕໍ່ທ້າຍ ພາຍຊ້ອຍຫາກຊິເຫັນ

- ງູໃຫຍ່ຊິເຂົ້າບ້ານ ຄົນຊາດຕ່າງພາສາ
ຊິເຂົ້າມາຫາກິນ ສ້າງລາວຈະເລີນລໍ້າ
ລາວທັງເໜືອທັງໃຕ້ ຊິໄຫຼໂຮມແໜ້ນອັ່ງ
ຝູງໝູ່ຊົນພວກພ້ອງ ຊິໄຫຼເຂົ້າສູ່ວຽງ

- ຫາກງູໃຫຍ່ເຂົ້າບ້ານແລ້ວ ຄ້ອງໝາກແຄວ້ງຊິກັບຄືນ
ກອງໝາກເຂືອເຄີຍຕີດັງ ກໍຫຼັງມາພຽງພ້ອມ
ເຂົ້າເມັດໃຫຍ່ອຸດົມລໍ້າ ລາວເຄີຍຄອງແຕ່ຄາວກ່ອນ
ຫົວຊຽງໝ້ຽງທີ່ຈອນຈາກນັ້ນ ຊິໂຮມທ້ອນເຂົ້າມາ

- ແຕ່ວ່າງູໃຫຍ່ນັ້ນ ຕ້ອງລອຍລອດເຖິງວຽງ
ມາຮອດດິນແດນຫຼັກ ບ້ານໄຊທັງໂຊກ
ຫາກບໍ່ມາເຖິງນັ້ນ ເມືອງລາວຍັງບໍ່ຮັ່ງ
ກອງໝາກເຊືອກໍດັ່ງນັ້ນ ໄຊໂຍຮ້ອງຮ່ວນລາວ

- ດອນຈັນນັ້ນເຄີຍເປັນດອນຢູ່ກາງນໍ້າ ຊິຕິດຕໍ່ກັບແດນວຽງ
ສອງຝັ່ຂອງຊິຕິດກັນ ກໍຫາກມີພາຍຊ້ອຍ
ໜອງຈັນທັງດອນດ້ວຍ ປາສາດຫຼວງຫຼັງໃຫຍ່
ບຶງທາດຫຼວງກໍຈະມີຜາສາດຢັ້ງ ສູງລໍ້າເດັ່ນລາວ

- ນອກຈາກນັ້ນຜາສາດໃຫຍ່ ຫຼັງທີ່ສາມ
ກໍຈັ່ງຜຸດຜະຫຍອງພຽງ ຢູ່ຊາຍຟອງໜອງຄໍາແສນພຸ້ນ
ອັນວ່າພຣະທາດຫຼວງກໍເຮືອງແຈ້ງ ເປັນຄໍາສູສະຫງ່າ
ປະຊາຊາວທົ່ວຟາກຟ້າ ຊິໂຮມເຂົ້າສູ່ວຽງ ພີ່ນ້ອງເອີຍ

- ອັນນີ້ ຍັງອີກດົງສ້າງຫີນນັ້ນ ຊິເຮືອງຮຸ່ງສົດໃສ
ໜອງສະພັງມຶກສະພັງເລນ ຊິເກີດເປັນເມືອງບ້ານ
ອັນວ່າໜອງສະພັງໝໍ້ ຊິພູນພຽງບໍ່ມີບວກ
ດິນແດນລາວລ້ານຊ້າງ ຊິພຽງກໍ້າເກິ່ງກັນ

- ໃຫ້ຄອຍເບິ່ງດິນແດນລາວທົ່ວພາກພື້ນ ຊິກັບເກີດເປັນຄໍາ
ຫິນຢູ່ທາລາເລີກ ຊິເລົ່າຟູເໜືອນໍ້າ
ຄັນວ່າຟູມາແລ້ວ ທີ່ເຕັມໜອງຄໍາແສນແໜ້ນອັ່ງ
ເມືອງຊາຍຟອງຊິຮຸ່ງເຫຼືອມ ເພາະກິນນັ້ນເກີດເປັນຄໍາ

- ອີກອັນໜຶ່ງ ເມືອງລາວແດນລ້ານຊ້າງ ເປັນເມືອງພຸດແດນສັກສິດ
ຫາກຊາວລາວເຮົາຮັກ ນັບຖືສາມແກ້ວ
ກໍຈະມີມຸງຄຸນລໍ້າ ໄດ້ຄອບຄອງຄໍາດິນກັບເກີດ
ໃຜຫາກມີປັນຍາເລີດລົ້ນ ບໍ່ຈົນໄຮ້ແທ່ງຄໍາ

- ອັນໜຶ່ງ ຄັນວ່າບົວລະບັດໄດ້ ຫໍພຣະແກ້ວໃຫຍ່ໃນວຽງ
ບູລະນະໃຫ້ງາມ ຮຸ່ງເຮືອງປະດັບແກ້ວ
ພຣະແກ້ວເຄີຍສະຖິດນັ້ນ ຊິຫວນມາເໝືອນເກົ່າ
ຄັນບໍ່ເປັນດັ່ງເວົ້າ ເມືອງລາວນີ້ຮຸ່ງບໍ່ເຮືອງ

- ໝາຍວ່າ ຄັນຄົນລາວບໍ່ກໍ່ສ້າງ ບູຊາສິ່ງສັກສິດ
ບູຊາຄອງທັມສະຖິດ ພຣະພຸດໂທສອນຊີ້
ຫາກວ່າລາວເຮົານ້ອມ ບູຊາທັມພຸດທະບາດ
ຂອງລໍ້າຄ່າຢູ່ພື້ນ ຊິຟູຂຶ້ນທົ່ວແຜ່ນດິນ

- ອັນນີ້ ພຽງແຕ່ຍົກກ່າວເວົ້າ ສັງລວມເຫດໃຫ້ເຫັນຄັກ
ຫຍິກຍົກຕາມຕໍານານ ເກົ່າມາໃຫ້ເຫັນຮູ້
ຫາກວ່າໃຜເຫັນເບື້ອງ ປັນຍາຍານຊານສະຫຼາດ
ກໍຈັກອົມອ່ານໄດ້ ເຫັນເບື້ອງບ່ອນຈິງ ທ່ານເອີຍ.

ไม่มีความคิดเห็น:

แสดงความคิดเห็น