22/9/54

ໂງ່ໃຕ້ແສງຈັນ

ແສງຈັນໃສເຈີດຈ້າ ປະກາຍຮຸ່ງເໜືອນຫຼັງຄາ
ສາລາໂຮງທັມວັດ ງຽບສງັດສງົບນິ້ງ
ໂງ່ຊູຊັນເປັນຊ້ອງ ປະດັບຫາງວັນແລ່ນ
ຍອດຊໍ່ຟ້າຊີ້ຂຶ້ນ ເມືອຟ້າຊໍ່ຊອນ

ສະອອນແສງຈັນຈ້າ ສາດສ່ອງເວຫາ
ຖືກຫຼັງຄາໂຮງທັມ ຍອດພຶກສາຂຽວເຂັ້ມ
ດວງຈັນເຕັມວັນນີ້ ຄືວັນສິນສິບຫ້າຄ່ຳ
ສຽງເທດທັມນ້ອມໄຫວ້ ຣັຕນະໄຕຍແກ້ວໜ່ວຍສາມ

ຄົນຈະງາມເຈີດຈ້າ ຍອມໂງ່ກະຍັງດີ
ໂງ່ກໍຈະມີກຳລັງ ສ້າງໃຈໃຫ້ເຫັນແຈ້ງ
ໂງ່ບໍ່ງ່າວໄຂຄວາມແຈ້ງ ສູດຮຽນທັງຖາມໄຖ່
ເອົາຈິດໃຈຜູກໝັ້ນ ກະສັນແຈ້ງຊົ່ວດີ
ອັນວ່າການທຳຕົວເໝືອນໂງ່ນີ້ ມີດີຫຼາຍສິ່ງ
ບໍ່ເໝືອນໂງ່ງ່າວແທ້ ສັນດານຈ້າອວດດີ
ເໝືອນກັບໂງ່ສາລາຫຼັງນີ້ ໄດ້ຕັ້ງເດັ່ນຄົນເຫັນຄັກ
ຕັ້ງຢູ່ໜ້າບັນສາລັງ ໜ້າຫຼັງລຽນລ້າຍ

ຄົນທັງຫຼາຍຄວນຮຽນຮູ້ ຄຸນຄອງຂອງໂງ່
ຄວາມຫຼັກແຫຼມເສື່ອງໄວ້ ເຖິງເວລາໃຊ້ຈຶ່ງຖອດມາ
ເໝືອນກັບຫີນທີ່ແກ່ນກ້າ ຍັງມີຄ່າຣາຄາສູງ
ຍາມເມື່ອພ້າຄົມບິດ ຍັງໄດ້ຝົນໃຫ້ຄົມກ້າ

ໂງ່ສາລາຄວນຮຽນຮູ້ ປິດສະໜາຊ້ອນເສື່ອງ
ໃຜມີປັນຍາກໍຈະເຫັນຫ່ອມເຣື່ອງ ກຸນແຈແຈ້ເຫດການ
ມີຄວາມດີກັບປັນຍາແລ້ວບໍ່ຢ້ານ ແຕກຕື່ນຕົກໃຈ
ໃຜຮູ້ເຫັນທາງທັມ ໃຫ້ໃສ່ໃຈຈຳໄວ້

ອັົນໃດຄວນຄຳນຶງຄົນ ຄົນເອົາໃຫ້ເຫັນສ່ອງ
ຕາມຄັນລອງແບບເບື້ອງ ບັນຫາແຈ້ງແຫ່ງທັມ
ນີ້ຄືສິ່ງທີ່ຄວນຢໍ້າ ຄຳຂອດປິດສະໜາ
ຈົ່ງໃຊ້ສັດທາກັບປັນຍາ ໄຕ່ຕອງໃຫ້ເຫັນແທ້




ไม่มีความคิดเห็น:

แสดงความคิดเห็น