16/9/54

ທຸກຄົນລ້ວນແຕ່ຢາກໃຫ້ທ່ານເປັນຄົນດີ ແຕ່ຢ່າດີລໍ້າລື່ນເຂົາ

- ຄົນທຸກຄົນໃຜກໍຢາກເຫັນພວກ ພີ່ນ້ອງໝູ່ເປັນຄົນດີ
ແຕ່ຢ່າດີລື່ນເຂົາ ຊິເປັນໄພເມື່ອພາຍທ້າຍ
ຈະທະຍາຍໃຫ້ເຫັນເລື່ອງ ພໍເປັນຕົວຢ່າງ
ໃຫ້ເຜົ່າພົງພວກພ້ອງ ຟັງແລ້ວວິເຄາະຄວາມ ເອົາເນີ

- ຄັນເຮົາດີໃຜກໍຮັກຫໍ່ຫຸ່ມ ພີ່ນ້ອງຮ່ວມອຸທອນຊົມ
ຍາຕິຊຸມແຊງດຽວ ກໍເລົ່າຍໍນິຍົມຍ້ອງ
ພວກໝູ່ພົງພັນເພື້ອນ ສະຫາຍເກີກໍຮັກຫໍ່
ຄົນທົ່ວໜ້າຊົມເຊີຍຍ້ອງ ກ່າວນາມ ທ່ານເອີຍ

- ດີເພາະຮັກພວກພ້ອງ ບໍ່ຜິດໝູ່ປະນາມເຂົາ
ດີເພາະເຮົາເປັນຄົນດີ ບໍ່ກໍ່ກວນຊາວບ້ານ
ດີເພາະການງານກ້າວ ສັກສີພົ້ນເດັ່ນ
ກິດຈະການວຽກບ້ານ ງານສ້າງຮັ່ງມີ

- ດີປານຜ້າພັບໄວ້ ບໍ່ກ້າວກ່າຍການງານເຂົາ
ເວົ້າຈາງຸມໆສຽງ ນັ່ງເສີຍບໍ່ສົນເລື້ອງ
ຍາມເມື່ອວົງວານເພື້ອນ ໄປຫາມາແວ່
ເຂົ້າແລະນໍ້າ ຂອງແກ້ມສູ່ກິນ

- ທັງດີຍາມປ່ວຍໄຂ້ ຄົນໄດ້ເພິ່ງພິງພັກ
ຍາມໝູ່ຈົນທົນທຸກ ຊ່ວຍເຫຼືອບັນເທົາໄດ້
ດີອັນໃດກໍດີໄດ້ ຂໍພຽງພໍເພິ່ນໄດ້ເພິ່ງ
ແຕ່ຢ່າດີລື່ນໜ້າ ຄົນຊິເວົ້າກ່າວປະນາມ

- ເຊັ່ນວ່າການງານຢ້າວ ວຽກຕ່າງໆນານາ
ເຮັດການງານຕໍາແໜ່ງສູງ ກໍເລົ່າດີໄປໝົດກ້ຽງ
ຄັນວິຊາຄວາມຮູ້ ການສຶກສາກໍສູງສົ່ງ
ລົດລານເຮືອນຢູ່ພ້ອມ ກໍດີລໍ້າລື່ນເຂົາ

- ຄັນເຮັດການຕໍາແໜ່ງລໍ້າ ວຽກໃຫຍ່ໆດີໄປໝົດ
ການຄ້າຂາຍຫງາຍມື ກໍເລົ່າດີອຸດົມລໍ້າ
ເຂົາວ່າດີເກີນໜ້າ ຊິຫາຄວາມຄໍາບໍ່ຊອບ
ມາບັງບຽດບູດບຶ້ງ ດຶງເຂົ້າສ່ວນບໍ່ດີ

- ດີທີ່ດີແທ້ໆ ໃຫ້ດີເລີດທາງປັນຍາ
ການສ້າງສາທໍາງານ ໃຫ້ເລີດດີວິໄລກ້າວ
ດີນັ້ນຄົງສະຖຽນໝັ້ນ ບໍ່ມີໃຜຈະບັງບຽດ
ຄັນວ່າດີບໍ່ແທ້ ມານຊິລ້າງຈ່ອງຜານ ທ່ານເອີຍ

ไม่มีความคิดเห็น:

แสดงความคิดเห็น