20/9/54

ຈໍາປາແດງບໍ່ຕາຍ ຍ້ອນທ່ານກັບເມັຍມີສະຕິ ແລະໝານ້ອຍໄວ

ເຖີງ: jampadeng
ໂອ................
- ອ່ານເລື່ອລາວ ງຶດແທ້ ງຶດບໍ່ຢອກ
ຄິດບໍ່ອອກ ຈໍາປາແດງ ຕະແຄງຕາຍ
ເພາະເຫັນຂຽນ ກອນອອກມາ ບໍ່ມີວາຍ
ຂຽນຂ່າວຮ້າຍ ນໍ້າຖ້ວມໜັກ ທີ່ເມືອງລາວ

- ວັນອັງຄານ ກໍເຫັນອອນ ອິນລາວຢູ່
ຕອນເຊົ້າຕູ່ ຂໍເຫັນຂຽນ ກອນບັນຍາຍ
ນຶກວ່າເຂົາ ບໍ່ເຫັນຫຍັງ ຍັງສະບາຍ
ເປັນຕາໜ່າຍ ຊີວິດ ພິກຜັນໄວ

- ທີ່ທ່ານເປັນ ນັ້ນແມ່ນ ອຸບັດເຫດ
ປະຕິເສດ ບໍ່ໄດ້ ເປັນເລື່ອງໃຫຍ່
ເກີດກັບຄົນ ທຸກໆໄວ ໃຜກໍໄດ້
ບຸນຍິ່ງໃຫຍ່ ມີອັນຊ່ອຍ ຄ່ອຍຄືນມາ

- ບໍ່ດັ່ງນັ້ນ ຊາວອິນລາວ ຝາຍນໍ້າຕາ
ແຕ່ຫາກວ່າ ບຸນທ່ານແຂງ ຈຶ່ງບໍ່ຕາຍ
ຫົວນ໊ອກພື້ນ ຈົນສະຫຼົບ ຕ້ອງນອນຫງາຍ
ລອດຄວາມຕາຍ ເພາະໂຕໂຢ ໂອໂຫ່ບຸນ

- ຕື່ນຂຶ້ນມາ ມີສະຕິ ຮູ້ສຶກໄດ້
ຄວາມືໄປ ງົມເບິ່ງຫົວ ເລືອດເປັນສາຍ
ນັບວ່າດີ ຍັງເປັ່ງສຽງ ໄດ້ສະບາຍ
ຈຶ່ງລອດຕາຍ ເມັຍໄດ້ຍິນ ພຣະອິນຄຸມ

- ເກົ້າໜຶ່ງໜຶ່ງ ເລກດີ ຄວນມີໄວ້
ກົດຄັ້ງໃດ ໄດ້ຮັບຜົນ ພົ້ນຄວາມຕາຍ
ຫາກກົດແລ້ວ ນັບວ່າພົ້ນ ອັນຕະຣາຍ
ຈັ່ງແມ່ນງ່າຍ ມາເຮວໄວ ປານເຫາະເອົາ

- ມາເບິ່ງແລ້ວ ເຂົາເອົາໃຈ ເປັນພິເສດ
ອຸບັດເຫດ ຖືສໍາຄັນ ເກີນບັນຍາຍ
ລົດດັບເພີງ ທີ່ມາຮັບ ຄືຄວາມງ່າຍ
ຢ້ານຄົນຕາຍ ຈຶ່ງມາໄວ ໄປໃຫ້ທັນ

- ຄັນບ້ານເຮົາ ຕ້ອງແມ່ນ ລົດໂຮງໝໍ
ຕ້ອງໄດ້ລໍ ເກີນຊົ່ວໂມງ ນັບວ່າໄວ
ຕ້ອງໄດ້ເຊັນ ອະນຸມັດ ຈາກຜູ້ໃຫຍ່
ກວ່າຈະໄດ້ ເອົາລົດອອກ ມາຮັບເຮົາ

- ນີ້ບ້ານເພິ່ນ ລົດດັບເພີງ ຄົງຢູ່ໃກ້
ເຂົາຈຶ່ງໃຫ້ ລົດດັບເພີງ ມາຮັບໄວ
ແລ້ວເອົາໄປ ຮອດໂຮງໝໍ ຢ່າງທັນໃຈ
ຄວາມວ່ອງໄວ ຄວາມທັນໃຈ ຈຶ່ງບໍ່ຕາຍ

- ເກົ້າໜຶ່ງໜຶ່ງ ນາມນີ້ ເລກໝານ້ອຍ
ຄອງເຝົ້າຄອຍ ເບິ່ງແຍງຄົນ ຢູ່ສະເໝີ
ຈໍາປາແດງ ເຂົາລອດຕາຍ ແລ້ວລະເດີ
ບຸນສະເໜີ ຊົດຊ່ວຍ ດ້ວຍສັດທາ

- ຂໍໃຫ້ທ່ານ ຈໍາປາແດງ ຫາຍໄວວາ
ແລ້ວກັບມາ ອິນລາວ ໃຫ້ຄົນຊົມ
ຄົນທໍາດີ ບໍ່ຕ້ອງຢ້ານ ພະຍາຍົມ
ຂໍໃຫ້ພຼົມ ພຣະອິນທາ ມາໂອຍພອນ

ไม่มีความคิดเห็น:

แสดงความคิดเห็น