8/9/54

ເພງຈຳປາມາລາລາວ

- ດວງດອກຈຳປາ ມາລາຫຼາກສີ
ເນົາຢູ່ດິນແດນປະຖະພີ ຂອງລາວລ້ານຊ້າງ
ລາວພາກພູມໃຈຈຳປາວິໄລ ຊາດລາວມຸ້ງຫວັງ
ເຖິງແມ່ຂອງຈະ ແຍກສອງ​ຝັ່ງ ກໍລົ້ນລັ່ງດ້ວຍມີດໄມຕຣີ

- ຊາດວິໄລ ສົດໄສດ້ວຍປະເພນີ
ຮີດສິບສອງຄອງສີບສີ່ ບົ່ງບອກຊີ້ຊາດລາວຈະເລີນ
ພາສາປາກເວົ້າ ໂຮມເຕົ້າຊາດລາວສັນເສີນ
ເຊື້ອຊາດລາວບໍ່ແຍກທາງເດີນ ແມ່ນ້ຳຂອງຈະເລີນຄູ່ໂລກວັດທະນາ

- ດວງດອກຈຳປາ ມີຄຸ່ນຄ່າຕໍ່ຫົວໃຈລາວ
ມີດວງດອກສີສັນຫຼາກພັນພົງສາ ເໝືອນລາວເຮົານີ້ໜາ ມີວົງສາຫຼາຍເຊື້ອຊາດພັນ
ໄທເໜືອໄທໃຕ້ໄທໃດໆ ກໍລາວດຽວກັນ
ຊາດພູມສີສັນບໍ່ໄດ້ແບ່ງກັນ ເວົ້າຈາພາສາລາວຄົງໝັ້ນ ລາວທັງນັ້ນຢ່າໄດ້ລືມເລີຍ

- ດວງດອກຈຳປາ ມາລາລາວນີ້
ສ້າງສັນສັກສີ ໃຫ້ມີຄຸນຄ່າ
ຮ່ວມສ້າງຮ່ວມພັດທະນາ ຮ່ວມປະກາດສັກດາ
ໃຫ້ລາວຄູ່ຟ້າ ຊົ່ວໂລກວັດທະນານິລັນການ

ไม่มีความคิดเห็น:

แสดงความคิดเห็น