16/9/54

ແມ່ຂອງຂາດເຂີນຈະເຣີນຫຼືໃດ ?

ແມ່ຂອງເຂີນຂາດນໍ້າ ສັບພະສິ່ງສູນສະຫຼາຍ
ມັນເປັນໄປຕາມກົດເກນ ພັດທະນາການກ້າວ
ບູຮານເຮົາເຄີຍເວົ້າ ນານເຫິງດົນຂະໜາດ
ຄາດຄະເນຖືກຕ້ອງ ເຮົາຄວນຍ້ອງບູຣູດລາວ

ເພິ່ນວ່າຕົກເມື່ອຄາວໂລກາຂ້ອນ ທຸກຢ່າງປ່ຽນໄປ
ເຂົ້າຂາດນາປາຂາດນໍ້າ ໜອງບວກເຂີນໝົດ
ູກົບຂຽນປູກັບປິ້ນ ໜີນາເຫີນຫ່າງ
ນະທີ່ເຂີນຂາດນໍ້າ ຄາວໜ້າໃຫ້ເບິ່ງໄປ

ຄົນກໍໃຈໂຫດກ້າ ຫານດ່າອົງພຣະພຸດ
ຂອງພຣະທັມທີ່ເຄີຍນົບ ບໍ່ເຊື່ອຄອງພຣະອົງເຈົ້າ
ຄົນກໍເປັນນາຍລົ້ນ ບໍ່ມີໃຜເປັນໄພ່
ຫົວດໍາຢ່າງອອກໜ້າ ຫົວໂລ້ນໄດ້ແຕ່ຕາມ

ຄົນກ້າທໍາບາບໃບ້ ບັງພຽດສັງຄະຄຸນ
ພຣະສົງທໍາຕາມເຂົາ ກໍເລົ່າມີໃນພາຍໜ້າ
ຄົນທີ່ໃຈໂລເລກ້າ ກັບເກີດມາເປັນໃຫຍ່
ໄກ່ເປີດເປີດເມັດເຂົ້າ ກິນສາລີລໍ້າເປັນອາຫານ

ຄົນທົ່ວຂົງເຂດບ້ານ ໂຮມຮວບເປັນເຮືອນດຽວ
ທາງສີບຄືນຊາວຄືນ ຫຍໍ້ເປັນຄາວມື້
ອັນວ່າຄວາມຄຳເວົ້າ ບູຮານລາວໄຂກ່າວ
ຍັງມີຫຼາຍຫຼາກລໍ້າ ດຽວນີ້ຖືກຄວາມ ແລ້ວເດທ່ານເອີຍ

ไม่มีความคิดเห็น:

แสดงความคิดเห็น