ບັດນີ້ຊິເວົ້າ ເລື່ອງມະນຸດມະນາ
ເວົ້າສິ່ງເຫັນກັບຕາຂອງຄົນທຸກມື້
ເວົ້າໃຫ້ຟັງຊື່ໆບໍ່ແມ່ນເປັນຄໍາສອນ
ພຽງແຕ່ອຸທາຫອນຍົກມາໃຫ້ຮູ້
ດຽວນີ້ຄົນເຮົາປູ້ທາງດ້ານປັນຍາ
ໄປຮຽນເອົາແຕ່ວິຊາມາແບກມາຫາບ
ແລ້ວກະມາຂະໜາບໃຫ້ຄົນຮູ້ຈັກ
ວ່າຕົນນີ້ຮູ້ຈັກຊໍານານທຸກຢ່າງ
ເວົ້າເຖິງວຽກການຊ່າງທັງທິດສະດີ
ເວົ້າແບບຖືຄໍາພີທ່ອງມາຈົນຈື່
ຮູ້ກະຮູ້ຊື່ໆບໍ່ແມ່ນແກ່ນສານ
ເກ່ງແຕ່ປະຕິພານພຽງເອົາຕົວລອດ
ບໍ່ແມ່ນວິຊາລອດອອກຈາກທຸກໃນໃຈ
ພຽງແຕ່ວ່າໄດ້ໄຊນະເຊິ່ງໜ້າ
ແລ້ວກໍວ່າໂຕກ້າເກ່ງກວ່າຝູງຄົນ
ດຽວນີ້ຄົນບໍ່ສົນນໍາຈິດນໍາເຈດ
ຮູ້ບໍຣິຫານປະເທດແລະບໍຣິຫານອົງກອນ
ຮູ້ພຽງເອົາໄປສອນຄົນອື່ນໃຫ້ຮູ້
ບາງຄົນຮຽນຈົນປູ້ຈົນໂງ່ຈົນງົງ
ຮູ້ມາແລ້ວບໍ່ຈັກປົງຈັກວາງໃຫ້ງ່າຍ
ຮຽນເອົາແຕ່ສະບາຍເລື່ອງໂລບເລື່ອງລ້ຽວ
ເຮັດແນວໃດຊີໄດ້ອ່ຽວເປັນເຈົ້ານາຍຄົນ
ບໍ່ມີໃຜຢາກເປັນນາຍຕົນໃຫ້ສຸກໜ່ອຍ
ເອົາລະຂໍເວົ້ານີ້ຄ່ອຍໆຢ້ານຕໍາໃຈຕົນຟັງ
ດຽວນີ້ ຄົນເວົ້າດີ ເວົ້າມ່ວນມີຖົມໄປ
ການກະທໍາພັດໄປກັນໃຫຍ່ ມີຮອດເກົ້າເມັຍ
ທາງຜູ້ຍິງກະບໍ່ເສັຍມີີຮອດສິບກວ່າກິ້ກ
ບາດຜົວໜີແລ້ວຈຶ່ງກະຊິກ ແລ່ນໄປຫາໝໍຊົງ
ອັນວ່າໝໍຜີຢູ່ໃນດົງໃນເມືອງໃນບ້ານ
ສັ່ງໝໍຜີຈັດການບອກໃຫ້ຜົວກັບມາ
ບາງຄົນແລ່ນໄປຫາໝໍເດົາໝໍເບິ່ງ
ແລ່ນກະເຊາະກະເຊິ່ງແລ່ນໄປໄຫວ້ຈອມໂພນ
ບັນຫາຄົນເຮົາໂດນບໍ່ຈັກທາງແກ້
ເຮົາເອງເປັນຜູ້ສ້າງບໍ່ຫົວໃສ່ໃຈຊາ
ປ່ອຍປະເວລາບໍ່ຮູ້ຄ່າຊິວິດ
ບໍ່ຮູ້ຈັກວິທີຄິດແນວບໍ່ຊອກສຶກສາ
ບາດວ່າມີບັນຫາຈຶ່ງມາໂອ້ມາອ່າວ
ຄັນມີຄົນບອກຄົນກ່າວ ເພິ່ນພັດລື່ນຄໍ່າສອນ
ຫາວ່າອຸທາຫອນຄໍາສອນບໍ່ເຂົ້າທ່າ
ບາງຄົນກໍຫາວ່າເປັນເລື່ອງງົມງວາຍ
ດຽວນີ້ຍຸກກະສວຍເວົ້າແຕ່ວິທະຍາສາດ
ແຕ່ວ່າຄົນກັບບໍ່ສະຫຼາດວິທະຍາສາດພາຫຼົງ
ບໍ່ໄດ້ເອົາໃຈປົງຮຽນວິທະຍາການໃໝ່
ວິທະຍາສາດເປັນເລື່ອງໃຫຍ່ໃຫ້ເຊື່ອເຫດເຊື່ອຜົນ
ສ່ວນວ່າຄົນກັບຫຼົງໂຕຫຼົງຊາດ
ລືມຮອດຄວາມສາມາດຂອງບັນພະຊົນ
ລືມຮອດສິດຂອງຕົນເພາະເປັນຄົນລຸ້ນໃໝ່
ເລີຍບໍ່ໄດ້ເອົາໃຈໃສ່ວຽກວັດທະນະທັມ
ບໍ່ໄດ້ເອົາສິນທັມມາປົກມາປ້ອງ
ວ່າແຕ່ໂຕເອງຕ້ອງຈັກທໍາຄວາມດີ
ແຕ່ບໍ່ຖືຄັມພີອີຫຍັງຈັກຢ່າງ
ຄັນຊິຍ່າງທາງໂລກໃໝ່ທັນສະໄໝ
ແຕ່ບໍ່ໄດ້ເອົາໃຈສຶກສາໃຫ້ແຕກ
ຄັນເຊື່ອຫຍັງກະແບກໃຫ້ຫຍຸ້ງສະໝອງ
ມີບັນຫາແລ້ວມີແຕ່ຄອງໃຫ້ຄົນອື່ນຊ່ວຍແກ້
ແລ້ວກໍແລ່ນແພະແວ້ໄປຫາໝໍຜີ ນັ້ນລະນາ
ບໍ່ເອົາໃຈຫົວຊານໍາພຸດທະສາດ
ວ່າແຕ່ຕົນມີຄວາມສາມາດບໍ່ຟັງຄໍາສອນ
ກໍເລີຍເປັນພຽງຂອນໄມ້ຕາຍໃຫຼນໍ້າ
ບໍ່ມີໂອກາດຂວ້າມວັດຕະສົງສົນສານ
ບາດພົບທຸກແລ້ວຈຶ່ງຄານຊອກຫາທາງແກ້
ບາດວ່າເຖິງຄາວແພ້ກັບໂທດພຣະໂທດສົງ
ໂທດຮອດເຊື້ອຮອດວົງບິດາພໍ່ແມ່
ແຖນຢູ່ຟ້າຍັງແກ່ມາດ່າມາຈົ່ມ
ດ່າຮອດຟ້າຮອດລົມວ່າບໍ່ຊົດບໍ່ຊ່ອຍ
ທີ່ແທ້ເຮົາບໍ່ໄດ້ຊ່ອຍໂຕເອງສັງເລີຍ
ນີ້ລະນາຄົນເອີຍ ຄວນສຶກສາໄວ້ ແທ້ນາ
ເວົ້າສິ່ງເຫັນກັບຕາຂອງຄົນທຸກມື້
ເວົ້າໃຫ້ຟັງຊື່ໆບໍ່ແມ່ນເປັນຄໍາສອນ
ພຽງແຕ່ອຸທາຫອນຍົກມາໃຫ້ຮູ້
ດຽວນີ້ຄົນເຮົາປູ້ທາງດ້ານປັນຍາ
ໄປຮຽນເອົາແຕ່ວິຊາມາແບກມາຫາບ
ແລ້ວກະມາຂະໜາບໃຫ້ຄົນຮູ້ຈັກ
ວ່າຕົນນີ້ຮູ້ຈັກຊໍານານທຸກຢ່າງ
ເວົ້າເຖິງວຽກການຊ່າງທັງທິດສະດີ
ເວົ້າແບບຖືຄໍາພີທ່ອງມາຈົນຈື່
ຮູ້ກະຮູ້ຊື່ໆບໍ່ແມ່ນແກ່ນສານ
ເກ່ງແຕ່ປະຕິພານພຽງເອົາຕົວລອດ
ບໍ່ແມ່ນວິຊາລອດອອກຈາກທຸກໃນໃຈ
ພຽງແຕ່ວ່າໄດ້ໄຊນະເຊິ່ງໜ້າ
ແລ້ວກໍວ່າໂຕກ້າເກ່ງກວ່າຝູງຄົນ
ດຽວນີ້ຄົນບໍ່ສົນນໍາຈິດນໍາເຈດ
ຮູ້ບໍຣິຫານປະເທດແລະບໍຣິຫານອົງກອນ
ຮູ້ພຽງເອົາໄປສອນຄົນອື່ນໃຫ້ຮູ້
ບາງຄົນຮຽນຈົນປູ້ຈົນໂງ່ຈົນງົງ
ຮູ້ມາແລ້ວບໍ່ຈັກປົງຈັກວາງໃຫ້ງ່າຍ
ຮຽນເອົາແຕ່ສະບາຍເລື່ອງໂລບເລື່ອງລ້ຽວ
ເຮັດແນວໃດຊີໄດ້ອ່ຽວເປັນເຈົ້ານາຍຄົນ
ບໍ່ມີໃຜຢາກເປັນນາຍຕົນໃຫ້ສຸກໜ່ອຍ
ເອົາລະຂໍເວົ້ານີ້ຄ່ອຍໆຢ້ານຕໍາໃຈຕົນຟັງ
ດຽວນີ້ ຄົນເວົ້າດີ ເວົ້າມ່ວນມີຖົມໄປ
ການກະທໍາພັດໄປກັນໃຫຍ່ ມີຮອດເກົ້າເມັຍ
ທາງຜູ້ຍິງກະບໍ່ເສັຍມີີຮອດສິບກວ່າກິ້ກ
ບາດຜົວໜີແລ້ວຈຶ່ງກະຊິກ ແລ່ນໄປຫາໝໍຊົງ
ອັນວ່າໝໍຜີຢູ່ໃນດົງໃນເມືອງໃນບ້ານ
ສັ່ງໝໍຜີຈັດການບອກໃຫ້ຜົວກັບມາ
ບາງຄົນແລ່ນໄປຫາໝໍເດົາໝໍເບິ່ງ
ແລ່ນກະເຊາະກະເຊິ່ງແລ່ນໄປໄຫວ້ຈອມໂພນ
ບັນຫາຄົນເຮົາໂດນບໍ່ຈັກທາງແກ້
ເຮົາເອງເປັນຜູ້ສ້າງບໍ່ຫົວໃສ່ໃຈຊາ
ປ່ອຍປະເວລາບໍ່ຮູ້ຄ່າຊິວິດ
ບໍ່ຮູ້ຈັກວິທີຄິດແນວບໍ່ຊອກສຶກສາ
ບາດວ່າມີບັນຫາຈຶ່ງມາໂອ້ມາອ່າວ
ຄັນມີຄົນບອກຄົນກ່າວ ເພິ່ນພັດລື່ນຄໍ່າສອນ
ຫາວ່າອຸທາຫອນຄໍາສອນບໍ່ເຂົ້າທ່າ
ບາງຄົນກໍຫາວ່າເປັນເລື່ອງງົມງວາຍ
ດຽວນີ້ຍຸກກະສວຍເວົ້າແຕ່ວິທະຍາສາດ
ແຕ່ວ່າຄົນກັບບໍ່ສະຫຼາດວິທະຍາສາດພາຫຼົງ
ບໍ່ໄດ້ເອົາໃຈປົງຮຽນວິທະຍາການໃໝ່
ວິທະຍາສາດເປັນເລື່ອງໃຫຍ່ໃຫ້ເຊື່ອເຫດເຊື່ອຜົນ
ສ່ວນວ່າຄົນກັບຫຼົງໂຕຫຼົງຊາດ
ລືມຮອດຄວາມສາມາດຂອງບັນພະຊົນ
ລືມຮອດສິດຂອງຕົນເພາະເປັນຄົນລຸ້ນໃໝ່
ເລີຍບໍ່ໄດ້ເອົາໃຈໃສ່ວຽກວັດທະນະທັມ
ບໍ່ໄດ້ເອົາສິນທັມມາປົກມາປ້ອງ
ວ່າແຕ່ໂຕເອງຕ້ອງຈັກທໍາຄວາມດີ
ແຕ່ບໍ່ຖືຄັມພີອີຫຍັງຈັກຢ່າງ
ຄັນຊິຍ່າງທາງໂລກໃໝ່ທັນສະໄໝ
ແຕ່ບໍ່ໄດ້ເອົາໃຈສຶກສາໃຫ້ແຕກ
ຄັນເຊື່ອຫຍັງກະແບກໃຫ້ຫຍຸ້ງສະໝອງ
ມີບັນຫາແລ້ວມີແຕ່ຄອງໃຫ້ຄົນອື່ນຊ່ວຍແກ້
ແລ້ວກໍແລ່ນແພະແວ້ໄປຫາໝໍຜີ ນັ້ນລະນາ
ບໍ່ເອົາໃຈຫົວຊານໍາພຸດທະສາດ
ວ່າແຕ່ຕົນມີຄວາມສາມາດບໍ່ຟັງຄໍາສອນ
ກໍເລີຍເປັນພຽງຂອນໄມ້ຕາຍໃຫຼນໍ້າ
ບໍ່ມີໂອກາດຂວ້າມວັດຕະສົງສົນສານ
ບາດພົບທຸກແລ້ວຈຶ່ງຄານຊອກຫາທາງແກ້
ບາດວ່າເຖິງຄາວແພ້ກັບໂທດພຣະໂທດສົງ
ໂທດຮອດເຊື້ອຮອດວົງບິດາພໍ່ແມ່
ແຖນຢູ່ຟ້າຍັງແກ່ມາດ່າມາຈົ່ມ
ດ່າຮອດຟ້າຮອດລົມວ່າບໍ່ຊົດບໍ່ຊ່ອຍ
ທີ່ແທ້ເຮົາບໍ່ໄດ້ຊ່ອຍໂຕເອງສັງເລີຍ
ນີ້ລະນາຄົນເອີຍ ຄວນສຶກສາໄວ້ ແທ້ນາ
ไม่มีความคิดเห็น:
แสดงความคิดเห็น