12/9/54

ໃຈເປັນກາງຍ່ອມເຫັນທັມ

- ສະມາທິ ກໍານົດໃຈ ໃຫ້ເປັນກາງ
ຍ່ອມເຫັນທາງ ແຫ່​ງວິຖີ ຂອງດວງຈິດ
ມອງຊອດໄປ ເບິ່ງເຫັນໄດ້ ໃນຊີວິດ
ຍ່ອມພິຊິດ ອະວິຊຊາ ຕັນຫາເຍົາ

- ຄວາມເປັນກາງ ຕ້ອງວາງໄວ້ ໃຫ້ໝັ້ນທ່ຽງ
ຢ່າເບນບ່ຽງ ຢຶດຖືຂ້າງ ອັນໃໝ່ເກົ່າ
ອາຣົມໃດ ເກີດຂຶ້ນມາ ກໍານົດເອົາ
ຮູ້ທົ່ວເທົ້າ ຕາມອາຣົມ ທີ່ມັນເປັນ

- ວິປັດສະ-ນາ ຝືກຈິດ ກັມມັດຖານ
ເອົາລົມປານ ເປັນຈຸດຕັ້ງ ຕາມອາຣົມ
ອາຣົມເກີດ ຈິດຈົ່ງຕາມ ກວດໃຫ້ກົງ
ໃຫ້ໝັ້ນຄົງ ໃນຖານ ການປ່ຽນແປງ

- ອານາປາ-ນະ ສະຕິ ມີສີ່ຂໍ້
ກາຍຕັ້ງຕໍ່ ກໍານົດໃຫ້ ໄປທຸກແຫ່ງ
ອັນໃດເກີດ ຈົ່ງເອົາຈິງ ໄປແລແຍງ
ມັນປຸງແຕ່ງ ອັນໃດ ໃຫ້ຮູ້ທັນ

ກໍານົດກາຍ ຈົ່ງຂະຫຍາຍ ລົມເຂົ້າອອກ
ສັ້ນຍາວບອກ ໃຫ້ຮຸ່ງຮູ້ ຢ່າເຫຫັນ
ທັງຄວາມສຸກ ທັງຄວາມທຸກ ໃຫ້ຮູ້ທັນ
ອຸກອັ່ງນັ້ນ ຫຼືສົດຊື່ນ ຢ່າງລື່ນຄອງ

ອາຣົມເກີດ ໃນກາຍ ທາດແລະຂັນ
ທາດດິນນັ້ນ ນໍ້າລົມໄຟ ໃຫ້ຕຶກຕອງ
ຂັນຫ້າປ່ຽນ ປັບປຸງໄປ ຈົ່ງສອດສ່ອງ
ແລ້ວຈຶ່ງຕອງ ຕາມມັນເປັນ ເຫັນຄວາມຈິງ

- ເມື່ອເຣົາຜ່ານ ອາຣົມ ກົງຕາມເຫດ
ຈິດແລະເຈດ ຈະຮັບຮູ້ ສັບພະສິ່ງ
ວິຍານປຸງ ສັງຂານປ່ຽນ ຈິດຮູ້ຈິງ
ຮູ້ທຸກສິ່ງ ສາກົນກາຍ ທໍາລາຍກັມ

- ໃນທີ່ສຸດ ອັນຕົວຮູ້ ກໍຈະເກີດ
ສິ່ງປະເສີດ ກໍຈະເກີດ ຄືຕົວທັມ
ຈິດເປັນກາງ ໃຈເປັນກາງ ທໍາລາຍກັມ
ຕັນຫາຕໍ່າ ຖືກທໍາລາຍ ປີຊາຍານ

- ອາວິດຊາ ຖືກທໍາລາຍ ດ້ວຍຕົວຮູ້
ທັມຈະສູ້ ທໍາລາຍສ້ຽງ ເຊິງສັງຂານ
ເມື່ອທັມເກີດ ໃຈອົງອາດ ເປັນຍອດຍານ
ໃຈເບີກບານ ອໍຣະຫັນຕ໌ ນິບພານເອີຍ

ไม่มีความคิดเห็น:

แสดงความคิดเห็น