16/9/54

ນອນໜາວຍອດພູຫຼວງ ດ່ານສະຫວັນ

ໂອໜາວເໜັບ ເຈັບເນື້ອກາຍ ໃຈຍັງອຸ່ນ
ໝອກເມັດຂຸ້ນ ມືດມົວຄັບ ທັບຫຼັງຄາ
ມອງອອກໄປ ນອກເຮືອນ ມືດມົວຕາ
ແນມອົງສາ ເລກສິບສອງ ຄອງຄວາມໜາວ

ຄືນນີ້ນອນ ຕ່າງຖິ່ນ ດິນພູຫຼວງ
ຈິດບໍ່ຫ່ວງ ຄວາມຫຼັງ ໃຫ້ໂສກສັນ
ກ່ອນນອນນົບ ໄຫວ້ພຣະ ຈິດພາວັນ
ໃຈສຸກສັນ ເຖິງໜາວໜັກ ປະຈັກທຳ

ສາຍພູຫຼວງ ແດນສະຫວັນ ບ້ານສະຫງົບ
ນັ່ງນຶກນົບ ບໍ່ໃຫ້ໜາວ ຍິ່ງໜາວໜັກ
ດີແຕ່ນອນ ເທິງເສື່ອນວມ ໃນເຮືອນພັກ
ຜ້າຫົ່ມໜັກ ສອງຜືນນວມ ກວາມຫົວນອນ

ຫຼັບຮຽບຮ້ອຍ ມ້ອຍມິດ ຈິດສະຫງົບ
ຄວາມໜາວປົບ ຈາກໄປ ໄກປານສັງ
ຮູ້ແລ້ວແລ ອຸປະທານ ຄືທີ່ຕັ້ງ
ຫາກຈິຕສັ່ງ ໜາວກໍຍັງ ບໍ່ມີວາຍ

ເມື່ອກາຍຫຼັບ ຈິດກໍກັບ ຫຼັບກັບກາຍ
ໜາວກໍວາຍ ບໍ່ມາວຽນ ໃຫ້ທຸກຂັງ
ຫຼັບລວດດຽວ ຕື່ນຂຶ້ນມາ ໜາວຈຶ່ວຍັງ
ໃຫ້ຈີດສັ່ງ ຫ້າມຄວາມໜາວ ບໍ່ໄດ້ເສີຍ

ພຽງແຕ່ຈິດ ບໍ່ຖືຊາ ໃນຄວາມໜາວ
ຕື່ນມາຟ້າວ ອາບນໍ້າອຸ່ນ ໃຫ້ອຸ້ກາຍ
ເຊັດຕົວແຫ້ງ ຄຸມຜ້າມັດ ສັງຄາພາຍ
ເອົາສ່ວນກາຍ ຈິດເຈດໄຫວ້ ພຣະສັມມາ

ໄຫວ້ພຣະແລ້ວ ນັ່ງກໍານົດ ທີ່ດວງຈິດ
ກໍພິຊິດ ຄວາມໜາວເໜັບ ໄດ້ດັ່ງຫວັງ
ຕາມສົມຄວນ ໄດ້ເວລາ ກໍຟ້າວຟັ່ງ
ກໍໄປສັ່ງ ເຈົ້າຂອງເຮືອນ ອອກເດີນທາງ

ຄົນນໍາທາງ ຂັບລົດອອກ ໄປຫາຮ້ານ
ສັ່ງທັນການ ອາຫານມີ ບຸ໊ນເນງືອກວຽດ
ກິນຮອງທ້ອງ ກັນຄວາມຫີວ ພຽງໜ້ອຍດຽວ
ຢາມທ່ອງທ່ຽວ ຢ່າກິນຫຼາຍ ຊິເປັນວິນ

ຫົວໂມງເຄິ່ງ ອອກລົດ ໄປທີ່ດ່ານ
ໜັງສືຜ່ານ ແຈ້ງອອກວຽດ ທັງລົດຄົນ
ປັດສະປໍ ຄົນຮ່ວມທາງ ມີທຸກຄົນ
ສ່ວນວ່າຕົນ ບໍ່ມີຫຍັງ ຕ້ອງລໍຄອຍ

ເຈົ້າໜ້າທີ່ ຕໍາຫຼວດ ຈັດແຈງໃຫ້
ໄດ້ທັນໃຈ ເຂົາຈັດແຈງ ບໍເດີພາຣ໌ດ
ຮຽບຮ້ອຍແລ້ວ ກໍຂຶ້ນລົດ
(ຈັກໜ່ອຍຕໍ່)

ไม่มีความคิดเห็น:

แสดงความคิดเห็น