22/9/54

ພຣະເຈົ້າຟ້າງຸ່ມມະຫາຣາຊ (ພາກສາມ)

ພາກທີສອງຈົບລົງໄວ້ ເຈົ້າຟ້າຊ່ວຍຊູຂະເໝນ
ຕາມໜ້າທີ່ທີ່ມອບໝາຍ ທີ່ຊົງວາງພຣະທັຍປະສົງຕັ້ງ
ບໍ່ແມ່ນຫວນຫາເລື່ອງ ໃຫ້ຜິດໃຈກັນດາຍເປົ່າ
ມັນຈຳເປັນຕ້ອງເວົ້າ ຕາມເລື່ອງເຫດການ
ເພາະທຸກເລື່ອງທີ່ເກີດຂຶ້ນ ໃນໂລກມວນມະນຸດເຮົານີ້
ມັນຍ່ອມເປັນໄປຕາມກົດ ເຫດຜົນຈິງແທ້
ເຮົາຈຶ່ງແປໃຫ້ເຫັນເລື່ອງ ການເມືອງລາວສະໄໝເກົ່າ
ລ້ານຊ້າງລາວຄົງຢູ່ໝັ້ນ ແຂງເຂັ້ມຢູ່ຍົງ
ທຸກທົ່ວຂົງເຂດຄ້າຍ ລາວເດັ່ນເຫັນປາຈັກ
ປະກົດການບັນຍາຍຄັກ ທົ່ວແດນດິນດ້າວ
ໃນຟາກຂອງສອງເບື້ອງ ລາວເຮືອງປາກົດເດັ່ນ
ເລື່ອງມັນເປັນເຊັ່ນນີ້ ລາວຈຶ່ງຕັ້ງຢູ່ນານ
ບັດນີ້ ກັບມາຈາກ່າວຕ້ານ ປະຫວັດສາດອົງກະສັດ
ປະຖົມບໍຣົມລາວ ທີ່ໂລກຈາສະຫຼັກໄວ້
ຂຽນກອນໄຂຄວາມແຈ້ງ ໃຫ້ເຫັນຮອມຮູຮ່ອມ
ເວົ້າໃຫ້ແຈ້ງ ແປງໃຫ້ມັນຖືກຕ້ອງ ຈຶ່ງເຫັນເຣື່ອງຊອບທັມ
ຄາວນັ້ນ ອົງເອກເຈົ້າ ເນົາຢູ່ພຣະນະຄອນຫຼວງ
ອັງກໍທົມເມືອງຂອມ ສ້າງຜົນງານປະຈັກແຈ້ງ
ຄືຊ່ວຍຕີຕົບຕ້ານ ສັດຕູມານຂອມບໍ່ໃຫ້ເກ່ງ
ແຂງຂົ່ມກຳຮາບຕ້ານ ຂະຫຍາຍຂ້າມແຜ່ນດິນໄດ້ແລ້ວ
ຄາວນັ້ນ ອົງກະສັດໄທ້ ພຣະຍາໃຫຍ່ເມືອງຂອມ
ເຫັນຊອບຄຸນຄວາມດີ ແຫ່ງເຈົ້າຟ້າຊາຍຊຽງທອງກ້າ
ທິ່ເປັນກອງກຳລັງນຳໜ້າ ທະຫານຫຼວງທີ່ກ້າເກັ່ງ
ຫາຄົນເສັງທຽບເທົ້າ ພຣະອົງເຈົ້າແມ່ນບໍ່ມີ
ດ້ວຍເຫດນີ້ ອົງເອກພະຍາຂອມ
ຈຶ່ງໄດ້ຍອມບັນນາການ ຍົກບັນດາສັກນ້ອມ
ຖວາຍປູນບຳເນັດໃຫ້ ເຫັນກົງການຊອບ
ມອບບັນດາສັກຍົກຂຶ້ນ ເປັນພຣະອົງຈອມເຈົ້າແຫ່ງນະພາ
ນາມພຣະອົງຈຶ່ງປະກົດຕົວທົ່ວຫຼ້າ “ພຣະເຈົ້າຜີຟ້າແຫຼ່ງຫຼ້າທໍຣະນີຢຳ”
ຟ້າງຸ່ມ ນາມທີ່ຜາກົດ ງຸ່ມໂງ່ມງຶມງຳຈົນສະທ້ານ
ເທວະດາຢູ່ເມືອງຟ້າ ຍິນພຣະນາມຕ້ອງແຕກຕື່ນ
ຜົນງານຫຼາຍລົ້ນລື່ນ ສຸດທີ່ຈາໃຫ້ກ້ຽງຄາວນີ້ແມ່ນຢຶດຍາວ
ຈຶ່ງໄດ້ຫັນມາກ່າວເຣື່ອງ ພຣະອົງຢູ່ເມືອງຂອມ
ຍ້ອນຄຸນງາມຄວາມດີ ທີ່ພຣະອົງກະທຳໄວ້
ກະສັດຂອມຈຶ່ງໄດ້ຍໍມວນໃຫ້ ກະສັດຕຣີສີສະອາດ
ຣາຊະທິດາແກ່ນແກ້ວ ຖວາຍໃຫ້ຮ່ວມພຣະໄມ
ເປັນສີທຽມເອກໄທ້ ທູນບາດຄຽງຊີວິດ
ສະຖິດໃນດວງໃຈ ໜໍໂພທິຍານລ້ຳ
ເປັນພຣະຣາຊີນີລຳ້ ຄຽງພຣະອົງບົວລະບາດ
ລາວທັງຊາດຮັບຮູ້ ພຣະນາງແກ້ວເກັ່ງຍາ
ອຸບພິເສກຈອມເຈົ້າ ເປັນເຂີຍເອກອົງກະສັດ
ເປັນຍາດພັນພົງສາ ຈອມໃຈຈິງແຈ້ງ
ສ້າງສຳພັນລາວເຂົ້າ ຂອມແຂງອຳນາດແກ່ນ
ຮັກສາຂອມທົ່ວແວ້ນແຄວ້ນ ຂະຫຍາຍເຊື້ອເຜົ່າພັນ
ຈຸດສຳຄັນບ່ອນນີ້ ນັບເປັນໜຶ່ງຄວນບັນທຶກ
ສຳນຶກໃຫ້ເຫດການ ທີ່ຊາດລາວຄວນອ້າງ
ຂະເໝນລາວຄາວນີ້ ສຳພັນກັນສັນສະເໝີຍາດ
ບໍ່ໄດ້ຄິດຄຽດແຄ້ນ ຕົບຕ້ານບຽດຊິງ
ເປັນເຣື່ອງຈິງປາຈັກແຈ້ງ ປະຫວັດສາດສຳພັນກັນ
ທູຕາທັງປະຊາຊົນ ຣັດຖະບານສອງເບື້ອງ
ບໍໄດ້ເຄືອງຂັດຂ້ອງ ໝອງໃຈຈົນເກີດເຫດ
ມີວຽກຫຼວງໃຫຍ່ນ້ອຍ ສອງຊາດເຫັນຮ່ຳຮູ້ ເຊີດຊູໄວ້ບໍ່ໃຫ້ມົວ ທ່ານເອີຍ.
(ເຊີນອ່ານຕໍ່ຕອນທີ ໔)

ไม่มีความคิดเห็น:

แสดงความคิดเห็น