16/9/54

ວັນສິນ 8

ມື້ນີ້ເປັນວັນສິນ ວັນແປດຄໍ່າ
ຊາວພຸດຮໍ່າຫົວຂໍ້ ສິກສາບົດ
ວັນນຶກນ້ອມເດີນຕາມທາງ ພຸດທະພົດ
ວັນຖືພົດຊົງສິນ ຍິນດີທານ

ອັນວັນສິນທັງແປດຄໍ່າ ສິບຫ້າຄໍ່າ
ທັງເດືອນຂຶ້ນເດືອນດັບ ເໝືອນກັບໝົດ
ເວົ້າເລື່ອງທານເວົ້າເລື່ອງສິນ ບໍາເພັງພົດ
ໃຈກໍານົດຕົວສັດທາ ຜະຫຼາງາມ

ວັນເດືອນເພັງຂ້າງຂຶ້ນ ສິບຫ້າຄໍ່າ
ຫາກທໍາກັມອັນຊົ່ວ ກໍມົວໝອງ
ວັນຂ້າງແຮມເດືອນດັບ ໃຈສອດສ່ອງ
ຈິດຕຶກຕອງສ້າງບຸນ ບຸນບານເບີຍ

ຫາກຈະທໍາກັມດີ ຢ່າເລືອກມື້
ສ້າງທຸກມື້ທຸກວັນ ບຸນບໍ່ສູນ
ໃຈເຮົາສຸກໃຈເຮົາຊື່ນ ຄອບຄົວຄູນ
ຍ່ອມເປັນມູນປາຣະມີ ທະວີພອນ

ວັນນີ້ເປັນວັນສິນ ມື້ແປດຄໍ່າ
ຢ່າຄິດຕໍ່າສ້າງກຸສົນ ຜົນຜະຫຼາ
ວັນໃດໆກໍສ້າງບຸນໄດ້ ທຸກເວລາ
ສ້າງສັດທາສ້າງປາຣະມີ ສຸກຂີເອີຍ.

ไม่มีความคิดเห็น:

แสดงความคิดเห็น