16/9/54

ແດ່ ສ.ສາຍນໍ້າແກ້ວ (ລາວຍັງເພາະຄົນມີທັມ)

ເຖີງ: ສສາຍນໍ້າແກ້ວ
ຂຽນກອນຍັງບໍ່ເປັນທ່ານເວົ້າ ໄຂຂ່າວເປັນກະວີ
ແຕ່ວ່າມີແນວຄິດ ຂີດຂຽນຜະຫຍາຕ້ອຍ
ຂຽນກອນສອຍສອນຊີ້ ເຕືອນສະຕິທ້າວທ່ານ
ນັບວ່າເປັນວິນຍານຂາດເຊື້ອ ເຄືອຊັ້ນນັກປາດລາວ

ນີ້ຄືຊົນຊາດເຊື່ອ ສະໄໝໃໝ່ສີວິໄລ
ຈິນຕະນາການໄກ ສອດສ່ອງເຫັນຫວນຮູ້
ເຖິງວ່າມີວິຊາປັນຍາດ້ອຍ ຮຽນບໍ່ສູງສະເໝີທ່ານ
ແຕ່ວ່າດວງວິນຍານ ຄືດັ່ງຊົນຊາດເຊື້ອ ເມທີຊັ້ນນັກປາດລາວ

ຂໍໃຫ້ທຸກທ່ານທ້າວ ໄດ້ຊູຊ່ວຍສັນລະເສີນ
ເຍົາວະຊົນຄົນດີ ໃຫ້ເກີດມີທົ່ວດິນດ້າວ
ເຮັດໃຫ້ລາວເຮົາກ້າວ ອຸດົມດີແດນນັກປາດ
ສ້າງຄົນດີໄວ້ໃຫ້ຊາດ ເຖິງໝູ່ມານມາກລົ້ນ ລາວກໍພົ້ນເພດໄພ

ຄົນລາວຍັງກໍຊາດຢັ້ງ ຄົງຢູ່ນານສະຖຽນ
ຫາກຄົນລາວມີປັນຍາທັມ ຊາດກໍພັດທະນາໄດ້
ຫາກຄົນລາວປັນຍາດ້ອຍ ປັນຍາເບົາເອົາງ່າຍ
ຊາດຈະຕາຍມອດມ້ວຍ ຄົນລາວລົ້ນຊາດບໍ່ຄົງ

ຫາກລາວຍັງຢູ່ຊາດຢັ້ງ ພ້ອມພໍ່າວັດທະນະທັມລາວ
ຊາດຈະເລີນເພາະຄົນລາວ ຊ່ວຍກັນຮຽນຮູ້
ລາວເຮົາຊິຈະເຣີນໄດ້ ຄົນລາວຕ້ອງສະຫຼາດ
ຊາດຈະເຮືອງຮຸ່ງເຫຼື້ອມ ເພາະຄົນຮູ້ຄ່າລາວ ທ່ານເອີຍ.
ຂຽນທີ່ດານັງ 26 ມັງກອນ 2011

ไม่มีความคิดเห็น:

แสดงความคิดเห็น