22/9/54

ມູນມັງທີ່ເຫຼືອຢູ່

ອັກສອນລາວເກົ່າກີ້------------ຫຼາຍກວ່າສີ່ສິບເອັດຕົວ ທ່ານເອີຍ
ເທົ່າທີ່ເຄີຍພານພົບ------------ຫຼາກຫຼາຍເຫຼືອລົ້ນ
ນອກຈາກຕົວອັກສອນເຄົ້າ-----ຍັງມີຕົວໄວ້ລຸ່ມ
ຊຸມອັກສອນໝູ່ນີ້---------------ອັກສອນເຟື້ອງ ທ່ານວ່າມາ

ນອກຈາກນັ້ນ------------------ບາງທ່ານຂະໜານນາມ
ເປັນຕົວຕີນອັກສອນ------------ເພື່ອຂຽນສະກົດແຕ້ມ
ນັບແຕ່ລາວເຮົາໄດ້-------------ເອົາອັກສອນໃສ່ພິມດີດ
ກໍເລີຍຕັດບັ່ນຖິ້ມ---------------ໃຫ້ເຫຼືອໜ້ອຍຄົບແປ້ນພິມ

ແຕ່ກະຍັງບໍ່ຖິ້ມ-----------------ອັກສອນຄວບທີ່ຄວນຈັກ
ມີຫ້າຕົວຕາມປະຈັກ------------ຊີກ່າວໄປໃຫ້ເຫັນຮູ້
ຄືຕົວ ໜ, ໝ, ຫຼ, ຫວ, ຫຽ---ອັກສອນຜະສົມເພິ່ນກໍວ່າ
ສາມໂຕທາງຂ້າງໜ້າ................ອັກສອນເຄົ້າໃຫ້ຮັກສາ

ຄືວ່າຕົວ ໜ, ໝ, ຫຼ ນີ້...........ເອກະລັກອັກຜະສົມລາວ
ຄວນທີ່ເຮົາຮັກສາ....................ໃຫ້ຢູ່ຄົງຄຽງໝັ້ນ
ບໍ່ຄວນສັນຂຽນໃຫ້ ຫນ, ຫມ, ຫລ ໃຫ້ເປັນຕ່າງ
ອັກສອນລາວເອກອ້າງ---------ຄວນຮູ້ແຈ້ງເຈດຈຳນົງ

ຄົນລາວເຮົາເກົ່າກີ້....................ເຂົາຮູ້ຄ່າຄວາມປະຫຍັດ
ອັກສອນດັດຂຽນລົງ...................ໃຫ້ສັ້ນກົງຈະແຈ້ງ
ຂຽນອັກສອນຄໍານຶງເຈັ້ຍ..............ຈານໃບລານມັນຂຽນຍາກ
ຂຽນໜ້ອຍຄວາມຮູ້ແຈ້ງ...............ປະຫຽັດໄວ້ກໍບໍ່ເປືອງ

ຄົນຍຸກນີ້ລ້ວນແຕ່ເກ່ງປາດເປື້ອງ......ລືກະເດື່ອງຄວາມຈະເລີນ
ຄວນທີ່ຄວນຄໍານຶງຄິດ.....................ໃຫ້ໃຕ່ຕາມບູຮານໄວ້
ອັນໃດມີຜົນໃຫ້...............................ປະຫຽັດລົງກໍຄວນຊາບ
ທັງຍັງຮັກສາຮີດເຄົ້າ........................ໃຫ້ຍືນໝັ້ນຄູ່ລາວ

ຍຸກນີ້ຂອງເຄື່ອງໃຊ້...........................ຜລິດຊື່ທັນສະໄໝ
ຄອມພິມເຕີຂະຫຽາຍໄວ....................ສະດວກດີການໃຊ້
ອັນວ່າຕົວ ໝ ໝ ນີ້........................ພິມຂຽນຍິ່ງໂຄດງ່າຍ
ພຽງແຕ່ກົດ ຊີບຄ້າງ..........................ມືຕ້ອຍໃສ່ຕົວມັນ

ໝາຍວ່າ ຄັນຊິພິມຕົວ ໜ, ໝ ນັ້ນ..........ໃຫ້ກົດຊີບທາງຊ້າຍມື
ເອົາມືຂວາກົດ ນ, ມ........................ຕົວ ໜ ໝ ປາກົດແລ້ວ
ຫາກເຮົາພີມ ຫນ ຫມ ນັ້ນ..............ກົດສອງຄີໄດ້ຕົວໜຶ່ງ
ຄັນກົດ ໜ ໝ ດັ່ງເວົ້າ.....................ສະບາຍແທ້ບໍ່ເປົ່າເປືອງ

ທັງຍັງບອກເອກະລັກເບື້ອງ.................ຄຸນຄ່າອັກສອນລາວ
ວັດທະນະທໍາທາງອັກສອນ.................ກໍຢູ່ຄົງສະຖຽນໝັ້ນ
ຄວາມສໍາຄັນຂຽນແນວນີ້.....................ບໍ່ຄືເຂົາປະເທດຕ່າງ
ເອກະລັກລາວເອກອ້າງ.......................ລາວເຮົາສ້າງຕ້ອງສະຫງວນ

ອັນນີ້ ບົນບອກໃຫ້..............................ລາວຮູ້ຄ່າອັກສອນລາວ
ຄັນຮັກວັດທະນະທໍາລາວ.....................ຈົ່ງໃຄ່ຄວນປະຈັກແຈ້ງ
ຄັນຮັກລາວກໍຄວນຮູ້.............................ຮັກພາສາອັກສອນສາດ
ເອກະຣາດເອກອ້າງ..............................ເພາະລາວສ້າງຄ່າລາວ ທ່ານເອີຍ

ไม่มีความคิดเห็น:

แสดงความคิดเห็น