8/9/54

ພາລກັບບັນດິດ

ປາແດກຫໍ່ມັດມ້ຽນ ຈົບແຈບໃນໃບບົວ
ຍັງຮົ່ວເໝັນຄາວຄຸງ ກິ່ນກະຈວນອວນເອົ້າ
ເໝືອນກັບຊົນຊາວເຊືອ ຄົບຄົນພານຊາດຕ່ຳ
ຍ່ອມຈະເສັຍຊື່ສ້ຽງ ສູນເຊື້ອເຜົ່າສະກຸນ

ໃບຕົດໝາພັນຫໍ່ຫູ່ມ ກ້ຽວແກ່ນກິດສະໜາ
ຫອມລະເຫີຍໂສພາ ກິ່ນກະຈວອວນເອົ້າ
ເໝືອນກັບຊົນຊາວເຊື້ອ ສະເໜຫາຊາດນັກປາດ
ຊື່ສຽງລາບຍົດລົ້ນ ສະກູນເຊື້ອຍອມນິຍົມ

ນົກຍາງຂາວຫຼົງໝູ່ເຂົ້າ ເນົາຢູ່ດອມກາ
ຂາວກໍຂາວໂສພາ ຍ່ອມຕ່າງກາບໍ່ມີພ້ຽງ
ເໝືອຍກັບບັນດິດຜູ້ ໃນຝູງຊົນພານຊາດຊົ່ວ
ບັນດິດຍ່ອມຈະຂາວຢູ່ເລື້ອຍ ບໍ່ມີດ້ອຍດັ່ງພານ

ກາດຳຫຼົງໝູ່ເຂົາ ສະມາຄົມເຜົ່າພັນຫົງ
ຄວາມດຳມອງເຫັນຄັກ ດຳເລີຍບໍ່ມີດ້ອຍ
ເໝືອນກັບຄົນພານນັ້ນ ພົວພັນນັກປາດ
ຍ່ອມບໍ່ເຫັນຮຸ່ງເລື້ອງ ພຣະທຳແທ້ນັກປາດສອນ

ບ່ວງຈອງຂອງພວກນີ້ ຕັ້ງອ່ອມເອາະໝົກ
ລົດແກງອ່ອມເອາະໝົກ ຈາງເຄັມບໍ່ເຄີຍຮູ້
ຄົນພານສັນດຽວແທ້ ຄົບບັນດິດທັງຕິດແທບ
ບໍ່ມີຮູ້ຣົດໄດ້ ພຣະທັມຊີ້ນັກປາດສອນ

ລິ້ນນັ້ນຮູ້ລົດແທ້ ຈອງບ່ວງຕັກແກງ
ຮູ້ຣົດແກງຈາງເຄັມ ຜ່ອງນົວຍັງລີ້ນ
ອັນວ່າບັນດິດນັ້ນ ເນົາຢູ່ໄກພວກນັກປາດ
ແສນໝື່ນພັນລ້ານລີ້ ກໍເຫັນຮູ້ຮ່ອມພຣະທັມ

ไม่มีความคิดเห็น:

แสดงความคิดเห็น