9/9/54

ທຳບຸນວັນໃດກໍໄດ້ທັງນັ້ນ

- ທຳບຸນທຳວັນໃດກໍໄດ້ ຫາກພ້ອມພ່ຳທາງສັດທາ
ມີປັນຍາປະສົມກັນ ກໍຫາກສົມໝາຍມຸ້ງ
ອັນວ່າຄວາມດີນັ້ນ ທຳວັນໃດໄດ້ປະໂຫຍດ
ຫາກວ່າຈິດຊື່ນຊ້ອຍ ມະໂນແຍ້ມປະກອບການ

- ການທຳຊົ່ວບາບຊ້າ ບໍ່ເຫັນວ່າຊິຄອງວັນ
ທຳວັນຈັນວັນພຸດ ຊົ່ວກໍມາຕາມຕື້
ວັນອາທິດຄານພະຫັດພ້ອມ ອະກຸສົນສົມປະກອບ
ວັນສຸດທຳບາບຊ້າ ໃຈກໍເສົ້າມົ່ນໝອງ

- ທຳດີໃຈປະເສີດລົ້ນ ຜົນກໍຕອບເປັນສຸກ
ຄຳ່ຄືນແລງທຳກຸສົນ ຜ່ອງອາຣົມສະບາຍລົ້ນ
ການທຳບຸນໝາຍໝັ້ນ ຈິດໃຈຈົງປະກອບ
ຕາມລະບອບແບບເບື້ອງ ພຣະອົງຊີ້ກ່າວສອນ

- ຕາມຫຼັກພຸດທະສາດແຈ້ງ ມີທາດທອດທາງວັດຖຸ
ຮັກສາສິນໃຫ້ໝົດຈົດ ສະອາດອົງປະສົງຕັ້ງ
ພາວະນານ້ອມ ໃຫ້ຈິດບານເບີຍເບີກ
ໄຫວ້ພຣະທັງຜ່ອງຮຽນຮ່ຳຮູ້ ສຶກສາທັມແທ້ນັ້ນແມ່ນບຸນ

- ການທຳບຸນທີ່ຖືກຕ້ອງ ບໍ່ຄວນຄອບຄອຍວັນ
ຫາກໃຈໃສຢາກທຳບຸນ ໃຫ້ຟ້າວທຳຢ່າລໍຊ້າ
ອົງພຣະສັມມາໄດ້ ທຳໃຫ້ເຮົາເດີນໄຕ່
ວັນໃດໆປະກອບແລ້ວ ບຸນກໍຕ້ອງຕອບສະໜອງ

- ວັນອາທິດນັ້ນເລີ່ມຕົ້ນ ເປັນເຜົາຮ່າງສັງຂານພຸດທະອົງ
ວັນຈັນຊົງບັນພະຊາ ອອກຫາສັດຈະທັມໄດ້
ອັນວ່າວັນອັງຄານນັ້ນ ຊົງດັບສັງຂານຂັນເຂົ້າສູ່
ພຣະນິບພານບ່ອນມຸ້ງ ພຣະອົງສ້າງຢູ່ກະເສີມ

ວັນພຸດຕັດສະຮູ້ຮຸ່ງແຈ້ງ ຕັດສ່ອງສໍຣະຍານ
ວັນພຣະຫັດຊົງຈຸດຕິ ສູ່ຄັນມານດາແກ້ວ
ວັນສຸກນັ້ນ ຊົງກ່າວພຣະວາຈາ
ອະພິສະວາຈາ ຕອນອອກຈາກຄັນມາດາໄທ້

ວັນເສົາພຣະພຸດທະອົງຊົງໄດ້ ສະແດງທັມປະຖົມມະຣືກ
ອະຣິຍະສັດສີ່ຂໍ້ ໃຫ້ຊົນໄດ້ໄຕ່ຕາມ
ເຈັດວັນຄົບຂວບແຈ້ງ ວິຖີແຫ່ງສັບປະດາ
ອົງພຣະສັມມາປະກອບການ ຖ້ວນຈົບທັງດີພ້ອມ

ຊາວພຸດຄວນແນມນ້ອມ ກະທຳການໃຫ້ຖືກສ່ອງ
ທຳບຸນທຳມຸງຄຸນ ຈົ່ງທຳເໝືອນພຣະພຸດທະເຈົ້າ
ທຳຫຍັງກໍຕ້ອງທຳໃຫ້ຖືກຕ້ອງ ບໍ່ຄວນຄອງຣືກແທ້
ຫາກຈິດໃຈປະເສີດແລ້ວ ທຳບຸນພ້ອມຍິ່ງຍົດສູງ ທ່ານເອີຍ

ไม่มีความคิดเห็น:

แสดงความคิดเห็น