12/9/54

ຍຸກອະຣິຍະເມດໄຕເກີດຂຶ້ນໄດ້ ຫາກໃຈຄົນມີທັມ

ຣະບົບໃດ ສີວິໄລ ໄດ້ທັງນັ້ນ
ຫາກມະນຸດ ທຸກຊົນຊັ້ນ ຮູ້ຈັກທັມ
ຫາກມະນຸດ ເຊື່ອສັດທາ ໃບບຸນກັມ
ກໍຈະນໍາ ມະນຸດ ໃຫ້ພົ້ນໄພ

ອັນມະນຸດ ທຸກຊົນຊັ້ນ ທົ່ວທັງໂລກ
ຈະເປັນໂຈກ ເປັນໃຫຍ່ ສຸດພຽງໃດ
ຈະສູງຄ່າ ມີຍົດສັກ ທັງນ້ອຍໃຫຍ່
ກໍຢາກໄດ້ ອິດສະຫຼະ ສະເໝີກັນ

ທັງຄົນທຸກ ຄົນຈົນ ຄົນຕໍ່າຕ້ອຍ
ຄົນທີ່ດ້ອຍ ວາດສະໜາ ຄ່າບໍ່ສູງ
ເປັນຊາວນາ ກັມມະກອນ ຊີວິດຫຍຸ້ງ
ໃຈໝັ້ນມຸ້ງ ລ້ວນຢາກໄດ້ ໃນເສຣີ

ສັນຕິພາບ ສະເໝີພາບ ສັນຕິສຸກ
ອິດສະຫຼະ ເສຣີພາບ ນິຣາດທຸກ
ເປັນສິ່ງດຽວ ທີ່ທໍາໃຫ້ ພົ້ນຈາກທຸກ
ຄົນທຸກຍຸກ ໄຝ່ຝັນຫາ ມາຄອບຄອງ

ລ້ວນຢາກໄດ້ ດ້ວຍຄວາມຫວັງ ດ້ວຍໃຈປອງ
ຊົນທັງຜອງ ສ້າງສັນຫາ ມານານເຫິງ
ເໝືອນຍິ່ງຫາ ເໝືອນຍິ່ງຫ່າງ ຍິ່ງກະເຈີງ
ຝັນບໍ່ເຖິງ ສິ່ງເຫຼົ່ານັ້ນ ໄກແສນໄກ

ໃນຍຸກນີ້ ໂລກເລີດເລໍ້າ ສີວິໄລ
ທັນສະໄໝ ໃນເຄື່ອງມື ສ້າງໂລກສວຍ
ເຖິງປານນັ້ນ ໂລກກັບຫັນ ສູ່ຄວາມປ່ວຍ
ມະນຸດສ້ວຍ ໃຈກໍສັ້ນ ຮໍ່າຮັ່ນກັນ

ຖືຄະຕິ ຂອງຕົນເອງ ເປັນສໍາຄັນ
ຊ່ວງເສງກັນ ຍາດແຍ້ງ ແບ່ງກັນຄອງ
ມີໂອກາດ ກໍຍົກພວກ ເຂົ້າປະລອງ
ຊົນທັງຜອງ ລ້ວນລຸ້ມຫຼົງ ໃນທິດຖີ

ຊົນທຸກຝ່າຍ ລ້ວນອ້າງວ່າ ພວກຕົນດີ
ມີເສຣີ ມີສັນຕິ ມີຄວາມສຸກ
ແລ້ວບັງຄັບ ຄູ່ເຂັນ ທັງບຸກລຸກ
ສ້າງຄວາມທຸກ ທົ່ວທັງໂລກ ໂສກອະນັນ

ໃນທີ່ສຸດ ຊົນທຸກຝ່າຍ ລ້ວນເໝືອນກັນ
ໃຜເສກສັນ ໃຫ້ໂລກເປັນ ດັ່ງທີ່ເຫັນ
ຫາກເຮົາຮູ້ ທາດແທ້ ຂອງກົດເກນ
ກໍຈະເຫັນ ໃນບັນຫາ ສະເໝີກັນ

ອັນຄວາມທຸກ ມະນຸດມີ ທຸກໆຊາດ
ຫາກຄົນຂາດ ທັມມະ ໃນດວງຈິດ
ຂາດສິນທັມ ຂາດປັນຍາ ໃນຊີວິດ
ກໍສູນສິດ ເສຣີ ມານມາຄອງ

ຍຸດຕິທັມ ຈະບໍ່ເກີດ ດ້ວຍອໍານາດ
ສິດກໍຂາດ ຫາກຄວາມໂລບ ເຂົ້າມາຄອງ
ຄວາມສູນເສັຍ ຫາກຄວາມຫຼົງ ເຂົ້າມາປອງ
ຄວາມໂກດຄອງ ຂົ່ມຂູ່ ຢູ່ນິຣັນ

ໂລກວິໄລ ດ້ວຍມະນຸດ ເຮົາສັນສ້າງ
ໂລກບໍ່ຮ້າງ ຫາກມະນຸດ ມີໃຈສູງ
ໂລກບໍ່ສູນ ຫາກມະນຸດ ສ້າງສົມດູນ
ຈະພອກພູນ ດ້ວຍທັມມະ ຊະນະໄພ

ຄົນມີທັມ ໂລກມີທັມ ທັມເປັນໃຫຍ່
ອະຣິຍະ ເມດໄຕ ກໍມາເຖິງ
ໝາຍຄວາມວ່າ ມະນຸດຊົນ ລ້ວນກໍ້າເກິ່ງ
ຍັງອີກເຫິງ ຫາກມະນຸດ ຍັງມົວເມົາ

ອະຣິຍະ ເມດໄຕໂຍ ໝາຍຄວາມວ່າ
ຄວາມເມດຕາ ຍິ່ງໃຫຍ່ ໃນສາກົນ
ທັມປະເສີດ ດ້ວຍປັນຍາ ໝົດທຸກຄົນ
ໂລກຈຶ່ງພົ້ນ ຈາກວິນາດ ສະເໝີກັນ

ມີເມດຕາ ຍັງບໍ່ພໍ ພຽງເທົ່ານັ້ນ
ຄົນທຸກຊັ້ນ ຄຸ້ມຄອງທັມ ໃຫ້ຖ້ວນຄົບ
ໃນທໍານົບ ພົມວິຫານ ທຸກຂໍ້ຈົບ
ຈຶ່ງຈະພົບ ອະຣິຍະ ດັ່ງຄາດໝາຍ

ພົມວິຫານ ເປັນຍອດທັມ ຄຸ້ມຄອງໂລກ
ຄົນເປັນໂຈກ ຄຸ້ມຄອງທັມ ສະເໝີເໝືອນ
ຫາກມະນຸດ ປະລະທັມ ໂລກສະເທືອນ
ໂລກສະເນືອນ ຄົນເນືອງນັນ ສັ່ນສາຍຈິງ

ไม่มีความคิดเห็น:

แสดงความคิดเห็น