16/9/54

ຄວາມເໝາະ­ສົມ­ກັນ 4 ຢ່າງ (ສະ­ມະ­-ສົມ-ສະ­ເໝີ)

- ອັງຄຸຕຕະຣະນິກາຍໝວດຂໍ້ ພຸດທະພົດອົງສັດຖາ
ອໍຣະຫັນຕາບັນທຶກ ຂີດຂຽນສະຫຼັກໄວ້
ຈະຕຸກະນິປາທັງແຈ້ງ ຈັດແຈງເປັນໝວດໝູ່
ຄວາມສະເໝີພາກພ້ຽງ ພຽງພ້ອມພາກສະເໜີ

- ສັບພະສິ່ງໂລກລໍ້າ ມວນໝູ່ສັບພະສັດ
ຂອງຄູ່ຄວນສະເໝີກັນ ຈຶ່ງພ້ອມພຽງກັນໄດ້
ໃນສັງຄົມຄົນນີ້ ສາມັກຄີສະເໝີພາກ
ຄວາມເໝາະສົມໃນທຸກເລື້ອງ ຈຶ່ງເຮືອງຂຶ້ນຢູ່ກະເສີມ

- ນັບແຕ່ສັງຄົມໝູ່ນ້ອຍ ນັບເປັນຄູ່ພຽງສອງ
ຄູ່ຄອງກັນໃນຄອບຄົວ ມິ່ງເມັຍຜົວພ້ອມ
ບຸດຕານົງຄານຫຼ້າ ບາຄານບຸດຕະລາດ
ສັງຄົມພຽງໝູ່ບ້ານ ເຖິງເທົ້າປະເທດນໍາ

- ຄວາມເໝາະສົມຝ່າຍກໍ້າ ພາສາພຸດປາລີຈາ
ອົງສຳມາຊົງສອນ ຝາກປະທານວາງໄວ້
“ສະມະ“ ພຽງຈະຕຸຂໍ້ ພາສາລາວເວົ້າວ່າສີ່
ວາຈີລາວສະໝາດໃຊ້ ສົມກັນເຂົ້າສະເໝີ

- ສົມແປວ່າເອົາເຂົ້າ ໃຫ້ພຽງສ່ວນສະເໝີກັນ
ດູລະຍະສັມພັນ ກໍກ່າວກັນນໍາໃຊ້
ພໍພຽງກັນກໍຈາໄດ້ ສົມກັນໃຫ້ມັນຄ່ອງ
ໃນຫຼັກທຳສີ່ຂໍ້ ຈົ່ງຈໍາໄວ້ຊິວ່າໄປ ທ່ານເອີຍ

- ສະມະສັດທານັ້ນ ຄວາມເຊື່ອສະເໝີກັນ
ເຊື່ອໃນສາສະໜາ ທິດສະດີການກ້າວ
ເຊື່ອໃນຄອງບູຮານເຖົ້າ ການທໍາມາຫາລ້ຽງຊີບ
ເຊື່ອໃຈກັນກໍໃຊ້ໄດ້ ສັດທາໝັ້ນເຊື່ອຈິງ

- ສະມະສີລານັ້ນ ມີສີນພ້ອມພຽງສະເໝີ
ຄວາມໜັກກາຍວາຈາ ໃຫ້ງົດງາມສະເໝີພ້ຽງ
ທັງສີລະປະກໍເປັນໄດ້ ປະຍຸກໄປໃຫ້ງາມຍິ່ງ
ຄວາມໜັກແໜ້ນຢ່າປ່ຽນປິ້ນ ເຂົາເວົ້າວ່າແມ່ນສີນ

- ສາມະຈາຄະໂອມອ້ອມ ເອື້ອເຟື້ອຜ່ອງເສັຍສະຫຼະ
ແປວ່າທານກໍຄືຄວນ ໃຫ້ເພີ້ມພູນຄູນສ້າງ
ນັບທັງຜົວເມັຍພ້ອມ ລູກຫຼານຍາດບໍ່ຮ່າງ
ພໍ່ແມ່ທັງພີ່ນ້ອງ ໄກໃກ້ໃຫ້ໃຄ່ຄວນ

- ສາມະປັນຍານັ້ນ ຄວາມຄິດອ່ານສະເໝີກັນ
ຄວາມສ້າງສັນປະຕິບັດ ໃຫ້ສອດຄອງຄວາມເຄົ້າ
ແນວໃດຈາກັນໄດ້ ໃຫ້ຮູ້ທັນພຽງພາບ
ສະເໝີກັນທີ່ຮັບຮູ້ ພຽງເວົ້າກໍເຂົ້າຄອງ

- ນີ້ລະພວກພີ່ນ້ອງ ພຸດທະພົດຄວາມສະເໝີ
ໃຜຫາກຈໍາຈື່ຈົດ ຫາກຊິເຫັນຄວາມກ້າວ
ຢາກໃຫ້ລາວຊາວເຊື້ອ ພຸດທະຊົນຄົນລະຫຼາດ
ເປັນຊາວພຸດທີ່ທ່ຽງແທ້ ຄວນຮູ້ຍອດທຳ

- ຊາວພຸດແທ້ຈົ່ງຢ່າອ້າງ ໃຫ້ຊາດຕ່າງເຂົາຫົວຂວັນ
ຊາວພຸດພຽງໃນນາມ ພຸດທະທຳຈໍາບໍ່ໄດ້
ບໍ່ເອົາທຳມາໃຊ້ ອາຍເຂົາຊາດອື່ນ
ຄວນສົມກັນໃຫ້ໄດ້ ພຣະທຳແທ້ອົງພຸດໂທ ທ່ານເອີຍ.

(ຂຽນທີ່ ດານັງ ຫວຽດນາມ ວັນທີ 26 ມັງກອນ 2011 ຈົບເວລາ 17: 26 ໂມງ ແດ່ ດມສ)
ຄູ່ສົມກັນ ດມສ

ไม่มีความคิดเห็น:

แสดงความคิดเห็น