16/9/54

ສີ່ນັກກະວີສອງແຜ່ນດິນ



Picture@Bailane.com
ອັງຄາຣະ ກັລຍານພົງ ວົງນັກປາຊຍ໌
ສີລະປີນ ແຫ່ງຊາຕໄທຍ໌ ກະວີສິລປ໌
ເຂົາເປັນໜຶ່ງ ໃນນັກ ສີລປິນ
ກະວີສິລປ໌ ໂດດເດັ່ນ ທົ່ວເມືອງໄທຍ໌
ລາວຄໍາຫອມ ຫອມທົ່ວໄທຍ໌ ກາຍໃຈລາວ
ຄົນທົ່ວດ້າວ ທັງໄທຍ໌ລາວ ກ່າວຂານນາມ
ລາວຄໍາຫອມ ເພງໄທຍ໌ເດີມ ເຕີມຄວາມງາມ
ໃນສຍາມ ດິນແດນນີ້ ລາວເຄີຍຄອງ
ລາວຄໍາຫອມ ເພງຄົນລາວ ຫຼາຍຮ້ອຍປີ
ເພງບົດນີ້ ລາວເຄີຍຮ້ອງ ກ່ອມສຍາມ
ແມ່ນກາຍເປັນ ເພງໄທຍ໌ເດີມ ແລ້ວກໍຕາມ
ຄວາມງົດງາມ ພາສາລາວ ຄວນຄໍານຶງ
ໂອ້ !!!
ລາວຄໍາຫອມ ຫອມທົ່ວໄທຍ໌ ໃຜກໍຮູ້
ຍັງຢືນຢູ່ ໂດດເດັ່ນ ເປັນແສງສາຍ
ລາວຄໍາຫອມ ເພງລາວເກົ່າ ແກ່ກ່ອນກາຍ
ຍັງເຊີດສາຍ ຄົງໝັ້ນ ຢ່າງມີໄຊຍ໌
ເນົາວະຣັຕນ໌ ພົງໄພບູນ ກະວີໄທຍ໌
ເຂົານັ້ນໄດ້ ຊີໄຣທ໌ ກະວີສິລປ໌
ນັບເປັນໜຶ່ງ ໃນສຸດຍອດ ສີລປິນ
ໃນແດນດິນ ຖິ່ນນີ້ ຍັງຢູ່ຍົງ
ໄຊສຸວັນ ແພງພົງ ວົງລາຍລາວ
ຊີວິດກ້າວ ເຄື່ອນໄປ ບໍ່ມີຢຸດ
ເຂົາຄືນັກ ສີລປິນ ນາມບູຣຸດ
ບໍ່ມີຢຸດ ແມ່ນໂລກປ່ຽນ ຍັງໝັ້ນຄົງ
ເປັນນັກບິນ ເຫັນໂລກກວ້າງ ສຸດຂອບຟ້າ
ເຂົາຟັນຝ່າ ຜ່ານກະແສ ແຫ່ງເວຫົນ
ແພອີ່ໂປ້ ລູງເມືອງແຄນ ບໍ່ມີມົ່ນ
ທົ່ວສາກົລ ຮັບຮູ້ລາວ ກະວີງາມ
ສີລປິນ ສີ່ທ່ານ ເໝືອນແສງທຽນ
ແມ່ນໂລກປ່ຽນ ກາຍເປັນໝຸ່ນ ຊື່ບໍ່ສູນ
ໂລກຂານນາມ ຈາຣຶກໄວ້ ສືບມັງມູນ
ແມ່ນໂລກສູນ ກະວີຄົງ ວົງວານຍືນ
ຄົນສີ່ຄົນ ຄົມຄາຍ ລາຍອັກສອນ
ນິຣັນດອນ ຍັງຢູ່ຍົງ ຄູ່ໂລກໃຫຍ່
ເປັນເຄື່ອງຊ່ວຍ ໃຫ້ໂລກນີ້ ແສງສົດໃສ
ສີວິໄລນ໌ ຕະຫຼອດການ ປັນຍາຍານ
-------
ສາຍເຊລໍາເພົາ
9 ພຶສພາ 2011

ไม่มีความคิดเห็น:

แสดงความคิดเห็น