8/9/54

ເຮັດບຸນວັນໃດດີ ?

- ຢາກທຳບຸນນຶກຂຶ້ນໄດ້---------ໃຫ້ຮີບເຮັ່ງທຳສາ
ົ່ຢ່າຊິລໍເວລາ-----------------ຣືກຍາມວັນມື້
ວັນບໍ່ບັນດານໃຫ້--------------ບຸນເຮົາຈັກສະໜ່ອຍ
ຈິດຊຶ່ນຊ້ອຍສະອາດນ້ອມ---------ສັດທາໝັ້ນນັ້ນແລ້ວບຸນ

- ວັນດີ ຄົນບໍ່ດີສະຫຼາດລ້ຳ-------ວັນກໍເປົ່າຄົນກໍປຶກ
ເຮັດບຸນຈິດບໍ່ຈິງໃຈນຶກ-----------ຍາກຊິສົມໝາຍມຸ້ງ
ຄວາມສັດທາບໍ່ຄົງໝັ້ນ-----------ເຮັດບຸນພັນລ້ານເທື່ອ
ເໝືອນເອົາເກືອຫວ່ານຖິ້ມ---------ລົງນ້ຳແມ່ຂອງ

- ຈິດໃຈນຶກຢາກສ້າງ-----------ພາກສ່ວນການກຸສົນ
ທານສິນພາວະນານຶກ------------ຄົບສາມສະເເໝີດ້າມ
ເຮັດທຸກຍາມຫຼາຍນ້ອຍ-----------ບໍ່ປະມານກຳນົດສ່ວນ
ມີຈິດໃຈພັ່ງພ້ອມ---------------ຫຼາຍນ້ອຍນັ້ນແມ່ນບຸນ

- ຄັນເຮັດບຸນຍັງຕ້ອງກຳນົດມື້------ຄູນຣືກເລືອກວັນດີ
ວັນດີມີທຸກວັນ-----------------ຫາກຕັ້ງດີເອົາໄວ້
ຄັນຊິທຳບຸນສ້າງ---------------ກຸສົນທານອັນຍິ່ງໃຫຍ່
ຫາວັນໄວ້ບໍ່ໃຫ້ມັນຍາກຫຍຸ້ງ--------ຄົນພ້ອມຊ່ວຍແຮງ ແມ່ນໄດ້


- ເຊັ່ນວ່າ ບຸນແຈກເຂົ້າ----------ຂຶ້ນເຮືອນໃໝ່ກອງອັດຖະ
ຈຳເປັນຫາວັນດີ---------------ຣືກດີໃຫ້ເໝາະເຣື່ອງ
ການຫາວັນທີ່ຄວນຮູ້------------ຫາຍາຄຣູຢູ່ວັດກ່ອນ
ໃຫ້ເພື່ອນລະເວັ້ນໄວ້------------ພໍບໍ່ໃຫ້ຂະໂມ໊ະກັນ

- ແລ້ວຈຶ່ງເອົາວັນມື້------------ໄປເຕີນຊຸມພີ່ນ້ອງໝູ່
ໃຫ້ພວກເຂົາໄດ້ຮູ້--------------ວັນມື້ຊິແຕ່ງທານ
ນີ້ຄືການຊອກມື້---------------ວ່າຣືກເລກວັນເໝາະສົມ
ເຮົາກໍມີເວລາ-----------------ສ້າງກຸສົນສົມເຣື່ອງ

- ຍາມເມື່ອເຖິງເວລານັ້ນ---------ກໍຈົງໃຈຕັ້ງທ່ຽງ
ກ່ອນບໍ່ຣິຈາກທານໃຫ້ນຶກນ້ອມ------ກຸສົນພ້ອມທີ່ໃຈ
ກຳລັງທຳຢູ່ນັ້ນກໍໃຫ້-------------ຈິດຊື່ນຊົມສະເໝີ
ທານໄປແລ້ວອະນຸໂມທະນານຳ-------ຊື່ນຊົມຜົນທານພ້ອມ

- ການທຳບຸນທາງທັມນັ້ນ---------ບໍ່ມີຫຍັງກັ້ນແບ່ງ
ໃຜສ້າງແຕ່ງແປງໃຫ້ຊ້ອຍ----------ກຸສົນເພີ່ມຕື່ມແຖມ
ນີ້ຄືການກໍ່ສ້າງ-----------------ທາງຝ່າຍການກຸສົນ
ໃຜຫາກມີປັນຍາ----------------ຫາກຊິດີເມືອໜ້າ.

ไม่มีความคิดเห็น:

แสดงความคิดเห็น