16/9/54

ສົມໂພດພຣະ ສົມໂພດໃຈ

ສົມໂພດພຣະພຸດທະຮູບເຈົ້າ ໄວ້ສັກກາຣະບູຊາ
ຜູ້ມີສັດທາໃນພຣະຣັຕນະໄຕຣ ຄຸນແກ້ວທັງສາມ
ຈິດໃຈງາມສັດທານ້ອມ ອະພິວັນທະນາການ
ເພື່ອຄວາມເບີກບານ ອະພິນຍາຍານສຸດຍອດ

ພຣະພຸດທະອົງເລີດລົ້ນ ມີຄຸນມາກເຫຼືອຄະນາ
ມີພຣະປັນຍາຄຸນສູງ ກວ່າມະນຸດຄົນທັງຄ້າຍ
ພຣະບໍຣິສຸດທິຄຸນລົ້ນ ສາກົນຄົນບໍ່ປານປຽບ
ພຣະມາຫາກະຣຸນາທິຄຸນ ຍິ່ງລໍ້າສັພພະສັດຮູ້ຍອດຍານ

ພຣະພຸດທະອົງເປັນໜໍ່ໄທ້ ບິດາເອກະສັພພະສັດ
ເປັນສາດສະດາອົງດຽວ ເປັນອໍຣະຫັນອະນັນລໍ້າ
ວາງພຣະທັມຫຼາຍລ້ວນ ອະນັນຕັງລົ້ນເລີດ
ພຣະອົງຈາກໂລກແລ້ວ ຄຸນຍັງລໍ້າບໍ່ລ່າຍລືມ

ຊາວພຸດຄິດຮອດໄທ້ ຄຸນຍອດອະພິນຍາຍານ
ຈິໍ່ງເຮັດຮູບຕົວແທນ ຫຼໍ່ຫຼອມທັງປັນ
ເຮັດດ້ວຍເງິນຄໍາແກ້ວ ນໍນິນດິນກົ່ວ
ໄວ້ໃຫ້ຄົນຂາບໄຫວ້ ວັນທານ້ອມລະນຶກຄຸນ

ຄົນຈຶ່ງສົມໂພດຮູບປັັ້ນ ທັງຫຼໍ່ຄວັດທັງສະຫຼັກ
ສົມໂພດຍໍຍັງຍົກ ໃຫ້ຄຸນປາກົດລໍ້າ
ໃຫ້ບໍຣິສຸດໃສຮອງແຈ້ງ ບໍຣິສຸດໄສສະອາດ
ຄົນຕັ້ງໃຈຂາບໄຫວ້ ບຸນກໍໄດ້ດັ່ງມະໂນ

ສົມໂພດພຣະສົມໂພດຕົນພຽບພ້ອມ ເກີດຄວາມດີ
ສົມໂພດໃຈສົມໂພດຕົນ ໃຫ້ສະອາດກາຍໃຈດ້ວຍ
ສົມໂພດດິນທັງໄມ້ເງິນທອງຄໍາ ຍັງປະເສີດ
ສົມໂພດຕົນສົມໂພດໃຈໃຫ້ແຈ້ງ ກໍສົມແມ້ງປະເສີດຈິງ ທ່ານເອີຍ

ไม่มีความคิดเห็น:

แสดงความคิดเห็น