8/9/54

ສະໝອງຄົນສະໝອງລີງ


- ຄົນເຊື່ອວ່າສະໝອງຂ້າ ສັດປ່າຄະນອງດົງ
ມັນສະໝອງໄຫວພິບ ວ່ອງໄວວິໄລກ້າວ
ຈຶ່ງສະແຫວງຫາຄົ້ນ ລິງໂທນທັງວອກ
ເອົາມາກອກປາດເປື້ອງ ຄົວຄົ້ນກົ່ນສະໝອງ

- ຄົນເອີຍຄົນຄິດບໍ່ຄົ້ນ ນິຍົມເລື່ອງບໍ່ເປັນຕາ
ຄົນນັບວ່າມີປັນຍາ ກວ່າສັດສາເຊື້ອ
ສັງມາເອົາຕົນນັ້ນ ລົດລົງຖອຍຕ່ຳແທ້ເດ
ຄົນນັບວ່າປະເສີດລົ້ນ ຫາໃສໄດ້ໄປ່ເໝືອນດອກນາ

- ​ລິງສະຫຼາດຮອບຮູ້ ບໍ່ທຽມເທົ່າສ້ຽວມະນຸດ ດອກເດີ
ຢ່າຊິເອົາຕົກລົດ ຕ່ຳລົງທຽມເທົ້າ
ຈົ່ງເຊົາກິນສະໝອງຂ້າ ສັດສາຊາດຊົ່ວ
ຄົນນັ້ນແລ້ວປະເສີດແທ້ ຄວນຍົກຍ້ອງຄ່າຄົນ ມະນຸດເອີຍ,

ไม่มีความคิดเห็น:

แสดงความคิดเห็น