16/9/54

ຜົນຂອງບຸນ-ບາບ

- ທຸກຄົນ ໃຜກໍຢາກໄດ້ ບຸນໃຫຍ່ການກຸສົນ
ຢາກໃຫ້ຕົນເປັນຄົນດີ ກວ່າຄົນທັງຄ້າຍ
ຢາກກາຍເປັນເສດຖີເງິນຕື້ ປະຊາຊົມຮັກຫໍ່
ຢາກເປັນຜູ້ເກ່ງກ້າ ປັນຍາລໍ້າລື່ນຄົນ

- ບາງຄົນທຸກຂະໝອດໄຮ້ ເຂີນຂາດເຂີນຄໍາ
ຢາກຮັ່ງມີນໍາເຂົາ ກໍອອກແຮງບໍ່ວາຍເວັ້ນ
ກາງເວັນທໍາງານສູ້ ທົນທານການທຸກຢ່າງ
ການຄືນກໍບໍ່ຢັ້ງ ຍັງທໍາສ້າງສູ້ງານ

- ເຖິງປານນັ້ນຍັງບໍ່ມົ້ມ ທຸກຂະໝອດເງິນຄໍາ
ວັດຖຸປັດໄຈອາໄສ ຢາກຊາຍາມຊິໃຊ້
ບາງຄົນທໍາງານສ້າງ ສະບາຍບານເບີຍເບີກ
ທຳງານພຽງເລັກນ້ອຍ ເງິນໃຊ້ມາກມາຍ

- ບາງຄົນວຽກບໍ່ໄດ້ສ້າງ ງານການອົນອຶດ
ວຽກງານມີພະລັນເສັຍ ເຮັດຫຍັງບໍ່ມີໄດ້
ບາງຄົນມີງານແລ້ວ ເຈົ້ານາຍຊັງບັງບຽດ
ບາງຄົນມີວຽກແລ້ວ ທໍາສ້າງບໍ່ອອກຜົນ

- ບາງຄົນເຮັດວຽກນ້ອຍ ເງິນມາກຖົງໜັກ
ເຮັດອີສັງພຽງຫຍິບ ກໍຮັ່ງມີດີໄດ້
ບາງຄົນງານບໍ່ສ້າງ ມີຄົນຕ່າງເຮັດຊ່ວຍ
ຣວຍກໍຣວຍລົ້ນຟ້າ ເງິນຕື້ວຽກບໍ່ທໍາ

- ບາງຄົນງາມເລີດລໍ້າ ຕະກູນກຽດສູງສັກ
ເງິນຄໍກອງ ອັ່ງອໍຫຼາຍລົ້ນ
ບາງຄົນຄົນເງິນເປັນຕື້ ເປັນນາຍຄົນອະນັນເນກ
ຕົນຕົວເບິ່ງບໍ່ໄດ້ ຜາງຮ້າຍລື່ນຄົນ

- ບາງຄົນງາມເລີດລົ້ນ ທຸກຂະມອດແສນເຂັນ
ບາງຄົນກາຍດໍາໝອງ ຜ່ອງທຸກຈົນທົນແຄ້ນ
ບາງຄົນງາມໃບໜ້າ ວາຈາເວົ້າມ່ວນ
ແຕ່ວ່າສັບແລະສິນ ຂະໝອດໄຮ້ຈົນແທ້ລື່ນຄົນ

- ບາງຄົນຫູກິດກິ້ນ ຕາເຫຼືອກສົບບິດ
ເປັນລູກຫຼາຍນາຍພົນ ກໍມີຫຼາຍລົ້ນ
ບາງຄົນຈົນທົນແຄ້ນ ຂາເຄຂະໜອງແຍ່ງ
ໃຜຜູ້ແຕ່ງແບບນີ້ ຄວນສຶກສາຄົ້ນໃຫ້ຮູ້ຜົນ

- ອັນນີ້ກັມກໍ່ສ້າງ ພາກສ່ວນການກຸສົນ ທ່ານເອີຍ
ອີງຕາທັມທາງພຸດ ກ່າວມາຈະແຈ້ງ
ກັມເປັນກາງຕົກແຕ່ງໃຫ້ ຕົນເອງປະກອບສ່ວນ
ບໍ່ມີໃຜແຕ່ງໃຫ້ ມັນເປັນແທ້ເພາະຕົວເອງ

- ກັມຄືວຽກປະກອບສ້າງ ໜ້າທີ່ຂອງຕົນ
ມີທັງກັມດີ ແລະກັມເສັຍ ຊົ່ວຊາມເຊັງຮ້າຍ
ບາງຄົນທໍາກພສ້າງ ການງານອັນບໍ່ຊອບ
ປະກອບການບາບຊ້າ ກັມຊົ່ວຕ້ອງຕ້ອຍສະໜອງ

- ບາງຄົນມີແຕ່ສ້າງ ພາກສ່ວນການກຸສົນ
ທໍາແຕ່ສິ່ງມຸງຄຸນ ສ້າງບຸນບານໄວ້
ທັງໃຈໃສສັດທາຕັ້ງ ປະສົງປຸນປັນແຕ່ງ
ທໍາດີໃສສະຫຼາດແຈ້ງ ບຸນກໍຕ້ອງຕອບສະໜອງ

- ຄົນທີ່ອຸດົມດ້ວຍ ສິນຊັບເງິນຄຳ
ໂພຄາຊັບ ມາກມາຍຫຼາຍລົ້ນ
ຕົນກໍງາມພຽງພ້ຽງ ປັນຍາໄວແວນສະຫຼາດ
ເປັນອາດຍານັ່ງປ້ອງ ປົກຄອງຄໍ້າເຜົ່າຊົນ

- ເຂົາຜູ້ທຳບຸນລົ້ນ ຄົບພາກທັງສາມ
ທານສິນພາວະນານົບ ນ້ອມສະເໝີກຸສົນຕັ້ງ
ທານໂພຄະຊັບພ້ອມ ປັດໄຈທັງສີ່
ຕັ້ງສັດຈະໄມຕີ ຈິດໃຈໃສສະອາດນ້ອມ ພຽງພ້ອມນຶກສະເໝີ

-​ ທານທັງອາຫານພ້ອມ ທັງຜ່ອງຈີວອນຜືນສະອາດ
ທີ່ຢູ່ທັງທີ່ນອນທັງເຄື່ອງໃຊ້ ໂບດສິມພ້ອມພໍ່າວິຫານ
ທັງຢາປິ່ນປົວພະຍາດນ້ອມ ທານທ້ອນຊູ່ແນວ
ທັງບໍ່ແລ້ວທໍ່ນັ້ນ ຍັງພ້ອມພໍ່າຮັກສາສິນ
(ຍັງ)

ไม่มีความคิดเห็น:

แสดงความคิดเห็น