16/9/54

ແດ່



ເວີຊັ່ນ ໒

ຍັງຍັງຍັງ ຍັງບໍ່ຕາຍ ຈັກດີ້ດອກ
ຍົມພິບານ ສັ່ງມາບອກ ຢ່າຟ້າວຕາຍ
ເວລາລູງ ເມືອງແຄນ ຍັງມີຫຼາຍ
ຢ່າຟ້າວຕາຍ ສ້າງຜົນງານ ໃຫ້ໂລກລື


ລູງເມືອງແຄນ ຍັງຕ້ອງຢູ່ ສ້າງໂລກໄດ້
ຣັຕນະໄຕຣ ທີ່ໂຄຣົບ ຍັງປົກປັກ
ຄົນມີທັມ ແມ່ນແຕ່ຜີ ກໍຕ້ອງຮັກ
ເທພາຣັກ ທົ່ວຟາກຟ້າ ຍ່ອມອ່ວຍພອນ

ອັນໂຣຄາ ຈະສູ້ລູງ ແມ່ນບໍ່ໄດ້
ນະຣົກໃຫຍ່ ຂຸມນ້ອຍເລິກ ມອງບໍ່ເຫັນ
ດ້ວຍຜົນງານ ມັນສະໝອງ ຄືກົດເກນ
ຜົນງານເດັ່ນ ປາຈັກຟ້າ ໂລກກ່າວຊົມ

ຍັງຍັງຍັງ ຍັງບໍ່ຕາຍ ເຖິງໂລກປີ້ນ
ຫາກຮ່າງກາຍ ສິ້ນຈາກໂລກ ກໍບໍ່ຕາຍ
ຊື່ສຽງຍັງ ຜົນງານຍືນ ຊີບບໍ່ວາຍ
ຍັງບໍ່ຕາຍ ທັງຊື່ສຽງ ຜ່ອງຄຸນທັມ

໒໔ ສິງຫາ ໒໐໑໐
ເວລາ ໑໙:໑໕ ໂມງ

ไม่มีความคิดเห็น:

แสดงความคิดเห็น