16/9/54

ພອນປີໃໝ່

ອາຍຸວັດທະໂກໃຫ້ ອາຍຸມາກຍືນຍົງ
ຄວາມໝັ້ນຄົງພັດທະນາ ຈົ່ງເກີນກາຍຫຼັກຮ້ອຍ
ທະນະວັດທະໂກນັ້ນ ເງິນຄໍາໃຫ້ມາຍມາກ
ຄວາມທຸກຍາກຢ່າກ່ຽວໃກ້ ເງິນຄໍາເພີ່ມຢູ່ທຸກວັນ

ສີຣິວັດທະໂກນັ້ນ ຈົ່ງສະຫງ່າຢ່າມົວໝອງ
ຄວາມຮຸ່ງເຮືອງຮອງໃສ ຈົ່ງວັດທະນາການກ້າວ
ຍະສະວັດທະໂກພ້ອມ ບັນດາສັກຢ່າຫຼຸດລົ່ນ
ຜົນງານຫຼາຍເພີ່ມຂຶ້ນ ຕຳແໜ່ງຂັ້ນເພີ່ມຢູ່ເລີງ

ພະລະວັດທະໂກນັ້ນ ພະລັງພາກກາຍໃຈ
ຈົ່ງຈະເຣີນວັດທະນາການ ຢ່າອ່ອນກາຍວິກົນກິ້ນ
ກໍາລັງໃຈຈົ່ງພຽງພ້ອມ ໃຫ້ໂຍໆຍິ່ງໆ
ກໍາລັງກາຍມາກລົ້ນແຂງເຂັ້ມ ຢ່າອ່ອນແຮງ

ກໍາລັງຄົນກໍຢ່າແລ້ງ ເຂີນຂາດຄົນໂຮມ
ກໍາລັງໂພຄາຊັບ ມາກມູນຢ່າມາຍມ້າງ
ສຸກກະເສີມສົມສ້າງ ຕາມແນວທາງອັນຊອບ
ເຜົ່າພົງພັນພວກພ້ອງ ຈົ່ງໂຮມເຂົ້າຊ່ວຍແຮງ

ວັນນະວັດທະໂກກ້ຽງ ກາຍຢ່າໝົ່ນມົວໝອງ
ອາຍຸສູງພຽງໃດ ຮ່າງກາຍຢ່າມີເຖົ້າ
ອັນວ່າຜິວໜັງກ້ຽງ ສະຫວີວັນຜຸດຜ່ອງ
ເຖິງວ່າດໍາຂີ້ລີ້ ໃຫ້ໃສເຫຼື້ອມດັ່ງຄໍາ

ສຸຂະວັດທະໂກກໍ້າ ຄວາມສຸກເພີ່ມພູນຜົນ
ສຸກກາຍໃຈຍືນຍົງ ວັດທະນາເລີງເລື້ອຍ
ຄວາມໝອງເສົ້າ ອຸກອັກໃຈຢ່າມາມ່າຍ
ກາຍໃຈສຸກເລີດລໍ້າ ຢ່າມີເສົ້າເກົ່າພະໄທ

ໂຫຕຸ ພອນທີ່ໃຫ້ ຈົ່ງສົມດັ່ງມະໂນໝາຍ
ພອນທັງຫຼາຍໃນສາກົນ ຈົ່ງໂຮມຮຽງເຕົ້າ
ສອງພັນສິບສອງກໍາລັງເຂົ້າ ຈະເລີນສີໃສ່ສ່ອງ
ພວກເຜົ່າພົງພີ່ນ້ອງ ຈົ່ງໂຮມເຕົ້າເຜົ່າລາວ ແທ້ເນີ
(ພອນທັງໝົດນີ້ມອບໃຫ້ທ່ານ ແລະຄອບຄົວ)

ไม่มีความคิดเห็น:

แสดงความคิดเห็น