16/9/54

ແດດ----ເຢັນ

ແດດ !!!! ນີ້ຊ່າງສົດໃສ ໄຮ້ເມກເຝື້ອ
ແດດເອົາເຫຼືອ ໃນໜ້າໜາວ ເຢັນໜັກໜາ
ໂອ້....ແດດເຢັນ ໝອກຫາຍ ໄຮ້ເມຄາ
ນີ້ລະນາ ໃຈຄົນ ມອງຍາກຈິງ.........?

ເຫັນແດດຈ້າ ສ່ອງທົ່ວຫຼ້າ ຍັງມີໜາວ
ແສງສີພາວ ກາຍອົບອຸ່ນ ແສນສົດໃສ
ໜາວແລະຮ້ອນ ຍັງສະທ້ອນ ຢູ່ທີ່ໃຈ
ໂລກສົດໃສ ໃຈໜາວເໜັບ ບໍ່ເຈັບຊວງ

ຫາກເຮົາຮູ້ ຄວາມຈິງ ສິ່ງທັງປວງ
ບໍ່ຕ້ອງຫ່ວງ ວ່າຈະທຸກ ອຸກຫົວໃຈ
ພຣະທັມເຢັນ ກວ່າເຢັນມີ ທີ່ໂລກໃຫ້
ເຢັນທີ່ໃຈ ເຖິງໂລກຮ້ອນ ຍອດນິພານ

ไม่มีความคิดเห็น:

แสดงความคิดเห็น