16/9/54

ແກ່ແທ້ ແຕ່ບໍ່ເຖົ້າ

- ສັງຂານປ່ຽນແປງໄປສິ້ນ ທຸກຢ່າງບໍ່ຄົງທົນ
ວັດຖຸໃນໂລກາ ປ່ຽນແປງບໍ່ຢຸດຢັ້ງ
ອະນິຈັງຄືຄວາມແຈ້ງ ສັພພັນຍູພຣະອົງກ່າວ
ທຸກສິ່ງໃນໂລກລ້ວນ ບໍ່ມີໝັ້ນຢູ່ຈິຣັງ

- ແຕ່ມີສິ່ງຢູ່ຢັ້ງ ຕັ້ງຢູ່ຖາວອນ
ວ່າຈາທັມຄໍາສອນ ຢູ່ເນີນນານລໍ້າ
ຕົວຕາຍສູນສະຫຼາຍສ້ຽງ ສັດທະສຽງໝັ້ນແກ່ນ
ແນວຄວາມຄິດຍັງຢູ່ຢັ້ງ ເປັນແສງຈ້າດັ່ງຕາເວັນ

- ໝາຍຄວາມວ່າທັມມະນັ້ນ ໝາຍວ່າຄໍາສອນ
ຈະເປັນກອນກະວີສານ ຂໍ້ຄິດຂຽນສະຫຼັກໄວ້
ຢູ່ໃນໃຈຄົນລົ້ນ ສະຫຼັກລົງໝັ້ນແກ່ນ
ແມ່ນວ່າຟ້າຖະລົ່ມປິ້ນ ຫາກຄົນຢັ້ງກໍຍັງຕັ້ງຄູ່ຄົນ

- ຄົນຄິດຄົນຄົ້ນ ຂະຫຍາຍຍອດທາງປັນຍາ
ບໍ່ມີເວລາປ່ຽນໄປ ດັ່ງກາຍວັດຖຸໄດ້
ເຖົ້າເທົ່າໃດຍິ່ງແຂງເຂັ້ມ ຄົມປາກກາກໍກ້າແກ່ນ
ປັນຍາຍານທີ່ຝາກໄວ້ ເປັນໄຟເຍື່ອງສ່ອງແຈ້ງ ໃສແຈ້ງດັ່ງບໍ່ຕາຍ

ไม่มีความคิดเห็น:

แสดงความคิดเห็น