16/9/54

ນົບ

ນຶກນອບນ້ອມ ນົບແນບຊວງເອີກ
ມືທັງສອງບັນຈົບ ແນບກາຍຕົວຕັ້ງ
ມະໂນໃນເນື້ອ ແນແນວນິດທະເນັ່ງ
ຈິດເຈດຕັ້ງຣັດຕະນານ້ອມ ອ່ອນກາຍໃຈ

ການນົບໄຫວ້ ວາງວາດເສີມສຸກ
ຂະຈັດໃຈອົນອຸກ ໃຫ້ມຸ່ນມິນສູນສິ້ນ
ເສີມໃຈຕັ້ງ ໃຫ້ຈິດບານຊ້ອຍຊື່ນ
ວາງກາຍນ້ອມ ວາຈາພ້ອມຈູນໃຈ

ແກ້ວຄ່າລໍ້າ ສາມສິ່ງວັນທາ
ພຸດທາທູນຍໍສູງ ໃສ່ໃຈຈໍາໄວ້
ພຣະທັມພ້ອມ ປັນຍາຍານສອດສ່ອງ
ພຣະສັງຄະເຈົ້າພໍ່າພ້ອມ ພຽງກໍ້າເກິ່ງຫົວ

ຈິດໃຈເຈົ້າແຈ້ງ ສອດສ່ອງປັນຍາໃສ
ຈິດໃຈເບີຍບານສຸກ ສອດສ່ອງເຫັນທາງກ້າວ
ຄວາມສຸກແທນທັນເຂົ້າ ໃຈເບົາປັນຍາສ່ອງ
ການທໍາງານກໍຄ່ອງແຄ້ວ ຈະເລີນເລື້ອຍ ບໍ່ເສື່ອມຄາຍ ທ່ານເອີຍ

ไม่มีความคิดเห็น:

แสดงความคิดเห็น