20/9/54

ວຽງຈັນຍຸກໃໝ່

- ບັດນີ້ຮຽນຊິພັນລະນາເລື່ອງ ເມືອງວຽງຈັນຍຸກໃໝ່
ທຽບກັບຄາວກ່ອນນັ້ນ ໃຫ້ເຫັນບັ້ນຕ່າງກັນ
ວຽງຈັນຄາວກ່ອນນັ້ນ ສະໄໝໜຶ່ງຈໍເຈັດສິບຫົກ
ຍົກເອົາແຕ່ພຽງຕາມເຫັນ ທຽບກັນສະໄໝນີ້

- ນັບແຕ່ຄາວສະໄໝນັ້ນ ວຽງຈັນວ່າກວ້າງໃຫຍ່
ຍາວສຸດພຽງທ່າພະລານໄຊ ຮອດເກົ້າລ້ຽວວ່າໃຫຍ່ແລ້ວ ສ້າງແຕ່ເດີມ
ຖະໜົນເຮືອນແລະຮ້ານ ເປັນຍ່ານໆບໍ່ຕໍຄືເມືອງ
ຖະໜົນພຽງສອງເລນ ແລ່ນໄປກັບພ້ອມ

- ການໄປມາເຫຍິງຫຍຸ້ງ ໄປມາບໍ່ສະດວກ
ລົດກໍມີເລັກນ້ອຍ ໄປຊ້າບໍ່ສະບາຍ
ອັນວ່າເຮືອນແລະຮ້ານ ເປັນຫວ່າງໆ ບໍ່ຮຽງກັນ
ປຸກແບບເຮືອນໃຜເຮືອນ ຫ່າງກັນໄປໄກແທ້

ຢ່າງເປັນຫຼັກສອງໄຟຟ້າ ຈຶ່ງເຫັນເຮືອນຫຼັງໜຶ່ງ
ການຄ້າຂາຍຢາກຫຍຸ້ງ ຫາກນ້ອຍຊື້ບໍ່ມີ
ລົດລາງຄາວກ່ອນນີ້ ມີລົດລັດໂດຍສານ
ລົດເອກະກະພໍມີ ໄປເໝົາຈຶ່ງໄປໄດ້

ການເດີນທາງໄປຊ້າໄປຫາກັນເປັນເຄິ່ງວັນຈຶ່ງຮອດ
ເຮືອນແລະຮ້ານ

ไม่มีความคิดเห็น:

แสดงความคิดเห็น