22/12/54

ຄວາມຫວັງຂອງແມ່



ພຸທທັງ ສຣນັງ ຄັຈສະມິ


ຊະຍັງ ເວຣັງ ປະສະວະຕິ : ຜູ້ຊນະຍ່ອມກໍ່ເວຣ


ຊະຍັງ ເວຣັງ ປະສະວະຕິ : ຜູ້ຊນະຍ່ອມກໍ່ເວຣ
(ທັມມະພາສິຕ)
--------------
(ສາຍເຊລຳເພົາ)
ເວຣຈັກເກີດຂຶ້ນໄດ້ ດ້ວຍກາຣກໍ່ກາຍະກັມ
ທັງວາຈີກັມນຳ ເຈຕມະໂນສະໜອງພ້ອມ
ກັມທັງສາມສະໜອງໃຫ້ ມີເວຣັງບັງບຽດ
ເກີດຄວາມຄຽດອາຄາດແຄ້ນ ທຳລາຍລ້າງສ້າງເວຣ

ວາຈີກາຣຄິດເວົ້າ ແນວຊົ່ວມົວໝອງ
ຈິຕໃຈຄອງຄວາມຊັງ ຄຽດຂົມອົມໄວ້
ຝັງທາງໃນໃຈໝອງເສົ້າ ມະໂນຂັງແຄ້ນຄັ່ງ
ສັ່ງໃຫ້ກາຍກໍ່ສ້າງ ກັມຊົ່ວຂຶ້ນເກີດເວຣ

ຕົວຢ່າງ ໄດ້ມີກາຣເວົ້າກ່າວຮ້າຍ ດູໝິ່ນກຣຽຕິ໌ສັກດີ໌ສີກັນ
ທັງຕະກູລວົງສ໌ວາຣ ຊາຕິພັນທ໌ປະຊາເຊື້ອ
ໃຈກໍເຫຼືອແຕ່ຄວາມເສົ້າ ອົດທົນປົງໄດ້ຍາກ
ກໍ່ເກີດການກັ່ນແກ້ງ ກໍຕີຕ້ານຕອບກັນ

ຄວາມຄຽດແຄ້ນເກີດຂຶ້ນແລ້ວ ຄວາມໂກດກຽຈກໍຕາມມາ
ຄວາມອິຈສາກໍສະສົມ ພອກພູນກາຍເນື້ອ
ຄວາມອົດທົນເຫຼືອຫຼົງນ້ອຍ ຂັນຕິທັມໄກ້ຣະເບີດ
ກໍ່ເກີດກາຣຕີຕ້ານ ເສີກຂຶ້ນກໍ່ກັມ ອີກແລ້ວ

ນີ້ຄືເຫຕຸເກີດຂຶ້ນ ຂອງກາຣກໍ່ປາປະກັມ
ນຳເອົາຄວາມສູນເສັຍ ທຸກຝ່າຍມີຜົລໄດ້
ບໍ່ມີໃຜດີດ້ວຍ ທັງສອງສະເໝີພາຄ
ປາປະກັມເກີດຂຶ້ນແລ້ວ ທັງສອງລ້ວນຮັບເທົ່າກັນ

ຝ່າຍໜຶ່ງເປັນເຫຕຸຕົ້ນ ສ້າງກໍ່ປາປະກັມ
ຝ່າຍໜຶ່ງຖືກກະທຳ ກໍສ້າງກັມສເມີພ້ຽງ
ຝ່າຍໜຶ່ງເສັຍໄຊຍ໌ແລ້ວ ກໍສ້າງເວຣສືບຕໍ່
ຝ່າຍມີໄຊຍ໌ກໍບໍ່ພົ້ນ ມີເວຣຂ້ອງຖືກຈ່ອງເວຣ

ໝາຍຄວາມວ່າ ຜູ້ຊນະສ້າງກັມໄວ້ ຜູ້ແພ້ພ່າຍຈັກກໍ່ເວຣ
ທັງເວຣກັມກໍຕິດຕາມ ຢູ່ເລີຍບໍ່ມີແລ້ວ
ຊນະໃດໃນສາກົລນີ້ ບໍ່ມີທົນຄົງຢູ່
ຊນະທາງທັມເທົ່ານັ້ນ ຈະຕັດສ້ຽງເຊິ່ງເວຣ ທ່ານເອີຍ

21/12/54

ຫຼັບນ້ຽນີ້ການຫາຽ ຫຼັບຫຼາຽນີ້ກາຣມາກ.

ສຸພາສິດຊາວຂືນ ແລະຊາວລື້ "ຫຼັບນ້ຽນີ້ກາຣຫາຽ ຫຼັບຫຼາຽນີ້ກາຣມາກ" ແປງເປັນຄວາມລາວແລະຊາວສຍາມ.
"ນອນນ້ອຍນີ້ການຫາຍ ນອນຫຼາຍນີ້ການມາກ" (ນອນຫຼັບ) ແປງຂະຫຍາຍຄວາມ "ຫຼັບນອນນ້ອຍວຽກງານການຕ່າງໆມັນຫາຍໝົດ ຫຼັບນອນຫຼາຍວຽກງານມັນເພິ່ມຂຶ້ນມາກມາຍ"


- ໝາຍຄວາມວ່າ "ຄົນດຸໝັ່ນ ພັກຜ່ອນນອນຕາມສົມຄວນ ຕື່ນຂຶ້ນມາແຕ່ເຊົ້າເຂົ້າສູ່ວຽກງານ ວຽກງານຕ່າງໆກໍຫົດຫາຍໝົດ ສໍາລັບຜູ້ທີ່ນອນຫຼັບທັບສິດ ນອນທັງຄືນທັງເວັນວຽກບໍ່ເຮັດງານບໍ່ສ້າງ ບໍ່ໄດ້ເຮັດວຽກງານ ວຽກງານກໍເພິ່ມຂຶ້ນ ມາກມາຍກາຍເປັນວຽກງານອາກູນ.


- ເປັນບົດຄະຕິສຸພາສິດຄໍາສອນ "ບໍ່ໃຫ້ຂີ້ຄ້ານມັກງ່າຍ ມີແຕ່ນອນເປັນໃຫຍ່"
--------------
(ສາຍເຊລຳເພົາ-ແຕ່ງ)
ຄົນບໍ່ຂີ້ຄ້ານ ມັກງ່າຍນອນເວັນ
ຂະຫຍັນທໍາວຽກງານ ທຸກວັນເລີງເລື້ອຍ
ຕື່ນຂຶ້ນມາທໍາງານສ້າງ ປະຕິບັດໜ້າທີ່
ວຽກງານບໍ່ອັ່ງລົ້ນ ຫາຍຈ້ອຍຈາກໜີ


ວຽກງານການກໍ່ສ້າງ ໜ້າທີ່ໃນຄອບຄົວ
ເປັນພັນທະກິດຂອງເຮົາ ເຮັດເລີຍບໍ່ຄວນງໍ້
ທໍາກິດການງານເລື້ອຍ ພະລັງມີມູນມາກ
ເງິນຄໍາຫຼາຍຫຼາກລົ້ນ ສະບາຍແທ້ຫາກຕ້ອງການ


ວຽກງານຫານກໍ່ສ້າງ ໜ້າທີ່ຄວນປົກປັກ
ຄວນຖະໜອມຫອມຮັກ ວຽກງານບໍ່ຄວນຄ້ານ
ສຸກສໍາລານເລີງເລື້ອຍ ຄູນມີມູນຮັ່ງ
ນັ່ງກໍສຸກນອນກໍສຸກບໍ່ເດືອດຮ້ອນ ສະບາຍແທ້ຊົ່ວຊິວັງ


ດີກວ່າຄົນຂີ້ຄ້ານ ມັກລີ້ຊ່ອນນອນເວັນ
ບໍ່ທໍາການງານສັງ ໜ້າທີ່ຕົນທີ່ມີໄວ້
ວຽກເຮືອນຊານບໍ່ເກັບມ້ຽນ ປະຕິບັດການໃຫ້ສົມສ່ວນ
ວຽກງານມັກກໍເຫຼືອອັ່ງລົ້ນ ເຕັມບ້ານທົ່ວເຮືອນ


ກາຍເປັນວຽກຍາກຫຍຸ້ງ ເຫຍິ່ງຍາກເຫຼືອກໍາລັງ
ການຈະທໍາການສັງ ສ້າງສາຖານະນັ້ນ
ມີແຕ່ຫຼຸບຫຼຸດດ້ອຍ ເງິນຄໍາເຫີນຫ່າງ
ຄອບຄົວກໍຍາກຫຍຸ້ງ ສູນສ້ຽງເສື່ອມຕະກູນ ທ່ານເອີຍ

13/12/54

ເຮັດດ້ວຍໃຈກໍມີໄຊຊະນະ


ພອນປີໃໝ່ ໒໐໑໒


ນີ້ຄືລາວ



11/12/54

ບວດເປັນພຣະຢ່າລະເວລາໃຫ້ສູນເສັຍ






ເປັນສະມະນະຢ່າລົດລະເວລາໃຫ້ສູນເສັຍ
ອົບຮົມທັມສຶກສາທັມສ້າງປາລະມີ
ສ້າງບຸນຍະລາສີແລະສົມພານປະສານໃຈ
ເພື່ອໃຫ້ເກີດກຸສົນຜົນແຜ່ຜ່າຍ
ຈຶ່ງຊື່ວ່າບໍ່ແມ່ນບວດມາເພື່ອຄວາມດາຍ
ບວດຈົນຕາຍບຸນບໍ່ປານນະຮົກຕາມ
ພຣະບໍ່ສັ່ງສອນທັມກັມເຖິງຍາດໂຍມ
ບ້ານເມືອງໂຊມຄົນກໍຊາມວັດກໍເສົ້າ
ພຣະຜູ້ເຜົ້າວັດກໍໝົ່ນໝອງ
ຍັງມີຊີວິດທຸກກໍຕິດຕາມເຕາະຕ່ອຍຕ້ອງ
ຕາຍແລ້ວຕ້ອງນະຮົກເປັນເດີມພັນ
ຍາດໂຍມເອງກໍໄປຕາມໆກັນ
ອັນສະຫວັນຢ່າຫວັງຄອງວ່າຈະມີ
----------

ຟ້າແດງສະແຫຼງໃຈ

ຟ້າແດງ ເປັນແສກໆໆ ຍາມອັດສະດົງ ວັນທີ 07/07/11

ແລງວັນທີ 07/07/11 ເວລາທີ່ຖ່າຍ 18:46 ໂມງ, ຈຸດທີ່ຖ່າຍ ສະໜາມຫຼວງຫໜ້າຫໍສະພາ ດ້ານເໜືອ ຖ່ານດ້ວຍກ້ອງ ໂທຣະສັບ NOKIA C7.00 ຂະໜາດພິກເຊລ 6 ລ້ານພິກເຊລ
-------------
ທ້ອງຟ້າແດງ ສະແຫຼງໃຈ ເມື່ອໄດ້ພົບ
ຈັ່ງແມ່ນຈົບ ຈັ່ງແມ່ນງາມ ຍາມໄດ້ມອງ
ອັດສະດົງ ອາທິດລົງ ແສງແດດຕ້ອງ
ຍາມໄດ້ມອງ ທ້ອງຟ້າ ໜ້າພິລົມ
ວັນທີເຈັດ ເດືອນທີເຈັດ ຍາມຄິມຫັນ
ປີສອງພັນ ສິບເອັດ ວັນເໝາະສົມ
ຈັ່ງແມ່ນງາມ ເຫຼືອຄະນາ ແກ່ຜູ້ຊົມ
ຟ້າງາມສົມ ຄົນບໍ່ຊົມ ໄຮ້ຄວາມໝາຍ
ເໝືອນຄົນດີ ມີສີນທັມ ກໍໄຮ້ຄ່າ
ຖ້າຫາກວ່າ ຄົນບໍ່ຍ້ອງ ຕ້ອງສູນຫາຍ
ທັງຄົນດີ ທັງຄວາມດີ ກໍມະລາຍ
ຄົນຊົ່ວກາຍ ເປັນເຈົ້າ ເສົ້າກະມົນ

5/12/54

ຝົນຕົກວັນສັງຂານ

ຝົນຕົກວັນສັງຂານ
ສັງຂານຂຶ້ນຕື່ນແຕ່ເຊົ້າ---------ຝົນຕົກຮ່ຳຮວຍແຮງ
ຕີສີ່ຍັງບໍ່ທັນເຖິງ---------------ຜູ້ຄົນນອນນິ້ງ
ຍາມໄກ່ຂັນອວນເອີ້ນ-----------ຄົນເຮົາໃຫ້ຟ້າວຕື່ນ ຄາວກີ້
ດຽວນີ້ໄກ່ບໍ່ຂັນພຽງໜຶ່ງນ້ອຍ----ຫາຍຈ້ອຍຢູ່ທີ່ໃດ ?

ວັນນີ້ ຮຽມຕື່ນຂຶ້ນມາແຕ່ເຊົ້າ--ອອກໄຂປ່ອງບານປັກຕູ
ລົມເຢັນໂຊຍໂຊມພັດ----------ອາຍເຢັນມາຕ້ອງ
ສຸດທີ່ມີແຮງແທ້---------------ລົມເຢັນຍາມເຊົ້າສາດ
ອາກາດຍາມມື້ເຊົ້າ-----------ບໍຣິສຸດແທ້ຊື່ນມາໂນ

ຄາວໜຶ່ງນັ້ນສຽງດັງແຮງຕົກຕ້ອງ---ຫັຼງຄາເຮືອນກ້ອງສະໜັ່ນ
ເມັດຢາດຝົນສາດຕ້ອງ--------ລົງຟື້ນເຮັ່ງແຮງ
ປີນີ້ສຸດທີ່ມິນມ່ວນແມ້ງ---------ຊາວຊາດມວນມະນຸດ
ທວາຍເຫດການເປັນໄປ-------ໃຫ້ໂລກຄົນເຫັນຮູ້

ອັນວ່າ ຝົນຕົກລົງວັນສັງຂານນີ້-ເດືອນປີປະທິນລາວຖືກ ແທ້ເດີ
ປີນີ້ທວາຍເຫດໃຫ້------------ເຫັນແຈ້ງແຫ່ງປີ
ຄັນຝົນຕົກລົງແບບນີ້----------ນ້ຳຈະຖ້ວມພາກຜືນພິພົບ
ຄົນທັງມວນ------------------ຊິຮ້ອນຮົນກັບນ້ຳ

ນ້ຳຈະຫຼາຍຫຼວງແທ້-----------ທັງນອງລົ້ນອັ່ງ
ບ່ອນໃດຕ່ຳນ້ຳກໍຖ້ວມ---------ບ່ອນໂນນຊ້ຳພັດບໍ່ມີ
ສ່ວນວ່າໃນປີນີ້---------------ບາງທີ່ບໍ່ມີຝົນ
ທັງນາຄຸ່ມນາໂນນ------------ກໍຜ່ອງກັນເສັຍສິ້ນ

ທັງຝົນດີຝົນແລ້ງ-------------ຈະມີໃນປີໃໝ່
ນ້ຳຖ້ວມທັງຟ້າແລ້ງ-----------ຈະມີພ້ອມພ່ຳກັນ
ປີນີ້ ຄວາມເດືອດຮ້ອນ--------ທັງໝູ່ມວນມະນຸດ
ໃຫ້ຈືຄຳຄວາມທວາຍ---------ຈຶ່ຈິງຈຳໄວ້

ສາມສໍທັນສະໄໝ

- ຂໍໃຫ້ທ່ານ ແລະຄອບຄົວ-------ຈົ່ງສົມຫວັງ ດັ່ງພອນໝາຍ
ປີເກົ່າກາຍ------------------------ ຄວາມດີທະວີຜົນ
ມີໃໝ່ມາ---------------------------ຄວາມສົມຫວັງຈົ່ງບັນດົນ
ສຳເຣັດຜົນ------------------------ ມຸ້ງໝາຍດັ່ງໃຈປອງ

- ອາຍຸຫຼາຍ------------------------ຮ່າງກາຍຈົ່ງສະໜອງ
ພ້ອມສິ່ງຂອງ-----------------------ທັງຫຼາຍໃຫ້ຫຼັ່ງໃຫຼ
ເພີ່ມພູນມາ-------------------------ມາກມາຍບັນເທົາໃຈ
ຕາມສະໄໝ-------------------------ພັດທະນາເວລາເດີນ

- ວັນນະງາມ-----------------------ຜີວພັນດີສວຍສະເໝີ
ໃຫ້ຄົນເຫີ່---------------------------ມອງເຫັນແລ້ວຢາກທຽມສອງ
ງາມທັງກາຍ-------------------------ທັງວາຈາຢາກຈັບຈ່ອງ
ເປັນເຈົ້າຂອງ------------------------ເປັນເຈົ້າກາຍດ້ວຍໃຈຈິງ

- ຄວາມສຸກມີ-----------------------ມວນມາກພ້ອມທຸກສິ່ງ
ລູກຊາຍຍິງ--------------------------ສົມປອງບໍ່ມີເສັຍ
ຫາກທ່ານໂສດ-----------------------ກໍໃຫ້ໄດ້ແຕ່ງຜົວເມັຍ
ຄວາມສູນເສັຍ------------------------ບັນທອນໃຈຢ່າມີເລີຍ

- ພະລັງຊັບ-------------------------ນັບເກີນແສນໂກດກືລ້ານ
ທັງລູກຫຼານ--------------------------ມິດສະຫາຍຫຼາຍຫຼວງເຫຼືອ
ຫາກທຳງານ-------------------------ນ້ອຍໃຫຍ່ຫຼາຍທຸກເມື່ອ
ຫຼາຍຈົນເຫຼືອ-------------------------ປີໃໝ່ຫຼວງ ຈົ່ງຈະເລີນ

ພອນປີໃໝ່

ພອນ

- ຂໍໃຫ້ທ່ານ ແລະຄອບຄົວ-------ຈົ່ງສົມຫວັງ ດັ່ງພອນໝາຍ
ປີເກົ່າກາຍ------------------------ຄວາມດີທະວີຜົນ
ມີໃໝ່ມາ---------------------------ຄວາມສົມຫວັງຈົ່ງບັນດົນ
ສຳເຣັດຜົນ------------------------ມຸ້ງໝາຍດັ່ງໃຈປອງ

ນ້ຳຂອງບົກເພາະຄົນທຳ

ພູມອາກາດເຮັ່ງຮ້ອນ-----------ຕ່າງເກົ່າເຫຼືອຫຼາຍ
ຮ້ອນເຮັ່ງໄປທົ່ວທຸກຫົນ---------ທົ່ວແດນດິນດ້າວ
ເມືອງລາວເຮົາເຄີຍມີຮ້ອນ-------ແຕ່ບໍ່ແຮງເກີນຂະໜາດ
ປີນີ້ ຄວາມຮ້ອນເອົ້າ------------ຂະຫຍາຍຂຶ້ນບໍ່ເຊົາ

ຄວາມຮ້ອນຄານຄືບເຂົ້າ---------ໃນເຂດລະດູໜາວ
ເດືອນສາມລາວເຄີຍໜາວ--------ກໍບໍ່ໜາວພໍນ້ອຍ
ໜາວສາມວັນພໍຮູ້---------------ເສື້ອກັນໜາວຂາຍບໍ່ຂາດ
ໂລກລະບາດເກີດຂຶ້ນ------------ທັງສັດພືດຜ່ອງຄົນ

ປີນີ້ໂລກຮ້ອນເອົ້າ---------------ອົງສາລື່ນເກີນກຳນົດ
ສີສິບປາຍອົງສາ----------------ບໍ່ຮ່ອນເຄີຍຄາວກີ້
ອັນວ່າໃນປີນີ້-------------------ນ້ຳຂອງເຂີນທຸກຂົງເຂດ
ນ້ຳສາຂາກໍຂອດແຫ້ງ------------ຝົນກໍແລ້ງບໍ່ຢາດຮວຍ

ແມ່ນ້ຳນ້ອຍບົກແຫ້ງ-------------ນໍ້າຂອງຂາດເຂີນວັງ
ແມ່ນ້ຳລຳເຊບົກ------------------ແມ່ນໍ້າຂອງບໍ່ມີນໍ້າ
ແມ່ນ້ຳຂອງສາຍຍາວກວ້າງ--------ອາໄສເຊຫ້ວຍຮ່ອງ
ແມ່ນ້ຳສາຂາຂອງພວກນີ້----------ສຳຄັນແທ້ຕໍ່ແມ່ຂອງ

ນ້ຳຂອງເຂີນຂາດທ້າງ-------------ເພາະປ່າເຄີຍອຸດົມ
ເປັນຕົ້ນນ້ຳລຳທານໝົດ-----------ຖືກທຳລາຍຈົນໝົດກ້ຽງ
ກັບທັງການຂຸດຄົ້ນ----------------ຊັບໃນດິນສິນທຸກຢ່າງ
ໂລກຈຶ່ງເກີດເດືອນຮ້ອນ-----------ທຳມະຊາດຈຶ່ງປ່ຽນແປງທ່ານເຮີຍ

ນ້ຳຂອງເຂີນເພາະໂລກຮ້ອນ

ນ້ຳຂອງແຫ້ງເພາະໂລກຮ້ອນ------------ເກີນເຂດກາຍກຳນົດ ທ່ານເອີຍ
ບໍ່ອາດເປັນນຳຈີນ-----------------------ຕັນຂອງຮູນ້ຳ
ມອງເບິ່ງສາຍທາຣາທ້າງ----------------ແມ່ຂອງມີຫຼາຍລູກ
ຮ່ອງຫ້ວຍເຊທັງແມ່ນ້ຳ------------------ຫຼາຍທ້າງປ່ອງກະເສ

ແມ່ຂອງຫຼາຍຫຼາກແທ້------------------ຫຼາຍຫ້ວຍຮ່ອງທັງລຳເຊ
ຕາມນະທີທີ່ຍາວໄກ--------------------ນ້ຳໄຫຼມາໂຮມທ້ອນ
ໄຫຼລົງມາໂຮມເຂົ້າ----------------------ແມ່ຂອງເຮົານ້ຳຈຶ່ງຫຼາກ
ດຽວນີ້ອາກາດພູມພາກພື້ນ-------------ຮົນຮ້ອນນຳ້ຂາດເຂີນ

ບາງປະເທດຮ້ອງຮຽກເອີ້ນ--------------ກ່າວວ່າປະນາມຈີນ
ສ້າງເຂື່ອນຕັນຮູຂອງ--------------------ນ້ຳຈຶ່ງເຂີນຫາທາງແກ້
NGO ເຂົາພາເວົ້າ-----------------------ຄົນດາຍບໍ່ຮູ້ຮອບ
ຕາມ​ກະແສກ່າວທ້ວງ-------------------ບໍ່ທາວເຣື່ອງເຫດການ

NGO ອອກປາກຕ້ານ-------------------ຂານກ່າວບໍ່ຄຳນຶງ
ອ້າງເຫດຜົນສາຣະພັດ------------------ບໍ່ວິໄຈຈະແຈ້ງ
ນ້ຳຂອງເຂີນກະແສນ້ຳ-------------------ເວີນວັງນ້ຳເຂີນຂາດ
NGO ກໍບໍ່ອາດຮູ້------------------------ບັນຫາແທ້ຢູ່ທີ່ໃດ ?

ດັ່ງທີ່ເຮົາຮັບຮູ້---------------------------ປາຍຍອດແມ່ນ້ຳຂອງ ເຮົານີ້
ຢູ່ມົນທົນຊິງໄຮ່---------------------------ທິເບດຈີນປະຈັກແຈ້ງ
ປາຍນ້ຳຂອງເໝືອນກັບຫ້ວຍ-------------ນ້ຳໄຫຼລົງບໍ່ເຖິງຖິ່ນເຮົາດອກ
ນ້ຳຂອງມີມາກລົ້ນ-----------------------ເພາະລຳນ້ຳຫ້ວຍຮ່ອມເຊ

ບູຮານວ່າຫຼາຍແມ່ນ້ຳ---------------------ໄຫຼໂຮມຮ່ວມເປັນກະແສ
ຫຼາຍແມ່ນ້ຳທັງລຳເຊ----------------------ປ່ອງລົງຂອງນີ້
ຫາກວ່າແມ່ນ້ຳລຳເຊນ້ອຍ-----------------ບົກລົງແຫ້ງຂອດ
ແມ່ນ້ຳຂອງກໍຈັກໝົດເມັດນ້ຳ---------------ລົງລ້ຽງເຜົ່າຊົນ ຫັ້ນແລ້ວ

ຈີນຈັກຕັນແມ່ນ້ຳ--------------------------ຫຼາຍລັ່ນກໍຕາມທ້ອນ
ຫາກວ່າພູມພະນາເຮົາ---------------------ອຸດົມດີດົງໄມ້
ແມ່ນ້ຳໃນດິນກວ້າງ-------------------------ປະເທດເຮົາຍັງຫຼາຍຫຼາກ
ນ້ຳກໍຫາກມາກດ້ວຍ------------------------ແມ່ຂອງນ້ຳກໍບໍ່ເຂີນ

ປີນີ້ ອາກາດຮ້ອນ---------------------------ຍ້ອນໂລກປ່ຽນພູມສັນຖານ
ຄົນສ້າງໂຮງງານອຸດສະຫະກັມ--------------ປ່ອຍແກັດສະກັດກັ້ນ
ເຮືອນກະຈົກຮູ້ວເປັນຊັ້ນ--------------------ບໍ່ຕັນແສງ UV ສ່ອງ
ແສງອາທິດເຮັ່ງຮ້ອນ------------------------ເຜົາໃໝ້ໂລກເຮົາ

ປີນີ້ ອາກາດຮ້ອນ---------------------------ເປັນຕ່າງຄາວຫຼັງ
ເປີດແອຣ໌ຈົນວ່າເພພັງໝົດ------------------ກໍບໍເຫີຍຫາຍຮ້ອນ
ນ້ຳຂອງເຂີນທັງຂ້ອນ------------------------ເພາະຄົນເຮົາປັນຍາບອດ
ທຳມະຊາດຖືກບຽດໃຊ້-----------------------ທຳລາຍຖິ້ມບໍ່ຈົ່ງຢອມ

ປະເທດຕ່າງທີ່ເພິ່ນກ້າວ----------------------ປະກົດເດັ່ນອຸດສະຫະກັມ
ທີ່ພັດທະນາເຕັກນິກ-------------------------ວິທະຍາການກ້າວ
ເຂົາຫາກທຳລາຍແທ້-------------------------ພູມບົນບັນຍາກາດ
ຍັງຊິມາກ່າວທ້ວງ-----------------------------ປິດບັງເບື້ອງຝ່າຍຕົນ

NGO ເຫັນໂຈ້ໂກ້------------------------------ບໍ່ຫານກ່າວໂວຫານ
ກັບກ່າວຄຳຄວາມແຂງ------------------------ທີ່ບໍ່ຄວນຕິຕ້ານ
ຄວນຈະຫາທາງແກ້---------------------------ບັນຫາຜົນຕົ້ນເຫດ
ບໍ່ຄວນມາຄິດຈໍ້--------------------------------ປາຍເຣື່ອງເຫດການ ທ່ານເອີຍ.

ປີເກົ່າມີໄຊ ປີໃໝ່ມີໂຊກ

- ງົວອຸສຸພະຣາດເຈົ້າ---------ຊິໄດ້ຈາກຈອນໜີ ແລ້ວເດີ
ພະຍັກຄາເສືອເຫຼືອງ---------- ຊິໄດ້ມາແຝງເຝົ້າ
ສລຸງົວໄດ້ເນົາຮັກສາພື້ນ-------ປະຖະພີຄົບຂວບ
ເສືອຕົວທີ່ມີຣິດກ້າ------------- ຊິມາເຝົ້າໃຫ້ຢໂລກເຮືອງ

- ປີເຄື່ອນຄະເຄື່ອນເຕື້ອງ-----ຖອຍຮ່າງໄລໜີ
ສອງຮ້ອຍຫ້າສິບວັນຈຶ່ງຫວນກັບ-ຕ່າວຄືນມາແຝງມາພໍ້
ງົວຕົວຊົງພະລັງຢ້ຽມ----------- ສິບສອງປີຈຶ່ງຊິຕ່າວ
ຂໍລາລາວພີ່ນ້ອງ---------------ຄາວນີ້ຈາກໄປ ແລ້ວເດີ

- ຂໍໃຫ້ລຸລາບໄດ້---------------ດັ່ງໃຈໃຝ່ຈຸດປະສົງ
ເຈດຈຳນົງແນວໝາຍ----------- ໃຫ້ດັ່ງໃຈປະສົງຕັ້ງ
ອັນອາຍຸຍົງຍືນໝັ້ນ--------------ພັນວັດສາຢ່າໄດ້ລ່າ
ວັນນະສຸຂະຜະລະເລີດເດັ່ນຂຶ້ນ---ສະຖຽນເທົ້າຊົ່ວຊີວັງ ທ່ານເອີຍ.

ຈົດໝາຍລອຍລົມ

- ສານນີ້ ຂຽນຈາກເຄຫັງຫ້ອງ----------ເຮືອນຫົກເສົາຟາກໄມ້ໃຜ່
ມຸງຫຍ້າ ແອ້ມໄມ້ເຮັ້ຍ-------------------ຍໍພື້ນຍົກສູງ
ຈຸດປະສົງມາດມຸ້ງ-----------------------ຂຽນກາບກະວີສານ
ຝາກສົ່ງໃຈໄປເຖິງ----------------------ສົ່ງຕາມລົມມາເຖິງເຈົ້າ

- ຜູ້ທີ່ເນົາຫົນຫ້ອງ----------------------ຕຶກໃຫຍ່ຫໍຄຳ
ເນົາເນັ່ງໃນວຽງທອງ--------------------ແດນດິນນະຄອນກວ້າງ
ຜູ້ທີ່ສຸກສົມແມ້ງ-------------------------ມະໂນໃນເນົາແນບ
ສຸກກະເສີມຢູ່ເລື້ອຍ----------------------ບໍ່ມີເສົ້າເກົ່າມະໂນ

- ຮຽມເນັ່ງເນົາຢູ່ພື້ນ---------------------ພູມພາບພະນາເຂົາ
ດົງດອນແດນກັນດານ-------------------ເຖື່ອນຖັນແຖວພື້ນ
ປ່າດົງພົງໄພກວ້າງ----------------------ບໍ່ມີຄວາມຈະເຣີນຍີ່ງ
ຄິດໃ​ຄ່ເຫັນຮຸ່ງຮູ້-------------------------ຄົນທີ່ໄດ້ຮັກກັນ

- ເຈົ້າຜູ້ສຸກຢູ້ສ້າງ-----------------------ເມືອງເອກນະຄອນທອງ
ຍັງຄ່ອຍຄອງຄວາມສຸກ------------------ຢູ່ກະເສີມສົມສ້າງ
ຍັງຄ່ອຍຄົງສະຖຽນໝັ້ນ------------------ທຳການງານສະໜຸກຍິ່ງບໍ່ນໍ
ພວກພີ່ນ້ອງ-----------------------------ພົງເພື້ອນຢູ່ກະເສີມ ບໍເດ

- ຮຽກຜູ້ເນົາຢູ່ພີ້--------------------------ຍັງຄ່ອຍຢູ່ເປັນສຸກ ຢູ່ດອກ
ແຕ່ວ່າຄວາມອົນອຸກ-----------------------ກໍຄ່ອຍມາຢາມເລື້ອຍ
ສັບພະສັນຫຍຸ້ງ----------------------------ຍັງມີມາສະເໝີມາກ
ຄວາມເດືອດຮ້ອນ--------------------------ມາເລື້ອຍບໍ່ຂາດສາຍ

- ເຈົ້າຜູ້ເນົາຢູ່ພຸ້ນ--------------------------ຄົງບໍ່ຍາກໜັກໜາ ສັງນໍ
ການສ້າງສາຫາເງິນ-----------------------ວຽກງານການພ້ອມ
ສ່ວນວ່າໂພຍໄພຮ້າຍ-----------------------ສັບພະການທຸກຢ່າງ
ຄົງບໍ່ມີຢາກຫຍຸ້ງ----------------------------ເໝືອນຂ້ອຍຢູ່ດົງດອນ

- ປີນີ້ ອາກາດຮ້ອນ-----------------------ຝົນບໍ່ຮ່ຳລິນຕົກ
ຫ້ວຍຮ່ອງຄອງເຄີຍເຕັມ--------------------ນ້ຳເຂີນໝົດກ້ຽງ
ຈັ່ງແມ່ນມັນຮົນຮ້ອນ------------------------ຫຼານອັນຍາກຍິ່ງ
ເຈົ້າຈົ່ງຜູ້ເນົາຢູ່ພຸ້ນ-------------------------ຄົງບໍ່ຫຍຸ້ງ ດັ່ງເຮົາ ດອກນາ

ແມ່ຂອງເຂີນຂາດນ້ຳ ຊາວໂລກຕ້ອງຮັບຜິດຊອບ

ໃຜເຮັດໃຫ້ໂລກຮ້ອນ ອາກາດປ່ຽນແປງໄປ
ໃຜເປັນຄົນທຳລາຍ ໃຫ້ໂລກຮົນແຮງຮ້ອນ
ໃຜເປັນຄົນທຳໃຫ້ ທາຣາທານເຂີນຂາດ
ທັມມະຊາດໂຫດຮ້າຍ ຫຼືຄົນແທ້ຈົ່ງໃຄ່ຄວນ

ຫຼືວ່າເທບທ່ອນໄທ້ ເທວະຣາດອິນຕາ(ທາ)
ຫຼືວ່າພົມຍົມຍັກ ຄຸດນາກເນົາໃນນ້ຳ
ຫຼືວ່າຜີສາງຮ້າຍ ອາສຸຣະກາຍແຜດຊົ່ວ
ຫຼືວ່າຄົນທີ່ສະຫຼາດລ້ຳ ໃຜທຳແທ້ຈົ່ງບອກມາ

ນ້ຳຂອງເຂີນຂາດນ້ຳ ຫາດເກີດດອນເພ
ປູປາຫອຍ ພາກວັງເວີນກວ້າງ
ງົວຄວາຍມ້າ ໝູມາເປັດໄກ່
ກັບກາຍເກີດໂຣກຮ້າຍ ໃຜແທ້ສ້າງມັນ

ຫຼືວ່າຊົນຊາດຊັ້ນ ປະເທດຕ່າງໃນອາຊີ
ຫຼືວ່າຈີນເຂົາຕັນ ເຂື່ອນກັກເກັບນ້ຳ
ຫຼືວ່າລາວໄທຍ໌ພ້ອມ ມຽນມ້າກັມປູເຈັຍເປັນຕົ້ນເຫດ
ຫວຽດນາມດິນດ່ານໃຕ້ ທຳລາຍລ້າງແມ່ນ້ຳຂອງ

ໃຜຫາຄວາມຖືກຕ້ອງ ຈຸດບົກຜ່ອງຂອງບັນຫາ
ໃຜຜູ້ປີຊາຍານ ເບິ່ງເຫັນໄກໃກ້
ໃຜຊິໄຂຄວາມແຈ້ງ ອຸບັດໄພທັມມະຊາດ ຄາວນີ້
ໃຫ້ແກ່ຊາວໂລກຮູ້ ເຫັນເບື້ອງບ່ອນຄວນ

ທຸກສິ່ງລ້ວນ ໃນໂລກຕ່າງຝ່າຍພົວພັນກັນ
ບົນປັດໄຈເກື້ອໜູນ ໂລກຄົນຄວນຄົ້ນ
ການກະທຳຂອງຄົນນີ້ ຄວາມຕ້ອງການເປັນໃຫຍ່
ພຸດທະສາສນາບອກໄວ້ ຕັນຫານັ້ນເປັນຜູ້ທຳ

ຄົນຕ້ອງການຢາກໄດ້ ສັບພະສິ່ງບັນເທົາທຸກ
ຢາກໄດ້ມາເຊິ່ງປັດໄຈຫັຼກ ກຽດກາມການເກີນກ້າວ
ຈຶ່ງຕ້ອງທຳການສ້າງ ຂົນຂວາຍຫາໂຮມຮວບ
ລວມລວມເອົາຊັບພະຍາກອນທີ່ເກີດຂຶ້ນ ສະໜອງໃຫ້ແກ່ກາມ

ເຫດການເກີດຄັ້ງນີ້ ທາງຝາກຝ່າຍອາຊີ
ຊາວໂລກຄົນມີສິດ ສ້າງມັນໝົດກ້ຽງ
ບໍ່ມີໃຜໜີພົ້ນ ກົດເກນຮັບຜິດຊອບ
ຕາມຣະບອບແບບເບື້ອງ ເຫັນແຈ້ງເຫດບັນຫາ

ປະເທດທຸກຮັ່ງພ້ອມ ມີສ່ວນທຳລາຍມັນ
ຄວາມຕ້ອງທັງໝົດ ແມ່ນບັນຫາທີ່ຄົງຄ້າງ
ໃຜຜູ້ຫວນເຫັນຮູ້ ຄົງເຫັນແຈ້ງເຈດ
ແມ່ຂອງເຂີນຂາດນ້ຳ ອຸສະກັມກ້າວແຫ່ງຄົນ ນີ້ແລ້ວ

ປາຍຝັນວັນຂອງເຮົາ

ນິດທະເນັ່ງນັ່ງເນີ້ງ--------ເນົາແນບຕັ່ງໄມ້ດູລາຍ ທ່ານເອີຍ
ໝອນໄມ້ໝູນງ່ອນພຽງ-----ຕ່າງຕຽງຫັຼບນິ້ງ
ນອນຢູ່ຕຶກເຈັດຊັ້ນ--------ເຮືອນໂຕເອງຫຼັງບັກໃຫຍ່
ຍອດຊໍ່ສູງສຽດຟ້າ---------ບໍ່ມີຮ້ອນເຮັ່ງໃຈ ທ່ານເອີຍ

ຄາວນັ້ນເນົາຢູ່ສ້າງ--------ເມືອງເອກນະຄອນຫຼວງ
ຈັນທະບູຣີນະຄອນຄາມ---ມິ່ງແມນວຽງຈັນນີ້
ແສນສຸຂີເຫຼືອລົ້ນ----------ອະນັນຕັງເກີນຊິກ່າວ
ເມືອງລາວດິນລ້ານຊ້າງ---ຄາວນີ້ຕ່າງຫັຼງ ແທ້ນາ

ສຸກຢູ່ໃນໂລກນີ້------------ໃສຊິປຽບເມືອງລາວ ຮຽມນີ້
ແສນທີ່ພູມໃຈເຫຼືອ----------ຊາດລາວຈະເຣີນລໍ້າ
ອັນວ່າແດນສຸຂະວະດີກ້ຳ----ສະຫວັນຄຳທັງແທ່ງ
ມິອາດໄປ່ປຸນປຽບໄດ້-------ຊີວິດຂ້ອຍຢູ່ກະເສີມ

ແນມເບິ່ງຂອງເຄື່ອງໃຊ້-----ສັບພະສິ່ງມີໝົດ
ຣົດລານພາຫານະ----------ຈອດເຕັມກາງບ້ານ
ໂຊເຟີຂັບມີພ້ອມ------------ສອງຄົນຄັນໜຶ່ງ
ຄົນຮັບໃຊ້ມີມາກລົ້ນ--------ຈຳໜ້າບໍ່ໄຫວ

ອັນວ່າຂອງເຄື່ອງໃຊ້--------ເຈົ້າໜ້າທີ່ຈັດແຈງ
ຄົນເຮັດສວນທັງຄົວກິນ------ແຕ່ງສັນປັນໄວ້
ຄົນທຳການງານສ້າງ--------ແລງງາຍລົງຕະຫຼາດ
ເຂົາກໍຈັດແຕ່ງຫ້າງ----------ບໍ່ມີເລື່ອງຢາກຊາ

ເວົ້າເຮື່ອງກິດການຄ້າ--------ວຽກງານໃຫຍ່ທຸຣະກິດ
ພະນັກງານມີຄົບ-------------ສັ່ງການບັນຊາໄດ້
ສ່ວນວ່າການງານນີ້-----------ເມັຍແພງຈັດທຸກຢ່າງ
ສ່ວນວ່າຕົວຜູ້ຂ້າ--------------ເຮັດການສ້າງບ້ານເມືອງ

ທຸກມື້ຕື່ນແຕ່ເຊົ້າ---------------ເຈັດໂມງເຄິ່ງຕາມກຳນົດ
ເລາະເດີ່ນເດີນຊົມສວນ--------ອອກກຳລັງກາຍເຂັ້ມ
ບາງວັນມີເວລາພ້ອມ-----------ກໍໄປເດີນຢູ່ເດີ່ນໃຫຍ່
ຊົມອາກາດນອກບ້ານ----------ນຳເພື່ອນໝູ່ສະຫາຍ

ຄົນຂັບຣົດສົ່ງໃຫ້---------------ໄປທີ່ສະໜາມຫຼວງ
ເຖິງເວລາຄວນກັບ-------------ກໍຕ່າວຄືນມາບ້ານ
ອາບອົງສະສົງລ້າງ-------------ກາຍຍາໃຫ້ຊ້ອຍຊື່ນ
ກິນອາຫານເຊົ້າແລ້ວ-----------ກໍໄປວຽກຢູ່ກະຊວງ

ສ່ວນວ່າລູກມິ່ງເຄົ້າ--------------ສຸດສະອາດມີສາມຄົນ ເທົ່ານັ້ນ
ຍິງໜຶ່ງຊາຍສອງຄົນ-------------ເປັນຕາແພງທັງນັ້ນ
ເຂົາຫາກຮຽນຈົບຊັ້ນ-------------ປະຣິນຍາຕ່າງປະເທດ
ມາຊົດຊ່ວຍວຽກບ້ານ------------ທຳງານພ້ອມຣັດຖະການ

ຊິວິດຜູ້ຂ້ານີ້--------------------ຄວາມທຸກຢາກບໍ່ເຄີຍເຫັນ ທ່ານເອີຍ
ທັງກາງຄືນກາງເວັນ------------ທຸກບໍ່ມາວຽນໃກ້
ໃຜຊິທັນທຽມໄດ້----------------ປຸນປານຍາກຍິ່ງ
ສຸກຢູ່ໃຕ້ລຸ່ມຟ້າ------------------ບໍ່ມີແລ້ວໂລກຄົນ

ທຸກສິ່ງລ້ວນ---------------------ມີມາກອຳນວຍໝົດ
ເງິນຄຳກອງ---------------------ໂກດກືໄຫຼທ້ອນ
ຍາມເມື່ອມີເວລາພ້ອມ-------------ກໍເດີນຈອນທ່ອງທ່ຽວ
ດິນແດນໃຕ້ລຸ່ມຟ້າ----------------ໄປມາແລ້ວທົ່ວທຸກຫົນ

ໃຜກໍໄຫຼຈົ້ນໆ---------------------ເປັນໝູ່ສະຫາຍເກີ
ທຸກແລງງາຍມີໝາຍ----------------ນັດຕີກ໊ອຟບໍ່ວາຍເວັ້ນ
ຜູ້ສາວຮາມສາວນ້ອຍ---------------ຢາກຮຽງສອງທຽມພ່າງ
ຊີວິດຜູ້ຂ້າເໝືອນດັ່ງໄດ້ຂຶ້ນຂີ່ຊ່າງ----ເສດຕະສັດກັ້ງດັ່ງພຣະຍາ ທ່ານເອີຍ

ວັນໜຶ່ງ ຢູ່ທີ່ບ້ານຜູ້ຂ້າ---------------ມີງານໃຫຍ່ສຳຄັນ
ສະຫຼອງງານເລື່ອນຍົດ--------------ຕຳແໜ່ງສູງຜົນງານຊີ້
ໃຜກໍມາໂຮມຕ້ອນ-------------------ຍິນດີຕຳແໜ່ງໃໝ່
ຍົກຈອກເຫຼົ້າ------------------------ໄຊໂຍຮ້ອງເປັ່ງສຽງ

ແມ້ງເມື່ອຄາວໜຶ່ງນັ້ນ----------------ມັນຄັນຢູ່ຄາງກະໄຕ
ມືທາວຕົບຄວາມຄັນ------------------ຕື່ນຕົວຕາຕຶ້ງ
ຫົວຕົກໝອນໝູນໄມ້------------------ຊູນຕຳກັບຂອບ ຕັ່ງນັ້ນ
ຫົວໂນນູນຈົນວ່າຊ້ຳ------------------ຕື່ນຂຶ້ນພັດແມ່ນຝັນ ໜ່າຍເດ ເອະເອໆໆໆໆໆໆ

ມົນເພງອັກສອນລາວ 27 ໂຕ

ຄຶດຮອດ(ເວີຣ໌ຊັນໃໝ່)

ຄວາມຄິດຮອດຫ້າມກັນ------ນັ້ນບໍ່ໄດ້
ມັນຍິ່ງໃຫຍ່ເໜືອອຳນາດ------ຂອງຄວາມສັດ
ຄວາມຄິດຮອດຈະເອົາຫຍັງ---ມາຊິ້ວັດ
ບໍ່ເຫັນຊັດຈະແຈ້ງ------------ໃຫ້ເປັນຈິງ

ຄວາມຄິດຮອດນັ້ນຄືສິ່ງ-------ພາໃຫ້ທຸກ
ມີຄິດຮອດຍ່ອມຈັກມີ----------ເຊິ່ງຄວາມອຸກ
ຄົນເຮົາຮັກພາໃຫ້ເສົ້າ---------ຢູ່ບໍ່ສຸກ
ມີແຕ່ອຸກທຸກບໍ່ເຊົາ------------ເສົ້າມາຄອງ

ຄົນຮັກຈາກໄປໄກ------------ຈະຫວນກັບ
ນັ່ງນຶກນັບວັນເຂົາກັບ---------ຈຶ່ງຫາຍຫວງ
ເຂົາຈາກໄປເຫິງພຽງໃດ-------ຈຶ່ງຫາຍຫ່ວງ
ໃຈເສົ້າປ່ວງເພາະຄິດຮອດ-----ນ້ຳຕາລິນ

ຫາກຄົນຮັກຈາກໄປໄກ--------ບໍ່ຫວນກັບ
ຊີວິດດັບແສນແຄ້ນຄັບ---------ອັບສະໝອງ
ຍິ່ງເຮົາຮັກເຮົາກໍອຸກ-----------ທຸກມາຄອງ
ທຸກທັງຜອງໃນໂລກ------------ໃສປຽບປານ

ຄວາມຄິດຮອດຄິດເຖິງ---------ມະນຸດມີ
ເປັນຄວາມດີເປັນຄວາມເດັ່ນ----ຄວນເສິມສັກ
ແຕ່ຫາກວ່າຕ້ອງໄຈ້ແຍກ--------ໃຫ້ແຈ້ງຄັກ
ຕ້ອງຮູ້ຈັກປົງວາງ---------------ທາງສຸກມີ

ຕົ້ນຕານປ່ຽວ(ເວິຣ໌ຊັນໃໝ່)

ອັນຕານປ່ຽວຕົ້ນດຽວ-------------ປ່ຽວແຕ່ຕົ້ນ
ບໍ່ເໝືອນຄົນຢູ່ໂດດດ່ຽວ----------ປ່ຽວເອກາ
ຫາກມີທັມຄຳສອນ---------------ພຣະສັມມາ
ອັນຄຸນຄ່າຄວາມໂດດດ່ຽວ--------ປະເສີດຈິງ

ຕົ້ນຕານປ່ຽວຢືນໂດດດຽວ--------ມອງເຫັນໄກ
ຢຶນຢູ່ໄດ້ຄົງທົນ------------------ສູ້ລົມຝົນ
ເຖິງແດດຮ້ອນລົມໜາວ----------ຕົ້ນຕານທົນ
ສາທຸຊົນເບິ່ງຕົ້ນຕານ------------ໃຫ້ບານໃຈ

ຄົນຕົວປ່ຽວດຽວດາຍ-------------ກໍຢູ່ໄດ້
ຫາກຮູ້ໃຊ້ຊີວິດຈິງ----------------ຢ່າງເໝາະສົມ
ປະກອບການສັມມາ--------------ໜ້າພິຣົມ
ຄວາມສຸກສົມຍ່ອມຈີຣັງ------------ຢັ້ງຍືນນານ

ກາຍໂດດດ່ຽວໃຈບໍ່ປ່ຽວ-----------ດ່ຽວເອກາ
ເອົາພຣະທັມພຣະສັມມາ-----------ເປັນຍາປົວ
ລະລົດເລີກໂລບໂກດຫຼົງ----------ສິ່ງເມົາມົວ
ແລ້ວກຽມຕົວມຸ້ງໄປສູ່--------------ທາງເອກາ*
(ອະທິບາຍສັບ *ທາງເອກາ ຄື ເອກາຍະໂນ ມັຄໂຄ = ເສັ້ນທາງສາຍເອກ ກົງໄປສຸ່ນິພພານຢ່າງດຽວ)

ປ່ຽນໄປ

ບ້ານຂ້ອຍຢູ່ຖິ່ນໃຕ້----------ດອນໜຶ່ງໃນເມືອງໂຂງ
ບ້ານເປັນວັງທັງເລີກ--------ກວ້າງໄກບໍ່ມີຕຶ້ນ
ປູປາທັງຫອຍກຸ້ງ-----------ຫຼວງຫຼາຍພາຍມາກ
ຄວາມຊ່າລືກະເດື່ອງນັ້ນ----ຄາວນີ້ປຽບດັ່ງຝັນ

ຊາວກວ່າປີອອກຈາກບ້ານ-------ກັບຕ່າວທຸກໆປີ
ບາງປີມີເປັນສິບ----------------ຖ້ຽວຄືນກັບບ້ານ
ການທີ່ກັບຄືນໂຄ້ງ--------------ເຮືອນຮັງບ້ານເກີດເກົ່າ
ເຫັນຄວາມຈິງແຕ່ລະຄັ້ງ---------ບ້ານເມືອງຂ້ອນຂາດເຂີນ

ແຕ່ກ່ອນປູປາໃນນ່ານນ້ຳ---------ບໍ່ຕ້ອງຫ່ວງການກິນ
ຄ້າງໝໍ້ສຸມໄຟລຸກ----------------ຈຶ່ງແບກແຫລົງນໍ້າ
ເອົາປາພອນທັງເພັ້ຍ-------------ຄູນເຄິງຕາມໃຈຊອບ
ຫວ່ານແຫພຽງໜຶ່ງຄັ້ງ-----------ກໍພໍລ້ຽງ ໘ ຄົນ

ຕໍ່ມາປາມາກລົ້ນ-----------------ຫຼາຍຫຼາກແຕ່ກໍອຶດ
ປາໃຫຍ່ເອົາໄປຂາຍ-------------ພໍ່ຄາເຂົາໄປຫາຊື້
ປາຕູ້ ຄົນເຂົາເອີ້ນ---------------ເຮືອໄວຊື້ສົ່ງ
ຂ້າມຝັ່ງຂອງໄປຝາກນັ້ນ---------ເມືອງໄທຍ໌ພຸ້ນຈົນວ່າດັບ

ປາໃຫຍ່ເຂົາສົ່ງໃຫ້--------------ຂາຍປ່ຽນເອົາເງິນແດງ
ຫາປາກິນປາຊີວ----------------ຍາດອາຫານສັກກຸນາເນື້ອ
ຫອຍກວ້າງກັບທັງກີ້--------------ບໍ່ເຄີຍກິນເປັນອາຊີບ
ດຽວນີ້ພຽງແຕ່ລ້ຽງຊີບໃຫ້--------ປະທັງຊີວິດໄວ້ກໍບໍ່ມີ

ໃນປັດຈຸບັນວັນນີ້---------------ນ້ຳເຂີນຂາດເປັນວັງ
ຫາດຟູເຕັມທັງຂອງ-------------ປູປາໜີນ້ຳ
ບ່ອນເຄີຍເວີນວັງກວ້າງ---------ຫາດຊາຍເຂີນຕິດຕໍ່
ທ່າຂ້າມມໍ່ເຮືອຈອດໄດ້----------ກັບໄປເວັ້ນຫາດຄຸງ

ພູມອາກາດປ່ຽນປິ້ນ--------------ນ້ຳຂອງຂາດວັງເຂີນ
ຊາວປະຊາທົນທຸກ---------------ທົ່ວແດນດິນດ້າວ
ເສັຍດາຍເວລານັ້ນ---------------ຄືນຫຼັງບ້ານເກີດເກົ່າ
ຄວາມອຸດົມສົມບູນຕັ້ງເຄົ້າ--------ຄາວນີ້ດັ່ງນິທານ ທ່ານເອີຍ






ແຜນ

ແຜນຄົນ ແຜນງານ ແຜນເງິນ
ฐฐฐฐฐฐฐฐฐฐฐฐฐฐฐฐฐ
ฐ ແຜນການວາງວາດໄວ້------------ຈັກສຳເຣັດຕາມເປົ້າໝາຍ
ຕ້ອງຂະຫຍາຍການວາງແຜນ---------ໃຫ້ກົມກຽວການຈຶ່ງກ້າວ
ແຜນການທີ່ວາງໄວ້-------------------ຈຶ່ງສົມໃຈດັ່ງເຈດ
ຕ້ອງໃຫ້ໄດ້ຄົບຖ້ວນ-------------------ສາມກ້າວເຫດການ

ฐ ແຜນໜຶ່ງນັ້ນຕ້ອງກຽມພ້ອມ--------ວາງແຜນວາດກຳລັງພົນ
ຈັດຕັ້ງຄົນໃຫ້ເໝາະສົມ---------------ກັບວຽກງານປະສານໄວ້
ຄວາມຮູ້ໃຜທີ່ຝຶກແລ້ວ----------------ຊຳນານການວິຊາຊີບ
ຕ້ອງແບ່ງສັນປັນໃຫ້ຖືກຕ້ອງ----------ງານຈຶ່ງກ້າວເດັ່ນສະເໝີ

ฐ ແຜນງານນັ້ນຢ່າໄດ້ເຊີ້------------ຮີບຕົບແຕ່ງໃຫ້ໝົດຈົດ
ຕາມເປົ້າໝາຍທີ່ກຳນົດ--------------ຣະອ​ຽດຈິງຈະແຈ້ງ
ງານການໃດທີ່ເຮົາຕັ້ງ----------------ຫວັງໃຫ້ຄົນປະຕິບັດຖືກ
ຕ້ອງວາງລົງແລະມອບໃຫ້------------ສະເໜີແຈ້ງຖືກຄອງ

ฐ ວຽກງານຈະຖືກຕ້ອງ-------------ສອດຄ່ອງຜັນຂະຫຍາຍ
ແຜນເງິນສຳຄັນຫຼາຍ-----------------ຕອບສະໜອງໃຫ້ມັນໄດ້
ເງິນງານການຈັກກ້າວ----------------ຄົນຈະດີສະໝັກຮ່ວມ
ເງິນຄືງານງານຄືເງິນ-----------------ເພິ່ນບອກແຈ້ງ ງານຊິກ້າວກໍເພາະເງິນ ແທ້ໃດ ?

29/11/54

ຈໍາປາແດງບໍ່ຕາຍ ຍ້ອນທ່ານກັບເມັຍມີສະຕິ ແລະໝານ້ອຍໄວ

ໂອ................

- ອ່ານເລື່ອງລາວ ງຶດແທ້ ງຶດບໍ່ຢອກ
ຄິດບໍ່ອອກ ຈໍາປາແດງ ຕະແຄງຕາຍ
ເພາະເຫັນຂຽນ ກອນອອກມາ ບໍ່ມີວາຍ
ຂຽນບອກຂ່າວ ນໍ້າຖ້ວມໜັກ ທີ່ເມືອງລາວ

- ວັນອັງຄານ ກໍເຫັນອອນ ອິນລາວຢູ່
ຕອນເຊົ້າຕູ່ ກະເຫັນຂຽນ ກອນບັນຍາຍ
ນຶກວ່າເຂົາ ບໍ່ເປັນນຫຍັງ ຍັງສະບາຍ
ເປັນຕາໜ່າຍ ຊີວິດນີ້ ພິກຜັນໄວ

- ທີ່ທ່ານເປັນ ນັ້ນມັນແມ່ນ ອຸບັດເຫດ
ປະຕິເສດ ບໍ່ໄດ້ ເປັນເລື່ອງໃຫຍ່
ເກີດກັບຄົນ ທຸກເພດໄວ ໃຜກໍໄດ້
ບຸນຍິ່ງໃຫຍ່ ມີອັນຊ່ອຍ ຄ່ອຍຟື້ນຄືນ

- ບໍ່ດັ່ງນັ້ນ ຊາວອິນລາວ ຟາຍນໍ້າຕາ
ແຕ່ຫາກວ່າ ບຸນທ່ານແຂງ ຈຶ່ງບໍ່ຕາຍ
ຫົວນ໊ອກພື້ນ ຈົນສະຫຼົບ ຈົນນອນຫງາຍ
ລອດຄວາມຕາຍ ເພາະໂຕໂຢ ໂອໂຫ່ບຸນ

- ຕື່ນຂຶ້ນມາ ມີສະຕິ ຮູ້ສຶກໄດ້
ຄວາມືໄປ ເລືອດໃຫຼນອງ ກອງເກືອກຝຸ່ນ
ນັບວ່າດີ ຍັງເປັ່ງສຽງ ເປັນພຣະຄຸນ 
ນີ້ກໍບຸນ ເມັຍທ່ານຍິນ ຖະຫວີນຊ່ວຍ

- ເກົ້າໜຶ່ງໜຶ່ງ ເລກດີ ຄວນມີໄວ້
ກົດຄັ້ງໃດ ໄດ້ຮັບຜົນ ພົ້ນທຸກດ້ວຍ
ຫາກກົດແລ້ວ ນັບວ່າຫຼຸດ ພົ້ນຄວາມຊວຍ
ມາໄວດ້ວຍ ທັນຫົວໃຈ ເກີນບັນຍາຍ

- ມາເບິ່ງແລ້ວ ເຂົາເອົາໃຈ ເປັນພິເສດ
ອຸບັດເຫດ ຖືສໍາຄັນ ວິນາດຫາຍ
ລົດດັບເພີງ ທີ່ມາຮັບ ຄືຄວາມງ່າຍ
ຢ້ານຄົນຕາຍ ຈຶ່ງມາໄວ ໄປໃຫ້ທັນ

- ຄັນບ້ານເຮົາ ຕ້ອງແມ່ນ ລົດໂຮງໝໍ
ຕ້ອງໄດ້ລໍ ເກີນຊົ່ວໂມງ ນັບວ່າໄວ
ຕ້ອງໄດ້ເຊັນ ອະນຸມັດ ຈາກຜູ້ໃຫຍ່
ກວ່າຈະໄດ້ ເອົາລົດອອກ ມາຮັບເຮົາ

- ນີ້ບ້ານເພິ່ນ ລົດດັບເພີງ ຄົງຢູ່ໃກ້
ເຂົາຈຶ່ງໃຫ້ ລົດດັບເພີງ ມາຮັບເອົາ
ແລ້ວເອົາໄປ ຮອດໂຮງໝໍ ກໍຫາຍເສົ້າ
ນີ້ບ້ານເຂົາ ທຳໜ້າທີ່ ບໍ່ມີເຜີ

- ເກົ້າໜຶ່ງໜຶ່ງ ນາມນີ້ ເລກໝານ້ອຍ
ຄອງເຝົ້າຄອຍ ເບິ່ງແຍງຄົນ ຢູ່ສະເໝີ
ຈໍາປາແດງ ເຂົາລອດຕາຍ ແລ້ວລະເດີ
ບຸນສະເໜີ ຊົດຊ່ວຍເຂົາ ດ້ວຍສັດທາ

- ຂໍໃຫ້ທ່ານ ຈໍາປາແດງ ຫາຍລະບົມ
ກັບມາຊົມ ອິນລາວໃຫ້ ຊື່ນອຸລາ
ຄົນທໍາດີ ບໍ່ຕ້ອງຢ້ານ ດິນແລະຟ້າ 
ເທວະດາ ພຣະອິນທາ ມາໂອຍພອນ

ເມື່ອຈະຮັກ

ຄັນຈັກຮັກ ຈົ່ງຮຽນຮູ້ ໃຫ້ຖືກຕ້ອງ
ຮູ້ຄັນລອງ ຂອງຄວາມຮັກ ໃຫ້ເໝາະສົມ
ຮູ້ເລື່ອງລາວ ກະຕິກາ ຄວາມນິຍົມ
ແລ້ວມາສົມ ສູດຂອງຮັກ ໃຫ້ຖືກຕົນ

ຄົນບໍ່ຮູ້ ຈັກຄວາມຮັກ ມັກຈະທຸກ
ທັງຄວາມອຸກ ຄວາມອັ່ງ ທັງຄວາມຂົມ
ປະໄວ້ເຫິງ ຄວາມຮັກນັ້ນ ອາດລະບົມ
ມັນສະສົມ ໄວ້ເຫິງ ທຸກມີຈິງ

ດອກຊາຍເຫີນ

ດອກຊາຍເຫີນ ຫອມຫວນ ຊວນໃຫ້ດົມ
ສີຂາວສົມ ງົດງາມແທ້ ໄຮ້ມວນສານ
ເຫດສັນໃດ ດອກຊາຍເຫີນ ປາຕິຫານ
ດອກເບີຍບານ ໃຜເດັດດົມ ຕ້ອງຕອມຕຣົມ

ດອກຊາຍເຫີນ ຊື່ແປກແທ້ ອືດທາງຊື່
ເປັນຫຍັງຫຼື ບໍ່ຕັ້ງຊື່ ໃຫ້ເໝາະສົມ
ດອກຂາວນວນ ງົດງາມ ໜ້າພິຣົມ
ຍາມເມື່ອຊົມ ດັ່ງໄດ້ພອນ ສະອອນໃຈ

ດອກຊາຍເຫີນ ໃຜໄດ້ຊົມ ຫຼືບູຊາ
ເຖົ້າແກ່ວ່າ ຊາຍຕ້ອງເຫີນ ຕ້ອງລາໄລ
ໂດຍສະເພາະ ພວກຜູ້ສາວ ທັງນ້ອຍໃຫຍ່
ຫາກແມ່ນໃຜ ໄດ້ຊູຊົມ ຍ່ອມຕຣອມຕົມ

ຄົນທຳມະດາ

ເກີດຢູ່ບ້ານ..............ເຂດປ່າໃນດົງ
ພໍລຸກມາ....................ແຕ່ງງາຍກິນເຂົ້າ
ມືຄວາພ້າ...................ບາຍເອົາດວງກ່ຽວ
ເດີນມຸ່ງໜ້າ.................ໄປພ້ອມໝູ່ຄວາຍ
- ພໍຮອດແລ້ວ.............ເຂດທົ່ງນາເຫຼືອງ
ຜູກມັດຄວາຍ...............ຢູ່ເທິງໂພນນ້ອຍ
ເອົາແພປ້ອງ................ພັນຫົວບັງແດດ
ມືກ່ຽວເຂົ້າ...................ປາກຮ້ອງສົ່ງລໍາ
- ຄົມກ່ຽວຕ້ອງ.............ກໍຂາດເປັນກໍາ
ຈັບມາໂຮມ..................ຝາດລຽນພໍຮ້ອຍ
ສົມຄວນແລ້ວ...............ຕາເວັນຕັ້ງທ່ຽງ
ໄປເບິ່ງຕ້ອນ................ປາຄ້າງຢູ່ຫຼາຍ
- ຈັບຄໍ່ກັ້ງ..................ມາສຽບເປັນໂຕ
ເອົາເກືອໂຮຍ...............ຄິດຢາກກິນປີ້ງ
ປາຂາວນ້ອຍ................ຊຸມມັນຖືກຫຼີ່
ເອົາເຮັດສົ້ມ................ເຂືອນ້ອຍເຜັດໂຮຍ
- ກິນອີ່ມທ້ອງ..............ຢຸດພັກເອົາແຮງ
ນອນກາງຖຽງ..............ໝູ່ກາວອນຮ້ອງ
ລົມພັດຊັ້ງ..................ເຢັນດີຍາມທ່ຽງ
ແດດເລີ່ມກ້າ...............ແຮງຂຶ້ນກວ່າຫຼັງ
- ພໍລຸກຂຶ້ນ.................ນ້ໍາສວ່າຍຂັດສີ
ຕາມືນໃສ...................ເບິ່ງໄປນາກວ້າງ
ຈັບເອົາສົ້ມ..................ຂາມມາກັດຕື່ມ
ຕາຍິ່ງແຈ້ງ..................ກິນສົ້ມແຈ່ວເກືອ...

ສິ່ງທີ່ດູູຖູກບໍ່ໄດ້

- ອານຫານການກິນ
- ພາສາປາກເວົ້າ
- ໂຄດເຫງົ້າວົງຕະກູນ
- ເຊື້ອຊາດ
- ວັດທະນະທໍາ
- ປະເທດຊາດ
-------
ສິ່ງທີ່ດູຖູກບໍ່ໄດ້ ມີໝວດໃຫຍ່ຫ້າປະການ
ຄືອາຫານການກິນ ແຕ່ລະຊຸມຊົນຊັ້ນ
ອັນວ່າພາສານັ້ນ ຕິຕຽນກັນບກໍບໍ່ຖືກ
ຄັນສືສານກັນຮູ້ເລື່ອງ ຄວນໃຫ້ສົ່ງເສີມ

ອັນວ່າໂຄດແກ່ນເຫງົ້າ ເຊື້້ອເຜົ່າປິດຕຸລາ
ເຜົ່າຕະກູນວົງສາ ຊາດພັນຊົນຊັ້ນ
ອັນວ່າວັດທະນະທໍາພ້ອມ ຂອງໃຜຢ່າປະໝາດ
ດູຖູກຊາດອື່ນດ້ອຍ ຈະທໍາໃຫ້ເກີດເສິກ ແທ້ເນີ

ທຸກຮັ່ງຢູ່ທີ່ໃດ

- ຄົນທຸກທຸກເຄື່ອງໃຊ້ ຜ້າຜ່ອນທ່ອນສະໃບ
ຫາກວ່າໃຈມີທັມ ພັດຢູ່ສຸກກະເສີມແທ້
ແມ່ນຈະທໍາການສ້າງ ແນວໃດກໍສອດຄ່ອງ
ສຸກມາຄອງໂອບເອື້ອມ ເຫຼືອງເຫຼື້ອມທີ່ໃຈ

- ຄົນຮັ່ງຮັ່ງເຄື່ອງໃຊ້ ມາຍມາກອັກໂຂ
ຕົນໂຕເຕັມແຕ່ຄໍາ ມາກມູນຂອງໃຊ້
ມີລົດເກັ່ງຄັນໂກ້ ເຮືອນສູງຕຶກໃຫຍ່
ໃຈອະທໍາບາບກໍເຂົ້າ ໃຈກໍເສົ້າທຸກກໍຄອງ ຫັ້ນແລ

ຮຸ່ງອະຣຸນ ຢູ່ບ້ານຂ້ອຍ

ແສງທອງຮຸ່ງຕອນເຊົ້າ ທີ່ສາລາດ່ານຫາງດອນຂະເໝົາ
ມອງສ່ອງລົງລໍາຂອງ ເມື່ອລ່ໍາແລລົງທາງໃຕ້
ເຫັນໝູ່ເຮືອນລຽນລ້າຍ ລອຍຂອງຂຶ້ນລ່ອງ
ຟອງຟາດແຄມແມ່ນໍ້າ ແສງທອງເຫຼື້ອມດັ່ງຄໍາ

ຮຽມນັ່ງມອງລົງນໍ້າ ແລລ່ໍາາາມລໍາຂອງ
ແມ່ນໍ້າວັງເວີນເລີກ ກວ້າງເກີນເປັນຕາຢ້ານ
ຫົວດອນຖານຍາວເຍີ້ນ ຫາດເຂີນຂະຫຍາຍອອກ
ດອນກາກາງແມ່ນໍ້າ ໃກພຸ້ນແມ່ນດອນພິມານ

ມີດອນນ້ອຍກາງກັນໄວ້ ໃຕ້ຕໍ່າຫົວດອນລຽງ
ເຫັນແຕ່ພຽງລິວດັບ ແມ່ນຫົວດອນລົບປາດີຊ້ອນ
ມອງລ່ອງລົງທາງໃຕ້ ສະຫຼຽງໄປຈັກໜ່ອຍ
ຫົວດອນຮີນ້ອຍນັ້ນ ຖັດນັ້ນແມ່ນດອນໂລງ

ບ່ອນນີ້ແມ່ນໍ້າຊົ້ງ ທັງກວ້າງໃຫຍ່ເຫຼືອຫຼາຍ
ຫົວພູພະອອມບັງ ຝັ່ງຂະເໝນທາງຂວາກໍ້າ
ນໍ້າຂອງຊາຍແດນທີ່ນີ້ ຮູຮອມຮຽວຮ່ອມ
ໃກກັນພຽງສອງຮ້ອຍແມັດເທົ່ານັ້ນ ແມ່ຂອງຂັ້ນດິນແດນ

ທ່າເສືອໝີຢູ່ທາງໃຕ້ ຕໍ່ໃສ່ທ່າກະສັງ
ຂ້າຫົວພູພະອອມມາ ບ້ານທ່າເປືອຍທ່າແກຊ້ອນ
ທາງຝັ່ງລາວເຮົານັ້ນ ດອນຂະເໝົາຂັ້ນແບ່ງ
ຮອງຂອງຮຽບແຄບເຂົ້າ ເຫັນຂັ້ນຢູ່ແຕ່ໄກ

ນັ້ນແມ່ນຫາງຈໍາປາສັກແທ້ ຂັ້ນແບ່ງຫົວທ່າແກ
ປາກເຊລໍາເພົາຕົກ ລະຫວ່າງດິນສອງກໍ້າ
ແລລ່ໍາມາທາງກ້ໍາ ດອນຂະເໝົາຕາເວັນອອກ
ແມ່ນໍ້າກວ້າງໃກແທ້ ເຮືອລອຍຂ້າມສວ່ານສົນ

ຝັ່ງຂອງກໍ້າເບື້ອງນັ້ນ ແມ່ນເຂດດອນໂຂງ
ບ້ານເມືອງແສນຄົນໂຮມ ຕລາດຂາຍຂອງຄ້າ
ນາວາເຮືອໂຮມຮ້ອຍ ຈອດກັນລຽນແນບ
ຊາວດອນພາກັນຊື້ ຂາຍຄ້າເຄື່ອງຂອງ

ຫຼຽວໄປເບື້ອງຊ້າຍ ເປັນດອນເຫຼັກໄຟ
ຫາງຮີໃຫຍ່ລຽນສະຫຼັບ ຕໍ່ກັບດອນດົ້ງ
ຫາກລົງໄປທາງໃຕ້ ຢ່າລືມໄປຢ້ຽມແວ່
ບໍ່ຫໍ່ເຂົ້າກໍໄດ້ ບໍ່ຍອມໃຫ້ທ່ານຫິວດອກນາ.

26/11/54

ນຳ້ຖ້ວມຍົນ


ຍົນບິນບົນຢູ່ຟາກຟ້າ ນໍ້າໃຫຍ່ຍັງຖ້ວມຕີນ
ນໍ້າຖ້ວມດິນທໍລະນີຫຼຸບ ພັດຖ້ວມຍົນນໍາພ້ອມ
ສັງບໍ່ບິນເຫີນຟ້າ ນໍ້າໃຫຼມາບິນຫຼີກ
ສົມກັບວ່າເປັນເຈົ້າ ເວຫາພຸ້ນຟາກພະໂຍມ
ເໝືອນບູຮານກ່າວໄວ້ ສອນສັ່ງແຕ່ເດີມດາ
ນໍ້າຖ້ວມນາປາກິນນາມົດ ປາພາກພູມນູມທ້ອງ
ບາດວ່າເຖິງຄາວຮ້າຍ ນໍ້າບົກລົງແຫ້ງເຫືອດ
ມົດກໍດີໃຈລົ້ນ ອາຫານຊ້ອຍໄດ້ກິນປາ
ຍົນກໍເປັນດັ່ງນັ້ນ ຈະເກ່ງກາດໃນເວຫາ
ປາກໍຊຽນແຕ່ໃນໜອງ ບຶ່ງຄອງທາລານໍ້າ
ອັນວ່າຄວາມເກ່ງນັ້ນ ທັງດີທັງເດັ່ນ
ມັນກໍເປັນດັ່ງນັ້ນ ຈະທຽມຊັ້ນກັນບໍ່ມີ
ດ້ວຍເຫດນີ້ ເພິ່ນຈຶ່ງສອນສັ່ງໄວ້ ຕັ້ງແຕ່ເກົ່າບູຮານເຫິງ
ຄວນແກ່ພິຈານຄັກ ໃຫ້ຮູ່ງຫວນເຫັນແຈ້ງ
ຍາມເມື່ອເຮືອຄາແກ້ງ ກວຽນເຫັນໃຫ້ກວຽນແກ່ ແດ່ເດີ
ຍາມເມື່ອຮອດແມ່ນໍ້າ ເຮືອຊິໄດ້ແກ່ກວຽນ
ຄົນເຮົາກໍເປັນດັ່ງນັ້ນ ຢ່າລືມຮີດຄອງລາວ
ບໍ່ມີໃຜຈະດີໝົດ ເລີດກວ່າກັນຈັກດີ້
ຍາມເມື່ອສຸກຂີແລ້ວ ລວຍດີມີຮັ່ງ
ຈົ່ງຄິດເຫັນພີ່ນ້ອງ ທໍາດີໄວ້ຈຶ່ງຊີຄູນ ທ່ານເອີຍ

19/11/54

happy thanks my life and the father and mother

ຊີວິດຂ້ອຍ ເກີດຂຶ້ນໄດ້........................ຈົນໃຫຍ່ມາເຖິງປານນີ້
ຍ້ອນພໍ່ແມ່ໄດ້ພຽນຮັກ...........................ຄ່ອຍຖະໜອມຊອມລ້ຽງ
ນັບແຕ່ເນົາໃນທ້ອງ..............................ຈົນເກີດມາເປັນເດັກອ່ອນ
ຄວາມອາທອນພໍ່ແມ່ໃຫ້........................ຈົນໃຫຍ່ກ້າເພິ່ນອາທອນ

ນັບແຕ່ເກີດຂຶ້ນໄດ້.................................ຈົນຮູ້ຮ່ອມຄວາມຄົນ
ບໍ່ເຄີຍເຫັນເທບບັນດົນ...........................ຊ່ວຍຊູຈັກດີ້
ມີແຕ່ສອງຈອມໄທ້.................................ປິຕຸລາມາຕາຊ່ວຍ
ເຖິງຄາວຊວຍເດືອດຮ້ອນ.......................ຫຼືຍາມໂຊກພໍ່ແມ່ຊູ

ສິ່ງທີ່ຂ້ອຍໄດ້ຮູ້.......................................ພໍ່ແມ່ຄືພຣະພົມ ຂອງຮຽມແລ້ວ
ຍາມສຸກສົມອາຣົມໝາຍ..........................ພໍ່ແມ່ຮຽມກໍຊົມຍ້ອງ
ຍາມທຸກອຸກອົກຮ້ອນ..............................ເພິ່ນອາທອນແທນໃຫ້ຫາຍເຫືອດ
ຍາມຕ້ອງການຢາກໄດ້............................ເດືອນດາວພຸ້ນເພິ່ນຈຶ່ງຍອມ

ຊິຂໍເລົ່າພາກພື້ນ......................................ຄຸນພໍ່ແມ່ປິຕາຮຽມເດີ
ເອົາແຕ່ພຽງພໍເຫັນ...................................ຮູ້ຄວາມຄາວນ້ອຍ
ຈົນວ່າຊີວິດຂ້ອຍ.....................................ໄດ້ແຕ່ງງານມີລູກອ່ອນ
ຈະຢ້ອນເລົ່າໃຫ້ຮູ້....................................ເຫັນເລື່ອງຄ່າຄຸນ

ສະໄໝຮຽມອ່ອນນ້ອຍ..............................ພໍ່ແມ່ນພຽນຮັກ
ບໍ່ເຄີຍໄລວາງຕັກ.....................................ອ້ອມກອດແຂນຂວາຊ້າຍ
ຍາມກິນເພິ່ນພຽນປ້ອນ..............................ຍາມນອນພໍ່ແມ່ກ່ອມ
ຍາມຖ່າຍເພິ່ນເບັ່ງໃຫ້................................ທັງເຊັດກົ້ນໃຫ້ກ້ຽງດີ

ຍາມຂ້ອຍຮ້ອງຮໍ່າໃຫ້................................ພໍ່ແມ່ອ່ອຍທັງອອຍ
ຍາມສຸກສົມອາຣົມໝາຍ.............................ເພິ່ນສະບາຍໃຈດ້ວຍ
ຍາມຍ່າງຍົກຍາກເຍື້ອນ.............................ເພິ່ນກໍແອບສອນເດີນ
ຍາມຈາຄວາມຄໍາຄົນ.................................ເພີ່ນກໍສອນຈານຕ້ານ

ໃຫຍ່ຂຶ້ນມາເດິນໄດ້....................................ໄປໂຮງຮຽນເພິ່ນກໍສົ່ງ
ຂອງກິນຂອງເຄື່ອງໃຊ້................................ບໍ່ມີຮ້ອນເຫືອດຫາຍ
ໃຫຍ່ພໍເດີນເອງໄປໄດ້.................................ວ່າແຕ່ເຮົາຕ້ອງການ
ລົດລານພາຫະນະ.......................................ດີດັງກໍຫາໃຫ້

ຄວາມສຸກສົມອາຣົມແມ້ງ...............................ບໍ່ເຄີຍຄອງຈາກເທບທ່ານ
ເທວະດາຢູ່ຟາກຟ້າ......................................ບໍ່ເຄີຍໃຫ້ສິ່ງໃດ
ສິ່ງທີ່ຂ້ອຍຢາກໄດ້.........................................ພໍ່ແມ່ຫາໃຫ້ໝົດ
ຄຸນພໍແມ່ຮຽມເໜືອກວ່າໃຜ.............................ເທບພະດາບໍ່ມີເທົ້າ

ຂ້ອຍໃຫຍ່ມາເຖິງພຽງນີ້..................................ຮຽນສູງມີອາຊີບ
ກໍເພາະສອງແຈ່ມເຈົ້າ.....................................ສັນສ້າງເພື່ອເຮົາ
ສະນັ້ນ ຄົນທ່ານຈຶ່ງເໜືອເກດເກົ້າ....................ຟາກຟ້າຮ່ວມມະຫາສະໝຸດ
ແຜ່ນດິນໜາພຽງໃດ........................................ກໍບໍ່ປຸນປານໄດ້

ຂ້ອຍຈຶ່ງຍໍມືນ້ອມ.............................................ບູຊາຄຸນພໍ່ແມ່
ທັງຣັຕະນານາດແກ້ວ.......................................ທີ່ສອນຊີ້ໃຫ້ຮູ້ຄວາມ
ລວມຄຸນພໍ່ແມ່ພ້ອມ...........................................ພຣະພຸດທັມທັງສົງ
ຂໍແກ່ຄຸນທັງສາມ..............................................ຈົ່ງຢູ່ຍົງຄົງໝັ້ນ

ຮຽມຈະທໍາດີໄດ້................................................ບູຊາພໍ່ແມ່
ພຸດສາສນາທີ່ກໍ່ສ້າງ..........................................ໃຫ້ຮຽມຮູ້ຄ່າຄົນ
ສິ່ງໃດໃນໂລກນີ້................................................ຈະຍາກຍິ່ງພຽງໃດ
ຮຽມຈະທໍາບໍ່ວາງ..............................................ເພື່ອຕອບແທນຄຸນເຈົ້າ ແທ້ນາ

ພາສາລາວບອກຄວາມເປັນລາວ

ພາສາບອກຊາດເຊື້ອ-------------ບອກຖີ່ນທີ່ອາໄສ
ບອກເຖິງຄວາມສີວິໄລ------------ບອກວັດທະນາການກ້າວ
ບອກເຜົ່າລາວທັງຫຼາຍລ້ວນ------ບອກອາຍຸການປະຫວັດສາດ
ພາສາຊາດທີ່ບໍ່ຂ້ອງ--------------ຊາດລາວກ້າວຮຸ່ງຈະເລີນ

ຄືວ່າ ພາສາບອກຊາດເຊື້ອ-----ເຄືອຍາດສະກຸນລາວ
ເວົ້າຈາຄວາມຄຳໃດ------------ຄ່ອງຄວາມຄຳເວົ້າ
ສຳນວນລາວມີຫຼາຍແທ້-------ເຫຼືອຄະນາເກີນຊີກ່າວ
ເວົ້າສຳນຽງໃດກໍແມ່ນລາວ-----ສຳນວນຈາຈົ່ງຈ້ອຍ
--------------------------------ຊາວລາວທັງໃຫຍ່ນ້ອຍເໜືອໃຕ້ ບໍ່ແບ່ງກັນ

ອັນວ່າບອກຖີ່ນທີ່ອາໄສນັ້ນ------ຄືໝາຍວ່າສຳນຽງຈາ
ເວົ້າອອກມາສຽງໃສ-------------ກໍຮູ້ໄວເຖິງບ້ານ
ບໍ່ຕ້ອງຖາມເຖິງເບື້ອງ-----------ພູມຫຼັງຖານຖີ່ນເກີດ
ຍິນສຽງຈາອິ່ນອ້ອຍ-------------ກໍເຫັນຮູ້ຖິ່ນສະຖານ

ບອກເຖິງຄວາມສີວິໄລນັ້ນ-------ຮູ້ຄ່າພາສາສັບ
ນັບເອົາສຳນຽງຂານ-------------ແຍກພັນພົງເຄົ້າ
ພາສາລາວມີຊັ້ນ----------------ຈາກັນຫຼາຍຮູບແບບ
ອັກສອນຂຽນຂີດໄວ້--------------ຄຳເຄົ້າເກົ່າເຫິງ.

ຫຼືວ່າຄຳທີ່ເວົ້າ------------------ພາສາຕ່ຳລະດັບຄວາມ
ເວົ້າກັບຄົນທຳມະດາ------------ກໍວ່າໄປຕາມນັ້ນ
ເວົ້າກັບຄົນສຳຄັນຂຶ້ນ------------ສູງສັກຍົດໃຫຍ່
ເວົ້າກັບສັງຄະເຈົ້າ---------------ມີຄຳເວົ້າແຍກຄົນ

ບອກວັດທະນາການນັ້ນ----------ພາສາລາວມີຫຼາຍຊ່ຳ
ອາຍຸຫຼາຍພ່ຳພ້ອມ----------------ພຽງເຊື້ອເຜົ່າລາວ
ລາວຄູ່ດາວໂລກກ້າວ--------------ຫຼາຍຫຼາກພັນປີ
ພາສາວັດທະນາການ------------ເອກະລັກລາວສາກົນຮູ້

ບອກເຜົ່າລາວທັງຫຼາຍລ້ວນ-----ສຽງສຳນຽງຄຳຄວາມກ່າວ
ຈາຈົງໂອມປາກຕ້ານ--------------ກໍເຫັນຮູ້ເຜົ່າລາວ
ເຊັ່ນຄົນຜູ້ໄທຈາຕ້ານ-------------ສຽງຕ່າງຄວນຈົດຈຳ
ເວົ້າຈາພາສາລາວ---------------ແຕ່ບອກພູມພັນພື້ນ

ບອກອາຍຸການຂະຫຍາຍເຊື້ອ----ພົວພັນປະຫວັດສາດ
ພາສາລາວທີ່ຄົບຖ້ວນ------------ໄດ້ເຫັນຮູ້ຕ່າງຄວາມ
ປະຫວັດສາດເຄື່ອນຍ້າຍ---------ພາສາປ່ຽນຕາມອາຍຸ
ປະຫວັດຂຽນລຽນຄຳ-------------ກໍຄ່ອຍຈຳຈົງໄວ້

ພາສາລາວທີ່ເຮົາເວົ້າ-------------ເຫັນຄອງວັດທະນາຊາດ
ພາສາລາວປະກາດເລື້ອງ----------ໃຫ້ຄົ້ນຮູ້ວຽກການ
ຄັນວ່າເວົ້າວຽກບ້ານ---------------ຕຸລາການລັດຖະສາດ
ເວົ້າເຖິງພານິດຄ້າ------------------ວຽກງານລໍ້າກໍບໍ່ເຂີນ

ຄັນເວົ້າລາວຄົນລາວຮູ້-------------ບໍ່ຕ້ອງຕື່ມຍົກສາທົກ
ເອົາແຕ່ຄວາມຄຳຄັກ---------------ປະກາດໄປໃຜກໍຮູ້
ຄັນວ່າພາສາໃບ້--------------------ເວົ້າຄວາມໃດຄິດບໍ່ອອກ
ເວົ້າຄຳລາວຈາຈົງແຈ້ງ--------------ຄົນລາວຕຶ້ງຄຶດບໍ່ເຖິງ

ອັນນັ້ນຄືເສັ້ນເວິ້ງ-------------------ພັດທະນາຊາດບໍ່ສຸດສິດ (ສາແລ້ວ)
ພັດທະນາຊີວິດ---------------------ກໍຍາກຊາປັນຍາປູ້
ພາສາສູນເສັຍແລ້ວ-----------------ທຳລາຍການນະໂຍບາຍຊາດ
ເວົ້າໃຫ້ຟັງກໍບໍ່ຮູ້---------------------ໃຈບໍ່ເຕື້ອງຮອດບ່ອນໝາຍ (ນັ້ນຈຶ່ງວ່າພາສາຕາຍແລ້ວ)

17/11/54

ທຸກຮັ່ງຢູ່ທີ່ໃດ

- ຄົນທຸກທຸກເຄື່ອງໃຊ້ ຜ້າຜ່ອນທ່ອນສະໃບ
ຫາກວ່າໃຈມີທັມ ພັດຢູ່ສຸກກະເສີມແທ້
ແມ່ນຈະທຳການສ້າງ ແນວໃດກໍສອດຄ່ອງ
ສຸກມາຄອງໂອບເອື້ອມ ເຫຼືອງເຫຼື້ອມທີ່ໃຈ

- ຄົນຮັ່ງຮັ່ງເຄື່ອງໃຊ້ ມາຍມາກອັກໂຂ
ຕົນໂຕເຕັມແຕ່ຄຳ ມາກມູນຂອງໃຊ້
ມີລົດເກັ່ງຄັນໂກ້ ເຮືອນສູງຕຶກໃຫຍ່
ໃຈອະທຳບາບກໍເຂົ້າ ໃຈກໍເສົ້າທຸກຢູ່ໃນ ແທ້ແລ

15/11/54

ມັນຕ່າງ

ແຕ່ກີ້ຊາຍໃດກ້າ ຫານຢາຍຈອກສຸຣາ
ໃຫ້ແກ່ນາຣີກິນ ໂລກປະນາມວ່າຊາຍບ້າ
ດຽວນີ້ຍິງໃດຫານຢາຍເຫຼົ້າ ໃຫ້ຊາຍກິນຕາມສັ່ງ
ຍິງນັ້ນຫອມທົ່ວບ້ານ ຊາຍໂຮມຕ້ອນທຸກວັນ

ຊາຍໃດຖົງເງີນຕຶ້ງ ເຕັມປານເຈັ້ຍເສັດ
ຊາຍນັ້ນຍິງທົ່ວດ້າວ ສງວນເຂົ້າທຽບທຽມ
ຍິງໃດຊ່າງຊອກໃຊ້ ເງິນມາກມາມື
ແມ່ນໄດ້ມາທາງໃດບໍ່ຫົວຊາ ໝູ່ຄົນນິຍົມຍ້ອງ

ຊາຍໃດມີເມັຍຊ້ອນ ສາມຫາວຈາກັບສາວອ່ອນ
ຊາຍນັ້ນເຂົ້າກ່າວຫາທົ່ວບ້ານ ວ່າໄກ້ແຈ້ຈອບສາວ
ດຽວນີ້ຊາຍທົ່ວດ້າວ ເມັຍບໍ່ມາກຫຼວງຫຼາຍ ປານໃດດອກ
ເຫຼືອນັ້ນເປັນພຽງກິ້ກ ແກ້ເຫງົາຍາມເມັຍປ້ອຍ

ດຽວນີ້ ສັງຄົມກ້າວ ພັດທະນາການໄປທາງເສື່ອມ
ຄົນນິຍົມທົ່ວດ້າວ ໃຜໄປຄ້ານເພິ່ນວ່າເຊີຍ
ຫົວບູຮານແທ້ເວີ້ຍ ເປັນຄົນໂງ່ບໍ່ທັນຄົນ
ສັງຄົມມັນພາເປັນ ຫາກປ່ຽນໄປພໍແຮງແລ້ວ

ສັງຄົມກ້າວ ການຫຍັງກໍຈັກເສື່ອມ
ວັດທະນະທັມຮິດເຄົ້າ ລືມຈ້ອຍຄ່າບໍ່ສູງ
ທັມມະກໍດ່າງດ້ອຍ ເຂົາຫາວ່າພຣະບໍ່ສອນ
ພຸດໂທທັມທັງສົງ ບໍ່ຮູ້ຈັກພໍນ້ອຍ

ການເມືອງບ້ານ ມີນາຍຫຼາຍເຫຼືອໄພ່
ເຮັດງານໃດຫວັງແຕ່ຢາກໄດ້ ງານບໍ່ສ້າງໃຫ້ມາກມູນ
ວຽກທີ່ເຮັດບໍ່ອ່າບເອື້ອ ສ້າງຊາດໃຫ້ຈະເຣີນ
ຄົນມີເງິນກໍມີງານ ວຽກການບໍ່ມີກ້າວ

ສັງຄົມຄົນໃນດ້າວ ແດນໃດກໍຕາມຊ່າງ
ສ້າງແຕ່ຄົນໃຫ້ເກ່ງກ້າ ໂກງແກ້ງຊາດສູນ
ແຕ່ກ່ອນກັບດຽວນີ້ ມັນຕ່າງກ່ອນຄາວຫຼັງ
ຄົນຂາດທັມມີຫຼາຍ ໂລກກໍພັງເພແທ້ ທ່ານເອີຍ

14/11/54

ຄົນທັມມະດາ

ເກີດຢູ່ບ້ານ..............ເຂດປ່າໃນດົງ
ພໍລຸກມາ....................ແຕ່ງງາຍກິນເຂົ້າ
ມືຄວາພ້າ...................ບາຍເອົາດວງກ່ຽວ
ເດີນມຸ່ງໜ້າ.................ໄປພ້ອມໝູ່ຄວາຍ
- ພໍຮອດແລ້ວ.............ເຂດທົ່ງນາເຫຼືອງ
ຜູກມັດຄວາຍ...............ຢູ່ເທິງໂພນນ້ອຍ
ເອົາແພປ້ອງ................ພັນຫົວບັງແດດ
ມືກ່ຽວເຂົ້າ...................ປາກຮ້ອງສົ່ງລໍາ
- ຄົມກ່ຽວຕ້ອງ.............ກໍຂາດເປັນກໍາ
ຈັບມາໂຮມ..................ຝາດລຽນພໍຮ້ອຍ
ສົມຄວນແລ້ວ...............ຕາເວັນຕັ້ງທ່ຽງ
ໄປເບິ່ງຕ້ອນ................ປາຄ້າງຢູ່ຫຼາຍ
- ຈັບຄໍ່ກັ້ງ..................ມາສຽບເປັນໂຕ
ເອົາເກືອໂຮຍ...............ຄິດຢາກກິນປີ້ງ
ປາຂາວນ້ອຍ................ຊຸມມັນຖືກຫຼີ່
ເອົາເຮັດສົ້ມ................ເຂືອນ້ອຍເຜັດໂຮຍ
- ກິນອີ່ມທ້ອງ..............ຢຸດພັກເອົາແຮງ
ນອນກາງຖຽງ..............ໝູ່ກາວອນຮ້ອງ
ລົມພັດຊັ້ງ..................ເຢັນດີຍາມທ່ຽງ
ແດດເລີ່ມກ້າ...............ແຮງຂຶ້ນກວ່າຫຼັງ
- ພໍລຸກຂຶ້ນ.................ນ້ໍາສວ່າຍຂັດສີ
ຕາມືນໃສ...................ເບິ່ງໄປນາກວ້າງ
ຈັບເອົາສົ້ມ..................ຂາມມາກັດຕື່ມ
ຕາຍິ່ງແຈ້ງ..................ກິນສົ້ມແຈ່ວເກືອ...

ທັມມະຊາດງົດງາມ


ມິບັງຄວນ


ກົງກັມກົງກວຽນ


ຄົນທັງເມືອງໃຊ້ພ້າດວງດຽວກັນ

ຍຸກໃດເມືອງມິ່ງບ້ານ ປະຊາຊາດຊາວລາວ
ທົ່ວທັງຄາເມເມືອງຫຼວງ ໃຊ້ມີດພ້າດວງດຽວກັນແລ້ວ
ເມື່ອນັ້ນເມືອງລາວນີ້ ຈຶ່ງຈະເຣີນສີເຮືອງຮຸ່ງ
ມຸ້ງສູ່ຄວາມກ້າວໜ້າ ປະຊາເຊື້ອຍິ່ງທຸກໃຈ

ດຽວນີ້ ເມືອງລາວຍັງບໍ່ທັນໃຊ້ ພ້າມີດດວງດຽວກັນດອກ
ຍັງເຫິງນານຊິພານພົບ ສິ່ງທີ່ທໍານວາຍໄວ້
ດຽວນີ້ຊາວລາວນັ້ນ ຍັງໃຊ້ພ້າກັນແຕກຕ່າງ
ຍັງກະເສີມຢູ່ສ້າງ ສະບາຍບ້າງທີ່ໃຈ ແທ້ແລ

ປິດສະໜາບອກໄວ້ ອັນວ່າໃຊ້ພ້າດວງດຽວງກັນ
ໝາຍເຖິງອາຫານການກິນ ຊິ້ນປາກົບກຸ້ງ
ມີບໍຣິສັດຂາຍຊື້ ອາຫານກິນທຸກຢ່າງ
ເຂົາຫາກຄົວໝູ່ນັ້ນ ໝົດສ້ຽງສູ່ອັນ

ບໍ່ວ່າແຕ່ປູປາກຸ້ງ ກົບຂຽດໄກ່ເປັດ
ທັງຊິ້ນໝູງົວຄວາຍ ຟັກຟັນມາໄວ້
ຄົນເຮົາເອົາເງິນຊື້ ຂອງກິນທຸກຢ່າງ
ນັ້ນມາຄົວແກງຕົ້ມ ທັງກ້ອຍຢ່າງດຽວ ແທ້ແລ

23/10/54

ອຸທະກະພັຍ ນໍ້າຖ້ວມໄທຍເອົາໃຈຊ່ວຍ

ອຸທະກັງກາດກວ້າງ                  ຫຼາຍຫຼາກອັກໂຂ
ໃຫຼທັ່ງເທທວນກະເສ                 ດາດດາລະດັບພື້ນ
ຜືນແຜ່ນດິນເຕັມແຕ່ນໍ້າ                         ອາໂປນອງລົ້ນຫຼັ່ງ
ພມະຫັນໃຫຍ່ແທ້                     ທາງພື້ນແຜ່ນດິນໄທ

ເດືອນສິບສອງນໍ້າຟ້າຮ້ວຍ         ຝົນອ່ວຍລາໄລ
ເຫດສັນໃດນໍ້າໃຫຼນ້ອງ               ກາຍເປັນໄພມະຫັນຮ້າຍ
ອຸທະກະພມະໄລພື້ນ                ຜືນແຜ່ນດິນຫຍຸງໃຫຍ່
ພີ່ນ້ອງໄທເດືອດຮ້ອນ                ນໍ້າຕາລົ້ນອາບແຜ່ນດິນ

ນໍ້າບໍ່ໃຫຼຈາກຟ້າ                        ນໍ້າຕາຫຼັ່ງນອງເນືອງ
ເປັນເຫດເຄື່ອງຄາສັງ                ຈຶ່ງເປັນໄປແນວນີ້
ຫຼືວ່າມີແນວຂ້ອງ                       ຂັງໃນບໍ່ຮູ້ເມື່ອ ຊັ້ນບໍ ?
ຫຼືວ່າເວນແລ່ນຕ້ອງ                   ຈຶ່ງຄາຂ້ອງຍາກຊາ

ຝູງໝູ່ຊາວພີ່ນ້ອງ                      ປະຊາຊາດຊາວໄທຍ
ຈົ່ງສຸມເຮື່ອແຮງຈິດໃຈ               ຕ້ານພມະຫັນນີ້
ຢ່າໄດ້ມີໃຈບ້ຽວ                          ບິດເບືອນໃຫ້ແຕກທ່ອງ
ຈົ່ງເອົາທຊ່ວຍປ້ອງ                 ນໍ້ານອງລົ້ນຈຶ່ງຊິເບົາ

ທາງຝ່າຍກໍ້າພີ່ນ້ອງ                  ປະຊາຊາດຊາວລາວ
ໄດ້ແຕ່ເອົາໃຈນໍາ                       ຊ່ວຍຊູປົກປ້ອງ
ປາດຖະໜາໃຫ້                                     ພີ່ນ້ອງໄທໄດ້ພົ້ນຜ່ານ
ຝູງໝູ່ເວນມວນບາບຮ້າຍ          ໃຫ້ສູນຊິ້ນຢ່າໄດ້ມີ

ຂໍໃຫ້ພຣະພຸດຈົ່ງຊ້ວນ                ຊູຊ່ວຍປົກປັກ
ພະທໂມຊ່ວຍປອງ                   ຕອບສະໜອງປົກປ້ອງ
ພະສັງໂຄຊູຄໍ້າ                           ລັດຕະນາພຽງພໍ່າ
ພະແກ້ວຄູນຈົ່ງຊ່ວຍຄໍ້າ             ພຮ້າຍໃຫ້ຫ່າງໄກ

ຄຸນພະບາງຈົ່ງໄດ້                      ປົກປັກຍາດມວນມິດ
ຈົ່ງພິຊິດພມານ                       ໃຫ້ຫ່າງຫາຍມະລາຍຊິ້ນ
ຈົ່ງສຸຂີເຫຼືອລົ້ນ                          ກຸສົນທໍາຍູ້ສົ່ງ
ຂໍໃຫ້ພວກພີ່ນ້ອງ                       ທັງຫຼາຍລ້ວນຈົ່ງກະເສີມ ແທ້ເດີ

15/10/54

ຢ່າໃຫ້ນຳ້ຖ້ວມໃຈ

ໂອຄະ ໔
ກາໂມຄະ : ໂອຄະຄືກາມ
ພະໂວຄະ : ໂອຄະຄືພົບ
ທິດໂຖຄະ : ໂອຄະຄືທິດຖີ
ອະວິຊໂຊຄະ : ໂອຄະຄືອະວິຊຊາ
--------
ປີນີ້ນ້ຳຫຼາກລົ້ນ ອາໂປມາກເກີນພິກັດ
ວາຍຸພາພານພັດ ທົ່ວດິນແດນອາຊີກໍ້າ
ອາຄະເນນອງນ​ໍ້າ ລົງບາດານລົ້ນອັ່ງ
ຄວາມຫວັງດັບມອບສິ້ນ ພະອິນຕັ້ງແຕ່ງຝົນ

ລາວເຮົາກໍບໍ່ພົ້ນ ນ້ຳຖ້ວມໃຫຍ່ຫຼາຍແຂວງ
ນ້ຳມາແຮງທັ່ງເທ ທົ່ວໄປເຕັມພື້ນ
ບ່ອນເປັນດອນຍັງຖ້ວມ ຊາຫຍັງບ່ອນເປັນບຸ່ງ
ຊຽງຂວາງສູງສຽດຟ້າ ນ້ຳນອງລົ້ນເຈື່ອນພູ

ຍອດພູພຽງນ້ໍາບໍ່ເຄີຍຖ້ວມ ໃຜອາດອ່າວຄະນິງເຫັນ
ຊາຫຍັງດິນແດນຝືນ ຕ່ຳຈົມຈຳພື້ນ
ລາວທັງເໜືອກາງໃຕ້ ພູພຽງສູງກໍບໍ່ປ່ອຍ
ປີນີ້ເປັນເຫດຮ້າຍ ໂລກາວຸ້ນຫວັ່ນບໍ່ເຊົາ

ຂ່າວທີ່ເປັນໜ້າເສົ້າ ນ້ຳຖ້ວມໃຫຍ່ເມືອງໄທຍ
ຖ້ວມບໍ່ໃຫຼອ່ັງນອງ ປ່ອງແປວກະແສນໍ້າ
ຂະເໝນຫວຽດນາມພ້ອມ ເນືອງນອງອາໂປອັ່ງ
ສົງສານດິນເພີ່ນຕ່ຳ ນໍ້າຖ້ວມແດນດິນດ້າວ ຕືກສູງດົ້ວນໍ້າຖ້ວມເຖິງ

ສົງສານພວກພີ່ນ້ອງ ນໍ້າຖ້ວມໃຫຍ່ມະຫາໄພ
ໃຜພົບພານລ້ວນແຕ່ທຸກ ອາໂປເຕັມແດນດ້າວ
ທຸກທົ່ວແຖວຖານພື້ນ ສະເໝີກັນພຽງພາບ
ອາບນໍ້າຕາຕ່າງນໍ້າ ມະຫາໄພຮ້າຍທີ່ພົບພານ

ເອົາລະນໍ້າຖ້ວມຫຼາຍມາກລົ້ນ ຄົນທຸກທິດບໍ່ໄລປະເຈົ້າດອກ
ຈົ່ງຊ່ວຍແຮງແບ່ງໃຈ ຊ້ວນຊູປົກປ້ອງ
ຢ່າໃຫ້ໃຈເຮົາເສົ້າ ນໍ້ານອງໃຫຼກະຕາມຊ່າງ
ແຕ່ວ່າໃຈເຈົ້າບໍ່ຖ້ວມ ຍັງໃສແຈ້ງຢູ່ສະເໝີ

ເພີ່ນວ່ານຳ້ຖ້ວມຫຼາຍກໍບໍ່ຢ້ານ ຫານໍ້າໃຫຍ່ບໍ່ນອງໃຫຍ່
ໄພມະຫັນຫາມັນມາ ຢູ່ຄອງໃຈເຈົ້າ
ມະຫານະທີນໍ້າ ໂອຄະຫຼວງທັງສີ
ຄັນຖ້ວມໃຈພວກພີ່ນ້ອງ ຫາທາງແກ້ບໍ່ໄຫວ

ໂອຄະໃຫຍ່ທີ່ວ່ານັ້ນ ກາໂມຄະອະກຸສົນ
ຕັນຫາພາໂລຫຼັກ ອາບໃຈຄົງສູນສິ້ນ
ພາໂວຄະກໍແຮງແທ້ ປາກົດການອັນຮ້າຍຂາດ
ຖ້ວມຜູ້ໃດແລ້ວບໍ່ເວັ້ນ ເວນຊິກ້ຽວຈ່ອງຈຳ

ທິດໂຖຄະນັ້ນແຫ່ງຊຳ້ ຄວາມຄິດຜິດວິໄສ
ຫາກຖ້ວມໃຈຄົນໃດ ແມ່ນຈ່ອງຈົມຈຳພື້ນ
ອະວິຊໂຊຄະດ້ວຍ ຄວາມຫຼົງປັນຍາບອດ
ຄັນຖ້ວມແລ້ວຍິ່ງມົ້ວ ມົວບ້າຊົ່ວຊີບວາຍ ທ່ານເອີຍ