15/10/54

ຢ່າໃຫ້ນຳ້ຖ້ວມໃຈ

ໂອຄະ ໔
ກາໂມຄະ : ໂອຄະຄືກາມ
ພະໂວຄະ : ໂອຄະຄືພົບ
ທິດໂຖຄະ : ໂອຄະຄືທິດຖີ
ອະວິຊໂຊຄະ : ໂອຄະຄືອະວິຊຊາ
--------
ປີນີ້ນ້ຳຫຼາກລົ້ນ ອາໂປມາກເກີນພິກັດ
ວາຍຸພາພານພັດ ທົ່ວດິນແດນອາຊີກໍ້າ
ອາຄະເນນອງນ​ໍ້າ ລົງບາດານລົ້ນອັ່ງ
ຄວາມຫວັງດັບມອບສິ້ນ ພະອິນຕັ້ງແຕ່ງຝົນ

ລາວເຮົາກໍບໍ່ພົ້ນ ນ້ຳຖ້ວມໃຫຍ່ຫຼາຍແຂວງ
ນ້ຳມາແຮງທັ່ງເທ ທົ່ວໄປເຕັມພື້ນ
ບ່ອນເປັນດອນຍັງຖ້ວມ ຊາຫຍັງບ່ອນເປັນບຸ່ງ
ຊຽງຂວາງສູງສຽດຟ້າ ນ້ຳນອງລົ້ນເຈື່ອນພູ

ຍອດພູພຽງນ້ໍາບໍ່ເຄີຍຖ້ວມ ໃຜອາດອ່າວຄະນິງເຫັນ
ຊາຫຍັງດິນແດນຝືນ ຕ່ຳຈົມຈຳພື້ນ
ລາວທັງເໜືອກາງໃຕ້ ພູພຽງສູງກໍບໍ່ປ່ອຍ
ປີນີ້ເປັນເຫດຮ້າຍ ໂລກາວຸ້ນຫວັ່ນບໍ່ເຊົາ

ຂ່າວທີ່ເປັນໜ້າເສົ້າ ນ້ຳຖ້ວມໃຫຍ່ເມືອງໄທຍ
ຖ້ວມບໍ່ໃຫຼອ່ັງນອງ ປ່ອງແປວກະແສນໍ້າ
ຂະເໝນຫວຽດນາມພ້ອມ ເນືອງນອງອາໂປອັ່ງ
ສົງສານດິນເພີ່ນຕ່ຳ ນໍ້າຖ້ວມແດນດິນດ້າວ ຕືກສູງດົ້ວນໍ້າຖ້ວມເຖິງ

ສົງສານພວກພີ່ນ້ອງ ນໍ້າຖ້ວມໃຫຍ່ມະຫາໄພ
ໃຜພົບພານລ້ວນແຕ່ທຸກ ອາໂປເຕັມແດນດ້າວ
ທຸກທົ່ວແຖວຖານພື້ນ ສະເໝີກັນພຽງພາບ
ອາບນໍ້າຕາຕ່າງນໍ້າ ມະຫາໄພຮ້າຍທີ່ພົບພານ

ເອົາລະນໍ້າຖ້ວມຫຼາຍມາກລົ້ນ ຄົນທຸກທິດບໍ່ໄລປະເຈົ້າດອກ
ຈົ່ງຊ່ວຍແຮງແບ່ງໃຈ ຊ້ວນຊູປົກປ້ອງ
ຢ່າໃຫ້ໃຈເຮົາເສົ້າ ນໍ້ານອງໃຫຼກະຕາມຊ່າງ
ແຕ່ວ່າໃຈເຈົ້າບໍ່ຖ້ວມ ຍັງໃສແຈ້ງຢູ່ສະເໝີ

ເພີ່ນວ່ານຳ້ຖ້ວມຫຼາຍກໍບໍ່ຢ້ານ ຫານໍ້າໃຫຍ່ບໍ່ນອງໃຫຍ່
ໄພມະຫັນຫາມັນມາ ຢູ່ຄອງໃຈເຈົ້າ
ມະຫານະທີນໍ້າ ໂອຄະຫຼວງທັງສີ
ຄັນຖ້ວມໃຈພວກພີ່ນ້ອງ ຫາທາງແກ້ບໍ່ໄຫວ

ໂອຄະໃຫຍ່ທີ່ວ່ານັ້ນ ກາໂມຄະອະກຸສົນ
ຕັນຫາພາໂລຫຼັກ ອາບໃຈຄົງສູນສິ້ນ
ພາໂວຄະກໍແຮງແທ້ ປາກົດການອັນຮ້າຍຂາດ
ຖ້ວມຜູ້ໃດແລ້ວບໍ່ເວັ້ນ ເວນຊິກ້ຽວຈ່ອງຈຳ

ທິດໂຖຄະນັ້ນແຫ່ງຊຳ້ ຄວາມຄິດຜິດວິໄສ
ຫາກຖ້ວມໃຈຄົນໃດ ແມ່ນຈ່ອງຈົມຈຳພື້ນ
ອະວິຊໂຊຄະດ້ວຍ ຄວາມຫຼົງປັນຍາບອດ
ຄັນຖ້ວມແລ້ວຍິ່ງມົ້ວ ມົວບ້າຊົ່ວຊີບວາຍ ທ່ານເອີຍ



ไม่มีความคิดเห็น:

แสดงความคิดเห็น