1/10/54

ເມັຍດີ ໔ ປະເພດ

ຊາຍໃດໃນໂລກລ້ວນ ສະເໝີສ່ວນກັນໝົດ
ຢາກໄດ້ສີພັນລະຍາ ດີກັນທັງນັ້ນ
ອັນວ່າເມັຍດີນັັ້ນ ມີສີ່ປັນເປັນປະເພດ
ໃຜໄດ້ມານັ່ງປ້ອງ ຮຽງຂ້າງຍ່ອມຮຸ່ງເຮືອງ

ອັນເມັຍດີປະເພດໜຶ່ງນັ້ນ ດີເໝືອນແມ່ບົວລະບັດ
ຮັກຜົວແພງເໝືອນບຸດ ເບິ່ງແຍງໄປທຸກດ້ານ
ບໍ່ວ່າການຈາເວົ້າ ການກິນການນັ່ງ
ການນອນທັງເສື້ອຜ້າ ເມື່ອເຈັບໄຂ້ໄດ້ເບິ່ງແຍງ

ເມັຍທີສອງດີເໝືອນດັ່ງເພື່ອນ ໝູ່ສ່ຽວສະຫາຍຮັກ
ຍາມຢູ່ດີມີສຸກ ມ່ວນມະໂນຈາເວົ້າ
ຍາມເມື່ອມີໂພຍຕ້ອງ ໄພມາບັງບຽດ
ຍອມສະຫຼະຊີບຊ້ວນ ປົກປ້ອງປຸນປອງ

ເມັຍທີ່ສາມເ​ໝືອນນ້ອງ ຮັກອ້າຍຮ່ວມອຸທອນດຽວ
ບໍ່ມີຄຳເຄືອງຄົດ ປັນໃຈເປັນອື່ນໄດ້
ຍາມຈາຈິງການເວົ້າ ສະແດງມາບໍ່ມີເສື່ອງ
ເຄົາລົບທັງນອບນ້ອມ ບໍ່ມີບ້ຽວບ່ຽງຄວາມ

ເມັຍທີສີ່ນັ້ນທຳຕົວພ້ຽງ ສະເໝີດັ່ງທາສາ
ທັງທາສີພຽນຖະໜອມ ຮັກຫອມຜົວແກ້ວ
ບົວລະບັດພ້ອມ ຮັກສາໃຈຍາມອຸກອັ່ງ
ຍາມສົມຫວັງກໍຊ່ວຍປ້ອງ ຍໍຍ້ອງເທີດທູນ

ໃຜຫາກໄດ້ເມັຍເຊັ່ນນີ້ ຊີວິດຄູ່ມີສຸກ
ອັນວ່າຄວາມຄຳທຸກ ບໍ່ວົນວຽນໃກ້
ອັນວ່າຄວາມຄຳຮ້າງ ຊິງຊັງແໜງໜ່າຍ
ຕາຍຈາກກັນເທົ່ານັ້ນ ຈຶ່ງໃກຂ້າງຫ່າງໜີ ທ່ານເອີຍ





ไม่มีความคิดเห็น:

แสดงความคิดเห็น