19/11/54

ພາສາລາວບອກຄວາມເປັນລາວ

ພາສາບອກຊາດເຊື້ອ-------------ບອກຖີ່ນທີ່ອາໄສ
ບອກເຖິງຄວາມສີວິໄລ------------ບອກວັດທະນາການກ້າວ
ບອກເຜົ່າລາວທັງຫຼາຍລ້ວນ------ບອກອາຍຸການປະຫວັດສາດ
ພາສາຊາດທີ່ບໍ່ຂ້ອງ--------------ຊາດລາວກ້າວຮຸ່ງຈະເລີນ

ຄືວ່າ ພາສາບອກຊາດເຊື້ອ-----ເຄືອຍາດສະກຸນລາວ
ເວົ້າຈາຄວາມຄຳໃດ------------ຄ່ອງຄວາມຄຳເວົ້າ
ສຳນວນລາວມີຫຼາຍແທ້-------ເຫຼືອຄະນາເກີນຊີກ່າວ
ເວົ້າສຳນຽງໃດກໍແມ່ນລາວ-----ສຳນວນຈາຈົ່ງຈ້ອຍ
--------------------------------ຊາວລາວທັງໃຫຍ່ນ້ອຍເໜືອໃຕ້ ບໍ່ແບ່ງກັນ

ອັນວ່າບອກຖີ່ນທີ່ອາໄສນັ້ນ------ຄືໝາຍວ່າສຳນຽງຈາ
ເວົ້າອອກມາສຽງໃສ-------------ກໍຮູ້ໄວເຖິງບ້ານ
ບໍ່ຕ້ອງຖາມເຖິງເບື້ອງ-----------ພູມຫຼັງຖານຖີ່ນເກີດ
ຍິນສຽງຈາອິ່ນອ້ອຍ-------------ກໍເຫັນຮູ້ຖິ່ນສະຖານ

ບອກເຖິງຄວາມສີວິໄລນັ້ນ-------ຮູ້ຄ່າພາສາສັບ
ນັບເອົາສຳນຽງຂານ-------------ແຍກພັນພົງເຄົ້າ
ພາສາລາວມີຊັ້ນ----------------ຈາກັນຫຼາຍຮູບແບບ
ອັກສອນຂຽນຂີດໄວ້--------------ຄຳເຄົ້າເກົ່າເຫິງ.

ຫຼືວ່າຄຳທີ່ເວົ້າ------------------ພາສາຕ່ຳລະດັບຄວາມ
ເວົ້າກັບຄົນທຳມະດາ------------ກໍວ່າໄປຕາມນັ້ນ
ເວົ້າກັບຄົນສຳຄັນຂຶ້ນ------------ສູງສັກຍົດໃຫຍ່
ເວົ້າກັບສັງຄະເຈົ້າ---------------ມີຄຳເວົ້າແຍກຄົນ

ບອກວັດທະນາການນັ້ນ----------ພາສາລາວມີຫຼາຍຊ່ຳ
ອາຍຸຫຼາຍພ່ຳພ້ອມ----------------ພຽງເຊື້ອເຜົ່າລາວ
ລາວຄູ່ດາວໂລກກ້າວ--------------ຫຼາຍຫຼາກພັນປີ
ພາສາວັດທະນາການ------------ເອກະລັກລາວສາກົນຮູ້

ບອກເຜົ່າລາວທັງຫຼາຍລ້ວນ-----ສຽງສຳນຽງຄຳຄວາມກ່າວ
ຈາຈົງໂອມປາກຕ້ານ--------------ກໍເຫັນຮູ້ເຜົ່າລາວ
ເຊັ່ນຄົນຜູ້ໄທຈາຕ້ານ-------------ສຽງຕ່າງຄວນຈົດຈຳ
ເວົ້າຈາພາສາລາວ---------------ແຕ່ບອກພູມພັນພື້ນ

ບອກອາຍຸການຂະຫຍາຍເຊື້ອ----ພົວພັນປະຫວັດສາດ
ພາສາລາວທີ່ຄົບຖ້ວນ------------ໄດ້ເຫັນຮູ້ຕ່າງຄວາມ
ປະຫວັດສາດເຄື່ອນຍ້າຍ---------ພາສາປ່ຽນຕາມອາຍຸ
ປະຫວັດຂຽນລຽນຄຳ-------------ກໍຄ່ອຍຈຳຈົງໄວ້

ພາສາລາວທີ່ເຮົາເວົ້າ-------------ເຫັນຄອງວັດທະນາຊາດ
ພາສາລາວປະກາດເລື້ອງ----------ໃຫ້ຄົ້ນຮູ້ວຽກການ
ຄັນວ່າເວົ້າວຽກບ້ານ---------------ຕຸລາການລັດຖະສາດ
ເວົ້າເຖິງພານິດຄ້າ------------------ວຽກງານລໍ້າກໍບໍ່ເຂີນ

ຄັນເວົ້າລາວຄົນລາວຮູ້-------------ບໍ່ຕ້ອງຕື່ມຍົກສາທົກ
ເອົາແຕ່ຄວາມຄຳຄັກ---------------ປະກາດໄປໃຜກໍຮູ້
ຄັນວ່າພາສາໃບ້--------------------ເວົ້າຄວາມໃດຄິດບໍ່ອອກ
ເວົ້າຄຳລາວຈາຈົງແຈ້ງ--------------ຄົນລາວຕຶ້ງຄຶດບໍ່ເຖິງ

ອັນນັ້ນຄືເສັ້ນເວິ້ງ-------------------ພັດທະນາຊາດບໍ່ສຸດສິດ (ສາແລ້ວ)
ພັດທະນາຊີວິດ---------------------ກໍຍາກຊາປັນຍາປູ້
ພາສາສູນເສັຍແລ້ວ-----------------ທຳລາຍການນະໂຍບາຍຊາດ
ເວົ້າໃຫ້ຟັງກໍບໍ່ຮູ້---------------------ໃຈບໍ່ເຕື້ອງຮອດບ່ອນໝາຍ (ນັ້ນຈຶ່ງວ່າພາສາຕາຍແລ້ວ)

ไม่มีความคิดเห็น:

แสดงความคิดเห็น