20/9/54

ພາຍຸນົກເຕັນມາ ເດືອນດາວຫາຍ

- ພາຍຸນົກເຕັນຜ່ານພົ້ນ ອາທິດໜຶ່ງເກືອບເຕັມ
ມາຢາມລາວພຽງວັນປາຍ ກໍຫ່າງຫາຍໄປຈ້ອຍ
ຖິ້ມແຕ່ຮອຍວາງໄວ້ ໃນເມືອງລາວພຽງໜິດໜ່ອຍ
ມາຢາມພຽງເລັກນ້ອຍ ແລ້ວໜີຈ້ອຍບໍ່ຫ່ວງເລີຍ

- ເຖິງນົກເຕັນຈາກໄປແລ້ວ ແຕ່ເຫຼືອກິ່ນອາຍຫຼົງ
ເມກຍັງປົກບັງບົດ ມືດມົວທົ່ວເມືອງຟ້າ
ເມຄາໜາຍັງປົກຄຸ້ມ ຄຸມດິນລາວມືດທົ່ວ
ຟ້າປິດຝົນຕົກລົງສູ່ມື້ ເດືອນດາວນັ້ນໄດ້ຫ່າງຫາຍ

- ເດືອນດາວບົນຟາກຟ້າ ດວງໃຫຍ່ມອງເຫັນໄກ
ຍັງສູນເສັຍມອງບໍ່ເຫັນ ເພາະເມກຝົນບັງບົນຟ້າ
ຊາຫຍັງຄົນເຮົານີ້ ຈະມີຫຍັງສະເໝີພາກ
ຫາກມີທັມຫໍ່ຫຸ້ມ ເຖິງຟ້າມຸງມືດກຸ້ມ ບໍ່ມີມື້ມືດປັນຍາ ທ່ານເອີຍ

ไม่มีความคิดเห็น:

แสดงความคิดเห็น