17/5/55

ຄົນທໍາມະດາ

ເກີດ­ຢູ່ບ້ານ..............ເຂດ­ປ່າ­ໃນ­ດົງ
ພໍລຸກມາ....................­ແຕ່ງຄົວກິນເຂົ້າ
ມືຄວາ­ພ້າ...................ບາຍເອົາດວງ­ກ່ຽວ
ເດີນ­ມຸ່ງ­ໜ້າ.................­ໄປ­ພ້ອມ­ໝູ່­ຄວາຍ
- ພໍຮອດ­ແລ້ວ.............ເຂດ­ທົ່ງນາເຫຼືອງ
ຜູກ­ມັດ­ຄວາຍ...............ຢູ່ເທິງ­ໂພນ­ນ້ອຍ
ເອົາ­ແພ­ປ້ອງ................ພັນ­ຫົວ­ບັງ­ແດດ
ມືກ່ຽວເຂົ້າ...................ປາກ­ຮ້ອງ­ສົ່ງ­ລໍາ
- ຄົມ­ກ່ຽວ­ຕ້ອງ.............ກໍເຂົ້າຂາດເປັນ­ກໍາ
ຈັບມາ­ໂຮມ..................ພາດ­ລຽນ­ພໍຮ້ອຍ
ສົມ­ຄວນ­ແລ້ວ...............ຕາເວັນ­ຕັ້ງ­ທ່ຽງ
­ໄປເບິ່ງ­ຕ້ອນ................ປາ­ຄ້າງ­ຢູ່­ຫຼາຍ
- ຈັບ­ຄໍ່ດຸກ..................ມາສຽບເປັນ­ໂຕ
ເອົາເກືອ­ໂຮຍ...............ຄິດ­ຢາກ­ກິນ­ປີ້ງ
ປາຂາວ­ນ້ອຍ................ຊຸມ­ມັນ­ຖືກ­ຫຼີ່
ເອົາເຮັດ­ສົ້ມ................ເຂືອ­ນ້ອຍພິກໂຮຍ
- ກິນ­ອີ່ມ­ທ້ອງ..............ຢຸດ­ພັກເອົາ­ແຮງ
ນອນກາງ­ຖຽງ..............ໝູ່ກາວອນ­ຮ້ອງ
ລົມ­ພັດ­ຊ້ອຍ..................ເຢັນ­ດີຍາມ­ທ່ຽງ
­ແດດແກ່ກ້າ...............­ແຮງ­ຂຶ້ນກ­ວ່າຫຼັງ
- ພໍລຸກ­ຂຶ້ນ.................ນ້ໍາສ­ວ່າຍ­ຂັດ­ສີ
ຕາ­ມືນ­ໃສ...................ເບິ່ງ­ໄປນາກ­ວ້າງ
ຈັບເອົາ­ສົ້ມ..................ໝາກຂາມກັດ­ຕື່ມ
ຕາ­ຍິ່ງ­ແຈ້ງ..................ກິນ­ສົ້ມ­ແຈ່ວເກືອ...
- ຕາແຈ່ມແຈ້ງ.............ລົງທົ່ງນາເຫຼືອງ
ໄປຄ່ຽນຄວາຍ.............ແລ່ງດີເຊົາຊົ້ນ
ລົງໄປນໍ້າ.....................ໜອງນາລົງອາບ
ກັບຜູກໄວ້....................ເຊົາຊົ້ນຮົ່ມແກ
 

ไม่มีความคิดเห็น:

แสดงความคิดเห็น